ນັກ​ສຶກ​ສາລາວ, ກຳ​ປູ​ເຈຍກວ່າ 300 ຄົນ ລົງທັດສະນະຕົວຈິງວັດທະນະທໍາຂອງບັນດາຊົນເຜົ່າ ຫວຽດນາມ

11:45 | 17/04/2024

ຍສໝ - ວັນທີ 16 ເມສາ, ໂຮງຮຽນມິດຕະພາບ 80 ໄດ້ຈັດຕັ້ງລາຍການນອກຫຼັກສູດເພື່ອໄປຢ້ຽມຢາມ ແລະ ລົງຕົວຈິງຢູ່ໝູ່ບ້ານວັດທະນະທໍາບັນດາເຜົ່າ ຫວຽດນາມ ສຳລັບກຸ່ມນັກສຶກສາຕ່າງປະເທດ, ເພື່ອຊ່ວຍໃຫ້ນັກສຶກສາຕ່າງປະເທດໃີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບຄວາມສາມັກຄີ, ຄວາມຫຼາກຫຼາຍທີ່ເປັນເອກະພາບຂອງ 54 ຊົນເຜົ່າອ້າຍນ້ອງ ຫວຽດນາມ.

ລາຍການດັ່ງກ່າວ ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຕ້ອນຮັບ​ປີ​ໃໝ່​ລາວ ​ແລະ ປີ​ໃໝ່ກຳປູ​ເຈຍ Chol Chnam Thmay ສຳລັບ​ນັກ​ສຶກສາ​ຕ່າງປະ​ເທດ. ໂດຍ​ເຂົ້າ​ຮ່ວມ​ລາຍການ​ມີ​ຄູອາຈານໜ່ວຍ​ພາສາ ​ຫວຽດນາມ ພ້ອມກັບນັກ​ສຶກ​ສາລາວ, ກຳ​ປູ​ເຈຍກວ່າ 300 ຄົນ ທີ່ພວມຮ່ຳຮຽນຢູ່ໂຮງຮຽນ.

ຢູ່​ພື້ນທີ່ວັດ​ທະ​ນະ​ທຳ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອຢູ່​ໝູ່​ບ້ານ​ຊົນ​ເຜົ່າ​ ຜູ້ໄທ, ບັນດານັກ​ສຶກ​ສາຕ່າງປະເທດ ກໍໄດ້ຮຽນ​ຮູ້​ກ່ຽວ​ກັບສະຖາປັດຕະຍະກຳເຮືອນຮ້ານ; ມ່ວນຊື່ນກັບຟ້ອນແຊ່ວພື້ນເມືອງຂອງຊາວ​ຊົນ​ເຜົ່າ​ ຜູ້ໄທ; ເຂົ້າ​ຮ່ວມ​ການ​ລະຫຼິ້ນພື້ນ​ເມືອງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຄື: ເຕັ້ນສາບ, ເດື່ອງດ່າງ, ຂີ່ໄມ້ໂຢກເຢກ, ແກວ່ງໝາກຄອນ...

ນັກ​ສຶກ​ສາລາວ, ກຳ​ປູ​ເຈຍກວ່າ 300 ຄົນ ລົງທັດສະນະຕົວຈິງວັດທະນະທໍາຂອງບັນດາຊົນເຜົ່າ ຫວຽດນາມ

ນັກສຶກສາຕ່າງປະເທດລອງຫຼິ້ນດົນຕີພື້ນເມືອງ.

ມາ​ຮອດ​ເຂດ​ວັດທະນະທຳ ໄຕງວຽນ, ຢຸດຢູ່ໝູ່ບ້ານຊົນ​ເຜົ່າ​ ເຊີດັ່ງ (​ກອນ​ຕູມ) ແລະ ຢ້ຽມຢາມ​ໝູ່​ບ້ານ ເອເດ (ດັກ​ລັກ), ບັນດານັກ​ສຶກສາ​ຕ່າງປະ​ເທດ ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ສະຖາປັດຕະຍະ​ກຳ​ຂອງ​ເຮືອນ ຣົງ, ໄດ້ຟັງບັນດາ​ບົດ​ເພງ, ການ​ຮ້ອງ​ເພງ​ຂອງບ່າວສາວ​ ເອເດ ກໍຄືມ່ວນ​ຊື່ນ​ກັບການສະແດງປະສານສຽງ ແລະ ພ້ອມກັນລົງຕົວຈິງລອງຫຼິ້ນບັນດາ​ເຄື່ອງ​ດົນ​ຕີກະຈັບປີ ເຕີຣຶງ, ກະຈັບປີ ກຣອງ ປຸດ...

ພິເສດ, ບັນດານັກສຶກສາລາວ ມີບັນດາການລົງຕົວຈິງທີ່ໜ້າຈັບໃຈຢູ່ໝູ່ບ້ານວັດທະນະທໍາບັນດາຊົນເຜົ່າລາວ, ບັນດານັກສຶກສາກໍາປູເຈຍ ໄດ້ຮຽນຮູ້, ​​ໄປຖະຫວາຍທູບທຽນ, ດອກໄມ້, ໄຫວ້ພະພຸດທະເຈົ້າຢູ່ວັດ ຂະແມ...

ທ່ານ​ນາງ ເລ​ຫງອກ, ຄູ​ສອນໜ່ວຍພາສາ ​ຫວຽດນາມ, ໂຮງຮຽນ​ມິດຕະພາບ 80 ​ໃຫ້​ຮູ້​ວ່າ ການລົງທັດສະນະຕົວຈິງຢູ່ໝູ່​ບ້ານ​ວັດທະນະທຳ​ບັນດາ​ເຜົ່າ ​ຫວຽດນາມ ​ເປັນວັນອັດວັນ​ບຸນປີໃໝ່ທີ່​ພິ​ເສດ​ ພ້ອມກັບ​ນັກຮຽນ​ລາວ, ກຳປູ​ເຈຍ. ຢູ່​ທີ່​ນີ້, ຄູ​ອາຈານ ​ແລະ ນັກຮຽນ​ກໍ່ໄດ້ຊິມບັນດາອາຫານ​ພິ​ເສດ​ຂອງເຂດພາກ, ​ເຂົ້າ​ຮ່ວມ​ການ​ລະຫຼີ້ນ​ພື້ນ​ເມືອງ​ທີ່​ເປັນ​ເອກະລັກ​ສະ​ເພາະ... ນີ້​ກໍ່​ແມ່ນ​ຮູບແບບມ່ວນ​ຊື່ນທີ່ເປັນປະໂຫຍດ ພາຍຫຼັງການ​ຮ່ຳຮຽນ​ໃນ​ຫ້ອງ​ທີ່​ເຄັ່ງ​ຕຶງ, ຊ່ວຍ​ໃຫ້ບັນດານັກສຶກສາຕ່າງປະເທດ ມີທີ່ຄວາມຊົງຈຳອັນດີງາມທີ່ສຸດ​ໃນ​ໄລຍະທີ່​ຮຽນ​ຢູ່ໂຮງຮຽນ​ມິດຕະພາບ 80.

ທ່ານນາງ ເລຫງອກ ຫວັງວ່າ ການເຄື່ອນໄຫວ ຈະຊ່ວຍໃຫ້ນັກສຶກສາຕ່າງປະເທດເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບຄວາມສາມັກຄີ, ຄວາມຫຼາກຫຼາຍທີ່ເປັນເອກະພາບຂອງ 54 ຊົນເຜົ່າອ້າຍນ້ອງ, ຈາກນັ້ນ ກໍ່ອະນຸລັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຂອງຊົນເຜົ່າ ຫວຽດນາມ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.