ສື່​ມວນ​ຊົນ​ ກູ​ບາ ​ໄດ້​ສະ​ແດງ​ຄວາມຍ້ອງຍໍ​ຕໍ່​ທ່ານ​​ພົນ​ເອກ ຫວໍ​ງວຽນ​ຢາ​ບ ກັບບັ້ນຮົບ ​ດ້ຽນບຽນ​ຝູ ປະຫວັດສາດ.

14:59 | 09/05/2024

ຍສໝ - ຕາມ​ສຳນັກ​ຂ່າວສານ ​ກູ​ບາ Prensa Latina ​ແລ້ວ, ບັ້ນຮົບ ​ດ້ຽນບຽນ​ຝູ ປີ 1954 ​ໄດ້​ບັນທຶກ​ຊື່ ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ເຂົ້າໃນປຶ້ມປະຫວັດສາດການທະຫານສະໄໝນັ້ນ.

ສປປ.ລາວ ຈັດ​ພິ​ທີ​ໂຮມ​ຊຸມ​ນຸມ​ມິດ​ຕິງ ສະ​ເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ຄົບ​ຮອບ 70 ປີ ສປປ.ລາວ ຈັດ​ພິ​ທີ​ໂຮມ​ຊຸມ​ນຸມ​ມິດ​ຕິງ ສະ​ເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ຄົບ​ຮອບ 70 ປີ
ສື່​ມວນ​ຊົນ​ສາກົນ​ຍ້ອງຍໍ​ໄຊຊະນະ ​ດ້ຽນບຽນ​ຝູ ຂອງ​ ຫວຽດນາມ ສື່​ມວນ​ຊົນ​ສາກົນ​ຍ້ອງຍໍ​ໄຊຊະນະ ​ດ້ຽນບຽນ​ຝູ ຂອງ​ ຫວຽດນາມ

ວັນທີ 6 ພຶດສະພາ, ສຳນັກຂ່າວສານ ກູບາ Prensa Latina ໄດ້ມີບົດຂຽນຍ້ອງຍໍ ທ່ານພົນເອກ ຫວໍງວຽນຢາບ ກັບການສູ້ຮົບປະຫວັດສາດ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7 ພຶດສະພາ 1954 – 7 ພຶດສະພາ 2024).

ຕາມ​ບົດ​ຂຽນ​ແລ້ວ, ບັນດາ​ນັກ​ຊ່ຽວຊານ​ການ​ທະຫານ​ໃນ​ທົ່ວ​ໂລກ​ຢືນຢັນ​ຄືນ​ໃໝ່​ວ່າ ທ່ານພົນ​ເອກ ຫວໍ​ງວຽນ​ຢາ​ບ ​ແມ່ນ​ໜຶ່ງ​ໃນນັກ​ຍຸດ​ທະ​ສາດ 10 ຄົນ​ທີ່​ພົ້ນ​ເດັ່ນ​ໃນ​ຕະຫຼອດຍຸກສະໄໝ.

ສື່​ມວນ​ຊົນ​ ກູ​ບາ ​ໄດ້​ສະ​ແດງ​ຄວາມຍ້ອງຍໍ​ຕໍ່​ທ່ານ​​ພົນ​ເອກ ຫວໍ​ງວຽນ​ຢາ​ບ ກັບບັ້ນຮົບ ​ດ້ຽນບຽນ​ຝູ ປະຫວັດສາດ.

