ເຢຍ​ລະ​ມັນ​ມອບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ ແລະ ເຄື່ອງວັດ​ລະ​ດັບ​ອົກ​ຊີ​ໃຫ້​ຫວຽດ​ນາມ ມູນ​ຄ່າ 21 ຕື້​ດົງ

19:38 | 25/11/2021

ຍສໝ - ວັນທີ 24 ພະຈິກ, ທ່ານ Guido Hildner ເອກອັກຄະລັດຖະທູດ ສະຫະພັນເຢຍລະມັນ ປະຈໍາ ຫວຽດນາມ ໄດ້ມອບເຄື່ອງຊ່ວຍຫາຍໃຈ 75 ເຄື່ອງ, ຈໍສະແດງຜົນ 15 ໜ່ວຍ ແລະ ເຄື່ອງວັດແທກລະ​ດັບອົກຊີ ແລະ ອັດຕາການເຕັ້ນຫົວໃຈ 20.000 ໜ່ວຍ ໃຫ້ແກ່ໂຮງໝໍມະຫາວິທະຍາໄລການແພດຮ່າໂນ້ຍ.

ຫວຽດ​ນາມ ມອບ​ເສື້ອ​ຊູ​ຊີບ ໃຫ້​ແກ່​ຊາວ​ປະ​ມົງ​ທຸກ​ຍາກ​ຢູ່​ແຂວງ ແຄ໊ງ​ຮ່​ວາ ຫວຽດ​ນາມ ມອບ​ເສື້ອ​ຊູ​ຊີບ ໃຫ້​ແກ່​ຊາວ​ປະ​ມົງ​ທຸກ​ຍາກ​ຢູ່​ແຂວງ ແຄ໊ງ​ຮ່​ວາ
ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 50.000 ໂດ​ສ ໂດຍ​ລັດ​ຖະ​ບ​ານ ໂອ​ຕາ​ລິດ ມອບ​ໃຫ້ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 50.000 ໂດ​ສ ໂດຍ​ລັດ​ຖະ​ບ​ານ ໂອ​ຕາ​ລິດ ມອບ​ໃຫ້
ເຢຍ​ລະ​ມັນ​ມອບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ ແລະ ເຄື່ອງວັດ​ລະ​ດັບ​ອົກ​ຊີ​ໃຫ້​ຫວຽດ​ນາມ ມູນ​ຄ່າ 21 ຕື້​ດົງ
ເຢຍ​ລະ​ມັນ​ມອບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ ແລະ ເຄື່ອງວັດ​ລະ​ດັບ​ອົກ​ຊີ​ໃຫ້​ຫວຽດ​ນາມ ມູນ​ຄ່າ 21 ຕື້​ດົງ. ພາບ: ສະຖານທຸດ​ເຢຍລະ​ມັນ

ສຳລັບການ​ສະໜອງ​ອຸປະກອນ​ເຄື່ອງ​ມືການ​ແພດ​ມູນ​ຄ່າ​ປະມານ 21 ຕື້​ດົ່ງ (ປະມານ 825.000 ​ເອີ​ໂຣ) ນີ້ ແມ່ນ​ເຢຍລະ​ມັນ​ສືບ​ຕໍ່​ຊ່ວຍເຫຼືອ​ຫວຽດນາມ ​ໃນ​ການ​ຕ້ານ​ໂລກລະບາດ​ໂຄ​ວິດ-19; ນັ້ນເປັນການຢືນຢັນ​​ສາຍພົວພັນ​ຮ່ວມ​ມື​ອັນ​ເລິກ​ເຊິ່ງລະຫວ່າງ 2 ປະ​ເທດ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ ​ເຢຍລະ​ມັນ ​ແລະ ຫວຽດນາມ.

ໃນເດືອນສິງຫາ 2021, ທ່ານນາຍົກລັດຖະມົນຕີ ຟ໋າມ​ມິ່ງ​ຈີງ ໄດ້ສະເໜີເຖິງທ່ານນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ຊ່ວຍເຫຼືອຫວຽດນາມ ໃນການຕ້ານໂລກລະບາດ ​ໂຄ​ວິດ-19, ພິເສດແມ່ນການສະໜອງວັກຊີນ ແລະ ອຸ​ປະ​ກອນເຄື່ອງມືການແພດ. ໃນ​ຈົດ​ໝາຍ​ຕອບ​ທ່ານ​ນາຍົກລັດຖະມົນຕີ ຟ໋າມ​ມິ່ງ​ຈີງ ນັ້ນ, ທ່ານນາຍົກລັດຖະມົນຕີ Angela Merkel ​ໄດ້​ສັນຍາ​ວ່າ ຄຽງ​ຄູ່​ກັບ​ວັກ​ຊີນແລ້ວ ຈະ​ສະ​ໜອງ​ເຄື່ອງ​ຊ່ວຍ​ຫາຍ​ໃຈພ້ອມ​ກັບ​ເຄື່ອງວັດ​ແທກ​ລະ​ດັບ​ອົກ​ຊີ​ເຈນ ​ແລະ ​ອັດ​ຕາການ​ເຕັ້ນ​ຂອງ​ຫົວໃຈ. ຈຳ​ນວນ​ອຸ​ປະ​ກອນເຄື່ອງມື​ການ​ແພດ​ເຫຼົ່າ​ນີ້​ໄດ້​ມາ​ຮອດ​ສະ​ໜາມ​ບິນ​ສາ​ກົນ ໂນ້ຍບ່າຍ (ຮ່າ​ໂນ້ຍ) ໃນ​ວັນ​ທີ 13/11/2021 ແລະ ໄດ້​ຖືກ​ເຄື່ອນ​​ຍ້າຍ​ໄປເຖິງ​ໂຮງ​ໝໍ​ເພື່ອ​ປິ່ນ​ປົວຄົນ​ເຈັບ​ທີ່​ຕິດ​ໂຄວິດ-19.

ເດືອນ​ກັນຍາ​ ປີ 2021, ​ເຢຍລະ​ມັນ​ໄດ້​ສະໜອງ​ວັກ​ຊີ​ນ AstraZeneca ​ຕ້ານ​ໂຄວິດ-19 ໃຫ້​ແກ່​ຫວຽດນາມ ລວມທັງ​ໝົດ 3,45 ລ້ານ​ໂດ​ສ ​ເພື່ອ​ຊ່ວຍເຫຼືອໃນ​ການ​ສັກ​ວັກ​ຊີນ​​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19 ຂອງ​ຫວຽດ​ນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.