ຫວຽດນາມ - ລັດເຊຍ: ເປີດກວ້າງການຮ່ວມມືໃນຂົງເຂດນ້ຳມັນອາຍແກັສ

06:30 | 03/12/2021

ຍສໝ - ຕອນ​ຄ່ຳ​ວັນ​ທີ 30 ພະຈິກ (ຕາມ​ເວລາ​ຫວຽດນາມ), ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ມີ​ການ​ເຈລະຈາ​ກັບ ​ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin. ສອງຝ່າຍ​ຢືນຢັນ​ວ່າ: ພະລັງງານ ​ແລະ ນ້ຳມັນ​ອາຍ​ແກັສ ສືບ​ຕໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ເສົາ​ຄ້ຳ​ສຳຄັນ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ລັດ​ເຊຍ.

ປະທານປະເທດ ຢ້ຽມຢາມ ແລະ ເຮັດວຽກຢູ່ສູນເຂດຮ້ອນ ຫວຽດນາມ - ລັດເຊຍ ປະທານປະເທດ ຢ້ຽມຢາມ ແລະ ເຮັດວຽກຢູ່ສູນເຂດຮ້ອນ ຫວຽດນາມ - ລັດເຊຍ
ຫວຽດນາມ - ລັດເຊຍ ເພີ່ມທະວີ ແລະ ເປີດກວ້າງການຮ່ວມມືໃນຂົງເຂດປ້ອງກັນຄວາມໝັ້ນຄົງ ຫວຽດນາມ - ລັດເຊຍ ເພີ່ມທະວີ ແລະ ເປີດກວ້າງການຮ່ວມມືໃນຂົງເຂດປ້ອງກັນຄວາມໝັ້ນຄົງ

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ແລະ ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​ໄດ້​ປຶກສາ​ຫາລື ​ແລະ ​ເຫັນ​ດີ​ເປັນ​ເອກະສັນກ່ຽວ​ກັບ​​ທິດ​ທາງ ​ແລະ ມາດ​ຕະການ​ສຳຄັນຫຼາຍຢ່າງ​ ເພື່ອ​ເປີດ​ໄລຍະ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ, ປະສິດທິ​ຜົນ ​ແລະ ​ແທດ​ຈິງ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ລັດ​ເຊຍ ດ້ວຍ​ວິ​ໄສ​ທັດ​ຮອດ​ປີ 2030.

ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Putin ໄດ້ພ້ອມ​ກັນ​ຕີ​ລາ​ຄາ​ວ່າ ການ​ພົວ​ພັນ​ດ້ານ​ການ​ເມືອງ ແລະ ການ​ທູດ​ລະ​ຫວ່າງ ຫວຽດ​ນາມ ແລະ ລັດ​ເຊຍ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ຍຸດ​ທະ​ສາດ​ສູງ. ການ​ພົບປະ​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ຢູ່ຂັ້ນ​ສູງ ໄດ້​ຮັບ​ການ​ຮັກ​ສາຢ່າງເປັນປະຈຳ ​ໃນທັງ​ຂອບ​ເຂດ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ ເຖິງຈະ​ໄດ້​ຮັບ​ຜົນ​ກະ​ທົບ​ບໍ່ສະດວກ​ຈາກ​ການ​ແຜ່​ລະ​ບາດ Covid-19 ກໍຕາມ.

ຫວຽດນາມ - ລັດເຊຍ: ເປີດກວ້າງການຮ່ວມມືໃນຂົງເຂດນ້ຳມັນອາຍແກັສ
ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ແລະ ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin. (ພາບ: TTXVN)

ສອງຝ່າຍ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ​ແທດ​ຈິງ, ມີ​ປະສິດທິ​ຜົນ ​ແລະ ຮອບດ້ານ​ລະຫວ່າງ ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ ​ໃນ​ບັນດາ​ຂົງ​ເຂດ​ທີ່​ເປັນ​ມູນ​ເຊື້ອ ​ແລະ ມີ​ທ່າ​ແຮງ ​ຄື: ການ​ສຶກສາ - ບຳລຸງ​ສ້າງ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ວັດທະນະທຳ, ທ່ອງ​ທ່ຽວ, ຂໍ້​ມູນ​ຂ່າວສານ ​ແລະ ການສື່ສານ…

ສອງຝ່າຍ​ໄດ້​ແລກປ່ຽນ​ທັດສະນະ​ ກ່ຽວ​ກັບ​ສະພາບ​ການ​ໂລກ ​ແລະ ພາກ​ພື້ນ. ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ສະໜັບສະໜູນ ​ແລະ ຕີ​ລາຄາ​ສູງ​ບົດບາດ ໃນ​ຖານະ​ແມ່ນປະເທດມະຫາອຳນາດ ​ແລະ ມີອິດທິພົນ​ສາກົນທີ່ນັບມື້ນັບສູງຂອງ​ລັດ​ເຊຍ​ຢູ່​ພາກ​ພື້ນ, ຢືນຢັນ​ວ່າ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຂົວ​ຕໍ່​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ ລັດ​ເຊຍ ກັບ ອາ​ຊຽນ ແລະ ບັນດາປະເທດ ອາຊີ - ປາຊີ​ຟິກ.