ບົດ​ຂຽນ​ຢູ່ໜ້າເວບ Prensa Latina ຍ້ອງຍໍ​ການ​ປະກອບສ່ວນ​ຂອງທ່ານ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ຕໍ່​ໄຊຊະນະ ດ້ຽນບຽນ​ຝູ. (ພາບໜ້າຈໍ)

ນັກຊ່ຽວຊານການທະຫານສາກົນຫຼາຍຄົນ ຍັງເອີ້ນທ່ານພົນ​ເອກ ຫວໍ​ງວຽນ​ຢາ​ບ ວ່າ “Napoléon ແດງ”, ແຕ່ໜ້າເວບ Prensa Latina ກ່າວວ່າ ການປຽບທຽບນີ້ ບໍ່ເປັນທີ່ພໍໃຈ, ບໍ່ສົມຄວນກັບຖານະຂອງ “ອ້າຍໃຫຍ່” ຂອງກອງທັບປະຊາຊົນຫວຽດນາມ. ບົດ​ຂຽນ​ອະ​ທິ​ບາຍ​ວ່າ Napoleón​ ​ແມ່ນ​ຜູ້​ພິ​ຊິດ, ຍັງພົນ​ເອກ ຫວໍ​ງວຽນ​ຢາ​ບ ແມ່ນ​ຜູ້​ປົດ​ປ່ອຍ. ບັນດາບັ້ນຮົບ​ຕໍ່ຕ້ານ​ຍີ່ປຸ່ນ, ຝຣັ່ງ ​ແລະ​ ອາ​ເມ​ລິ​ກາ​ ທີ່​ນຳພາ​ໂດຍທ່ານ​ພົນ​ເອກ ​ແມ່ນ​ມີຄວາມໝາຍ​ຕັດສິນ​ຕໍ່ເອກະລາດ​ຂອງ​ປະຊາຊົນ​ ອິນ​ດູ​ຈີນ.

ຕາມ​ໜ້າເວບ Prensa Latina ແລ້ວ, ບັ້ນຮົບ ​ດ້ຽນບຽນ​ຝູ ປີ 1954 ​ໄດ້ຈົດຊື່ ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ເຂົ້າໃນປຶ້ມປະຫວັດສາດການທະຫານສະໄໝນັ້ນ. ກອງ​ທັບ​ຫົວເມືອງຂຶ້ນ ຝຣັ່ງ ຖື​ວ່າ ດ້ຽນບຽນ​ຝູ ​ແມ່ນ “ປ້ອມປືນໃຫຍ່ບໍ່ສາມາດແຕະຕ້ອງໄດ້”, ແມ່ນ “ເຄື່ອງ​ຈັກ​ທີ່ບົດ​ທຸກການໂຈມຕີຂອງ ຫວຽດມິງ”.

ແຕ່ເຖິງຢ່າງໃດກໍ່ຕາມ, ແທນ​ໃຫ້ການບຸກ​ໂຈມ​ຕີເຊິ່ງໜ້າ​ໃນ​ໄລຍະ​ສັ້ນ​ ທີ່​ໄດ້​ຮັບ​ໝາກຜົນ​ບໍ່​ແນ່ນອນ, ບັນດາ​ກຳລັງ​ໂດຍ​ທ່ານພົນ​ເອກ ຫວໍ​ງວຽນ​ຢາ​ບ ນຳ​ໜ້າ ໄດ້​ບຸກ​ໂຈມ​ຕີ “ກຸ່ມຖານ​ທີ່​ໝັ້ນ​ທີ່ເຂັ້ມແຂງແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ຢູ່​ ອິນ​ດູ​ຈີນ” ຕາມ​ທິດນຳ​ສູ້​ຮົບ​ໄດ້​ປ່ຽນ​ຈາກ “ສູ້​ຮົບ​ໄວ, ແກ້​ໄຂ​ຢ່າງ​ວ່ອງ​ໄວ ເປັນສູ້​ຮົບທີ່ແນ່ນອນ, ກ້າວ​ໄປຢ່າງແນ່ນອນ”. ພາຍຫຼັງກວ່າ 50 ວັນ ​ແລະ ຄືນ​ແຫ່ງ​ການ​ຕໍ່ສູ້​ຢ່າງ​ກ້າຫານ, ກົນ​ໄກ, ສ້າງສັນ, ກອງທັບ ​ແລະ ປະຊາຊົນ​ຫວຽດນາມ ​ໄດ້​ທຳລາຍ​ເຂດ​ທີ່​ໝັ້ນ ​ດ້ຽນບຽນ​ຝູ ທັງ​ໝົດ.

