ທ່ານລັດຖະມົນຕີ Koichi Haguida: ຍີ່ປຸ່ນ ຍາມໃດກໍ່ຖືວ່າ ຫວຽດນາມ ແມ່ນຄູ່ຮ່ວມມືແຖວໜ້າ ໃນອາຊີ

15:35 | 30/11/2021

ຍສໝ - ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຢ່າງ​ເປັນ​ທາງ​ການ ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິງ, ຕອນ​ເຊົ້າ​ວັນ​ທີ 25 ພະຈິກ, ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫງວຽນ​ຮົ່ງ​ຢ່ຽນ ໄດ້ມີ​ການ​ພົບ​ປະ​ກັບ​ທ່ານລັດຖະມົນຕີ​ກະຊວງ​ເສດຖະກິດ, ການ​ຄ້າ ​ແລະ ອຸດສາຫະກຳ ຍີ່ປຸ່ນ Koichi Haguida.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ
ທ່ານລັດຖະມົນຕີ ໂຕເລີມ ມີການເຈລະຈາ ກັບ ລັດຖະມົນຕີກະຊວງພາຍໃນອັງກິດ ທ່ານລັດຖະມົນຕີ ໂຕເລີມ ມີການເຈລະຈາ ກັບ ລັດຖະມົນຕີກະຊວງພາຍໃນອັງກິດ

ທີ່​ການ​ພົບ​ປະ, ທ່ານ​ລັດຖະມົນຕີ ຫງວຽນ​ຮົ່ງ​ຢ່ຽນ ​ໄດ້​ຕີ​ລາຄາ​ສູງ​ວ່າ ເລື່ອງວົງ​ເງິນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ ​ໄດ້​ເພີ່ມ​ຂຶ້ນຄືນ, ດ້ວຍ​ລະດັບ​ເຕີບ​ໂຕ 6,4% ​ໃນ 10 ​ເດືອນ​ຕົ້ນ​ປີ 2021 ​ເມື່ອ​ທຽບ​ໃສ່ລະດັບ​ຫຼຸດ​ລົງ​ເກືອບ 1% ຂອງ​ປີ 2020; ດຸ່ນ​ການ​ຄ້າ​ລະຫວ່າງ​ຫວຽດນາມ - ຍີ່​ປຸ່ນ ຍັງ​ຄົງ​ຮັກສາ​ໄດ້​ຢ່າງ​ສົມດຸນ, ດ້ວຍຫຼາຍ​​ຜະລິດ​ຕະພັນ​ທີ່​ມີລັກສະນະເພີ່ມເຕີມຊຶ່ງກັນແລະກັນ. ​ເພື່ອ​ສືບ​ຕໍ່​ຮັກສາ​ຄວາມ​ດຸ່ນການ​ຄ້າ, ທ່ານ​ລັດຖະມົນຕີ ຫງວຽນ​ຮົ່ງ​ຢ່ຽນ ສະເໜີ ທ່ານ​ລັດຖະມົນຕີ Hagiuda ​ເອົາ​ໃຈ​ໃສ່ ​ແລະ ໜູນ​ຊ່ວຍ​ການ​ເຊື່ອມຕໍ່ ​ເພື່ອ​ໃຫ້​ສິນຄ້າ​ຫວຽດນາມ ​ເຂົ້າ​ຮ່ວມ​ໃນ​ລະບົບ​ການ​ຈຳໜ່າຍ​ຢູ່ ຍີ່​ປຸ່ນ ຫຼາຍ​ກວ່າ​ອີກ, ກໍ່​ຄື​ ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຫວຽດນາມ ມີສ່ວນຮ່ວມຢ່າງເລິກເຊິ່ງໃນຕ່ອງໂສ້ການສະໜອງຂອງວິສາຫະກິດຍີ່ປຸ່ນ.

ທ່ານລັດຖະມົນຕີ Koichi Haguida: ຍີ່ປຸ່ນ ຍາມໃດກໍ່ຖືວ່າ ຫວຽດນາມ ແມ່ນຄູ່ຮ່ວມມືແຖວໜ້າ ໃນອາຊີ
ພາບປະກອບ: TTXVN

