ກຳປູເຈຍ ຢືນຢັນຄວາມຕັດສິນໃຈປົກປັກຮັກສາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືກັບຫວຽດນາມ

16:30 | 02/12/2021

ຍສໝ - ເມື່ອບໍ່ດົນມານີ້, ທ່ານ​ປະທານ​ສະພາ​ສູງ​ລາຊະ​ອານາຈັກ​ກຳປູ​ເຈຍ Samdech Say Chhum ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສາທາລະນະ​ລັດ​ສັງຄົມ​ນິຍົມ ຫວຽດນາມ ຫງວຽນ​ຮຸຍ​ແທງ ​ເຂົ້າ​ຢ້ຽມ​ຂ່ຳນັບ.

ທະຫານຊາຍແດນແຂວງບີງເຟືອກ ມອບຜ້າບັງປາກ ແລະ ເຄື່ອງນຸ່ງປ້ອງກັນ ໃຫ້ກຳລັງປະກອບອາວຸດ ກຳປູເຈຍ ທະຫານຊາຍແດນແຂວງບີງເຟືອກ ມອບຜ້າບັງປາກ ແລະ ເຄື່ອງນຸ່ງປ້ອງກັນ ໃຫ້ກຳລັງປະກອບອາວຸດ ກຳປູເຈຍ
ນາຍົກລັດຖະມົນຕີ ກຳປູເຈຍ ສະແດງຄວາມຂອບໃຈມາຍັງພັກ, ລັດ ແລະປະຊາຊົນ ຫວຽດນາມ ຍາມໃດກໍຮັກສາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະແບ່ງເບົາກັບກຳປູເຈຍ ໃນທຸກສະພາບການ ນາຍົກລັດຖະມົນຕີ ກຳປູເຈຍ ສະແດງຄວາມຂອບໃຈມາຍັງພັກ, ລັດ ແລະປະຊາຊົນ ຫວຽດນາມ ຍາມໃດກໍຮັກສາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະແບ່ງເບົາກັບກຳປູເຈຍ ໃນທຸກສະພາບການ

ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮຸຍ​ແທງ ​ໄດ້ສະແດງຄວາມ​ຊົມ​ເຊີຍ​ບັນດາ​ຜົນງານ​ພັດທະນາ​ ໃນ​ທຸກ​ຂົງ​ເຂດ​ທີ່​ລາຊະ​ອານາຈັກ ກຳປູ​ເຈຍ ບັນລຸ​ໄດ້, ພິ​ເສດ​ແມ່ນ​ການ​ປ້ອງ​ກັນ, ຕ້ານ​ພະຍາດ​ໂຄ​ວິດ-19 ​ແລະ ນະ​ໂຍບາຍ​ສັກ​ຢາ​ປ້ອງ​ກັນ​ພະຍາດ COVID-19 ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ຢືນຢັນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ແໜ້ນ​ແຟ້ນກ່ວາ​ອີກ.

ກຳປູເຈຍ ຢືນຢັນຄວາມຕັດສິນໃຈປົກປັກຮັກສາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືກັບຫວຽດນາມ
ກຳປູເຈຍ ຢືນຢັນຄວາມຕັດສິນໃຈປົກປັກຮັກສາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືກັບຫວຽດນາມ. (ພາບ: vov)

ທ່ານ​ປະທານ​ສະພາ​ສູງ ກຳປູ​ເຈຍ Samdech Say Chhum ໄດ້ສະແດງຄວາມຂອບ​ໃຈ​ພັກ, ລັດ, ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ທີ່ຍາມ​ໃດ​ກໍ່​ໃຫ້ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫຼວງ​​ແກ່​ປະຊາຊົນ ກຳປູ​ເຈຍ ​ໃນ​ທຸກ​ສະພາບ​ການ. ພ້ອມ​ກັນ​ນັ້ນ, ທ່ານ​​ປະທານ​ສະພາ​ສູງ ກຳປູ​ເຈຍ Samdech Say Chhum ກໍ​ຢືນຢັນ​ວ່າ ກຳປູ​ເຈຍ​ ຈະ​ຮັກສາ​ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ ແລະ ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ ພາຍ​ໃຕ້ທິດນຳ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ມິດຕະພາບທີ່ເປັນມູນເຊື້ອ, ການ​ຮ່ວມ​ມື​ແບບ​ຍືນ​ຍົງ ​ແລະ ຍາວ​ນານ.

ທ່ານ​ປະທານ​ສະພາ​ສູງ ກຳປູ​ເຈຍ Samdech Say Chhum ຈະ​ຊີ້​ນຳ​ບັນດາ​ອົງການ​ກຳປູ​ເຈຍ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ຄູ່​ຮ່ວມ​ມື ຫວຽດນາມ ​ເພື່ອ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ລະຫວ່າງ 2 ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.