ສຸມ​ໃສ່ວຽກງານ​ການສຶກສາ​​ລຸ້ນໜຸ່ມ ຫວຽດນາມ - ກູ​ບາ ກ່ຽວ​ກັບ​ຄວາມຮັບຮູ້ໃນການພັດທະນາ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ

ສຸມ​ໃສ່ວຽກງານ​ການສຶກສາ​​ລຸ້ນໜຸ່ມ ຫວຽດນາມ - ກູ​ບາ ກ່ຽວ​ກັບ​ຄວາມຮັບຮູ້ໃນການພັດທະນາ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ

ຍສໝ - ເຊື່ອມຕໍ່ບັນດາມະຫາວິທະຍາໄລ; ​ໄດ້​ຈັດ​ຕັ້ງ​ຄະນະ​ຊາວ​ໜຸ່ມ ກູ​ບາ ​ໄປ​ຢ້ຽມຢາມ ຫວຽດນາມ ​ໃນ​ໄລຍະ​ພັກ​ແລ້ງ 1-2 ອາທິດ ຢູ່​ເຮືອນຂອງປະຊາຊົນ; ຈັດ​ຕັ້ງ​ບັນດາການ​ແຂ່ງ​ຂັນ​ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ສອງ​ປະ​ເທດ​ຂອງ​ຊາວ​ຫນຸ່ມ; ເຊີນເອກອັກຄະລັດຖະທູດ, ນັກປາຖະກະຖາພົບປະແລກປ່ຽນ, ໂອ້ລົມກັບຊາວໜຸ່ມ… ແມ່ນບັນດາການເຄື່ອນໄຫວ ເພື່ອເພີ່ມທະວີວຽກງານ​ການສຶກສາ​​ລຸ້ນໜຸ່ມຂອງ 2 ປະເທດ ເຊິ່ງຈະໄດ້ຜັນຂະຫຍາຍໃນປີ 2024 ຂອງສະມາຄົມມິດຕະພາບ ຫວຽດນາມ - ກູບາ.

ບົດຮຽນປະຫວັດສາດ ກ່ຽວກັບມູນເຊື້ອມິດຕະພາບ ແລະ ຄວາມສາມັກຄີລະຫວ່າງ 3 ປະເທດອິນດູຈີນ

ບົດຮຽນປະຫວັດສາດ ກ່ຽວກັບມູນເຊື້ອມິດຕະພາບ ແລະ ຄວາມສາມັກຄີລະຫວ່າງ 3 ປະເທດອິນດູຈີນ

ຍສໝ - “ໃນ 7 ທົດ​ສະ​ວັດ​ຜ່ານ​ມາ, ບົດຮຽນ​ປະຫວັດສາດ​ແຫ່ງ​ມູນເຊື້ອມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ປະຊາຊົນ 3 ປະ​ເທດ​ອິນ​ດູ​ຈີນ, ພິ​ເສດ​ແມ່ນ​ຫວຽດນາມ - ລາວ ​ໃນ​ການໄຊຊະນະ​ດ້ຽນບຽນ​ຝູ​ ​ຍັງ​ຄົງ​ມີ​ຢູ່ໃນ​ທຸກ​ມື້​ນີ້.

ວັນທີ 25 ເມສາ 1954: ກອງກຳລັງທະຫານປະສົມ ຫວຽດນາມ - ລາວ ໄດ້ສະກັດກັ້ນ ແລະ ບຸກໂຈມຕີສັດຕູຕາມເສັ້ນທາງຖອນທະຫານ.

ວັນທີ 25 ເມສາ 1954: ກອງກຳລັງທະຫານປະສົມ ຫວຽດນາມ - ລາວ ໄດ້ສະກັດກັ້ນ ແລະ ບຸກໂຈມຕີສັດຕູຕາມເສັ້ນທາງຖອນທະຫານ.

