ຫວຽດນາມ ​ໄດ້​ຮັບ​ການມອບ​ໂອນ​ເຕັກ​ໂນ​ໂລ​ຊີການ​ຜະລິດ​ວັກ​ຊີນ Sputnik V ຈາກ​ລັດ​ເຊຍ

19:13 | 03/12/2021

ຍສໝ - ບໍລິສັດຫຸ້ນສ່ວນກກຸ່ມບໍລິສັດ T&T Group ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກັບກອງທຶນລົງທຶນໂດຍກົງຂອງສະຫະພັນລັດເຊຍ (RDIF) ແລະ ກຸ່ມບໍລິສັດ Binnopharm ກ່ຽວກັບການມອບໂອນເຕັກໂນໂລຢີການຜະລິດ, ການສ້າງຕັ້ງຮາກຖານການຜະລິດໃຫມ່ຈໍານວນໜຶ່ງ ໃນວົງຈອນການຜະລິດວັກຊີນ Sputnik V ແບບຄົບວົງຈອນ.

ຍົກ​ສູງ​ກຳລັງຄວາມ​ສາ​ມາດ​ໃນ​ການ​ຄົ້ນ​ຄ້​ວາ, ໝູນ​ໃຊ້ ແລະ ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ​ໃນ​ຂົງ​ເຂດ​ພະ​ລັງ​ງານ​ແຮງ​ລົ​ມ ຍົກ​ສູງ​ກຳລັງຄວາມ​ສາ​ມາດ​ໃນ​ການ​ຄົ້ນ​ຄ້​ວາ, ໝູນ​ໃຊ້ ແລະ ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ​ໃນ​ຂົງ​ເຂດ​ພະ​ລັງ​ງານ​ແຮງ​ລົ​ມ
ສ​ື່ມວ​ນ​ຊົນ ລັດ​ເຊຍ: ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ທີ່​​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ສະຫະພັນ​ລັດ​ເຊຍ ສ​ື່ມວ​ນ​ຊົນ ລັດ​ເຊຍ: ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ທີ່​​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ສະຫະພັນ​ລັດ​ເຊຍ
ຫວຽດນາມ ​ໄດ້​ຮັບ​ການມອບ​ໂອນ​ເຕັກ​ໂນ​ໂລ​ຊີການ​ຜະລິດ​ວັກ​ຊີນ Sputnik V ຈາກ​ລັດ​ເຊຍ
ຫວຽດນາມ ​ໄດ້​ຮັບ​ການມອບ​ໂອນ​ເຕັກ​ໂນ​ໂລ​ຊີການ​ຜະລິດ​ວັກ​ຊີນ Sputnik V ຈາກ​ລັດ​ເຊຍ. ພາບ: plo.vn

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ລັດ​ເຊຍ​ຢ່າງ​ເປັນ​ທາງ​ການ​ຂອງ​ ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວນ​ຟຸກ, ໂດຍພາຍໃຕ້ການເປັນສັກຂີພິຍານຂອງ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລວັນແທ່ງ ແລະ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ Dmitry Chernyshenko, ບໍ​ລິ​ສັດ​ຫຸ້ນ​ສ່ວນກຸ່ມບໍລິສັດ T&T Group ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກັບ ກອງ​ທຶນ​ລົງ​ທຶນ​ໂດຍ​ກົງ ຂອງ​ສະຫະພັນ​ລັດ​ເຊຍ (RDIF) ​ແລະ​ກຸ່ມບໍລິສັດ Binnopham ກ່ຽວກັບການມອບໂອນເຕັກໂນໂລຢີການຜະລິດ, ການສ້າງຕັ້ງຮາກຖານການຜະລິດໃຫມ່ຈໍານວນໜຶ່ງ ໃນວົງຈອນການຜະລິດວັກຊີນ Sputnik V ແບບຄົບວົງຈອນ ຕ້ານ ໂຄວິດ - 19 ຢູ່ ຫວຽດນາມ, ​ພ້ອມກັນນັ້ນກໍ່ ​ໄດ້​ມອບໂອນ​ເຕັກ​ໂນ​ໂລ​ຊີ​ການ​ຜະລິດ, ຮ່ວມກັນ​​ສ້າງ​ຕັ້ງສູນ​ຄົ້ນ​ຄ້ວາ ​ແລະ ຮາກຖານ​ຜະລິດ “ແບບຄົບ​ວົງ​ຈອນ” ຢູ່​ຫວຽດນາມ ​ເພື່ອ​ຜະລິດ​ບັນດາຢາ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19 ​ແລະ ບັນດາ​ຢາຊະນິດອື່ນໆ​.

ປະຈຸບັນ, ກຸ່ມບໍລິສັດ Binnopharm ເປັນຜູ້ຜະລິດຢາລາຍໃຫຍ່ທີ່ສຸດ ແລະ ເປັນໜຶ່ງໃນບັນດາວິສາຫະກິດຫຼັກແຫຼ່ງທີ່ຜະລິດວັກຊີນ Sputnik V ຂອງລັດເຊຍ. Binnopharm ແມ່ນຫນຶ່ງໃນບັນດາບໍລິສັດທີ່ໃຫຍ່ທີ່ສຸດໃນຕະຫຼາດຢາ ລັດເຊຍ, ໂດຍໄດ້ຮັບຄວາມນິຍົມ ແລະ ຄວາມເຊື່ອຫມັ້ນຂອງປະຊາຊົນລັດເຊຍ ດ້ວຍຢາທີ່ຫລາກຫລາຍ. ໃນ​ຂະ​ນະ​ນັ້ນ, RDIF ແມ່ນ​ກອງ​ທຶນ​ຊັບສົມບັດທີ່ມີອະທິປະໄຕ​ຂອງ​ລັດ​ເຊຍ, ມີ​ບົດ​ບາດ​ຊັກຈູງ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ນັກ​ລົງ​ທຶນ​ແຖວ​ໜ້າ​ຂອງ​ໂລກ ກັບບັນດາບໍ​ລິ​ສັດ​ນຳ​ໜ້າ​ຂອງ ລັດ​ເຊຍ. RDIF ເປັນຜູ້ອຸປະທໍາຫຼັກຂອງໂຄງການຄົ້ນຄ້ວາ ແລະ ການຮ່ວມມືໃນການຜະລິດວັກຊີນ Sputnik V.

ໄຊພອນ

ເຫດການ
302 Found

Found

The document has moved here.