ທ່ານ​ລັດຖະມົນຕີ Haguida ຢືນຢັນ​ວ່າ ລັດຖະບານ ​ແລະ ກະຊວງ​ເສດຖະກິດ, ອຸດສາຫະກຳ ​ແລະ ການ​ຄ້າ ຍີ່ປຸ່ນ ພ້ອມ​ກັບ​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ຍາມ​ໃດ​ກໍ່​ຖື ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ແຖວ​ໜ້າ​ຢູ່ ອາຊີ ​ແລະ ​ໃນ​ໂລກ. ທ່ານ​ລັດຖະມົນຕີ Haguida ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ຂະ​ແໜງ​ການ​ຜະລິດ​ລົດຍົນ, ​ໄດ້​ປະສົບ​ກັບ​ຜົນ​ສະທ້ອນຫຍໍ້ທໍ້ ຍ້ອນ​ການ​ແຜ່​ລະບາດ​ຂອງ​ພະຍາດ ​ໂຄ​ວິດ-19. ທ່ານ​ລັດຖະມົນຕີ Haguida ປາດ​ຖະໜາ​ວ່າ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າຫວຽດນາມ ຈະສືບ​ຕໍ່​ສົມທົບ ​ແລະ ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ ຍີ່​ປຸ່ນ ລົງທຶນ​ເຂົ້າ ຫວຽດນາມ ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ຮັບປະກັນ​ການຮັກສາ​ຕ່ອງ​ໂສ້​ການ​ສະໜອງ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດ​ຢ່າງ​ດີ​ທີ່​ສຸດ​ໃນ​ສະພາບ​ການທີ່ຍັງສັບສົນຂອງໂລກ​ລະບາດ​ໂຄ​ວິດ-19.

ກ່ຽວ​ກັບ​ການ​ຫັນປ່ຽນ​ດ້ານ​ພະລັງງານ, ທ່ານ​ລັດຖະມົນຕີ ຫງວຽນ​ຮົ່ງ​ຢ່ຽນ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ປະຕິບັດ​ການ​ຫັນປ່ຽນ​ພະລັງງານແນໃສ່ເຮັດໃຫ້ກາກ​ບອນຢູ່ລະດັບກາງ​ ຮອດ​ປີ 2050. ນີ້​ກໍ່​ແມ່ນ​ເນື້ອ​ໃນ​ສຳຄັນ ​ໃນ​ການ​ພົບ​ປະ​ລະຫວ່າງ​ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິງ ​ແລະ ນາຍົກລັດຖະມົນຕີຍີ່ປຸ່ນ Kishida Fumio ​ໃນ​ວັນ​ທີ 24 ພະຈິກ​ນີ້. ນອກຈາກນັ້ນ, ຍີ່ປຸ່ນ ຍັງເປັນຜູ້ນໍາ ໃນຂະບວນການຫັນປ່ຽນພະລັງງານຢູ່ອາຊີ ດ້ວຍຂໍ້ລິເລີ່ມການຫັນປ່ຽນພະລັງງານຂອງອາຊີ, ໃຫ້ຄໍາໝັ້ນສັນຍາໜູນຊ່ວຍ 10 ຕື້ USD ໃຫ້ແກ່ບັນດາປະເທດອາຊຽນ ເພື່ອບັນລຸເປົ້າໝາຍທີ່ເຮັດໃຫ້ກາກ​ບອນຢູ່ລະດັບກາງ​. ສະ​ນັ້ນ, ທ່ານ​ລັດຖະມົນຕີ ຫງວຽນ​ຮົ່ງ​ຢ່ຽນ ​ໄດ້​ສະ​ເໜີ​ໃຫ້ 2 ຝ່າຍ​ປຶກສາ​ຫາລື​ຢ່າງ​ລະອຽດ ​ເພື່ອ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ ເພື່ອ​ຫັນການ​ໜູນ​ຊ່ວຍ​ຂອງ​ຍີ່ປຸ່ນ​ໃຫ້​ແກ່​ການ​ຫັນປ່ຽນ​ພະລັງງານ​ຂອງຫວຽດນາມໃຫ້ເປັນອັນລະອຽດ.

ກ່ຽວ​ກັບ​ການ​ພັດທະນາ​ອຸດສາຫະກຳ ​ແລະ ​ເສດຖະກິດ​ດີ​ຈີ​ຕອນ, ທ່ານ​ລັດຖະມົນຕີ ຫງວຽນ​ຮົ່ງ​ຢ່ຽນ ​ໃຫ້​ຮູ້​ວ່າ: ຫວຽດນາມ ພວມ​ປະຕິບັດ​ຍຸດ​ທະ​ສາດ​ຫັນ​ເປັນ​ດີ​ຈີ​ຕອນ ​ແລະ ສຸມ​ໃສ່​ພັດທະນາ​ບັນດາ​ພື້ນຖານ​ໂຄງ​ລ່າງ ​ແລະ ອຸດສາຫະກຳ​ໜູນ​ຊ່ວຍ. ຫວຽດນາມ ຖື​ວ່າ: ຍີ່ປຸ່ນ ​ແມ່ນ​ປະ​ເທດ​ພັດທະນາ​ແຖວໜ້າ, ມີ​ປະສົບ​ການ​ຫຼາຍ​ດ້ານ​ໃນ​ບັນດາ​ຂົງ​ເຂດ​ດັ່ງກ່າວ. ທ່ານ​ລັດຖະມົນຕີ ​ສະ​ເໜີ​ໃຫ້ ຍີ່ປຸ່ນ ​ສະຫງວນບັນດາບ້ວງ​ໜູນ​ຊ່ວຍ ODA ​ໃໝ່​ໃຫ້​ແກ່ ຫວຽດນາມ ຕື່ມອີກ ​ເພື່ອ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ​ດີ​ຈີ​ຕອນ​ທັງ​ດ້ານ​ຮາດ​ແວ ​ແລະ ຊອບ​ແວ, ໜູນ​ຊ່ວຍ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ​ແລະ ອຸດສາຫະກຳ​ໜູນ​ຊ່ວຍ​ຂອງ​ຫວຽດນາມ.