ຍສໝ - ເພື່ອ​ໃຫ້ມີ​ກຳລັງຊ່ວຍໜູນໃຫ້ສະໜາມຮົບ​ຫຼັກ ​ຢູ່​ດ້ຽນບຽນ​ຝູ​ ທີ່ພວມຢູ່ໃນສະພາບສຸກເສີນ, ວັນ​ທີ 25 ​ເມສາ 1954, ຝ່າຍ​ສັດຕູ​ໄດ້​ສົ່ງ​ກອງ​ທະຫານ​ເຄື່ອນ​ທີ່ເລກ 1 ພ້ອມ​ດ້ວຍ​ 3 ກອງ​ພັນ​ ​ແລະ 1 ກອງພັນ​ປືນ​ໃຫຍ່ ໄປຕາມເສັ້ນທາງເລກທີ 12 ຖອນທະຫານ​ອອກ​ສູ່​ເມືອງທ່າແຂກ (ລາວ). ​ແຕ່​ໃນ​ລະຫວ່າງທາງ​ທີ່​ຈະ​ຖອນ​ທະຫານ ພວກເຂົາ​ເຈົ້າ​ໄດ້​ຖືກ​ກອງ​ພັນໃຫຍ່ 18 ​ພ້ອມ​ກຳລັງ​ປະກອບ​ອາວຸດ​ລາວ ​ສະກັດ​ກັ້ນໂຈມຕີ.

ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ຍສໝ - ທ່ານ ຮວ່າງ​ບິ່ງ​ກວນ, ອະດີດ​ກຳມະການ​ສູນ​ກາງ​ພັກ, ອະດີດ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ, ​ເມື່ອ​ບໍ່​ດົນ​ມາ​ນີ້ ​ໄດ້​ຮັບ​ຫຼຽນ​ໄຊອາທິດອຸໄທ ​ໂດຍ​ລັດຖະບານ​ຍີ່ປຸ່ນ ມອບໃຫ້ ຍ້ອນມີ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ.

7 ປະ​ເທດ​ອາ​ຊີ​ ສະ​ເຫຼີມ​ສະ​ຫຼອງ​ບຸນ​ປີໃໝ່ປະເພນີ ​ຢູ່​ ຮ່າ​ໂນ້ຍ

7 ປະ​ເທດ​ອາ​ຊີ​ ສະ​ເຫຼີມ​ສະ​ຫຼອງ​ບຸນ​ປີໃໝ່ປະເພນີ ​ຢູ່​ ຮ່າ​ໂນ້ຍ

ຍສໝ - ການສົງພະ​ພຸດ​ທະ​ເຈົ້າ, ຫົດນ້ຳເພື່ອ​ຄວາມ​ໂຊກ​ດີ, ບາສີສູ່ຂວັນ ... ແມ່ນ​ບັນ​ດາ​ພິທີ​ທີ່ເປັນປະເພນີ ທີ່ໄດ້ປະຕິບັດໃນລາຍການພົບປະ​ແລກ​ປ່ຽນ​ມິດ​ຕະ​ພາບ ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ບຸນ​ປີ​ໃໝ່ປະເພນີຂອງ​ບາງ​ປະ​ເທດຢູ່ ​ອາ​ຊີ ທີ່ໄດ້​ດຳເນີນ​ໃນ​ວັນ​ທີ 26 ເມສາ ຢູ່​ ຮ່າ​ໂນ້ຍ.

ຫວຽດນາມ ສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍ ສປປ.ລາວ ດຳລົງຕຳແໜ່ງປະທານ ອາຊຽນ ຢ່າງສຳເລັດຜົນ

ຫວຽດນາມ ສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍ ສປປ.ລາວ ດຳລົງຕຳແໜ່ງປະທານ ອາຊຽນ ຢ່າງສຳເລັດຜົນ

ຍສໝ - ທ່ານ​ລັດຖະມົນຕີ ບຸ່ຍ​ແທງ​ເຊີນ ຢືນຢັນ​ວ່າ ຫວຽດນາມ ຈະ​ສືບ​ຕໍ່​ໜູນ​ຊ່ວຍ ​ແລະ ຊ່ວຍ​ເຫຼືອ​ລາວ ​ເພື່ອ​ຮັບດຳລົງ​ຕຳ​ແໜ່​ງປະທານ ອາ​ຊຽນ ​ໃນ​ປີ 2024 ຢ່າງ​ສຳ​ເລັດ​ຜົນ; ຮຽກຮ້ອງ​ໃຫ້​ລາວ ​ສົມທົບ​ກັນ​ຊຸກຍູ້​ການ​ພົວພັນ OECD - ອາ​ຊຽນ ​ແລະ ​ໂຄງການ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (SEARP) ຂອງ OECD.

