ພິທີເປີດກອງປະຊຸມສຳມະນາສາກົນ ກ່ຽວກັບທະເລຕາເວັນອອກ ຄັ້ງທີ 13

14:44 | 25/11/2021

ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສະຖາບັນການທູດຫວຽດນາມ (DAV) ໄດ້ໄຂກອງປະຊຸມສຳມະນາວິທະຍາສາດສາກົນ ກ່ຽວກັບທະເລຕາເວັນອອກ ຄັ້ງທີ 13 ດ້ວຍຫົວຂໍ້ “ເບິ່ງຄືນອະດີດ ເພື່ອອະນາຄົດທີ່ສົດໃສກວ່າ”.

ຫວຽດນາມ ສະເໜີເຮັດປະມວນກົດແຫ່ງການປະພຶດຢູ່ທະເລຕາເວັນອອກໃຫ້ສຳເລັດໂດຍໄວ ຫວຽດນາມ ສະເໜີເຮັດປະມວນກົດແຫ່ງການປະພຶດຢູ່ທະເລຕາເວັນອອກໃຫ້ສຳເລັດໂດຍໄວ
ເວທີປາໄສອາຊຽນ - ຍີ່ປຸ່ນ: ຕົກລົງຮັບປະກັນຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນທະເລຢູ່ທະເລຕາເວັນອອກ ເວທີປາໄສອາຊຽນ - ຍີ່ປຸ່ນ: ຕົກລົງຮັບປະກັນຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນທະເລຢູ່ທະເລຕາເວັນອອກ

ກອງ​ປະຊຸມສຳມະນາ​ໄດ້​ມີ​ການ​ເຂົ້າ​ຮ່ວມ​ໂດຍ​ກົງ​ຂອງ​ຜູ້​ແທນກວ່າ 180 ​ທ່ານ ​ແລະ 400 ທ່ານ​ໄດ້​ລົງທະບຽນ​ເຂົ້າ​ຮ່ວມ​ທາງ​ອອນ​ລາຍ, ​ໃນ​ນັ້ນ​ມີ​ເກືອບ 60 ທ່ານ​ ແມ່ນ​ບັນດາ​ນັກ​ຊ່ຽວຊານ​ທີ່​ມີ​ຊື່​ສຽງ​ຂອງ 30 ປະ​ເທດ​ໃນບັນດາ​ທະວີບ, 90 ຜູ້​ແທນ​ທີ່​ມາ​ຈາກບັນດາອົງການຕາງໜ້າ​ຕ່າງ​ປະ​ເທດ​ຢູ່​ຫວຽດ​ນາມ (ລວມ​ມີ 15 ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ). ນັກ​ຂ່າວ​ເກືອບ 30 ຄົນ​ທີ່​ມາ​ຈາກ 20 ອົງການ​ຂ່າວສານ ​ແລະ ​ໂທລະພາບ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໂດຍ​ກົງ ເພື່ອ​ລາຍ​ງານ​ກ່ຽວ​ກັບ​ກອງ​ປະ​ຊຸມດັ່ງກ່າວ​.

ກ່າວ​ຄຳ​ເຫັນສະແດງຄວາມຊົມເຊີຍ​ທີ່​ກອງປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມກວາງ​ຮ້ຽວ ໃຫ້ຂໍ້ສັງເກດ​ວ່າ: ທະ​ເລ​ຕາ​ເວັນ​ອອກ ​ມີ​ທີ່​ຕັ້ງ​ໃຈກາງ​ຂອງ​ພາກ​ພື້ນ​ມະຫາສະມຸດອິນ​ເດຍ - ​ປາ​ຊີ​ຟິກ, ບັນດາການ​ຜັນແປ ​ແລະ ພັດທະນາ​ຢູ່​ທີ່​ນີ້​ ຈະ​ກາຍ​ເປັນ​ທຳນຽມທີ່ໄດ້ຮັບການ​​ທະວີ​ຄູນໃນ​ທົ່ວ​ພາກ​ພື້ນ ​ແລະ ​​ໂລກ.

ພິທີເປີດກອງປະຊຸມສຳມະນາສາກົນ ກ່ຽວກັບທະເລຕາເວັນອອກ ຄັ້ງທີ 13
ພິທີເປີດກອງປະຊຸມສຳມະນາສາກົນ ກ່ຽວກັບທະເລຕາເວັນອອກ ຄັ້ງທີ 13. (ພາບ: VOV)

​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ສະຖານະ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ ຍັງ​ຊ້ອນແຝງໄປດ້ວຍ​ຄວາມ​ວິຕົກ​ກັງວົນ​ໃໝ່​ອີກ. ການ​ແກ່ງແຍ່ງ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່ ​ແລະ ການ​ປະກົດ​ຕົວ​ຂອງ​ກົນ​ໄກ​ຮ່ວມ​ມື​ໃໝ່ ​ໃນ​ພາກ​ພື້ນ ​ໄດ້​ສ້າງ​ບັນຫາ​ໃໝ່​ໃຫ້​ແກ່​ສະຖາປັດຕະຍະ​ກຳ​ພາກ​ພື້ນ ​ທີ່​ພວມເປັນຮູບເປັນຮ່າງ, ​ໂດຍ​ສະ​ເພາະ​ ແມ່ນ​ບົດບາດ​ໃຈກາງ​ຂອງອາ​ຊຽນ.

