ຂີດໝາຍອັນໃຫຍ່ຫຼວງ ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ

16:50 | 02/12/2021

ຍສໝ - ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທງເຊີນ ຢືນຢັນ​ວ່າ ການ​ຢ້ຽມຢາມ ຍີ່ປຸ່ນ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ບັນລຸ​ໄດ້​ບັນດາ​ໝາກຜົນ​ຮອບດ້ານ ​ແລະ ມີຄວາມໝາຍຍຸດ​ທະ​ສາດ, ສ້າງ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ຍີ່ປຸ່ນ.

11 ບັນ​ຫາຈະ​ໄດ້ຈັດຕັ້ງປະຕິບັດ​ໃນ​ຂໍ້​ລິ​ເລີ່ມ​ລວມຂັ້ນຕອນທີ 8 ຂອງຍຫວຽດນາມ - ຍີ່ປຸ່ນ 11 ບັນ​ຫາຈະ​ໄດ້ຈັດຕັ້ງປະຕິບັດ​ໃນ​ຂໍ້​ລິ​ເລີ່ມ​ລວມຂັ້ນຕອນທີ 8 ຂອງຍຫວຽດນາມ - ຍີ່ປຸ່ນ
ການສົນທະນາທາງອອນລາຍ ລະຫວ່າງຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ - ຍີ່ປຸ່ນ ການສົນທະນາທາງອອນລາຍ ລະຫວ່າງຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ - ຍີ່ປຸ່ນ

ການຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໃນລະຫວ່າງວັນທີ 22 – 25 ພະຈິກ ຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ ​ກ່ຽວ​ກັບ​ໝາກຜົນ​ຂອງ​ການ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທງເຊີນ ​ເນັ້ນ​ໜັກ​ວ່າ: ການ​ຢ້ຽມຢາມ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ຍີ່ປຸ່ນ ​ໃຫ້​ເລິກ​ເຊິ່ງກ່ວາ​ອີກ, ​ເພີ່ມ​ທະວີ ​ແລະ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ແທດ​ຈິງ, ​ສົມກັບເປັນການພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການ​ເມືອງ, ການ​ທູດ, ການປ້ອງ​ກັນ​ຄວາມ​ສະຫງົບ...

ຂີດໝາຍອັນໃຫຍ່ຫຼວງ ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ
ຂີດໝາຍອັນໃຫຍ່ຫຼວງ ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ.

ການ​ຢ້ຽມຢາມ​ຍັງ​ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ ​ແນວທາງ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນ​ເປັນ​ຫຼາຍ​ຝ່າຍ, ຫັນເປັນຫຼາຍຮູບຫຼາຍແບບ, ສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະ ພັດທະນາຢ່າງມີຊີວິດຊີວາ, ​ເຊິ່ງຫວຽດນາມ ​ແມ່ນ​ເພື່ອນ​ມິດ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ສາກົນ.

ທ່ານ​ລັດຖະມົນຕີ ບຸ່ຍແທງເຊີນ ຢືນຢັນ​ວ່າ ການ​ຢ້ຽມຢາມ​ບັນລຸ​ໄດ້​ບັນດາ​ໝາກຜົນ​ຮອບດ້ານ, ທັງ​ມີ​ລັກສະນະ​ແທດ​ຈິງ ​ແລະ ຍຸດ​ທະ​ສາດ, ສ້າງ​ຂີດໝາຍອັນໃຫຍ່ຫຼວງໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຍີ່ປຸ່ນ. ສອງ​ຝ່າຍ​ໄດ້​ກຳນົດ​ທິດ​ທາງ​ໃຫຍ່ ​ແລະ ມາດ​ຕະການ​ສະ​ເພາະ ​ເພື່ອ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ກວ້າງຂວາງ​ລະຫວ່າງ​ສອງ​ປະ​ເທດ. ​ສອງປະ​ເທດ​ຈະ​ນຳ​ເອົາ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ຂຶ້ນ​ສູ່​ໄລຍະ​ໃໝ່​ແຫ່ງ​ການ​ພັດທະນາ​ຢ່າງ​ເລິກ​ເຊິ່ງ, ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ​ຫຼາຍກວ່າອີກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.