ຫຼາຍການເຄື່ອນໄຫວທີ່ແທດຈິງ, ມີປະ​ສິດ​ທິ​ຜົນ​ໃນສັບປະດາວັດ​ທະ​ນະ​ທໍາ​ຂອງບັນດາປະ​ເທດ​ທີ່​ເວົ້າພາສາ ແອັດສະປາຍ​.

ຫຼາຍການເຄື່ອນໄຫວທີ່ແທດຈິງ, ມີປະ​ສິດ​ທິ​ຜົນ​ໃນສັບປະດາວັດ​ທະ​ນະ​ທໍາ​ຂອງບັນດາປະ​ເທດ​ທີ່​ເວົ້າພາສາ ແອັດສະປາຍ​.

ຍສໝ - ການ​ແຂ່ງຂັນພາກສຽງທີ່ຄັດຈາກຕອນຮູບເງົາ, ການ​ແຂ່ງຂັນ​ເວົ້າພາສາ ແອັດສະປາຍ ເກັ່ງ, ຊິມ​ອາ​ຫານ​ຂອງ​ບັນ​ດາ​ປະ​ເທດທີ່​ເວົ້າ​ພາສາ ແອັດສະປາຍ, ງານມະໂຫລານ​ສິ​ລະ​ປະ Luminiscente... ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​​ຟົດຟື້ນ ເຊິ່ງໄດ້​ດຳ​ເນີນ​ໃນ​ສັບ​ປະ​ດາ​ວັດ​ທະ​ນະ​ທຳບັນດາ​ປະ​ເທດ​ເວົ້າ​ພາສາ ແອັດສະປາຍ ປີ 2024. ລາຍການ ກໍໄດ້ຈັດພິທີເປີດໃນວັນທີ 24 ເມສາ ຢູ່ມະຫາວິທະຍາໄລ ຮ່າໂນ້ຍ.

ການສຳມະນາການສົ່ງ​ເສີມ​ການ​ຄ້າ​ ຫວຽດ​ນາມ - ສ​.ເກົາ​ຫຼີ ດຶງ​ດູດ​ວິ​ສາ​ຫະ​ກິດ​ເກືອບ 200 ແຫ່ງ​ເຂົ້າ​ຮ່ວມ

ການສຳມະນາການສົ່ງ​ເສີມ​ການ​ຄ້າ​ ຫວຽດ​ນາມ - ສ​.ເກົາ​ຫຼີ ດຶງ​ດູດ​ວິ​ສາ​ຫະ​ກິດ​ເກືອບ 200 ແຫ່ງ​ເຂົ້າ​ຮ່ວມ

ຍສໝ - ວັນທີ 19 ເມສາ, ສະຫະພັນສະຫະກອນແຂວງ ໄທງວຽນ ສົມທົບກັບ ສະມາຄົມເສດຖະກິດ - ວັດທະນະທໍາ ສ.ເກົາຫຼີ - ຫວຽດນາມ (KOVECA) ແລະ ບໍລິສັດ ຫວຽດນາມ - ສ.ເກົາຫຼີ Showroom ຈຳກັດ ໄດ້ຈັດການສຳມະນາ “ແລກປ່ຽນເສດຖະກິດ ເພື່ອສົ່ງ​ເສີມການຄ້າ ຫວຽດນາມ ແລະ ສ.ເກົາຫຼີ”.

ທ່ານ ປະທານ​ກຸ່ມສະມາຊິກລັດຖະສະພາມິດຕະພາບ ຝຣັ່ງ - ຫວຽດນາມ ​ໄດ້​ສຳ​ຜັດຕົວຈິງ​ກັບເຕັກນິກ​ການ​ຍ້ອມ​ຜ້າ​ຂອງ​ຊາວ ຢ້າວ​ຕຽນ

ທ່ານ ປະທານ​ກຸ່ມສະມາຊິກລັດຖະສະພາມິດຕະພາບ ຝຣັ່ງ - ຫວຽດນາມ ​ໄດ້​ສຳ​ຜັດຕົວຈິງ​ກັບເຕັກນິກ​ການ​ຍ້ອມ​ຜ້າ​ຂອງ​ຊາວ ຢ້າວ​ຕຽນ

