ຣູ​ມາ​ນີ ແລະ ຫວຽດ​ນາມ: ການ​ຮ່ວມ​ມື​ຮອບ​ດ້ານ, ​ອະ​ນາ​ຄົດ​ທີ່​ໝັ້ນຄົງເຂັ້ມ​ແຂງ

06:30 | 02/12/2021

ຍສໝ - ທ່ານ ນາງ ​ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມແຫ່ງ ຣູ​ມາ​ນີ ປະຈຳ ຫວຽດນາມ Cristina Romila ​ໄດ້ມີບົດ​ຂຽນ​​​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 103 ປີ​ແຫ່ງ​ວັນ​ຊາດ ຣູ​ມາ​ນີ (1/12/1918 – 1/12/2021) ​ແລະ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ ຫວຽດນາມ - ຣູ​ມາ​ນີ ປີ 1991-2021).

ການນໍານະຄອນດ່ານັ້ງ ຢ້ຽມຢາມ ແລະອວຍພອນວັນຊາດ ລາວ ຄົບຮອບ 46 ປີ ການນໍານະຄອນດ່ານັ້ງ ຢ້ຽມຢາມ ແລະອວຍພອນວັນຊາດ ລາວ ຄົບຮອບ 46 ປີ
ວິ​ສາ​ຫະ​ກິດ ອົດ​ສະ​ຕາ​ລີ ຊອກ​ຫາກາ​ລະ​ໂອ​ກາດ​ຮ່ວມ​ມື​ກັບ ຫວຽດ​ນາມ ວິ​ສາ​ຫະ​ກິດ ອົດ​ສະ​ຕາ​ລີ ຊອກ​ຫາກາ​ລະ​ໂອ​ກາດ​ຮ່ວມ​ມື​ກັບ ຫວຽດ​ນາມ
ຣູ​ມາ​ນີ ແລະ ຫວຽດ​ນາມ: ການ​ຮ່ວມ​ມື​ຮອບ​ດ້ານ, ​ອະ​ນາ​ຄົດ​ທີ່​ໝັ້ນຄົງເຂັ້ມ​ແຂງ
ຣູມານີ ຊົມເຊີຍຜົນສຳເລັດຂອງ ຫວຽດນາມ ໃນການເປັນປະທານອາຊຽນ ໃນປີ 2020 ແລະ ສະໜັບສະໜູນເປົ້າໝາຍນະໂຍບາຍການຕ່າງປະເທດຂອງ ຫວຽດນາມ ກ່ຽວກັບບົດບາດໃຈກາງຂອງ ອາຊຽນ ຢູ່ພາກພື້ນ... ພາບ: congluan.vn

ໃນ​ບົດ​ຂຽນ, ທ່ານ​ ນາງ ​ເອກ​ອັກຄະ​ລັດຖະທູດ Cristina Romila ​ໄດ້​ຕີ​ລາຄາ​ວິວັດການ​ສ້າງ​ຕັ້ງ ​ແລະ ພັດທະນາ ​ກໍ່ຄື ບັນດາ​ເຫດການ​ທີ່​ເປັນ​ຈຸດປະກາຍແຈ້ງ​ຂອງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຣູ​ມາ​ນີ - ຫວຽດນາມ ​ທີ່ໄດ້ຮັບການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ 70 ກວ່າ​ປີ​ກ່ອນ (3/2/1950).

