ທ່ານເອກອັກຄະລັດຖະທູດ Bezdetko Gennady: ການພົວພັນ​ຕ່າງປະເທດປະຊາຊົນມີຄວາມສໍາຄັນເປັນພິເສດໃນການພົວພັນສອງປະເທດລັດເຊຍ - ຫວຽດນາມ

06:30 | 27/11/2021

ຍສໝ - ເອກອັກຄະ​ລັດຖະທູດວິສາມັນຜູ້ມີ​ອຳນາດເຕັມ​ແຫ່ງ​ສະຫະລັດ​ລັດ​ເຊຍ ປະຈຳ​ຫວຽດນາມ, ທ່ານ Bezdetko Gennady ​ໄດ້ເນັ້ນໜັກຄືແນວນັ້ນ ເມື່ອໃຫ້ການຕອບສຳພາດ​ຕໍ່​ວາລະສານຍຸກສະໄໝກ່ຽວກັບບົດບາດ ​ແລະ ທີ່​ຕັ້ງ​ຂອງ​ການ​ຕ່າງປະເທດປະຊາຊົນ​ໃນ​ການ​ພົວພັນ​ຫວຽດນາມ - ລັດ​ເຊຍ...

ມອບຫຼຽນກາລະນຶກ ມອບຫຼຽນກາລະນຶກ "ເພື່ອສັນຕິພາບ ແລະມິດຕະພາບລະຫວ່າງບັນ​ດ​າ​ຊາ​ດ" ໃຫ້ແກ່ ທ່ານເອກອັກຄະລັດຖະທູດ Kari Kahiluoto
ການພົວພັນ ລະຫວ່າງສອງປະເທດ ຫວຽດນາມ - ໂຊວຽດ/ສະຫະພັນລັດເຊຍ: ການພົວພັນ ລະຫວ່າງສອງປະເທດ ສືບຕໍ່ພັດທະນາຢ່າງແຮງ ການພົວພັນ ລະຫວ່າງສອງປະເທດ ຫວຽດນາມ - ໂຊວຽດ/ສະຫະພັນລັດເຊຍ: ການພົວພັນ ລະຫວ່າງສອງປະເທດ ສືບຕໍ່ພັດທະນາຢ່າງແຮງ

ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ ທ່ານ​ປະທານາທິບໍດີ ສະຫະພັນ ສະວິດ Guy Parmelin ​ແລະ ທ່ານ​ປະທານາທິບໍດີ​ສະຫະພັນ ​ລັດເຊຍ Vladimir Putin, ທ່ານ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄປ​ຢ້ຽມຢາມ​ສະຫະພັນ ​ສະວິດ ​ແລະ ສະຫະພັນ ​ລັດ​ເຊຍ ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 25 ພະຈິກ - 2 ທັນວາ 2021.

ທ່ານເອກອັກຄະລັດຖະທູດ Bezdetko Gennady: ການພົວພັນ​ຕ່າງປະເທດປະຊາຊົນມີຄວາມສໍາຄັນເປັນພິເສດໃນການພົວພັນສອງປະເທດລັດເຊຍ - ຫວຽດນາມ
ທ່ານເອກອັກຄະລັດຖະທູດ Bezdetko Gennady

ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ Bezdetko Gennady ໄດ້ໃຫ້ການຕອບສໍາພາດຕໍ່ວາລະສານ ຍຸກສະໄໝ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ໄດ້ເນັ້ນ​ໜັກ​ວ່າ: “ການພົວພັນ​​ຕ່າງປະເທດປະຊາຊົນມີຄວາມສໍາຄັນເປັນພິເສດໃນການພົວພັນສອງປະເທດລັດເຊຍ - ຫວຽດນາມ. ນັບ​ແຕ່​ເວລາສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ, ມີ​ພົນ​ລະ​ເມືອງ​ຫວຽດ​ນາມ​ຫລາຍ​ຄົນ​ໄດ້​ໄປ​ເຮັດ​ວຽກ ແລະ ຮ່ຳ​ຮຽນ​ຢູ່​ປະ​ເທດ​ພວກຂ້າພະເຈົ້າ.