ຍສໝ - ທ່ານ​ນາງ Anne Le Hénanff, ຜູ້ຕາງໜ້າ​ສະພາ​ແຫ່ງ​ຊາດ​ແຂວງ Morbihan, ປະທານ​ກຸ່ມ​ສະມາຊິກລັດຖະສະພາມິດຕະພາບ ຝຣັ່ງ - ຫວຽດນາມ ​ຂອງສະພາ​ແຫ່ງ​ຊາດ​ ຝຣັ່ງ ແລະ ຜູ້ຕາງໜ້າ​ອົງການ​ພັດທະນາ ຝຣັ່ງ (AFD) ປະຈຳ ຫວຽດນາມ ​ໄດ້​ມີບັນດາ​ການລົງຕົວຈິງທີ່ໜ້າຈັບໃຈ ​ເມື່ອ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ຮວ່າ​ບິ່ງ ໃນໄລຍະທີ່ຜ່ານມານີ້.

ນຳ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ​ໃຫ້​ມີ​ປະສິດທິ​ຜົນ ແລະ ມີຄຸນ​ນະພາ​ບກ່ວາ​ອີກ

ນຳ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ​ໃຫ້​ມີ​ປະສິດທິ​ຜົນ ແລະ ມີຄຸນ​ນະພາ​ບກ່ວາ​ອີກ

ຍສໝ - ວັນ​ທີ 17 ເມສາ, ຢູ່​ແຂວງ ດົ່ງ​ນາຍ ໄດ້ດຳເນີນກອງ​ປະ​ຊຸມ​ໃຫຍ່​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ຝຣັ່ງ ​ແຂວງ ດົ່ງ​ນາຍ ​ຄັ້ງ​ທີ 2. ຢູ່ທີ່​ນີ້, ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ອາຍຸການ 2024 – 2029 ທ່ານ ກ່າວວັນກວາງ ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ສະມາຊິກ​ ຈະ​ສາມັກຄີ, ເປັນເຈົ້າການ, ສ້າງສັນ​ໃນ​ການນຳການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ​ເຄື່ອນ​ໄຫວຢ່າງ​ມີ​ປະສິດທິ​ຜົນ, ...

ການ​ຢ້ຽມ​ຢາມ New Delhi ເພື່ອຊຸກ​ຍູ້​ການ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ​ ຫວຽດ​ນາມ - ອິນ​ເດຍ

ການ​ຢ້ຽມ​ຢາມ New Delhi ເພື່ອຊຸກ​ຍູ້​ການ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ​ ຫວຽດ​ນາມ - ອິນ​ເດຍ

ຍສໝ - ຄະ​ນະ​ຜູ້​ແທນ​ສະ​ມາ​ຄົມ​ມິດ​ຕະ​ພາບ ​ຫວຽດ​ນາມ - ອິນ​ເດຍ ນະ​ຄອນ ໂຮ່​ຈີ​ມິນ ໂດຍ​ທ່ານ ຮວິ່ງແທ່ງເລິບ, ປະ​ທານ​ສະ​ມາ​ຄົມເປັນຫົວໜ້າຄະນະ ຫາກໍມີການໄປ​ຢ້ຽມ​ຢາມ ແລະ ເຮັດວຽກຢູ່ນະ​ຄອນຫຼວງ New Delhi, ສາທາລະນະລັດ ອິນ​ເດຍ ຕາມຄຳ​ເຊີນຂອງກົງສຸນໃຫຍ່ ອິນເດຍ ປະຈຳນະຄອນ ໂຮ່ຈີມິນ.

ເປີດງານວາງສະແດງຮູບພາບ “ປະເທດຊາດຢູ່ຝັ່ງທະເລ” ຢູ່ລາວ

ເປີດງານວາງສະແດງຮູບພາບ “ປະເທດຊາດຢູ່ຝັ່ງທະເລ” ຢູ່ລາວ

ຍສໝ - ຕອນ​ບ່າຍ​ວັນ​ທີ 18 ​ເມສາ​ນີ້, ຢູ່​ສູນ​ວັດທະນະທຳ​ຫວຽດນາມ, ນະຄອນຫຼວງ​ວຽງ​ຈັນ, ພິທີ​ເປີດ​ງານ​ວາງສະ​ແດງ​ຮູບ​ພາບ​ສິລະ​ປະ “ປະເທດຊາດຢູ່​ຝັ່ງ​ທະ​ເລ” ​ໄດ້​ໄຂ​ຂຶ້ນ​ໂດຍ​ທ່ານ ສະມາຄົມນັກສິລະປະການຖ່າຍຮູບຫວຽດນາມ ສົມທົບກັບສູນວັດທະນະທໍາຫວຽດນາມ ປະຈໍາລາວ ແລະ ສະຖາບັນວິຈິດສິນແຫ່ງຊາດລາວ.

ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ເຊື່ອມ​ຕໍ່​ການ​ຄ້າ​ລະຫວ່າງ​ ຫວຽດນາມ ​- ລາວ

ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ເຊື່ອມ​ຕໍ່​ການ​ຄ້າ​ລະຫວ່າງ​ ຫວຽດນາມ ​- ລາວ

ຍສໝ - ຕອນ​ເຊົ້າ​ວັນ​ທີ 17 ເມສາ, ທີ​່ສູນວັດ​ທະ​ນະ​ທຳ​ ຫວຽດ​ນາມ ຢູ່ນະ​ຄອນ​ຫຼວງ​ວຽງ​ຈັນ ໄດ້ດຳເນີນວັນບຸນວັດ​ທະ​ນະ​ທຳ​-ເຊື່ອມ​ຕໍ່​ການ​ຄ້າ ໂດຍສະ​ມາ​ຄົມ​ຕິດຕໍ່ພົວພັນກັບຄົນ​ ຫວຽດ​ນາມ ທີ່ອາໄສ​ຢູ່​ຕ່າງ​ປະ​ເທດ ສົມທົບ​ກັບ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ ຫວຽດ​ນາມ ຢູ່​ນະ​ຄອນຫຼວງວຽງ​ຈັນ ແລະ ສູນວັດທະນະທຳ ຫວຽດນາມ ປະຈຳ ລາວ ຈັດຕັ້ງ.

ນັກ​ສຶກ​ສາລາວ, ກຳ​ປູ​ເຈຍກວ່າ 300 ຄົນ ລົງທັດສະນະຕົວຈິງວັດທະນະທໍາຂອງບັນດາຊົນເຜົ່າ ຫວຽດນາມ

ນັກ​ສຶກ​ສາລາວ, ກຳ​ປູ​ເຈຍກວ່າ 300 ຄົນ ລົງທັດສະນະຕົວຈິງວັດທະນະທໍາຂອງບັນດາຊົນເຜົ່າ ຫວຽດນາມ

ຍສໝ - ວັນທີ 16 ເມສາ, ໂຮງຮຽນມິດຕະພາບ 80 ໄດ້ຈັດຕັ້ງລາຍການນອກຫຼັກສູດເພື່ອໄປຢ້ຽມຢາມ ແລະ ລົງຕົວຈິງຢູ່ໝູ່ບ້ານວັດທະນະທໍາບັນດາເຜົ່າ ຫວຽດນາມ ສຳລັບກຸ່ມນັກສຶກສາຕ່າງປະເທດ, ເພື່ອຊ່ວຍໃຫ້ນັກສຶກສາຕ່າງປະເທດໃີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບຄວາມສາມັກຄີ, ຄວາມຫຼາກຫຼາຍທີ່ເປັນເອກະພາບຂອງ 54 ຊົນເຜົ່າອ້າຍນ້ອງ ຫວຽດນາມ.

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານພະລັງງານ ແລະ ຊັບພະຍາກອນແຮ່ທາດ.

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານພະລັງງານ ແລະ ຊັບພະຍາກອນແຮ່ທາດ.

ຍສໝ - ວັນ​ທີ 7 ​ເມສາ​ນີ້, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ ລັດຖະມົນຕີ​ອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນ​ຮົ່ງ​ຢ່່ຽນ ​ໄດ້​ມີ​ການພົບປະເຈລະຈາ​ກັບ​ທ່ານ ລັດຖະມົນຕີ​ພະລັງງານ ​ແລະ ບໍ່​ແຮ່ ລາວ ​ໂພ​ໄຊ ​ໄຊ​ຍະ​ສອນ.

