ວັນທີ 25 ເມສາ 1954: ກອງກຳລັງທະຫານປະສົມ ຫວຽດນາມ - ລາວ ໄດ້ສະກັດກັ້ນ ແລະ ບຸກໂຈມຕີສັດຕູຕາມເສັ້ນທາງຖອນທະຫານ.

09:43 | 06/05/2024

ຍສໝ - ເພື່ອ​ໃຫ້ມີ​ກຳລັງຊ່ວຍໜູນໃຫ້ສະໜາມຮົບ​ຫຼັກ ​ຢູ່​ດ້ຽນບຽນ​ຝູ​ ທີ່ພວມຢູ່ໃນສະພາບສຸກເສີນ, ວັນ​ທີ 25 ​ເມສາ 1954, ຝ່າຍ​ສັດຕູ​ໄດ້​ສົ່ງ​ກອງ​ທະຫານ​ເຄື່ອນ​ທີ່ເລກ 1 ພ້ອມ​ດ້ວຍ​ 3 ກອງ​ພັນ​ ​ແລະ 1 ກອງພັນ​ປືນ​ໃຫຍ່ ໄປຕາມເສັ້ນທາງເລກທີ 12 ຖອນທະຫານ​ອອກ​ສູ່​ເມືອງທ່າແຂກ (ລາວ). ​ແຕ່​ໃນ​ລະຫວ່າງທາງ​ທີ່​ຈະ​ຖອນ​ທະຫານ ພວກເຂົາ​ເຈົ້າ​ໄດ້​ຖືກ​ກອງ​ພັນໃຫຍ່ 18 ​ພ້ອມ​ກຳລັງ​ປະກອບ​ອາວຸດ​ລາວ ​ສະກັດ​ກັ້ນໂຈມຕີ.

ສື່​ມວນ​ຊົນ​ ກູ​ບາ ​ໄດ້​ສະ​ແດງ​ຄວາມຍ້ອງຍໍ​ຕໍ່​ທ່ານ​​ພົນ​ເອກ ຫວໍ​ງວຽນ​ຢາ​ບ ກັບບັ້ນຮົບ ​ດ້ຽນບຽນ​ຝູ ປະຫວັດສາດ. ສື່​ມວນ​ຊົນ​ ກູ​ບາ ​ໄດ້​ສະ​ແດງ​ຄວາມຍ້ອງຍໍ​ຕໍ່​ທ່ານ​​ພົນ​ເອກ ຫວໍ​ງວຽນ​ຢາ​ບ ກັບບັ້ນຮົບ ​ດ້ຽນບຽນ​ຝູ ປະຫວັດສາດ.
ບົດຮຽນປະຫວັດສາດ ກ່ຽວກັບມູນເຊື້ອມິດຕະພາບ ແລະ ຄວາມສາມັກຄີລະຫວ່າງ 3 ປະເທດອິນດູຈີນ ບົດຮຽນປະຫວັດສາດ ກ່ຽວກັບມູນເຊື້ອມິດຕະພາບ ແລະ ຄວາມສາມັກຄີລະຫວ່າງ 3 ປະເທດອິນດູຈີນ

ກອງກຳລັງທະຫານປະສົມ ລາວ - ຫວຽດນາມ ໃນສົງຄາມຕໍ່ຕ້ານ ຝຣັ່ງ ປີ 1950. ພາບ: ເອກະສານ ສຳນັກຂ່າວສານຫວຽດນາມ

ກອງກຳລັງທະຫານປະສົມ ລາວ - ຫວຽດນາມ ​ໄດ້​ກັກ​ຕົວ​ທະຫານ​ສັດຕູ​ຊັ້ນ​ສູງຂອງສັດຕູ​ຫຼາຍ​ຄົນ​ຢູ່​ພາກ​ກາງ​ຂອງລາວ ​ເພື່ອ​ປະສານສົມທົບ​ກັບ​ແນວ​ໂຮມ ດ້ຽນບຽນ​ຝູ.

​ໃນ​ກາງ​ເດືອນ​ເມສາ​, ພາຍຫຼັງທີ່​ເຫັນ​ວ່າແຜນການ “ນົກຢ່ຽວ” ບໍ່​ໄດ້​ຮັບ​ການ​ປະຕິບັດ​ຕາມ​ເວລາ​ທີ່​ໄດ້​ສະ​ເໜີ, ຜູ້​ບັນຊາ​ການ​ກອງທັບທະຫານສູ້ຮົບຂອງຝຣັ່ງ Navarre (Nava - ນາວາ) ​ຄາດ​ວ່າການດໍາເນີນການຕາມ​ແຜນການ​ນີ້​ອາດ​ຈະ​ພົບກັບຄວາມຫຍຸ້ງຍາກ. ກ່ອນສະພາບການສຸກເສີນຂອງ ດ້ຽນບຽນຝູ, ນາວາ ຄິດເຖິງແຜນການໃໝ່ຄື: ແຜນການຫຼົບໜີອອກຈາກ ດ້ຽນບຽນຝູ ໄດ້ຕັ້ງຊື່ວ່າ ແຜນການ Condor (ກົງດໍ).