ສອງຝ່າຍ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ສົມທົບ​ກັນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຮັບປະກັນ​ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ, ຄວາມ​ເສລີ​ໃນ​ການ​ເດີນທະເລ ​ແລະ ການເດີນອາກາດຢູ່ ອາຊີ - ປາຊີ​ຟິກ, ​ໃນ​ນັ້ນ​ມີ​ທະ​ເລ​ຕາ​ເວັນ​ອອກ ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ​ລວມ​ມີ UNCLOS 1982.

ສອງຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບຍູ້ແຮງການ​ແລກປ່ຽນ​ຄະນະ​ຜູ້​ແທນໃນ​ທຸກ​ຊ່ອງ​ທາງ​ຂອງ​ພັກ, ລັດ, ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ, ກໍ່ຄືການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ ​ແລະ ​ທ້ອງ​ຖິ່ນ ພາຍຫຼັງ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ໄດ້​ຮັບ​ການ​ຄວບ​ຄຸມ.

ສອງຝ່າຍຕີລາຄາສູງການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງສອງປະເທດ ບັນລຸໄດ້ຫລາຍຜົນງານອັນສຳຄັນ, ຮັດແໜ້ນການພົວພັນດ້ານການເມືອງ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງສອງປະເທດຢ່າງເລິກເຊິ່ງກວ້າງຂວາງ, ຢືນຢັນຄວາມຕັດສິນໃຈເຮັດໃຫ້ການຮ່ວມມືດ້ານເສດຖະກິດ ກາຍເປັນເສົາຄ້ຳທີ່ສຳຄັນໃນການພົວພັນຮ່ວມມືສອງຝ່າຍ ລັດເຊຍ-ຫວຽດນາມ.

ສອງຝ່າຍຢັ້ງຢືນວ່າ: ພະລັງງານ, ນ້ຳມັນອາຍແກັສ ສືບຕໍ່ແມ່ນໜຶ່ງໃນບັນດາເສົາຄ້ຳຫຼັກ ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ນຳມາເຊິ່ງຜົນປະໂຫຍດແທດຈິງ; ​ ​ເຫັນ​ດີເປັນເອກະພາບ​ສືບ​ຕໍ່​ຮັກສາ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ນ້ຳມັນອາຍ​ແກັສ ຢູ່​ເຂດ​ນ່ານ​ນ້ຳ ຫວຽດນາມ ​ແລະ ​ເຂດ​ດິນ​ແດນ ສະຫະພັນ ລັດ​ເຊຍ ໂດຍສອດຄ່ອງຕາມ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ ປີ 1982 (UNCLOS 1982).

ສອງຝ່າຍ​ໄດ້ສະແດງຄວາມ​ຊົມ​ເຊີຍ ​ແລະ ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ສະໜອງ​ນ້ຳມັນ​ອາຍ​ແກັສ​ແຫຼວ, ພະລັງງານ​ຄວາມຮ້ອນ-ອາຍ​ແກັສ, ພະລັງງານ​ໄຟຟ້າ​ທົດ​ແທນ...; ​ຍູ້ແຮງ​ໂຄງການ​ກໍ່ສ້າງ​ສູນ​ຄົ້ນຄວ້າ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ນິວ​ເຄຼຍ ຢູ່ຫວຽດນາມ, ຖື​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ໂຄງການ​ສຳຄັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ສອງ​ຝ່າຍ​ເຫັນ​ດີ​ ຈະ​ເປີດ​ຖ້ຽວ​ບິນ​​ຄືນ​ໃໝ່​ໂດຍ​ໄວ ໃນ​ທັນທີ​ທີ່​ໂລກລະບາດ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ ເພື່ອ​ຟື້ນ​ຟູ​ການ​ແລກປ່ຽນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ສິ້ນສຸດການເຈລະຈາ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບວິໄສທັດ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນລັດເຊຍ ຮອດປີ 2030, ແນໃສ່ກຳນົດທິດການພົວພັນຮ່ວມມືດ້ານຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ສອງ​ປະເທດໃນທຸກຂົງເຂດ ໃຫ້ນັບມື້ນັບເພີ່ມຂຶ້ນ, ​ເລິກ​ເຊິ່ງ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ; ຕອບສະໜອງຜົນປະໂຫຍດອັນຍາວນານຂອງສອງປະເທດ ແລະ ປະຊາຊົນ; ປະກອບສ່ວນ​ເຂົ້າ​ໃນ​ຄວາມສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.