ສະໜັບສະໜູນ​ແຂວງ ບິ່ງ​ດິ້ງ ​ເປີດ​ກວ້າງການການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ຍີ່ປຸ່ນ

15:01 | 09/05/2024

ຍສໝ - ນີ້​ແມ່ນ​ຄຳ​ໝັ້ນ​ສັນຍາ​ຂອງ​ທ່ານ Sasaki Hajime - ສະມາຊິກລັດຖະສະພາຕ່ຳ, ປະທານ​ກຳມາທິການຄົມມະນາຄົມ, ທີ່​ດິນ, ພື້ນຖານ​ໂຄງ​ລ່າງ ​ແລະ ທ່ອງ​ທ່ຽວ - ຄະນະຜູ້​ແທນ​ສະມາຊິກລັດຖະສະພາຕ່ຳ ຍີ່ປຸ່ນ ​ໃນ​ໂອກາດ​ການໄປຢ້ຽມຢາມ​ ແລະ ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ບິ່ງ​ດິ້ງ ໃນຕອນເຊົ້າຂອງວັນທີ 6 ພຶດສະພາ.

ຊຸກຍູ້ການ​ເຊື່ອມ​ໂຍງ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​​ແຂວງ ຫາຍ​ຟ່ອງ ກັບ​ບັນດາ​ຄູ່​ຮ່ວມ​ມື​ ສິງກະ​ໂປ ຊຸກຍູ້ການ​ເຊື່ອມ​ໂຍງ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​​ແຂວງ ຫາຍ​ຟ່ອງ ກັບ​ບັນດາ​ຄູ່​ຮ່ວມ​ມື​ ສິງກະ​ໂປ
ເກີ່ນເທີ ແບ່ງປັນ​ບັນດາ​ມາດ​ຕະການຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ ກັບ​ຜູ້ຕາງໜ້າ​ບັນດາ​ປະ​ເທດກຸ່ມ G4 ເກີ່ນເທີ ແບ່ງປັນ​ບັນດາ​ມາດ​ຕະການຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ ກັບ​ຜູ້ຕາງໜ້າ​ບັນດາ​ປະ​ເທດກຸ່ມ G4

ໂດຍຕ້ອນຮັບທ່ານ Sasaki Hajime - ສະມາຊິກລັດຖະສະພາຕ່ຳ, ປະທານ​ກຳມາທິການຄົມມະນາຄົມ, ທີ່​ດິນ, ພື້ນຖານ​ໂຄງ​ລ່າງ ​ແລະ ທ່ອງ​ທ່ຽວ - ຄະນະຜູ້​ແທນ​ສະມາຊິກລັດຖະສະພາຕ່ຳ ຍີ່ປຸ່ນ ແລະ ທ່ານ Nishino Daisuke - ສະມາຊິກລັດຖະສະພາຕ່ຳ, ຫົວໜ້າໜ່ວຍຜູ້ຊ່ວຍກົມງົບປະມານຂອງກະຊວງການ​ເງິນ ຍີ່​ປຸ່ນ (ຄະນະຜູ້​ແທນ​ສະມາຊິກລັດຖະສະພາຕ່ຳ ຍີ່ປຸ່ນ), ທ່ານ​ເລຂາຄະນະພັກແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ ​ບິ່ງ​ດິ່ງ ​ໂຮ່​ກວກ​ຢຸງ ຫວັງ​ວ່າ​ ຄະນະ​ຜູ້​ແທນສະມາຊິກລັດຖະສະພາຕ່ຳ ຍີ່​ປຸ່ນ ຈະ​ເອົາ​ໃຈ​ໃສ່, ໜຸນຊ່ວຍການ​ຊຸກຍູ້ ​ແລະ ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບລະຫວ່າງ​ແຂວງ ບິ່ງ​ດິ້ງ ກັບ​ບັນດາ​ທ້ອງ​ຖິ່ນ, ຄູ່​ຮ່ວມມືຂອງ​ ຍີ່​ປຸ່ນ ທີ່ພວມມີໃນປະຈຸບັນ ໃຫ້ຫຼາຍກວ່າອີກ.

ສະໜັບສະໜູນ​ແຂວງ ບິ່ງ​ດິ້ງ ​ເປີດ​ກວ້າງການການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ຍີ່ປຸ່ນ

ທ່ານ​ເລຂາຄະນະພັກແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ ​ບິ່ງ​ດິ່ງ ​ໂຮ່​ກວກ​ຢຸງ ເປັນປະທານການຕ້ອນຮັບຄະນະຜູ້​ແທນ​ສະມາຊິກລັດຖະສະພາຕ່ຳ ຍີ່ປຸ່ນ - (ພາບ: Trang Le/binhdinh.gov.vn).