ບຸນປີໃໝ່ລາວ ທີ່ອົບອຸ່ນຢູ່ບ້ານເກີດເມືອງນອນ ຫວຽດນາມ

ບຸນປີໃໝ່ລາວ ທີ່ອົບອຸ່ນຢູ່ບ້ານເກີດເມືອງນອນ ຫວຽດນາມ

ຍສໝ - ໃນປີ 2024, ເປັນຄັ້ງທຳອິດ, ນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ບັນດາສະຖາບັນຂຶ້ນກັບສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຕ້ອນຮັບບຸນປີໃໝ່ລາວປະເພນີ ໂດຍເຕົ້າໂຮມຢູ່ສະຖາບັນສູນກາງ (ຢູ່ 135 ຖະໜົນ ຫງວຽນຟ່ອງສັກ, ເມືອງ ເກົ່າເຢີຍ, ນະຄອນ ຮ່າໂນ້ຍ). ບັນຍາກາດທີ່ໃກ້ຊິດສະໜິດສະໜົມ, ອົບອຸ່ນ ໄດ້ນຳເອົາຄວາມຮູ້ສຶກຄືກັບຢູ່ບ້ານມາໃຫ້ນັກສຶກສາຕ່າງປະເທດຢູ່ທີ່ນີ້.

​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ພຸດທະ​ສາສະໜາ​ລະຫວ່າງ ຫວຽດນາມ ​ແລະ ສີ​ລັງກາ

​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ພຸດທະ​ສາສະໜາ​ລະຫວ່າງ ຫວຽດນາມ ​ແລະ ສີ​ລັງກາ

ຍສໝ - ຕອນ​ເຊົ້າ​ວັນ​ທີ 15 ​ເມສາ​ນີ້, ຢູ່ວັດ ກວ໋ານສື ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ອົງການສະມາຄົມພຸດທະ​ສາສະໜາ ຫວຽດນາມ ​ແລະ ສະພາພະສົງສາມະເນນທົ່ວ​ປະ​ເທດເກາະ​ ​ສີ​ລັງກາ. ພິທີ​ລົງ​ນາມ​ດັ່ງກ່າວ​ ໂດຍມີການເປັນສັກຂີພະຍານຂອງທ່ານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສາທາລະນະ​ລັດ ​ສັງຄົມ​ນິຍົມ ​ປະຊາທິປະ​ໄຕ ສີ​ລັງກາ A.Saj U.Mendis.

ງານບຸນພົບປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ເຊື່ອມ​ຕໍ່​ຊາວ​ໜຸ່ມ ​ຫວຽດ​ນາມ - ໄທ

ງານບຸນພົບປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ເຊື່ອມ​ຕໍ່​ຊາວ​ໜຸ່ມ ​ຫວຽດ​ນາມ - ໄທ

ຍສໝ - ວັນ​ທີ 14 ເມສາ, ທີ່ສະຖາບັນຊາວໜຸ່ມເຍົາວະຊົນ ​ຫວຽດນາມ ໄດ້​ດຳ​ເນີນ​ລາຍການ “​ພົບປະແລກປ່ຽນ​ສີສັນວັດທະນະທໍາ ຫວຽດນາມ - ​ໄທ” ປີ 2024. ​ງານບຸນກໍມຸງໄປເຖິງການເຊີດຊູບັນດາຈຸດງາມ​ດ້ານ​ວັດທະນະທຳ ​ແລະ ຕິດພັນມິດຕະພາບລະຫວ່າງ​ສອງ​ປະ​ເທດ.

ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ: ບູຣິມະສິດໃນການສ້າງເງື່ອນໄຂທຸກຢ່າງໃຫ້ສຳມະນາກອນລາວ ທີ່ຮ່ຳຮຽນຢູ່ສະຖາບັນ

ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ: ບູຣິມະສິດໃນການສ້າງເງື່ອນໄຂທຸກຢ່າງໃຫ້ສຳມະນາກອນລາວ ທີ່ຮ່ຳຮຽນຢູ່ສະຖາບັນ

ຍສໝ - ນັ້ນ​ແມ່ນ​ຄຳ​ກ່າວ​ປາ​ໄສ​ຂອງ​ທ່ານ​ຮອງ​ສາດສະດາຈານ, ດຣ ເຢື່ອງຈູງອີ, ຮອງ​ຜູ້ອຳນວຍການ​ສະຖາບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ​ໃນ​ໂອກາດງານ​ບຸນປີ​ໃໝ່​ປະຈຳ​ຊາດລາວ ​ໄດ້ຈັດຕັ້ງໂດຍ​ບັນດາ​ສຳມະນາກອນລາວ ທີ່​ພວມ​ຮ່ຳຮຽນ​ຢູ່ສະ​ຖາ​ບັນ.