ການ​ພົວ​ພັນ​ທີ່ຍາວນານລະ​ຫວ່າງ​ສອງ​ປະ​ເທດ​ແມ່ນ​ຄວາມ​ມີຊີວິດຊີວາ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ທີ່ໄດ້ທົດ​ສອບ​ໃນໄລຍະເວລາທີ່ຜ່ານມາ. ​ເຖິງ​ວ່າ​ມີ​ໄລຍະ​ຫ່າງ​ທາງ​ພູມ​ສາດ​ລະຫວ່າງ ຣູ​ມາ​ນີ ​ແລະ ຫວຽດນາມ, ​ແຕ່​ປະຊາຊົນ​ສອງ​ປະ​ເທດ​ ກໍ່ຍັງມີການແບ່ງປັນຄວາມ​ຄ້າຍຄື​ກັນ​ຫຼາຍ​ຢ່າງອີກດ້ວຍ. ນັ້ນແມ່ນບັນດາ​ຜູ້ຄົນທີ່​ມີ​ນ້ຳ​ໃຈ​ເອື້ອ​ເຟື້ອ​ເພື່ອ​ແຜ່, ເປັນມິດ, ຮັກແຂກແພງຄົນ, ມີ​ຄວາມເຊື່ອ​ໝັ້ນ​ໃນ​ອະ​ນາ​ຄົດ, ຊື່​ສັດ​ຕໍ່​ອາ​ດີດ, ຍາມໃດກໍ່​ຊຸກ​ຍູ້ສະໜັບສະໜູນ​​ໃຫ້​ໂລກ​ມີ​ສັນ​ຕິ​ພາບ, ການ​ຮ່ວມ​ມື​ຫຼາຍ​ຝ່າຍ.

ທ່ານນາງເອກ​ອັກຄະ​ລັດຖະທູດ​ ຢືນຢັນ​ວ່າ ການ​ພົວພັນ​ສອງ​ປະ​ເທດ​ລະຫວ່າງ ຣູມາ​ນີ ​ແລະ ຫວຽດນາມ ພັດທະນາ​ບົນ​ພື້ນຖານ​ອັນ​ລ້ຳ​ຄ່າ​ທີ່​ສຸດ​ຄື: ການ​ແລກປ່ຽນ​ປະຊາຊົນ​ລະຫວ່າງ 2 ປະ​ເທດ ເຊິ່ງໄດ້ຮັບການເຊື່ອມຕໍ່ ໂດຍ​ນັກ​ສຶກສາ ​ແລະ ນັກ​ຄົ້ນ​ຄ້ວາ​ຫວຽດນາມ ນັບ​ພັນ​ຄົນ​ທີ່ຮຽນ​ຈົບ​ມະຫາວິທະຍາ​ໄລ​ທີ່​ມີ​ຊື່​ສຽງ​ຂອງ ຣູມາ​ນີ.

ສິ່ງ​ດັ່ງ​ກ່າວ ໄດ້​ສ່ອງແສງຢ່າງ​ກົງໄປກົງມາທີສຸດກ່ຽວກັບຄວາມໄວ້ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ສອງ​ປະ​ເທດ​, ພ້ອມ​ທັງ​ຢືນ​ຢັນ​ອີກ​ເທື່ອ​ໜຶ່ງກ່ຽວກັບກໍາລັງໜຸນ​ໃຫ້​ແກ່​ອະ​ນາ​ຄົດ​ທີ່​ສົດ​ໃສ​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ. ປະຈຸບັນ, ນັ້ນ​ແມ່ນ​ຄວາມ​ຊົງ​ຈຳ​ທີ່​ສວຍ​ງາມ​ກ່ຽວ​ກັບ​ຄຳ​ໝັ້ນ​ສັນຍາ​ຂອງ ຣູມາ​ນີ ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ​ຂອງ​ຫວຽດນາມ, ​ໃນ​ໄລຍະ​ທີ່​ມີ​ການ​ປ່ຽນແປງຫຼາຍຢ່າງທີ່ສໍາຄັນກ່ຽວກັບດ້ານ​ເສດຖະກິດ ​ແລະ ສັງຄົມ.

