ກູ​ບາ​ ຜັນຂະຫຍາຍວີ​ຊາເອເລັກໂຕນິກໃໝ່​ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ

15:00 | 09/05/2024

ຍສໝ - ​ແຕ່​ເດືອນ​ພຶດສະພາ​ ປີ 2024, ກູ​ບາ​ ຜັນຂະຫຍາຍວີ​ຊາເອເລັກໂຕນິກໃໝ່​ ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ສາກົນ, ຊຸກຍູ້​ຄວາມ​ຕ້ອງການ​ການທ່ອງທ່ຽວ. ກູ​ບາ ​ມີ​ເປົ້າ​ໝາຍ​ຈະ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ 3,2 ລ້ານ​ເທື່ອ​ຄົນ​ໃນ​ປີ 2024.

ຫວຽດນາມ ນອນໃນ top 2 ຂອງຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ລາວ ຫວຽດນາມ ນອນໃນ top 2 ຂອງຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ລາວ
ການສຳມະນາການສົ່ງ​ເສີມ​ການ​ຄ້າ​ ຫວຽດ​ນາມ - ສ​.ເກົາ​ຫຼີ ດຶງ​ດູດ​ວິ​ສາ​ຫະ​ກິດ​ເກືອບ 200 ແຫ່ງ​ເຂົ້າ​ຮ່ວມ ການສຳມະນາການສົ່ງ​ເສີມ​ການ​ຄ້າ​ ຫວຽດ​ນາມ - ສ​.ເກົາ​ຫຼີ ດຶງ​ດູດ​ວິ​ສາ​ຫະ​ກິດ​ເກືອບ 200 ແຫ່ງ​ເຂົ້າ​ຮ່ວມ

ລັດຖະມົນຕີ​ກະຊວງການ​ທ່ອງ​ທ່ຽວ ກູບາ ທ່ານ Juan Carlos García ຫາ​ກໍ່​ປະກາດ​ວ່າ ປະ​ເທດ​ເກາະ​ນີ້ ​ຈະຜັນຂະຫຍາຍບັນດາລະບົບ​ວີ​ຊາເອເລັກໂຕນິກໃໝ່ ​ເພື່ອ​ປ່ຽນ​ແທນ​ວີ​ຊາ​ທ່ອງ​ທ່ຽວ​ໃນ​ປະຈຸ​ບັນ ເຊິ່ງເລີ່ມແຕ່​ວັນ​ທີ 6 ພຶດສະພາ​ນີ້. ກົນ​ໄກ​ໃໝ່ ຈະ​ໄດ້​ຮັບ​ການ​ປະຕິບັດ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ, ຄົນເຂົ້າມາຕັ້ງຖິ່ນຖານ ແລະ ຄົນຕ່າງປະ​ເທດ. ຂໍ້​ມູນ​ດັ່ງ​ກ່າວ ໄດ້ຍົກອອກໃນ​ການປະຊຸມຂ່າວພິທີອັດງານຕະຫຼາດນັດການ​ທ່ອງ​ທ່ຽວ​ສາ​ກົນ ​ຄັ້ງ​ທີ 42 (FitCuba 2024) ທີ່ ກູ​ບາ ​ໃນ​ວັນ​ທີ 4 ພຶດສະພາ​ນີ້. ເຫດການນີ້ ໄດ້ຈັດຕັ້ງສະເພາະສຳລັບພາກພື້ນ ອາເມລິກາລາຕິນ ແລະ ຄາຣິບຽນ, ດ້ວຍການເຂົ້າຮ່ວມຂອງຜູ້ຊ່ຽວຊານຕ່າງປະເທດ 1.537 ຄົນ ແລະ ບໍລິສັດທ່ອງທ່ຽວ 437 ແຫ່ງທີ່ມາຈາກ 68 ປະເທດ.

ກູ​ບາ​ ຜັນຂະຫຍາຍວີ​ຊາເອເລັກໂຕນິກໃໝ່​ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ

ກູບາ ຈະຜັນຂະຫຍາຍລະບົບວີຊາອີເລັກໂທຣນິກໃໝ່

ສ່ວນ​ກະຊວງ​ການ​ຕ່າງປະ​ເທດ​ ກູ​ບາ, ​ໄດ້​ອະທິບາຍ​ວ່າ ​ໂປແກຼມໃໝ່ເພື່ອ​ຄຸ້ມ​ຄອງ​ວີ​ຊາ​ທ່ອງ​ທ່ຽວ​ໃໝ່​ນີ້​ມີ​ຊື່ວ່າ Evisa. ນີ້​ແມ່ນ​ລະບົບ​ຄຸ້ມ​ຄອງ​ວີ​ຊາ​ທ່ອງ​ທ່ຽວ​ເອ​ເລັກ​ໂຕຣນິກທີ່​ທັນ​ສະ​ໄໝ, ​ເພື່ອ​ໃຫ້ອະນຸຍາດສະໜອງການ​ບໍລິການ​ທີ່​ມີ​ປະສິດທິ​ຜົນ ​ແລະ ມີໄຫວພິບ​ກວ່າ​ຕໍ່​ບັນດາຜູ້​ໃຊ້​ທີ່ຮຽກ​ຮ້ອງ​ການ​ບໍລິການ​ນີ້ ໂດຍ​ຜ່ານບັນດາອົງການກົງສຸນ ກູ​ບາ​ ຢູ່​ຕ່າງປະ​ເທດ.

