ຍູ້​ແຮງ​ການ​ຄ້າ ​ແລະ ການ​ລົງທຶນ ​ເຢຍລະ​ມັນ - ຫວຽດນາມ ຜ່ານ​ຊ່ອງ​ທາງການພົວພັນຕ່າງປະເທດ​ປະຊາຊົນ

19:07 | 28/11/2021

ຍສໝ - ຫວ່າງແລ້ວນີ້, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຫວູກວາງ​ມິນ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ Marko Walde, ຫົວໜ້າ​ຜູ້ຕາງໜ້າ​ຫ້ອງການ ອຸດສາຫະກຳ ແລະ ການ​ຄ້າ ​ ​ເຢຍລະ​ມັນ ປະຈຳ ຫວຽດນາມ (AHK) ​ແລະ ທ່ານ ຫງວຽນ​ກວາງ​ຮຽວ ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ເຢຍລະ​ມັນ ນະຄອນ ຮ່າ​ໂນ້ຍ.

ສະ​ວິດ ປ​າດ​ຖະ​ໜາ​ຢາກ​ບັນ​ລຸ​ໄດ້​ ສັນ​ຍາ​ການ​ຄ້າ​ເສ​ລີ FTA ກັບ ຫວຽດ​ນາມ ສະ​ວິດ ປ​າດ​ຖະ​ໜາ​ຢາກ​ບັນ​ລຸ​ໄດ້​ ສັນ​ຍາ​ການ​ຄ້າ​ເສ​ລີ FTA ກັບ ຫວຽດ​ນາມ
VUFO, ສະຖານທູດ​ລັດ​ເຊຍ ປະຈຳ ​ຫວຽດນາມ ສືບ​ຕໍ່​ພັດທະນາ​ການ​ພົວພັນ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ຫວຽດນາມ ​ແລະ ລັດ​ເຊຍ VUFO, ສະຖານທູດ​ລັດ​ເຊຍ ປະຈຳ ​ຫວຽດນາມ ສືບ​ຕໍ່​ພັດທະນາ​ການ​ພົວພັນ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ຫວຽດນາມ ​ແລະ ລັດ​ເຊຍ
ພາບປະກອບ:  TTXVN
ພາບປະກອບ: TTXVN

ທີ່​ການ​ເຮັດວຽກ, ບັນດາ​ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວກັບແຜນການ​ຮ່ວມ​ມື​ເພື່ອຍູ້​ແຮງການ​ພົວພັນ​ທາງ​ການ​ທູດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ ​ເຢຍລະ​ມັນ ​ແລະ ຫວຽດນາມ ຜ່ານ​ການ​ທູດ​ປະຊາຊົນ: ຍູ້ແຮງ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ພະລັງງານແຮງລົມ​ທົດ​ແທນ; ການຝຶກອົບຮົມວິຊາຊີບຕາມມາດຕະຖານຂອງເຢຍລະມັນ; ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຝຶກ​ອົບ​ຮົມ​ວິຊາ​ຊີບ, ພ້ອມ​ກັນ​ນັ້ນ ​ກໍ​ໄດ້ມອບ​ໂອນ​ບັນດາ​ເຕັກ​ໂນ​ໂລ​ຊີ​ຫຼ້າ​ສຸດ​ຂອງ​ເຢຍລະ​ມັນ ​ເພື່ອ​ປ່ຽນແປງໃໝ່ປະດິດຄິດ​ສ້າງ ​ແລະ ​ເຂົ້າ​ຮ່ວມ​ຕ່ອງໂສ້ການ​ສະໜອງ​ຂອງ​ບັນດາ​ນັກ​ລົງທຶນ ​ເຢຍລະ​ມັນ ຢູ່ ຫວຽດນາມ.

ສ່ວນຝ່າຍສະມາຄົມ​ມິດຕະພາບ ຫວຽດນາມ - ​ເຢຍລະ​ມັນ ຢູ່ ຮ່າ​ໂນ້ຍ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ ​ແລະ ຄາດ​ວ່າຈະ​ຜ່ານ​ການ​ເຄື່ອນ​ໄຫວ​ຈໍານວນໜຶ່ງ ແນໃສ່ຫັນບັນດາ​ເປົ້າ​ໝາຍໃຫ້ປະກົດຜົນເປັນຈິງ​ຄື: ພັດທະນາ​ການ​ພົວພັນ​ລະຫວ່າງ ຮ່າ​ໂນ້ຍ ກັບ Berlin, ການບຳບັດ​ສິ່ງ​ເສດ​ເຫຼືອ, ສະໜອງ​ແຫຼ່ງຢາ​ຜ່ານ AHK, ຈັດ​ຕັ້ງບັນດາ​ການ​ເຄື່ອນ​ໄຫວ​ຕ່າງໆ​ເຊັ່ນ ​ການ​ແຂ່ງຂັນ​ກິລາ​ບານ​ເຕະ​ມິດຕະພາບ, ງານ​ຕະຫຼາດນັດ​ຄຼິດສມາດ... ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ດ້ານ​ວັດທະນະທຳ​ຂອງ​ສອງ​ຝ່າຍ.

ໄຊພອນ

ເຫດການ
302 Found

Found

The document has moved here.