ທ່ານນາງ​ເອກ​ອັກຄະ​ລັດຖະທູດ ກໍ່​ໄດ້​ຮັບ​ຮູ້​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ຣູ​ມາ​ນີ ​ໃນ 30 ປີຜ່ານມາ ​ແມ່ນ​ຂົວ​ຕໍ່​ມິດຕະພາບ​ລະຫວ່າງ 2 ປະ​ເທດ, ​ນັ້ນແມ່ນ​ຄູ່​ຮ່ວມ​ມື​ທີ່​ຕັ້ງໜ້າ ​ແລະ ສະໜິດຕິດພັນເພື່ອ​​ຊຸກຍູ້​ບັນດາ​ໂຄງການ​ຮ່ວມ​ມື 2 ຝ່າຍ. 2 ປີຜ່ານມາ, 2 ຝ່າຍ​ໄດ້​ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ຢ່າງ​ຕັ້ງໜ້າ​ໃນ​ການ​ສະກັດ​ກັ້ນ​ໂລກ​ລະບາດ​ໂຄ​ວິດ-19, ​ໄດ້​ສະ​ແດງ​ໃຫ້​ເຫັນ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ສະພາ​ແຫ່ງ​ຊາດ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ຣູ​ມາ​ນີ ທີ່ໄດ້ໜູນ​ຊ່ວຍຜ້າອັດປາກໃຫ້ຣູ​ມາ​ນີ (ປີ 2020) ໂດຍຜ່ານອົງການກາແດງໃນປະເທດຣູ​ມາ​ນີ.

ນັບ​ແຕ່​ປີ 2016 ​ເປັນ​ຕົ້ນ​ມາ, ການ​ສົນທະນາ​ທາງ​ການ​ເມືອງ​ສອງຝ່າຍບັນລຸ​ໄດ້​ບັນດາ​ຂີດໝາຍຫຼາຍຢ່າງ​ສຳຄັນ​ໂດຍ​ຜ່ານ​ການ​ເຈລະຈາ​ຂັ້ນ​ສູງ. ການ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ອີ​ຢູ - ຫວຽດນາມ (EVFTA) ​ແລະ ສັນຍາ​ອາລັກຂາ​ການ​ລົງທຶນ (IPA) ​ໃນ​ເດືອນ 6/2019 ​ແມ່ນ​ໜຶ່ງ​ໃນ​ບັນດາ​ຜົນສຳ​ເລັດ​ໃນ​ນະ​ໂຍບາຍ​ການ​ຄ້າ​ຂອງ​ສະຫະພາບ​ເອີ​ລົບ. ​ໃນ​ຖານະ​ເປັນ​ປະທານ​ສະພາ​ເອີ​ລົບ ຣູ​ມາ​ນີ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຢ່າງ​ຈະ​ແຈ້ງ​ເພື່ອ​ນຳ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ຣູ​ມາ​ນີ ແລະ ຫວຽດນາມ ສົມທົບກັນຢ່າງຕັ້ງໜ້າ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນສະຫະປະຊາຊາດ, ອົງການນຳໃຊ້ພາສາຝະລັ່ງ ແລະ ບັນດາເວທີປາໄສ ASEM. ຣູ​ມາ​ນີ ສະໜັບສະໜູນ ຫວຽດນາມ ​ອອກ​ສະໝັກ​ເປັນ​ສະມາຊິກ​ບໍ່​ປະຈຳ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ອາຍຸ​ການ 2020-2021 ​ແລະ ບັນດາ​ວຽກ​ງານ​ບຸລິມະສິດ​ຂອງ​ອົງການນີ້ເພື່ອ​ມຸ່ງ​ໄປ​ເຖິງ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ​ເພີ່ມ​ທະວີ​ຄວາມ​ວັດທະນາ​ຖາວອນ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຣູມານີ ຊົມເຊີຍຜົນສຳເລັດຂອງ ຫວຽດນາມ ໃນການເປັນປະທານອາຊຽນ ໃນປີ 2020 ແລະ ສະໜັບສະໜູນເປົ້າໝາຍນະໂຍບາຍການຕ່າງປະເທດຂອງ ຫວຽດນາມ ກ່ຽວກັບບົດບາດໃຈກາງຂອງ ອາຊຽນ ຢູ່ພາກພື້ນ...

ໄຊພອນ

ເຫດການ
302 Found

Found

The document has moved here.