ທ່ານປະທານປະເທດ ຫງວຽນຊວັນຟຸກ ສິ້ນສຸດການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ

06:30 | 04/12/2021

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ມີການພົບປະເຈລະຈາທີ່ມີລັກສະນະປະຫວັດສາດກັບທ່ານປະທານາທິບໍດີລັດເຊຍ V.Putin ແກ່ຍາວເປັນເວລາເກືອບ 4 ຊົ່ວໂມງ, ປຶກສາຫາລື 20 ບັນຫາສຳຄັນໃນການຮ່ວມມືລະຫວ່າງ 2 ປະເທດ.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ລັດຖະບານ ສະວິດ ສົ່ງເສີມວິສາຫະກິດ ສະວິດ ມາລົງທຶນຢູ່ ຫວຽດນາມ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ລັດຖະບານ ສະວິດ ສົ່ງເສີມວິສາຫະກິດ ສະວິດ ມາລົງທຶນຢູ່ ຫວຽດນາມ
ທ່ານປະທານປະເທດ ຫງວຽນຊວັນຟຸກ, ຢ້ຽມຢາມ, ມອບຂອງຂວັນໃຫ້ຄູອາຈານຢູ່ນະຄອນ ໂຮ່ຈີມິນ ທ່ານປະທານປະເທດ ຫງວຽນຊວັນຟຸກ, ຢ້ຽມຢາມ, ມອບຂອງຂວັນໃຫ້ຄູອາຈານຢູ່ນະຄອນ ໂຮ່ຈີມິນ
ທ່ານປະທານປະເທດ ຫງວຽນຊວັນຟຸກ ສິ້ນສຸດການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີລັດເຊຍ Vladimir Putin. ພາບ: baophapluat.vn

ຕອນຄ່ຳວັນທີ 02 ທັນວາ (ຕາມເວລາທ້ອງຖິ່ນ), ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເດີນທາງອອກຈາກສະຫະພັນລັດເຊຍ ກັບມາປະເທດ, ສິ້ນສຸດການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີລັດເຊຍ Vladimir Putin. ການຢ້ຽມຢາມຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ບັນລຸໄດ້ໝາກຜົນຢ່າງດີງາມທີ່ສຸດໃນທຸກຂົງເຂດຮ່ວມມືລະຫວ່າງ 2 ປະເທດ, ຊຸກຍູ້ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ສະຫະພັນລັດເຊຍ.

ໃນນັ້ນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ມີການພົບປະເຈລະຈາທີ່ມີລັກສະນະປະຫວັດສາດກັບທ່ານປະທານາທິບໍດີລັດເຊຍ V.Putin ແກ່ຍາວເປັນເວລາເກືອບ 4 ຊົ່ວໂມງ, ປຶກສາຫາລື 20 ບັນຫາສຳຄັນໃນການຮ່ວມມືລະຫວ່າງ 2 ປະເທດ, ໃນນັ້ນການນຳ 2 ທ່ານໄດ້ຍົກອອກບາງຂໍ້ຄົງຄ້າງໃນການຮ່ວມມືລະຫວ່າງວິສາຫະກິດ 2 ປະເທດຢ່າງກົງໄປກົງມາ ເພື່ອພ້ອມກັoເປັນເອກະພາບຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງກວ່າອີກ.

ການນຳ 2 ທ່ານກໍ່ເຫັນດີອອກຖະແຫຼງການຮ່ວມກ່ຽວກັບວິໄສທັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ຮອດປີ 2030, ເພື່ອແນໃສ່ກຳນົດທິດໃຫ້ແກ່ການຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງ 2 ປະເທດໃນທຸກຂົງເຂດ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.

ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບການນຳວິສາຫະກິດແຖວໜ້າຂອງ ລັດເຊຍ ທີ່ມີການຮ່ວມມືກັບ ຫວຽດນາມ. ທ່ານປະທານປະເທດປາດຖະໜາວ່າ ບັນດາວິສາຫະກິດ ລັດເຊຍ ຈະມາລົງທຶນ, ເປີດກວ້າງການຮ່ວມມືກັບ ຫວຽດນາມ ເພື່ອແນໃສ່ຂຸດຄົ້ນທ່າແຮງ ແລະ ຄວາມສາມາດບົ່ມຊ້ອນ ກໍຄືຕອບສະໜອງຄວາມຕ້ອງການຂອງທັງ 2 ປະເທດ, ປະກອບສ່ວນປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ລັດເຊຍ, ເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ວິສາຫະກິດ.

ດ້ວຍນ້ຳໃຈມິດຕະພາບ, ສະໜິດຕິດພັນລະຫວ່າງປະຊາຊົນ 2 ປະເທດ, ໃນການຢ້ຽມຢາມ, ທ່ານປະທານປະເທດ ຫວຽນຊວັນຟຸກ ກໍ່ສະຫຼະເວລາພົບປະ, ຢື້ຢາມຖາມຂ່າວ, ລະດົມກຳລັງໃຈບັນດາສະມາຄົມ, ອົງການຈັດຕັ້ງມະຫາຊົນຂອງ ລັດເຊຍ; ຢ້ຽມຢາມ ແລະ ພົບປະກັບພະນັກງານ, ພາລະກອນສະຖານທູດ, ປະຊາຄົມຊາວ ຫວຽດນາມ ທີ່ອາໄສຢູ່ ລັດເຊຍ.

vovworld.vn

ເຫດການ
302 Found

Found

The document has moved here.