ດ້ວຍ Evisa, ຜູ້ຂໍວີຊາ ຈະສາມາດເລີ່ມຂະບວນການອອກວີຊາຂອງຕົນອອນໄລ ຈາກອຸປະກອນທີ່ເຊື່ອມຕໍ່ອິນເຕີເນັດ. ໂປແກຼມດັ່ງກ່າວ ເຮັດໃຫ້ຂະບວນການ​ຄຸ້ມ​ຄອງ ແລະ ຂໍວີຊາກາຍເປັນງ່າຍດາຍ, ລົບລ້າງຄວາມຕ້ອງການສໍາລັບເອກະສານຕິດຕົວເພີ່ມເຕີມ. ນອກຈາກຄວາມງ່າຍໃນການນໍາໃຊ້ແລ້ວ, ມັນຍັງໂດດເດັ່ນຍ້ອນຄວາມເປັນມິດ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.

ຂໍ້​ລິ​ເລີ່ມ​ນີ້ ແມ່ນເພື່ອເພີ່ມ​ທະ​ວີ​ຄວາມ​ປອດ​ໄພ ແລະ ປະ​ສິດ​ທິຜົນ​ໃນ​ທຸກ​ຂັ້ນ​ຕອນ​ຂອງ​ຂະ​ບວນ​ການ​ອອກວີ​ຊາ​ທ່ອງ​ທ່ຽວ, ຈາກໃບລົງທະບຽນເບື້ອງຕົ້ນ ໄປເຖິງການຄວບຄຸມຊາຍແດນ. ຕາມການປະກາດແລ້ວ ກູ​ບາ ​ພວມ​ພ້ອມກັບ Evisa ມຸ່ງໄປເຖິງການຜັນຂະຫຍາຍລະບົບ​ກົງສຸນ​ທີ່​ທັນ​ສະ​ໄໝ​ກວ່າ, ເໝາະ​ສົມ​ກັບ​ຄວາມ​ຕ້ອງການ​ໃນ​ປະຈຸ​ບັນ.

ກູບາ ໄດ້ຕ້ອນຮັບນັກທ່ອງທ່ຽວ 1 ລ້ານເທື່ອຄົນໃນປີ 2024, ໃນນັ້ນ ການາດາ ເປັນທ້ອງຕະຫຼາດຫຼັກ (ນັກທ່ອງທ່ຽວ 399,272 ເທື່ອຄົນ ແຕ່ເດືອນມັງກອນຫາເດືອນມີນາ), ຖັດໄປແມ່ນ ສະຫະພັນລັດເຊຍ ດ້ວຍນັກທ່ອງທ່ຽວ 66,887 ເທື່ອຄົນ. ຕາມຫ້ອງການສະຖິຕິ ​ແລະ ​ຂໍ້​ມູນ​​ແຫ່ງ​ຊາດ​ ກູ​ບາ ​ແລ້ວ, ຈຳນວນ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ ກູ​ບາ ​ໃນ 3 ​ເດືອນ​ຕົ້ນ​ປີ 2024 ​ເພີ່ມ​ຂຶ້ນ 7,5% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ກູ​ບາ​ ມີ​ເປົ້າ​ໝາຍ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ 3,2 ລ້ານ​ເທື່ອ​ຄົນ​ໃນ​ປີ 2024. ນີ້ຈະ​ເປັນ​ການ​ປັບປຸງ​ເມື່ອ​ທຽບ​ໃສ່​ກັບ 2,4 ລ້ານ​ເທື່ອ​ຄົນ​ໃນ​ປີ 2023. ແຕ່ເຖິງຢ່າງໃດກໍ່ຕາມ, ຕົວເລກ​ນີ້ ຈະຢູ່ອັດຕາຕ່ຳ​ກວ່າ 4,6 ລ້ານ​ເທື່ອ​ຄົນ ​ແລະ 4,2 ລ້ານ​ເທື່ອ​ຄົນ​ໃນ​ປີ 2018 ​ແລະ 2019 ຕາມລຳດັບ ກ່ອນທີ່ຈະເກີດ​ໂລກ​ລະບາດ​ໂຄ​ວິດ-19.