ເນື່ອງຈາກ​ມີ​ຄວາມ​ຮູ້ ​ແລະ ປະສົບ​ການ​ທີ່​ໄດ້ຮ່ຳຮຽນ​ຢູ່​ມະຫາວິທະຍາ​ໄລ ​ໂຊ​ວຽດ ​ແລະ ລັດ​ເຊຍ, ມີຫຼາຍ​ຄົນ​ໄດ້ປະສົບ​ຜົນສຳ​ເລັດ​ດີ​ເດັ່ນ​ໃນ​ດ້ານ​ຕ່າງໆ ​ແລະ ສືບ​ຕໍ່​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ ຫວຽດນາມ. ​ເຂົາ​ເຈົ້າ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ລວມຂອງ​ພວກ​ເຮົາ, ​ເປັນ​ຂົວ​ຕໍ່ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງປະເທດ ລັດ​ເຊຍ ​ແລະ ຫວຽດນາມ ຈາກລຸ້ນຄົນນີ້ສູ່ລຸ້ນຄົນຕໍ່ໆໄປ”.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ໃຫ້ຮູ້ວ່າ ອົງການ​ສະ​ຫະພັນກ່ຽວກັບ ປະຊາຄົມບັນດາປະເທດ ເອກະລາດ, ພໍ່ແມ່ພີ່ນ້ອງ​​ທີ່ອາ​ໄສ​ຢູ່​ຕ່າງ​ປະ​ເທດ ​ແລະ​ ການ​ຮ່ວມ​ມື​ດ້ານ​ມະ​ນຸດ​ສະ​ທຳ​ສາ​ກົນ ໄດ້​ດຳ​ເນີນ​ງານ​ພາຍ​ໃຕ້​ການ​ໜູນ​ຊ່ວຍ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ.

ສຳນັກງານ​ຜູ້ຕາງໜ້າ​ຂອງ​ອົງການ​ນີ້​ຢູ່​ຫວຽດນາມ ​ໄດ້​ເອີ້ນຊື່ວ່າ ສູນ​ວິທະຍາສາດ ​ແລະ ວັດທະນະທຳ ລັດ​ເຊຍ, ປະຈຸ​ບັນ​ພວມດໍາເນີນງານໂດຍກົງ​ກັບ​ບັນດາ​ກະຊວງ, ອົງການ​ທີ່​ກ່ຽວຂ້ອງ​ພ້ອມ​ກັບ​ບັນດາ​ອົງການ ແລະ ບັນດານັກ​ເຄື່ອນ​ໄຫວ​ສັງຄົມ, ເຊິ່ງນໍາມາການປະກອບສ່ວນ​ຢ່າງ​ໃຫຍ່ຫຼວງເຂົ້າ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ ລັດ​ເຊຍ - ຫວຽດນາມ ໃນດ້ານ​ມະນຸດສະທຳ ​ແລະ ປັບປຸງ​ການ​ພົວພັນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ. ສະຫະພັນ​ລັດ​ເຊຍ ຄາດວ່າຈະສືບ​ຕໍ່​ໃຫ້ຄວາມເອົາ​ໃຈ​ໃສ່​ທີ່​ສຸດ​ໃຫ້​ແກ່​ການ​ພັດທະນາ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຳຄັນ​ນີ້.

ທ່ານ​ເອກ​ອັກຄະລັດຖະທູດ Bezdetko Gennady ຢືນຢັນວ່າ: “ຄູ່​ຮ່ວມ​ມື​ຕົ້ນຕໍ​ຂອງ​ພວກຂ້າພະເຈົ້າ​ແມ່ນ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ. ດ້ວຍຄະນະການນຳ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ພວກ​ຂ້າພະ​ເຈົ້າ​ໄດ້​ສ້າງ​ຕັ້ງ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ທຸກ​ບັນຫາ, ​ໃນ​ນັ້ນ​ມີ​ການຈັດ​ຕັ້ງ ​ແລະ ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວຮ່ວມກັນ​ສະ​ເຫຼີ​ມສະຫຼອງ​ບັນດາວັນພັກໃນ​ປະຫວັດສາດ​ຂອງ​ລັດ​ເຊຍ, ຫວຽດນາມ ​ແລະ ການ​ພົວພັນ​ສອງ​ຝ່າຍ​ລະຫວ່າງ​ພວກ​ເຮົາ”.

