ຫວຽດ​ນາມ ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 47 ຂອງສະ​ພາມອບ​ໝາຍກອງທຶນ ອາ​ຊຽນ

17:42 | 19/11/2021

ສີ້ນສຸດກອງປະຊຸມ, ທ່ານ ເອກອັກຄະລັດຖະທູດ ຫງວຽນຫ້າຍບັ້ງ ໄດ້ມອບຕຳແໜ່ງປະທານ AF BOT ໃຫ້ທ່ານ ເອກອັກຄະລັດຖະທູດ ຫົວໜ້າຄະນະຜູ້ຕາງໜ້າຂອງບຣູໄນປະຈຳ ອາຊຽນ. ບຣູໄນ ຈະຮັບຜິດຊອບບົດບາດນີ້ ໃນປີ 2022.

ຫວຽດ​ນາມ ​ປະ​ກອບ​ສ່ວ​ນ​ຫຼາຍຢ່າງ​​ຢູ່​​ເວ​ທີປາ​ໄສທະ​ເລ ASEAN ຄັ້ງ​ທີ 11 ແລະ ເວ​ທີ​ປາ​ໄສທະ​ເລ ASEAN ເປີດກວ້າງ ຄັ້ງ​ທີ່ 9 ຫວຽດ​ນາມ ​ປະ​ກອບ​ສ່ວ​ນ​ຫຼາຍຢ່າງ​​ຢູ່​​ເວ​ທີປາ​ໄສທະ​ເລ ASEAN ຄັ້ງ​ທີ 11 ແລະ ເວ​ທີ​ປາ​ໄສທະ​ເລ ASEAN ເປີດກວ້າງ ຄັ້ງ​ທີ່ 9
ກອງ​ປະ​ຊຸມ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ - ເສດ​ຖະ​ກິດ ຄັ້ງ​ທີ 32 ກອງ​ປະ​ຊຸມ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ - ເສດ​ຖະ​ກິດ ຄັ້ງ​ທີ 32
ທ່ານ ເອກອັກຄະລັດຖະທູດ ຫງວຽນຫ້າຍບັ້ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳຢູ່ອາຊຽນ (ພາບ: VOV)
ທ່ານ ເອກອັກຄະລັດຖະທູດ ຫງວຽນຫ້າຍບັ້ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳຢູ່ອາຊຽນ (ພາບ: VOV)

ໃນວັນທີ 18 ພະຈິກ 2021 ທ່ານ ເອກອັກຄະລັດຖະທູດ ຫງວຽນຫ້າຍບັ້ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳຢູ່ອາຊຽນ, ໄດ້ເປັນປະທານກອງປະຊຸມ ຄັ້ງທີ 47 ຂອງສະພາມອບໝາຍກອງທຶນ ອາຊຽນ(AF BOT 47) ຕາມຮູບແບບທາງໄກ, ນີ້ແມ່ນກອງປະຊຸມຄັ້ງສຸດທ້າຍຂອງ ຫວຽດນາມ ທີ່ເປັນປະທານສະພາມອບໝາຍກອງທຶນ ອາຊຽນ ປີ 2021.

ຢູ່ທີ່ກອງປະຊຸມ, ຕາງໜ້າ AF BOT, ທ່ານ ເອກອັກຄະລັດຖະທູດ ຫງວຽນຫ້າຍບັ້ງ ຊົມເຊີຍຄວາມມານະພະຍາຍາມຂອງກອງທຶນ ອາຊຽນ ໃນການຈັດຕັ້ງບັນດາການເຄື່ອນໄຫວຂອງກອງທຶນ, ແນໃສ່ເພີ່ມທະວີຄວາມຮັບຮູ້ກ່ຽວກັບ ອາຊຽນ, ເຊືຶ່ອມຕໍ່ ແລະ ປະສານສົມທົບກັບຄະນະເລຂາ ອາຊຽນ ແລະ ຄູ່ຮ່ວມມື. ກອງປະຊຸມໄດ້ປຶກສາຫາລືບັນດາບັນຫາທີ່ຍັງຄົງຄ້າງ ກໍ່ຄືທິດທາງການພັດທະນາຂອງກອງທຶນອາຊຽນໃນປີ 2022, ໃນນັ້ນມີແຜນການຄັດເລືອກເອົາອຳນວຍການບໍລິຫານກອງທຶນໃນໄລຍະ 2023-2026.

ສີ້ນສຸດກອງປະຊຸມ, ທ່ານ ເອກອັກຄະລັດຖະທູດ ຫງວຽນຫ້າຍບັ້ງ ໄດ້ມອບຕຳແໜ່ງປະທານ AF BOT ໃຫ້ທ່ານ ເອກອັກຄະລັດຖະທູດ ຫົວໜ້າຄະນະຜູ້ຕາງໜ້າຂອງບຣູໄນປະຈຳ ອາຊຽນ. ບຣູໄນ ຈະຮັບຜິດຊອບບົດບາດນີ້ ໃນປີ 2022.

vovworld.vn

ເຫດການ
302 Found

Found

The document has moved here.