ເພີ່ມທະວີການຮ່ວມມືພັດທະນາເສດຖະກິດສີຂຽວ, ຫັນເປັນດິຈິຕອນ ແລະ ເຜີຍແຜ່ວັດທະນະທຳ, ພາສາລັດເຊຍ - ຫວຽດນາມ

10:06 | 02/12/2021

ຍສໝ - ວັນທີ 01 ທັນວາ, ໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການຂອງ ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ, ທີ່ສຳນັກງານຂອງສະມາຄົມປະຊາຊົນ ອາຊີ - ເອີລົບ (ສະມາຄົມ), ທ່ານ ນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ມີການເຮັດວຽກກັບການນຳຂອງສະມາຄົມ.

ກວາງບິ່ງ-ຄຳມ່ວນ: ແບບຢ່າງມິດຕະພາບຫວຽດນາມ-ລາວ ກວາງບິ່ງ-ຄຳມ່ວນ: ແບບຢ່າງມິດຕະພາບຫວຽດນາມ-ລາວ
ສາຍການບິນ ຫວຽດນາມ ມີຖ້ຽວບິນປົກກະຕິໄປຍັງ ອາເມລິກາ ຖ້ຽວທຳອິດ ສາຍການບິນ ຫວຽດນາມ ມີຖ້ຽວບິນປົກກະຕິໄປຍັງ ອາເມລິກາ ຖ້ຽວທຳອິດ
undefined
ທ່ານ ນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ມີການເຮັດວຽກກັບການນຳຂອງສະມາຄົມ ອາຊີ - ເອຮົບ.

ທ່ານ Andrey Belyaninov ປະທານສະມາຄົມ ໄດ້ສະແດງຄວາມຂອບໃຈ VUFO ແລະ ບັນດາອົງການຈັດຕັ້ງຢູ່ ຫວຽດນາມ ທີ່ໄດ້ໃຫ້ການໜູນຊ່ວຍ ແລະ ຕັ້ງໜ້າເຂົ້າຮ່ວມບັນດາເຫດການໂດຍສະມາຄົມຈັດຕັ້ງໃນໄລຍະຜ່ານມາຄື: ການປຶກສາຫາລືເອກະລາດຢູ່ນອກກອງປະຊຸມສຸດຍອດກ່ຽວກັບການສ້າງລະບົບສະບຽງອາຫານແບບຍືນຍົງ 2021 ຂອງສະຫະປະຊາຊາດ ດ້ວຍຫົວຂໍ້ “ເສັ້ນທາງທີ່ແຕກຕ່າງກັນ ແຕ່ມີເປົ້າໝາຍເປັນເອກະພາບ”.

ບັນດາການນຳຂອງສະມາຄົມກໍ່ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ VUFO ແລະ ບັນດາອົງການຈັດຕັ້ງປະຊາຊົນຂອງຫວຽດນາມກວ່າອີກ ເພື່ອແນໃສ່ຊຸກຍູ້ຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນລະຫວ່າງປະຊາຊົນຫວຽດນາມ ກັບບັນດາຊາດ ອາຊີ - ເອຮົບ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມ, ເພື່ອປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ.

ທ່ານນາງ ຫງວຽນເຟືອງງາ ປະທານ VUFO ກໍ່ສະແດງຄວາມຂອບອົກຂອບໃຈສະມາຄົມທີ່ໄດ້ໃຫ້ຄວາມເອົາໃຈໃສ່ການພັດທະນາການຮ່ວມມືກັບ VUFO. ພ້ອມກັນນັ້ນ ກໍ່ເຫັນດີກັບເພື່ອນມິດວ່າ ຕ້ອງເພີ່ມທະວີການແລກປ່ຽນປະຊາຊົນ ແລະ ການຮ່ວມມືລະຫວ່າງສະມາຄົມ ແລະ VUFO ກ່ວາອີກ. 2 ຝ່າຍກໍ່ເຫັນດີເພີ່ມທະວີການຮ່ວມມື, ຈັດຕັ້ງກອງປະຊຸມ, ກອງປະຊຸມສຳມະນາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈໃນບັນດາຫົວເລື່ອງຄື ການພັດທະນາເສດຖະກິດຂຽວ, ການຫັນເປັນດິຈິຕອນ, ການທ່ອງທ່ຽວໃນຫຼາຍຮູບການທີ່ຕ່າງກັນ, ເຜີຍແຜ່ວັດທະນະທຳ, ພາສາລັດເຊຍ - ຫວຽດນາມ ຢູ່ 2 ປະເທດ.

undefined
ທ່ານປະທານສະມາຄົມ Belyaninov ໄດ້ມອບຫຼຽນກາທີ່ລະນືກ "ພວກຂ້າພະເຈົ້າເວົ້າຄໍາຂອບໃຈ" ໃຫ້ແກ່ທ່ານນາງ ປະທານ VUFO ຫງວຽນເຟືອງງາ.

ກໍ່ທີ່ສໍານັກງານຂອງສະມາຄົມ, ທ່ານປະທານສະມາຄົມ Belyaninov ໄດ້ມອບຫຼຽນກາທີ່ລະນືກ "ພວກຂ້າພະເຈົ້າເວົ້າຄໍາຂອບໃຈ" ໃຫ້ແກ່ທ່ານນາງ ປະທານ VUFO ຫງວຽນເຟືອງງາ ສໍາລັບການປະກອບສ່ວນເຂົ້າໃນການເພີ່ມທະວີນຳ້ໃຈມິດຕະພາບລະຫວ່າງປະຊາຊົນບັນດາຊາດ ອາຊີ - ເອີຣົບ ແລະ ບັນດາຂໍ້ລິເລີ່ມເພື່ອສັນຕິພາບໃນພາກພື້ນ.

ໄຊພອນ

ເຫດການ
302 Found

Found

The document has moved here.