ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບເອກອັກຄະລັດຖະທູດສ.ເກົາຫຼີ ແລະ ອິນເດຍ

06:30 | 30/11/2021

ຕອນບ່າຍວັນທີ 29 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດສ.ເກົາຫຼີ ແລະ ອິນເດຍ ປະຈຳ ຫວຽດນາມ.

ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ອວຍພອນວັນຊາດ ສ.ລັດເວຍ ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ອວຍພອນວັນຊາດ ສ.ລັດເວຍ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະ, ສະແດງຄວາມຮູ້ບຸນຄຸນບັນດາຄູອາຈານຢູ່ມະຫາວິທະຍາໄລແພດສາດຮ່າໂນ້ຍ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະ, ສະແດງຄວາມຮູ້ບຸນຄຸນບັນດາຄູອາຈານຢູ່ມະຫາວິທະຍາໄລແພດສາດຮ່າໂນ້ຍ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບເອກອັກຄະລັດຖະທູດສ.ເກົາຫຼີ ແລະ ອິນເດຍ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຕ້ອນຮັບທ່ານເອກອັກຄະລັດຖະທູດສ.ເກົາຫຼີ ປະຈຳ ຫວຽດນາມ Park Noh Wan. (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດສ.ເກົາຫຼີ ປະຈຳ ຫວຽດນາມ Park Noh Wan ໃຫ້ຮູ້ວ່່າ ບັນດາວິສາຫະກິດສ.ເກົາຫຼີ ປາດຖະໜາຢາກໄດ້ຮັບການສ້າງເງື່ອນໄຂສະດວກກວ່າໃນການໄປມາ ເພື່ອສາມາດລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ; ທ່ານສະເໜີໃຫ້ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະໜັບສະໜູນລັດຖະບານ 2 ປະເທດສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸ 150 ຕື້ USD ໃນປີ 2030. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່່າ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີ ຍັງມີຄວາມສາມາດບົມຊ້ອນຫຼາຍຢ່າງເພື່ອຍົກຂຶ້ນສູ່ລະດັບສູງໃໝ່; ທ່ານປະທານສະພາແຫ່ງຊາດໃຫ້ຮູ້ວ່າ ຫວຽດນາມ ຈະເປີດສາຍການບິນສາກົນຕິດພ້ອມເງື່ອນໄຂກ່ຽວກັບປາດສະປໍກ່ຽວກັບສຸຂະພາບ.

ຕອນບ່າຍວັນດຽວກັນ, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ Pranay Verma, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ ການພົວພັນດ້ານເສດຖະກິດ, ການຄ້າລະຫວ່າງ 2 ປະເທດບັນລຸໄດ້ຜົນງານຕັ້ງໜ້າຫຼາຍຢ່າງ, ການນຳ 2 ປະເທດໄດ້ວາງອອກເປົ້າໝາຍນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸ 15 ຕື້ USD ໃນໄລຍະໄວທີ່ສຸດ.

vovworld.vn

ເຫດການ
302 Found

Found

The document has moved here.