ບັນດາທ່ານໝໍຫວຽດນາມ ສະໜັບສະໜູນລາວ ໃນການປັບປຸງເຕັກນິກແຊກແຊງການນ້ອຍໃສ່ລະບົບລະລາຍ

ບັນດາທ່ານໝໍຫວຽດນາມ ສະໜັບສະໜູນລາວ ໃນການປັບປຸງເຕັກນິກແຊກແຊງການນ້ອຍໃສ່ລະບົບລະລາຍ

ຍສໝ - ແຕ່ວັນທີ 7 ຫາວັນທີ 11 ເມສາ, ຄະນະປະຕິບັດງານຂອງໂຮງໝໍສູນກາງ ເຫ້ວ ນຳໂດຍ ທ່ານ ສາດສະດາຈານ ດຣ ຟ້າມຍື່ຫ້ຫຽບ, ຜູ້ອຳນວຍການໂຮງໝໍ, ພ້ອມດ້ວຍບັນດາອາຈານ, ສາດສະດາຈານ, ຜູ້ຊ່ຽວຊານດ້ານການແພດໃນຂະແໜງຜ່າຕັດ, ການນ້ອຍໃສ່ທໍ່ສົ່ງໄຂ່ຫຼັງ ໄດ້ມາເຮັດວຽກຢູ່ນະຄອນຫຼວງວຽງຈັນ (ປະເທດລາວ).

​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການຄຸ້ມ​ຄອງ​ທ້ອງ​ຕະຫຼາດ​ລະຫວ່າງ​ ຫວຽດນາມ ​ແລະ ລາວ

​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການຄຸ້ມ​ຄອງ​ທ້ອງ​ຕະຫຼາດ​ລະຫວ່າງ​ ຫວຽດນາມ ​ແລະ ລາວ

ຍສໝ - ​ໃນ​ຂອບ​ເຂດ​ການປະຕິບັດງານຢູ່​ນະຄອນຫຼວງ​ວຽງ​ຈັນ, ລາວ ນັບແຕ່​ວັນ​ທີ 6 – 8 ​ເມສາ 2024 ຂອງ​ຄະນະປະຕິບັດງານກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ, ວັນ​ທີ 8 ​ເມສາ 2024, ກົມໃຫຍ່ການຄຸ້ມ​ຄອງທ້ອງ​ຕະຫຼາດ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກັບກົມແຂ່ງຂັນທຸລະກິດ ແລະ ກວດກາການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ເພື່ອສົມທົບກັນໃນການປ້ອງກັນ, ຕ້ານການລະເມີດກົດໝາຍໃນທຸລະກິດ, ການຄ້າ; ​ປົກ​ປັກ​ຮັກສາ​ສິດ​ຜູ້​ບໍລິ​ໂພ​ກ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມືໃນຂົງເຂດການ​ຄຸ້ມ​ຄອງທ້ອງ​ຕະຫຼາດ​ລະຫວ່າງ​ສອງ​ປະ​ເທດ.

ບຸນເຕັດພື້ນເມືອງບຸນປີໃໝ່ ​ແລະ Chol Chnam Thmay ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ຫຼາຍ​ແຂວງ, ນະຄອນ​​ຢູ່ ​ຫວຽດນາມ

ບຸນເຕັດພື້ນເມືອງບຸນປີໃໝ່ ​ແລະ Chol Chnam Thmay ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ຫຼາຍ​ແຂວງ, ນະຄອນ​​ຢູ່ ​ຫວຽດນາມ

