ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ສະພາ​ສັນຕິພາບ​ໂລກ ສືບ​ຕໍ່​ຮ່ວມ​ມື​ເພື່ອ​ສັນຕິພາບ

16:53 | 09/05/2024

ຍສໝ - ຕອນ​ບ່າຍ​ວັນ​ທີ 8 ພຶດສະພາ ຢູ່​ຮ່າ​ໂນ້ຍ, ທ່ານ ຫງວຽນ​ງອກ​ຮຸ່ງ, ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Pallab Sengupta ປະທານ​ສະພາ​ສັນຕິພາບ​ໂລກ, ປະທານສະພາສັນຕິພາບໂລກ, ເລຂາທິການອົງການສາມັກຄີທົ່ວປວງຊົນ ອິນເດຍ (AIPSP).

ຊຸກຍູ້ການ​ເຊື່ອມ​ໂຍງ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​​ແຂວງ ຫາຍ​ຟ່ອງ ກັບ​ບັນດາ​ຄູ່​ຮ່ວມ​ມື​ ສິງກະ​ໂປ ຊຸກຍູ້ການ​ເຊື່ອມ​ໂຍງ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​​ແຂວງ ຫາຍ​ຟ່ອງ ກັບ​ບັນດາ​ຄູ່​ຮ່ວມ​ມື​ ສິງກະ​ໂປ
ນາຍທະຫານ ຫວຽດນາມ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ  ຕື່ມອີກ 3 ຄົນ ນາຍທະຫານ ຫວຽດນາມ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ ຕື່ມອີກ 3 ຄົນ

ທີ່​ການ​ພົບ​ປະ, ທ່ານ ຫງວຽນ​ຫງອກ​ຮຸ່ງ ​ໄດ້​ແບ່ງປັນ​ບັນດາ​ຂໍ້​ມູນ​ກ່ຽວ​ກັບ​ການ​ທູດ​ຫວຽດນາມ ຮອບດ້ານ ​ແລະ ທັນ​ສະ​ໄໝ ດ້ວຍ 3 ​ເສົາ​ຄ້ຳ​ຄື: ການ​ທູດ​ຂອງ​ພັກ, ການ​ທູດ​ແຫ່ງ​ລັດ, ການ​ທູດ​ປະຊາຊົນ​ກັບ​ປະຊາຊົນ.ຫງວຽນ​ງອກ​ຮຸ່ງ, ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ຂອບ​ໃຈ​ສະພາ​ສັນຕິພາບ​ໂລກ​ທີ່​ໄດ້​ໃຫ້ການ​ສະໜັບສະໜູນ​ຫວຽດນາມ ​ໃນ​ຂະ​ບວນການ​ຕໍ່ສູ້​ປົດ​ປ່ອຍ​ຊາດ ​ແລະ ພັດທະນາ​ປະ​ເທດ​ຊາດ. ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ, ຫວຽດ​ນາມ ຫວັງ​ວ່າ​ຈະ​ສືບ​ຕໍ່​ໄດ້​ຮັບ​ສະ​ມາ​ຊິກ​ສະ​ພາ​ສັນ​ຕິ​ພາບ​ໂລກ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ສະພາ​ສັນຕິພາບ​ໂລກ ສືບ​ຕໍ່​ຮ່ວມ​ມື​ເພື່ອ​ສັນຕິພາບ

ທ່ານຮອງປະທານ VUFO ຫງວຽນງອກຮຸ່ງ ຕ້ອນຮັບທ່ານປະທານສະພາສັນຕິພາບໂລກ Pallab Sengupta.

ນະທີ່ນີ້, ທ່ານ ຫງວຽນງອກຮຸ່ງ ໄດ້ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງສະພາສັນຕິພາບໂລກໃນການຜັນຂະຫຍາຍບັນດາໂຄງການອັນແທດຈິງ ແນໃສ່ຊຸກຍູ້ການສ້າງສັນຕິພາບ ແລະ ຄວາມສາມັກຄີສາກົນ; ພ້ອມທັງປາດຖະໜາວ່າ ທ່ານປະທານ Pallab Sengupta ແລະ ບັນດາສະມາຊິກສະພາສັນຕິພາບໂລກ ຈະສືບຕໍ່ສະໜັບສະໜູນ VUFO ໃນການເຄື່ອນໄຫວຊຸກຍູ້ສັນຕິພາບ, ມິດຕະພາບ. ສ່ວນທ່ານປະທານສະພາສັນຕິພາບໂລກ Pallab Sengupta ຢັ້ງຢືນວ່າ ນ້ຳໃຈພິລະອາດຫານຂອງປະຊາຊົນ ຫວຽດນາມ ໃນບັ້ນຕໍ່ສູ້ເພື່ອຄວາມເປັນທຳແນໃສ່ຍາດເອົາເອກະລາດຂອງຊາດນັ້ນ ໄດ້ສ້າງແຫຼ່ງບັນດານໃຈໃຫ້ແກ່ປະຊາຊົນຜູ້ຮັກຫອມສັນຕິພາບໃນທົ່ວໂລກ, ໃນນັ້ນ ມີອິນເດຍ.

ສອງຝ່າຍກໍແລກປ່ຽນກ່ຽວກັບບາງກິດຈະກຳຮ່ວມມືລະອຽດໃນໄລຍະຈະມາເຖິງລະຫວ່າງ VUFO ແລະ ສະພາສັນຕິພາບໂລກ, ພິເສດແມ່ນໃນປີໜ້າ, ຄາດວ່າ ຫວຽດນາມ ຈະຈັດຫຼາຍເຫດການສຳຄັນ, ໃນນັ້ນ ມີບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຢ່າງສົມບູນ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ (30/04/1975 – 30/04/2025).

ຄຳຮຸ່ງ

ເຫດການ