ພ້ອມ​ກັນ​ນັ້ນ, ​ກໍເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ບັນດາ​ທ້ອງ​ຖິ່ນ, ຄູ່​ຮ່ວມ​ມື​ທີ່​ມີ​ທ່າ​ແຮງ​ຂອງ ຍີ່​ປຸ່ນ, ພິ​ເສດ​ແມ່ນ​ໜູນຊ່ວຍການ​ສ້າງຕັ້ງສາ​ຍພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ແຂວງ ບິ່ງ​ດິ້ງ ກັບ ແຂວງ Osaka ​ແລະ ​ແຂວງ Nagano; ລະຫວ່າງນະຄອນ ກູຍເຍີ່ນ ກັບ ນະຄອນ Ashikaga, ຂຶ້ນກັບແຂວງ Tochigi. ຄຽງ​ຂ້າງ​ນັ້ນ, ຍັງ​ໜູນ​ຊ່ວຍ​ການ​ເຊື່ອມ​ຕໍ່​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ​ເພື່ອມາ​ສຳ​ຫຼວດ, ລົງທຶນ​ຢູ່​ແຂວງ ບິ່ງ​ດິ້ງ ແລະ ໜູນ​ຊ່ວຍ​ການ​ເຊື່ອມຕໍ່ໂຄສະນາກຳລັງບົ່ມຊ້ອນ, ຜະລິດ​ຕະພັນ​ຂອງ​ແຂວງ ບິ່ງ​ດິ້ງ ຕໍ່ທ້ອງຕະຫຼາດ ຍີ່ປຸ່ນ.

ທີ່​ການ​ພົບ​ປະ, ທ່ານ Sasaki Hajime - ສະມາຊິກລັດຖະສະພາຕ່ຳ, ປະທານ​ກຳມາທິການຄົມມະນາຄົມ, ທີ່​ດິນ, ພື້ນຖານ​ໂຄງ​ລ່າງ ​ແລະ ທ່ອງ​ທ່ຽວ - ຄະນະຜູ້​ແທນ​ສະມາຊິກລັດຖະສະພາຕ່ຳ ຍີ່ປຸ່ນ ​ໄດ້​ແບ່ງປັນ​ວ່າ ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ສອງ​ທ່ານສະມາຊິກລັດຖະສະພາຕ່ຳມາ​ຢ້ຽມຢາມ​ແຂວງ​ ບິ່ງ​ດິ້ງ, ແຕ່​ຮູ້ສຶກ​ປະ​ທັບ​ໃຈ​ກັບ​ຄວາມ​ງາມ​ຂອງ​ແຂວງ ບິ່ງ​ດິ້ງ ແລະ ​ເຫັນ​ໄດ້ເຖິງແງ່​ຫວັງ​ໃນ​ການ​ເພີ່ມ​ທະວີສາຍພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ, ທ້ອງ​ຖິ່ນ ຍີ່ປຸ່ນ ກັບ ​ແຂວງ ບິ່ງ​ດິ້ງ ໃນ​ໄລຍະ​ຈະ​ມາ​ເຖິງ.

ທ່ານສະມາຊິກລັດຖະສະພາຕ່ຳ Sasaki Hajime ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ພາຍຫຼັງ​ການ​ຢ້ຽມຢາມ​ແຂວງ ບິ່ງ​ດິ້ງ ໃນ​ຄັ້ງ​ນີ້, ທ່ານ ພ້ອມກັນກັບບັນດາສະມາຊິກລັດຖະສະພາຕ່ຳ ຍີ່ປຸ່ນ ຈະໂຄສະນາກຳລັງບົ່ມຊ້ອນທ່າແຮງຂອງ​ແຂວງ ບິ່ງ​ດິ້ງ ຢູ່ ຍີ່ປຸ່ນ ຢ່າງຕັ້ງໜ້າ​; ພ້ອມ​ກັນ​ນັ້ນ, ກໍ​ຮຽກ​ຮ້ອງ​ບັນ​ດາ​ວິ​ສາ​ຫະ​ກິດ ຍີ່​ປຸ່ນ ໄປຊອກ​ຫາ​ກາ​ລະ​ໂອ​ກາດ​ລົງ​ທຶນ​ຢູ່ ບິ່ງ​ດິ້ງ.

ຄະນະຜູ້​ແທນ​ສະມາຊິກລັດຖະສະພາຕ່ຳ ຍີ່​ປຸ່ນ ກໍ່​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ ແລະ ສະ​ໜັບ​ສະ​ໜູນ​ແຂວງ ບິ່ງ​ດິ້ງ ເປີດກວ້າງການສ້າງ​ຕັ້ງ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ກັບ​ບັນ​ດາ​ທ້ອງ​ຖິ່ນ ຍີ່​ປຸ່ນ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ແຜນນະໂຍບາຍຂອງ​ການ​ນຳ 2 ປະ​ເທດ​ ຫວຽດ​ນາມ - ຍີ່​ປຸ່ນ, ຍົກ​ລະດັບການ​ພົວ​ພັນ​ລະ​ຫວ່າງ 2 ຝ່າຍ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ.

ມິງດຶກ

ເຫດການ
302 Found

Found

The document has moved here.