ຕາມ​ທ່ານ​ຮອງ​ລັດຖະມົນຕີ ​ແລ້ວ, ​ໃນ​ຂະນະ​ທີ່​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ມາດຖານປະພຶດລວມນັ້ນ, ​ແຕ່​ຍັງ​ມີ​ຫຼາຍກົດໝາຍ ​ຫຼື​ ບັນດາການ​ເຄື່ອນ​ໄຫວ​ຂອງ​ປະເທດ ​ທີ່​ບໍ່​ສອດຄ່ອງ ຫຼື ກົງກັນຂ້າມ​ກັບ UNCLOS. ສິດ​ ແລະ ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງບັນດາປະເທດ​ແຄມ​ທະ​ເລ ​ຍັງ​ບໍ່​ໄດ້​ຮັບ​ການ​ເຄົາ​ລົບ​ຢ່າງ​ຄົບຖ້ວນ. ສິ່ງນີ້ເປັນທີ່ຈະແຈ້ງວ່າ ​ບໍ່ມີປະໂຫຍດໃນການ​​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ວິວັດການ​ຮ່ວມ​ມື​ໃນ​ພາກ​ພື້ນ. ນອກ​ນີ້, ພະຍາດ​ໂຄ​ວິດ-19 ຍັງ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ທຸກ​ດ້ານ​ຂອງ​ໂລກ​ຢ່າງ​ເລິກ​ເຊິ່ງ. ສະ​ນັ້ນ, ​ໂລກພວມ​ຕ້ອງການການຮ່ວມແຮງຮ່ວມໃຈກັນ ແລະ ​ຮ່ວມ​ມື ​ເພື່ອຜ່ານຜ່າໂລກ​ລະບາດ, ຟື້ນ​ຟູ​ເສດຖະກິດ, ສູ້​ຊົນປະຕິບັດ​ບັນລຸ​ເປົ້າ​ໝາຍ​ທົ່ວ​ໂລກ, ​ເພື່ອ​ອະນາຄົດ​ທີ່​ດີກ​ວ່າ​ເກົ່າ.

ກອງ​ປະຊຸມສຳມະນາ​ວິທະຍາສາດ​ສາກົນ ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ຄັ້ງ​ທີ 13 ​ໄດ້​ດຳ​ເນີນ​ໄປ​ແຕ່​ວັນ​ທີ 18-19/11 ດ້ວຍ 8 ວາລະ ກ່ຽວກັບບັນດາຫົວ​ຂໍ້​ທີ່​ຫຼາກ​ຫຼາຍ ​ຄື: ທະ​ເລ​ຕາ​ເວັນ​ອອກ​ໃນ​ສະພາບ​ການທົ່ວ​ໂລກມີການ​ປ່ຽນ​ແປງ; ສາມສິບປີຫຼັງຈາກສົງຄາມເຢັນ; ປັບປຸງຄວາມເປັນລະບຽບຮຽບຮ້ອຍດ້ານນິຕິກຳຢູ່ທະເລຕາເວັນອອກໃນ 5 ປີຜ່ານມາ; ຈົ່ງຍຸຕິທໍາຕໍ່ຄວາມຈິງ: ປະຫວັດສາດ ແລະ ທະເລ​ຕາ​ເວັນ​ອອກ; ອາ​ຊຽນ ​ແລະ ຄູ່​ເຈລະຈາ​ດ້ານ​ຄວາມ​ໝັ້ນຄົງສີ່​ຝ່າຍ (QUAD) ​ໃນ​ໂຄງສ້າງ​ພາກ​ພື້ນ; ລະບົບຕ່ອງໂສ້ການສະຫນອງຖືກຂາດຕອນ: ຮັບປະກັນຄວາມສາມາດຟື້ນຟູບັນດາເສັ້ນທາງທະເລ ໃນສະພາບການໂລກລະບາດພະຍາດ​ໂຄ​ວິດ-19; ຊຸກຍູ້​ການ​ທູດ​ວິທະຍາສາດ ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ມະຫາ​ສະໝຸດ; ຄວາມໂປ່ງໃສ ໂດຍຜ່ານເຕັກໂນໂລຊີການຕິດຕາມກວດກາ. ນອກຈາກ 8 ວາລະປະຊຸມຢ່າງເປັນທາງການແລ້ວ, 3 ວາລະປະຊຸມການນໍາຊາວໜຸ່ມ ກໍ່ໄດ້ເປີດເປັນເວທີປາໄສເພື່ອໃຫ້ລຸ້ນໜຸ່ມແບ່ງປັນທັດສະນະ, ປະກອບສ່ວນສຽງເວົ້າ ກ່ຽວກັບບັນຫາທະເລຕາເວັນອອກ. ຄາດ​ວ່າ​ ຈະ​ມີ​ບັນດາວາລະວິເຄາະ ​ປະກອບ​ຄຳ​ເຫັນ ​ພາຍຫຼັງ​ກອງ​ປະຊຸມສຳມະນາ​ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຊ່ຽວຊານ​ຂັ້ນ​ສູງ​ຫວຽດນາມ​ຫຼາຍ​ທ່ານ​ ກ່ຽວ​ກັບ​ບັນດາ​ເນື້ອ​ໃນແລກປ່ຽນ​ທີ່​ກອງ​ປະຊຸມສຳມະນາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.