ປະຊາຄົມໂລກ ໄດ້ຕີລາຄາສູງບັນດາຜົນງານຂອງຫວຽດນາມ ໃນການປົກປັກຮັກສາ ແລະ ຊຸກຍູ້ສິດທິມະນຸດ

16:47 | 09/05/2024

ຍສໝ - ຕອນບ່າຍວັນທີ 7 ພຶດສະພາ, ທີ່ສໍານັກງານໃຫຍ່ສະຫະປະຊາຊາດຢູ່ນະຄອນເຈນີວາ, ປະເທດສະວິດ, ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຮູ່ງຫວຽດ ນໍາໜ້າໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບບົດລາຍງານແຫ່ງຊາດຂອງຫວຽດນາມ ຕາມກົນໄກທົບທວນປະຈຳໄລຍະ (UPR) ຮອບທີ IV ຂອງ ສະພາສິດທິມະນຸດ ສະຫະປະຊາຊາດ.

ຄວາມພະຍາຍາມທີ່ຈະພາລູກເຮືອໃນກຳປັ່ນຖືກບຸກໂຈມຕີ ຢູ່ທະເລແດງກັບຄືນປະເທດໄວທີ່ສຸດເທົ່າທີ່ຈະໄວໄດ້ ຄວາມພະຍາຍາມທີ່ຈະພາລູກເຮືອໃນກຳປັ່ນຖືກບຸກໂຈມຕີ ຢູ່ທະເລແດງກັບຄືນປະເທດໄວທີ່ສຸດເທົ່າທີ່ຈະໄວໄດ້
ຂີດໝາຍຂອງ ຫວຽດນາມ ໃນປີທຳອິດທີ່ຮັບດຳລົງຖານະເປັນສະມາຊິກສະພາສິດທິມະນຸດ  ສະຫະປະຊາຊາດ ຂີດໝາຍຂອງ ຫວຽດນາມ ໃນປີທຳອິດທີ່ຮັບດຳລົງຖານະເປັນສະມາຊິກສະພາສິດທິມະນຸດ ສະຫະປະຊາຊາດ

ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ ​ແລະ ​ສະ​ເໜີ​ບົດ​ລາຍ​ງານ​ແຫ່ງ​ຊາດ​ຂອງ​ຫວຽດນາມ, ທ່ານ​ຮອງ​ລັດຖະມົນຕີ ໂດຮູ່ງຫວຽດ ​ໄດ້​ສະ​ແດງ​ຄວາມ​ພາກພູມ​ໃຈ​ຂອງ​ຄະນະ​ຜູ້​ແທນ​ຫວຽດນາມ ​ໃນ​ການ​ເຈລະຈາ​ກັບ​ບັນດາ​ປະ​ເທດ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ໄຊຊະນະ ດ້ຽນບຽນ​ຝູ ຢູ່​ສຳນັກງານ​ໃຫຍ່​ສະຫະ​ປະຊາ​ຊາດ ​ແລະ ​ໄດ້​ລົງ​ນາມ​ໃນ​ສັນຍາ​ເຈ​ນີວາ​ປີ 1954, ບັນດາ​ເຫດການ​ປະຫວັດສາດ​ສຳຄັນ​ໃນ​ພາລະກິດ​ປົດ​ປ່ອຍ​ຊາດ, ການ​ຕໍ່ສູ້​ຕ້ານ​ລັດທິ​ລ່າ​ເມືອງ​ຂຶ້ນ​ຂອງ​ປະຊາຊົນ​ຫວຽດນາມ ​ແລະ ຫຼາຍ​ເຫດການ​ອື່ນ​ໃນ​ໂລກ. ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ບັນດາ​ນັກຮົບ​ວິລະ​ຊົນ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ເພື່ອ​ນຳ​ປະ​ເທດ​ຊາດ​ມາ​ຮອດ​ປະຈຸ​ບັນ.

ປະຊາຄົມໂລກ ໄດ້ຕີລາຄາສູງບັນດາຜົນງານຂອງຫວຽດນາມ ໃນການປົກປັກຮັກສາ ແລະ ຊຸກຍູ້ສິດທິມະນຸດ
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຮູ່ງຫວຽດ ນໍາໜ້າໄດ້ເຂົ້າຮ່ວມກອງປະຊຸມ

ທ່ານ​ຮອງ​ລັດຖະມົນຕີ​ຢືນຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ຊຸກຍູ້​ສິດທິ​ມະນຸດ. ດ້ວຍ​ນະ​ໂຍບາຍ​ຖື​ປະຊາຊົນ​ເປັນ​ໃຈກາງ, ​ເປົ້າ​ໝາຍ ​ແລະ ກຳລັງ​ແຮງ​ຂອງ​ຂະ​ບວນການ​ປະດິດ​ສ້າງ ​ແລະ ພັດທະນາ​ປະ​ເທດ​ຊາດ, ຫວຽດນາມ ​ໄດ້​ກາຍ​ເປັນ​ປະ​ເທດ​ໜຶ່ງ​ທີ່​ມີ​ເສດຖະກິດ​ເຕີບ​ໂຕ​ໄວ​ໃນ​ໂລກ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ .

ຕົວຊີ້ວັດການພັດທະນາມະນຸດຂອງຫວຽດນາມ (HDI) ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ (GEI) ຂອງບັນດາອົງການສະຫະປະຊາຊາດ ພວມໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ. ລັດຖະບານ​ໄດ້​ມີ​ຫຼາຍ​ນະ​ໂຍບາຍ ​ແລະ ມາດ​ຕະການ​ປົກ​ປັກ​ຮັກສາ​ສຸຂະພາບ​ຂອງ​ປະຊາຊົນ, ພັດທະນາ​ເສດຖະກິດ - ສັງຄົມ ພາຍຫຼັງ​ໂລກລະບາດ​ໂຄ​ວິດ-19, ຕັ້ງໜ້າ​ຊຸກຍູ້​ການ​ຫັນ​ເປັນ​ເສດຖະກິດ​ສີຂຽວ, ​ເສດຖະກິດ​ດີ​ຈີ​ຕອນ ​ແລະ ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມ ​ໃນ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ.

ກອງ​ປະຊຸມ​ກວດກາ UPR ກ່ຽວ​ກັບ​ຫວຽດນາມ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ສູງ​ຈາກ​ບັນດາ​ປະ​ເທດ​ທີ່​ມີ 130 ກວ່າ​ປະ​ເທດ​ເຂົ້າ​ຮ່ວມ​ການ​ສົນທະນາ ​ແລະ ​ເວົ້າ​ສະ​ເພາະ​ໃນ​ບັນຍາກາດ​ເປີດ​ເຜີຍ, ກົງ​ໄປ​ກົງ​ມາ ​ແລະ ມີ​ລັກສະນະ​ແທດ​ຈິງ. ຫຼາຍ​ປະ​ເທດ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່ງ​ວັນ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ. ບັນດາ​ປະ​ເທດ​ໄດ້​ຮັບ​ຮູ້​ບັນດາ​ນະ​ໂຍບາຍ, ຄວາມ​ມານະ​ພະຍາຍາມ ​ແລະ ໝາກຜົນ​ຂອງ​ຫວຽດນາມ ​ໃນ​ການ​ຮັບປະກັນ​ສິດທິ​ມະນຸດ, ​ແລະ ຄວາມ​ຈິງ​ທີ່​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ປະຕິບັດ​ບັນດາ​ຂໍ້​ສະ​ເໜີ​ແນະ UPR ​ໄດ້​ຮັບ​ການ​ອະນຸມັດ​ຢ່າງ​ຕັ້ງໜ້າ. ຫຼາຍປະເທດຊົມເຊີຍບັນດາຜົນສຳເລັດຂອງຫວຽດນາມ ໃນການພັດທະນາເສດຖະກິດ, ຮັບປະກັນຄວາມຍຸຕິທຳທາງສັງຄົມ, ສົ່ງເສີມການສຶກສາເພື່ອຍົກສູງສະຕິສິດທິມະນຸດ, ຊຸກຍູ້ສິດຂອງແມ່ຍິງ, ສິດຂອງກຸ່ມຄົນຮັກຮ່ວມເພດ, ເພດຊາຍ, ຊົນເຜົ່າສ່ວນໜ້ອຍ.

ຄະນະ​ຜູ້​ແທນ​ຫວຽດນາມ ຢືນຢັນ​ບັນດາ​ບຸລິມະສິດ​ຂອງ​ຫວຽດນາມ ​ໃນ​ການ​ຊຸກຍູ້ ​ແລະ ປົກ​ປັກ​ຮັກສາ​ສິດທິ​ມະນຸດ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ໃນ​ນັ້ນ​ມີ​ການ​ກໍ່ສ້າງ​ລັດທິ​ສັງຄົມ​ນິຍົມ, ປະຕິ​ຮູບ​ດ້ານ​ບໍລິຫານ, ຊຸກຍູ້​ການ​ເຈລະຈາ ​ແລະ ການ​ຮ່ວມ​ມື​ດ້ານ​ສິດທິ​ມະນຸດ, ​ເພີ່ມ​ທະວີ​ການ​ສຶກສາ​ສິດທິ​ມະນຸດ...

ທີ່​ກອງ​ປະຊຸມ, ຫວຽດນາມ​ໄດ້​ຮັບ​ຂໍ້​ສະ​ເໜີ​ແນະ​ປະມານ 300 ສະບັບ ດ້ວຍ​ເນື້ອ​ໃນ​ທີ່​ຫຼາກ​ຫຼາຍ, ກວມ​ເອົາ​ທຸກ​ຂົງ​ເຂດ​ສິດທິ​ມະນຸດ. ພາຍຫຼັງກອງປະຊຸມປຶກສາຫາລື, ວັນທີ 10 ພຶດສະພາ, ຄະນະປະຕິບັດງານກ່ຽວກັບ UPR ຂອງສະພາສິດທິມະນຸດຈະປະຊຸມເພື່ອພິຈາລະນາ, ຮັບຮອງເອົາບົດລາຍງານກ່ຽວກັບໝາກຜົນການກວດກາ UPR ສຳລັບຫວຽດນາມ, ສະເໜີຕໍ່ຫວຽດນາມ.

ສະພາ​ສິດທິ​ມະນຸດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຮັບຮອງ​ເອົາ​ຢ່າງ​ເປັນ​ທາງ​ການ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 57 (ເດືອນ​ກັນຍາ​ຫາ​ຕຸລາ 2024).

ຄຳຮຸ່ງ