ກູ​ບາ​ ຜັນຂະຫຍາຍວີ​ຊາເອເລັກໂຕນິກໃໝ່​ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ

ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມ​ຢາມ​ສະ​ຖານ​ທ່ອງທ່ຽວທີ່​ ​ກູ​ບາ​

ກະຊວງ​ທ່ອງ​ທ່ຽວ ​ກູ​ບາ ​ໄດ້​ສະ​ເໜີ​ຍຸດ​ທະ​ສາດ​ພື້ນຖານ​ທີ່​ສຸມ​ໃສ່ເຂົ້າໃນການ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ທາງ​ອາກາດ​ໂດຍ​​ກົງ​ກັບ​ປະ​ເທດນີ້, ພິເສດ ແມ່ນເພື່ອຮັບປະກັນ​ໃຫ້ການຮັບໃຊ້ທ້ອງຕະຫຼາດ​ອາ​ເມ​ລິ​ກາ​ລາ​ຕິນ, ຕົ້ນຕໍ​ແມ່ນ​ເມັກ​ຊິ​ໂກ, ບຣາຊິນ, ໂກໂລມບີ, ເປຣູ ​ແລະ ອາກ​ຊັງ​ຕິນ. ຈຳນວນ​ນັກ​ທ່ອງ​ທ່ຽວ ອາກ​ຊັງ​ຕິນ ​ແລະ ​ເມັກ​ຊິ​ໂກ ​​ໄປ​ ກູ​ບາ ​ເພີ່ມ​ຂຶ້ນ 44% ​ແລະ 38% ຕາມ​ລຳດັບ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ 2024.

ນອກ​ນີ້, ນັບ​ແຕ່​ວັນ​ທີ 17 ພຶດສະພາ​ ເປັນ​ຕົ້ນ​ໄປ, ສາຍ​ການ​ບິນ​ສາກົນ​ຂອງ​ຈີນ Air China ຍັງ​ຈະ​ຟື້ນ​ຟູ​ຖ້ຽວ​ບິນ​ໂດຍ​ກົງ​ຈາກ​ ຈີນ ​ໄປ ​ກູ​ບາ​ ດ້ວຍ​ຄວາມ​ຖີ່ 2 ຖ້ຽວ​ຕໍ່​ອາທິດ. ພົນລະ​ເມືອງ​ຈີນ ​ທີ່​ມີ​​ໜັງສືຜ່ານ​ແດນ​ທຳ​ມະ​ດາ​ຈະ​ໄດ້​ຮັບ​ການ​ຍົກ​ເວັ້ນວີ​ຊາ​ເມື່ອ​ໄປ​ຢ້ຽມຢາມ ​ກູ​ບາ.

ບໍ່ພຽງແຕ່ສຸມໃສ່ດຶງດູດນັກທ່ອງທ່ຽວຕ່າງປະເທດເທົ່ານັ້ນ, ກູບາ ຫາກຍັງພວມຊຸກຍູ້ການພັດທະນາການທ່ອງທ່ຽວແບບຍືນຍົງ. ຕາມ​ນັ້ນ​ແລ້ວ, ປະ​ເທດ​ນີ້ ກໍປະຕິບັດບັນດາມາດ​ຕະການ​ປົກ​ປັກ​ຮັກສາ​ຫາດ​ຊາຍ​ທະ​ເລ ​ແລະ ຮັກສາຊີວະພາບອັນຫຼາກຫຼາຍ ຕໍ່ຜົນກະທົບຂອງການປ່ຽນແປງດິນຟ້າອາກາດໃນພາກພື້ນ ຄາຣິບຽນ. ບັນດາເກາະ ເຊັ່ນ Santa Maria, Las Brujas ແລະ Ensenachos (ຂຶ້ນກັບແຂວງພາກກາງຂອງ Villa Clara) ໄດ້ວາງແຜນຜັງ ທີ່ຈະພັດທະນາເປັນບັນດາເຂດພັກຜ່ອນຕາກອາກາດທີ່ເປັນມິດກັບສິ່ງແວດລ້ອມ, ບຸລິມະສິດຕໍ່ການປົກປັກຮັກສາຄວາມປະຖົມປະຖານທີ່ມີຢູ່ແລ້ວ.

​ໃນ​ບັນດາເກາະ​ດັ່ງກ່າວ, ກູ​ບາ​ ​ໄດ້​ສ້າງ​ໂຮງງານ​ບຳບັດ​ນ້ຳ​ເສຍ​ຈາກ​ໂຮງ​ແຮມ 5 ​ແຫ່ງ ດ້ວຍ​ກຳລັງ​ການ​ກັ່ນ​ຕອງ​ປະມານ 20.000 – 30.000 ​ແມັດ​ກ້ອນ/ເດືອນ. ຫຼັງຈາກນັ້ນ, ນ້ຳເສຍນີ້ສາມາດຖືກນຳໃຊ້ເຂົ້າໃນວຽກງານຊົນລະປະທານ. ເພື່ອຮັບປະກັນແຫຼ່ງນ້ໍາ, ໂຮງງານກຳຈັດເກືອໂດຍໃຊ້ເຕັກໂນໂລຢີຊຶມກັບຄືນ ເຊິ່ງຈະໄດ້ຮັບການກໍ່ສ້າງດ້ວຍກຳລັງຄວາມສາມາດໃນການສະຫນອງນ້ໍາຈືດບໍລິສຸດ 50 ລິດ/ວິນາທີ ໃຫ້ເຂດພັກຜ່ອນຕາກອາກາດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