ບົດ​ຂຽນ​ຕີ​ລາຄາ​ວ່າ ໄຊຊະນະ ດ້ຽນບຽນ​ຝູ ບໍ່​ພຽງ​ແຕ່​ສິ້ນ​ສຸດ​ສົງຄາມ​ຕໍ່ຕ້ານ​ພວກຫົວເມືອງຂຶ້ນ​ທີ່​ແກ່ຍາວ​ເປັນ​ເວລາ 9 ປີ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ພື້ນຖານ​ທາງ​ທິດ​ສະ​ດີ - ຕົວຈິງ​ຢ່າງ​ໝັ້ນຄົງ​ໃຫ້​ແກ່​ບັນດາ​ບັ້ນ​ຮົບ​ທີ່​ຫວຽດນາມ ຕ້ອງ​ປະ​ເຊີນ​ໜ້າ.

​ໃນ​ຂະນະ​ນັ້ນ, ໄຊຊະນະ​ດ້ຽນບຽນ​ຝູ ​ໄດ້​ສະ​ແດງ​ໃຫ້​ເຫັນ​ບັນດາ​ປະ​ເທດ​ຫົວເມືອງຂຶ້ນເຫັນ​ວ່າ, ກອງທັບ​ທີ່​ທຸກ​ຍາກ, ​ໃສ່​ເກີບ​ໜັງ​ທີ່​ລຽບ​ງ່າຍ, ​ໂດຍ​ມາ​ຈາກ​ປະຊາຊົນ​ທີ່​ມີ​ພື້ນຖານ​ເສດຖະກິດ​ກະສິກຳ​ເກືອບ​ຄືວ່າປະຖົມປະຖານທີ່ສຸດ, ກໍສາມາດ​ຕີເອົາ​ຊະນະປະເທດມະຫາ​ອຳນາດ​ທີ່ມີພື້ນຖານອຸດສາຫະກຳ​ສົງຄາມ​ເຕັກ​ໂນ​ໂລ​ຢີສູງໄດ້.

ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ບໍ່​ໄດ້​ຮັບບໍ່ວ່າ​ກຽດຕິຍົດ​ໃດໆ​ໃຫ້​ແກ່​ຕົນ​ເອງ, ​ແຕ່​ໄດ້​ມອບຄວາມ​ສະຫງ່າ​ລາສີ​ໃຫ້​ແກ່​ປະ​ເທດ​ຊາດ. ທ່ານ​ຜູ້​ບັນຊາ​ການໃຫຍ່ຂອງ​ກອງທັບ​ປະຊາຊົນ ​ຫວຽດນາມ​ ເຄີຍ​ອະທິບາຍ​ວ່າ “ພວກ​ຂ້າພະເຈົ້າ ຕ້ອງ​ໃຊ້​ອາວຸດ​ຂະໜາດ​ນ້ອຍ​ຕໍ່ສູ້ກັບອາວຸດ​ໃຫຍ່​, ມີອາວຸດທີ່ຫຼ້າສະໄໝ​ເພື່ອ​ເອົາ​ຊະນະ​ບັນດາ​ອາວຸດ​ທີ່​ທັນ​ສະ​ໄໝ” ​ແລະ ຢືນຢັນ​ວ່າ “ປັດ​ໄຈ​ມະນຸດ​ຕັດສິນໄຊຊະນະ”.

Prensa Latina ໄດ້ສະຫລຸບວ່າ ນັ້ນແມ່ນວິຖີຊີວິດທີ່ລຽບງ່າຍ ແລະ ອຸທິດຕົນຂອງຜູ້ບັນຊາການທະຫານທີ່ເກັ່ງກ້າສາມາດ, ວິລະຊົນແຫ່ງຊາດ ຫວູງວຽນຢາບ ເຊິ່ງໄດ້ສົ່ງແຮງບັນດານໃຈໃຫ້ທະຫານ ຫວຽດນາມ ຫຼາຍຄົນ.

ມິງດຶກ

ເຫດການ