ວັນທີ 25 ເມສາ 1954: ກອງກຳລັງທະຫານປະສົມ ຫວຽດນາມ - ລາວ ໄດ້ສະກັດກັ້ນ ແລະ ບຸກໂຈມຕີສັດຕູຕາມເສັ້ນທາງຖອນທະຫານ.

ໃນວັນທີ 22 ເມສາ 1954, ຕໍາແຫນ່ງທີ່ຕັ້ງ 206 ໄດ້ຖືກທໍາລາຍໂດຍກອງທັບຂອງພວກເຮົາ, ທະຫານຂອງສັດຕູທີ່ລອດຊີວິດໄດ້ຍົກມືຍອມຈໍານົນ. ພາບ: ເອກະສານສຳນັກຂ່າວສານຫວຽດນາມ

ນາວາ ມີແຜນຈະສົ່ງກຳລັງທະຫານສູ້ຮົບຂອງຝຣັ່ງ ໄປທີ່ລາວ ເຂົ້າມາຍຶດເອົາເຂດເຕີຍຈາງ ຢູ່ຊາຍແດນລາວ -ຫວຽດນາມ, ຈາກນັ້ນກໍ່ໄປເຂດດ້ຽນບຽນຝູ; ​​ຂະນະດຽວກັນ​ນັ້ນ, ທະຫານສູ້ຮົບຂອງຝຣັ່ງ ຢູ່ດ້ຽນບຽນ​ຝູ ​ໄດ້​ສ່ຽງ​ຊີວິດ ​ເພື່ອຜ່າວົງປິດລ້ອມ, ​ເປີດ​ເສັ້ນທາງ​ນອງ​ເລືອດ​ໄປ​ຍັງ ເຕີຍຈາງ, ປະສານສົມທົບ​ກັບ​ທະຫານ​ຢູ່​ທີ່​ນີ້, ​ແລ້ວ​ໜີ​ເຂົ້າ​ໄປ​ປະ​ເທດ​ລາວ. ກອງທັບ​ບົກ​ຈະ​ສົມທົບ​ກັບ​ທະຫານໂດດຈ້ອງ​ເພື່ອ​ດໍາເນີນ​ການຕາມແຜນ ດ້ວຍໄດ້ຮັບການສະໜັບສະໜູນຈາກກໍາລັງຂອງ​ກອງທັບ​ອາກາດ​ທີ່​ເຂັ້ມ​ແຂງ.

ໃນຕອນທໍາອິດ, Cogni ຄັດຄ້ານແຜນການ ກົງດໍ (Côngđo), ໂດຍກ່າວວ່າ ມັນກໍາລັງຂາດກໍາລັງທະຫານ, ຂາດພາຫະນະການຂົນສົ່ງ, ສະພາບອາກາດໃນຊ່ວງນີ້ກໍ່ຍັງບໍ່ດີປານໃດ. Conhi ຄິດ​ວ່າ​ ການ​ຖອຍ​ທັບ​ຈະ​ປະລາໄຊ​ຢ່າງ​ສິ້ນ​ເຊີງ​ ແລະ​ ຖ້າ​ຫາກກອງ​ທະຫານ​ຍັງຄົງ​ຕໍ່​ຕ້ານ​ຢູ່​ດ້ຽນບຽນ​ຝູ​ເພື່ອ​ຍຶດ​ເອົາ​ບັນດາກອງພົນກຳລັງ​ຫຼັກ​ຂອງ​ພວກ​ເຮົາໄວ້, ກໍ່ຍັງຈະສາມາດກອບກູ້ຊະຕາກໍາຂອງ​ທະຫານສູ້ຮົບຂອງຝຣັ່ງ ​ຢູ່​ເຂດ​ທົ່ງພຽງ​ພາກ​ເໜືອໄດ້.