ຍສໝ - ເດືອນເມສາ, ເນື່ອງໃນໂອກາດບຸນເຕັດພື້ນເມືອງ (ລາວ) ແລະ Chol Chnam Thmay (ກຳປູເຈຍ), ມີຫຼາຍຫຼາຍການພົບປະແລກປ່ຽນ, ພົບປະກັບນັກສຶກສາ ລາວ ແລະ ກຳປູເຈຍ ໄດເດຳເນີນຢູ່ບັນດາແຂວງ ໄທງວຽນ, ດົ່ງນາຍ, ແທງຮວ໋າ. ການ​ເຄື່ອນ​ໄຫວປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ, ການຕິດພັນ, ຄວາມ​ສາມັກຄີ ແລະ ມິດຕະພາບ​ລະຫວ່າງ 3 ປະ​ເທດ​ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ.

ຈັດ​ຕັ້ງ​ບຸນເຕັດບຸນປີໃໝ່ໃຫ້​ແກ່​ນັກ​ສຶກ​ສາ ​ລາວ ​ຢູ່ ​ໄທຫງວຽນ

ຈັດ​ຕັ້ງ​ບຸນເຕັດບຸນປີໃໝ່ໃຫ້​ແກ່​ນັກ​ສຶກ​ສາ ​ລາວ ​ຢູ່ ​ໄທຫງວຽນ

ຍສໝ - ວັນ​ທີ 10 ເມສາ, ຢູ່​ມະຫາວິທະຍາ​ໄລເຕັກ​ໂນ​ໂລ​ຢີຂໍ້​ມູນຂ່າວສານ ​ແລະ ການສື່ສານ (ມະຫາວິທະຍາ​ໄລ​ໄທ​ງວຽນ), ສະມາຄົມ​ມິດຕະພາບ​ ຫວຽດນາມ - ລາວ ​ແຂວງ ​ໄທ​ງວຽນ ​ໄດ້​ຈັດ​ຕັ້ງ​ງານ​ບຸນປີໃໝ່ໃຫ້ແກ່ນັກສຶກສາ ລາວ ​ທີ່​ພວມ​ຮ່ຳຮຽນ, ຄົ້ນ​ຄ້ວາ​ຢູ່​ບໍລິເວນ.

ຄະນະການຕິດຕໍ່ມິດຕະພາບທີ່ເປັນມູນເຊື້ອຫວຽດນາມ - ລາວ: ສືບຕໍ່ເສີມຂະຫຍາຍບົດບາດຂອງການທູດປະຊາຊົນ, ເພີ່ມທະວີຄວາມສາມັກຄີຂອງສອງປະເທດ

ຄະນະການຕິດຕໍ່ມິດຕະພາບທີ່ເປັນມູນເຊື້ອຫວຽດນາມ - ລາວ: ສືບຕໍ່ເສີມຂະຫຍາຍບົດບາດຂອງການທູດປະຊາຊົນ, ເພີ່ມທະວີຄວາມສາມັກຄີຂອງສອງປະເທດ

ຍສໝ - ດ້ວຍ​ບົດບາດ​ຮັກສາ​ຮີດຄອງ​ປະ​ເພນີ, ອະນຸລັກ​ຮັກສາ​ປະຫວັດສາດ, ປະກອບສ່ວນ​ປະສົບ​ການ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ - ລາວ ​ໃນ​ຂົງ​ເຂດ​ການ​ທູດ​ປະຊາຊົນ​ຫວຽດນາມ - ລາວ, ຄະນະ​ກຳມະການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ຫວຽດນາມ - ລາວ ຍາມ​ໃດ​ກໍ່​ປະຕິບັດ​ໜ້າ​ທີ່​ເປັນ​ຢ່າງ​ດີ. ບົດບາດ​ເປັນ​ຂົວ​ຕໍ່​ຮັດ​ແໜ້ນ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ລາວ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ສອງ​ປະ​ເທດ. ນີ້​ແມ່ນ​ຄຳ​ຖະ​ແຫຼງ​ຂອງ​ທ່ານ​ພົນຕີ ຫງວຽນ​ຕຽນ​ລອງ, ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ສູນ​ກາງ​ຫວຽດ​ນາມ - ລາວ, ຮອງ​ຫົວ​ໜ້າ​ຄະ​ນະການຕິດຕໍ່.

|< < 1 2 3 4 5 > >|
ເຫດການ
302 Found

Found

The document has moved here.