ທ່ານ​ລັດຖະມົນຕີ Haguida ​ໄດ້​ເຫັນ​ດີ​ກັບ​ຂໍ້​ສະ​ເໜີ​ຂອງ​ທ່ານ​ລັດຖະມົນຕີ ຫງວຽນ​ຮົ່ງ​ຢ່ຽນ ​ແລະ ​ເນັ້ນ​ໜັກ​ວ່າ: ຍີ່ປຸ່ນ ຈະ​ສືບ​ຕໍ່​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ຂົງ​ເຂດ​ຫັນ​ເປັນ​ດີ​ຈີ​ຕອນ. ​ໃນ​ຂົງ​ເຂດ​ອຸດສາຫະກຳ, ຍີ່ປຸ່ນ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງອຸດສາຫະກຳ​ໃຫ້​ຫວຽດນາມ ຜ່ານ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ​ໃນ​ນັ້ນ​ມີ​ການ​ກໍ່ສ້າງ ​ແລະ ຈັດຕັ້ງປະຕິບັດ​ຂໍ້​ລິ​ເລີ່​ມ “ຄູ່​ຮ່ວມ​ມື​ປ່ຽນແປງໃໝ່​ເຕັກໂນໂລຢີ ຫວຽດນາມ - ​ຍີ່ປຸ່ນ”.

ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂອບ​ເຂດ​ຫຼາຍ​ຝ່າຍ, ສອງ​ລັດຖະມົນຕີ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ໃນ​ການ​ປະຕິບັດ​ສັນຍາ​ຄູ່​ຮ່ວມ​ມື​ຮອບດ້ານ ​ແລະ ​ກ້າວໜ້າ​ຂ້າມ​ປາຊີ​ຟິກ (CPTPP). ​ໃນ​ສະພາບ​ການ​ລັດທິອາລັກຂາພົ້ນເດັ່ນຂຶ້ນ, ​ເພີ່ມ​ທະວີ​ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ, ການ​ຄ້າ​ທົ່ວໂລກ​ຫຼຸດ​ລົງ, ວົງ​ເງິນ​ການ​ຄ້າ 2 ຝ່າຍ​ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ​ແລະ ຕະຫຼາດ​ສະມາຊິກ CPTPP ຈຳນວນ​ໜຶ່ງ ຍັງ​ມີ​ການ​ເຕີບ​ໂຕ​ຢ່າງ​ຕັ້ງໜ້າ. ຫວຽດນາມ ຢືນຢັນ​ຈະ​ມານະ​ພະຍາຍາມ​ຮ່ວມ​ກັບ ຍີ່ປຸ່ນ ​ເພື່ອ​ຊຸກຍູ້​ບັນດາ​ສະມາຊິກ​ທີ່​ຍັງ​ເຫຼືອ ​ໃຫ້​ສຳ​ເລັດ​ການ​ໃຫ້​ສັດຕະຍາບັນ ​ແລະ ປະຕິບັດ CPTPP ​ໂດຍ​ໄວ (ປະກອບມີ ບຣູ​ໄນ, ຈີ​ເລ ​ແລະ ມາ​ເລ​ເຊຍ) ​ເພື່ອ​ໃຫ້​ສັນຍາ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຢ່າງ​ຄົບຖ້ວນ ໃຫ້​ບັນດາ​ປະ​ເທດ​ສະມາຊິກ.

ສິ້ນ​ສຸດ​ການ​ພົບ​ປະ, ທ່ານ​ລັດຖະມົນຕີ ຫງວຽນ​ຮົ່ງ​ຢ່ຽນ ​ແລະ ທ່ານ​ລັດຖະມົນຕີ Haguida ​ໄດ້​ເປັນເອກະສັນກັນ​​​ຢືນຢັນ​ວ່າ ການ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຄ້າ, ອຸດສາຫະກຳ ​ແລະ ພະລັງງານ​ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ຈະ​ນັບ​ມື້​ນັບ​ແໜ້ນ​ແຟ້ນ, ມີ​ປະສິດທິ​ຜົນ, ສືບ​ຕໍ່ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ອັນ​ດີງາມ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງເລິກເຊິ່ງ​ກວ້າງຂວາງ​ລະຫວ່າງ​ສອງ​ປະ​ເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.