ກ່ຽວ​ກັບ​ເນື້ອ​ໃນ​ຕົ້ນຕໍ​ຂອງ​ການ​ຢ້ຽມຢາມ​ລັດ​ເຊຍ​ໃນຄັ້ງ​ນີ້ຂອງ ທ່ານ​ປະທານປະເທດ​ ຫງວຽນ​ຊວນ​ຟຸກ, ທ່ານ ເອກ​ອັກຄະລັດຖະທູດ ຖືວ່າ, ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ເຫດການ​ສຳຄັນໃນໂຄງການດຳເນີນງານ​ຂອງ​ສອງ​ປະ​ເທດ​ໃນ​ປີ​ນີ້, ຄາດ​ວ່າ​ຈະ​ນຳ​ມາ​ເຊິ່ງການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ລັດ​ເຊຍ ​ໃນ​ຫຼາຍ​ຂົງ​ເຂດ, ຮັບປະກັນ​ການ​ສືບ​ຕໍ່​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ຜ່ານ​ການ​ຢ້ຽມຢາມ, ຫວຽດນາມ ​ແລະ ສະຫະພັນ ​ລັດ​ເຊຍ ຈະ​ດຳ​ເນີນ​ການ​ແລກປ່ຽນ​ຢ່າງ​ລະອຽດ​ກ່ຽວ​ກັບ​ການ​ສືບ​ຕໍ່​ການເພີ່ມ​ທະວີ ​ແລະ ປະຕິບັດໂຄງ​ປະກອບ​ການ​ຄ້າ​ລະຫວ່າງ 2 ປະ​ເທດໃຫ້ສົມບູນ​ແບບ​, ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ດັ້ງ​ເດີມ ​ແລະ ​ບັນດາຂົງເຂດທີ່ມີແງ່​ຫວັງ, ​ລວມມີ: ການ​ສະໜອງ ​ແລະ ນຳ​ໃຊ້​ອາຍ​ແກັສ​ແຫຼວ (LNG). ການປະກອບລົດໃຫຍ່, ໄຟຟ້າ, ການທະນາຄານແລະການເງິນ.

ພິ​ເສດ, ສະຫະພັນ ​ລັດ​ເຊຍ ມີ​ຄວາມ​ສົນ​ໃຈ​ໃນການເປີດກວ້າງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະຫງົບ, ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ບັນດາທະຫານ​ຫວຽດນາມ ຢູ່​ບັນດາ​ມະຫາວິທະຍາ​ໄລ​ວິຊາ​ສະ​ເພາະ​ຂອງ​ລັດ​ເຊຍ.

ທ່ານ​ເອກ​ອັກຄະ​ລັດຖະທູດ ​ເນັ້ນ​ໜັກ​ວ່າ ຫວຽດນາມ - ລັດ​ເຊຍ ຈະສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂົງ​ເຂດ​ການສຶກສາ ​ແລະ ບຳລຸງ​ສ້າງ​ບຸກຄະລາ​ກອນ, ພ້ອມ​ກັນ​ນັ້ນ ກໍ່​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ສ້າງ​ຕັ້ງບັນດາ​ການ​ພົບ​ປະ​ແລກປ່ຽນກັບມະຫາຊົນ, ບັນດາ​ອົງການ​ຊາວ​ໜຸ່ມ​ຂອງ 2 ປະ​ເທດ.

ໜຶ່ງ​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ອັນຈຳເປັນ ແລະ ​ຮີບ​ດ່ວນ​ແມ່ນ​ການ​ຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ຫຼຸດຜ່ອນ​ຜົນ​ສະທ້ອນທາງລົບ​ຕໍ່​ສຸຂະພາບ​ຂອງ​ປະຊາຊົນ​ສອງ​ປະ​ເທດ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ລັດ​ເຊຍ ຢືນຢັນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ການ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19, ພ້ອມ​ກັບ​ການ​ຄົ້ນ​ຄ້ວາ, ຜະລິດ​ວັກຊີນ, ຢາປົວພະຍາດ ແລະ​ ແບ່ງປັນ​ບົດຮຽນ​ໃນ​ການ​ປ້ອງ​ກັນ​ພະຍາດ.

ທ່ານ​ເອກ​ອັກຄະ​ລັດຖະທູດ Bezdetko Gennady ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຈະ​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ ​ແລະ ຈະ​ກາຍ​ເປັນ​ອີກ​ບາດກ້າວ​ທີ່​ສຳຄັນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ ລັດ​ເຊຍ - ຫວຽດນາມ.

ຄາດ​ວ່າ, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ແລະ ທ່ານ​ປະທານາທິບໍດີ Vladimir Putin ຈະມີການແລກປ່ຽນ​ບັນດາ​ທິດ​ທາງໃຫຍ່ທີ່ມີລັກສະນະ​ຍຸດ​ທະ​ສາດ​ສຳຄັນ, ພ້ອມ​ກັນ​ນັ້ນ ​ກໍ່ແກ້ໄຂບັນດາຂໍ້ຄົງຄ້າງ, ຕິດຄັດ ​ເພື່ອ​ສ້າງ​ບາດກ້າວ​ບຸກທະລຸ​ໃໝ່​ໃນ​ການ​ພົວພັນ ຫວຽດນາມ - ສະຫະພັນ ລັດເຊຍ.

ໄຊພອນ

ເຫດການ
302 Found

Found

The document has moved here.