ໃນ​ການບຸກ​ໂຈມ​ຕີ​ຄັ້ງ​ທີ​ສອງ​, ພວກ​ເຮົາ​ໄດ້​ສຸມ​ໃສ່ທ່າແຮງກຳລັງ​ຂອງ​ທະ​ຫານບົກ - ເພີງ ຕີຍຶດເອົາບັນດາ​ຈຸດ​ສູງ​ໃນເວລາດຽວກັນ. ໃນພາບ: ການສູ້ຮົບຢ່າງດຸເດືອດທີ່ຕຳແໜ່ງທີ່ຕັ້ງ 206. ພາບ: ເອກະສານສຳນັກຂ່າວສານຫວຽດນາມ

ຢ່າງໃດກໍຕາມ ມາຮອດວັນທີ 25 ເມສາ, Conhi ໄດ້ໂທຫາ ນາວາ ເພື່ອບອກວ່າ Conhi ຕົກລົງທີ່ຈະດໍາເນີນການຕາມແຜນການ. Conhi ​ຖື​ວ່າ, ​ເຖິງວ່າຜົນກະທົບ​ຂອງ​ແຜນການ​ນີ້​ມີ​ຄວາມ​ຈຳກັດ, ​ແຕ່ກໍ່​ຍັງ​ບໍ່​ມີ​ວິທີ​ອື່ນທີ່ຈະ​ຊ່ວຍ​ເຫຼືອດ້ຽນບຽນ​ຝູໄດ້.

ແຕ່ແຜນການນີ້ພັດລົ້ມລະລາຍ, ໃນລະຫວ່າງທາງຈະຖອນກອງທະຫານ, ກອງທັບສັດຕູໄດ້ຖືກກອງພັນໃຫ່ຍທີ 18 ພ້ອມກັບກໍາລັງປະກອບອາວຸດຂອງລາວ ສະກັດກັ້ນໂຈມຕີເຮັດໃຫ້ກອງກໍາລັງຫຼຸດລົງ ແລະ ຈິດໃຈເຊື່ອມຖອຍ.

ກ່ອນ​ທີ່​ບັນຮົບ​ດ້ຽນບຽນ​ຝູ ​ກ້າວ​ເຂົ້າ​ສູ່​ໄລ​ຍະທີ 3, ການ​ບຸກ​ໂຈມ​ຕີ​ຂອງທະຫານ ຫວຽດນາມ ແລະ ເພື່ອນ​ຢູ່​ພາກ​ກາງຂອງ​ລາວ ​ໄດ້​ສິ້ນ​ສຸດ​ລົງ. ​ໃນ​ການ​ເຄື່ອນໄຫວ​ຄັ້ງ​ນີ້ ທະຫານ ຫວຽດນາມ ​ແລະ ​ເພື່ອນ​ໄດ້​ກຳຈັດ​ສັດຕູ​ເກືອບ 3.000 ຄົນ​ຈາກ​ການ​ສູ້​ຮົບ ​ແລະ ສືບ​ຕໍ່​ກັກທະຫານ​ສັດຕູ​ຊັ້ນ​ສູງຂອງພວກມັນເປັນຈຳນວນຫຼາຍ ຢູ່ພາກ​ກາງຂອງ​ລາວ ​ເພື່ອປະສານ​ສົມທົບ​ກັບ​ແນວ​ໂຮມ ດ້ຽນບຽນ​ຝູ.

ວັນທີ 25 ເມສາ 1954: ກອງກຳລັງທະຫານປະສົມ ຫວຽດນາມ - ລາວ ໄດ້ສະກັດກັ້ນ ແລະ ບຸກໂຈມຕີສັດຕູຕາມເສັ້ນທາງຖອນທະຫານ.

ນັກ​ໂທດ​ສົງຄາມ​ຝຣັ່ງ ​ຢູ່​ດ້ຽນບຽນ​ຝູ​ໄດ້​ຖືກ​ພາ​ໄປຢູ່ແນວ​ຫຼັງ. ພາບ: ເອກະສານສຳນັກຂ່າວສານຫວຽດນາມ

ໃນວັນ​ທີ 25 ​ເມສາ​ 1954, ພວກ​ລ່າ​ເມືອງ​ຂຶ້ນ​​ຝຣັ່ງ ຫວາດຫວັ່ນເສຍຂວັນ​ເນື່ອງຈາກການສູ້ຮົບຢູ່ບັນດາແນວໜ້າກໍາລັງຫຼວງໄດ້ວາງລະເບີດ​ໃສ່​ສູນ​ກັກ​ຂັງ​ໜອງໃຫ່ຍ (ຕາ​ແສງ ແທງ​ເຊືອງ, ​ເມືອງດ້ຽນບຽນ) ​ເຊິ່ງມີຜູ້ເສຍຊີວິດຫຼາຍກວ່າ 3.000 ​ຄົນ, ເຮັດໃຫ້ປະຊາຊົນ 444 ຄົນ​ເສຍ​ຊີວິດ ​ແລະ ​ໄດ້​ຮັບ​ບາດ​ເຈັບ​ຫຼາຍ​ຮ້ອຍ​ຄົນ, ສ່ວນໃຫ່ຍ​ແມ່ນ​ແມ່ຍິງ ​ແລະ ​ເດັກນ້ອຍ.

ກ່ອນໜ້ານັ້ນ, ວັນທີ 20 ພະຈິກ 1953, ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ ໄດ້ບຸກໂຈມຕີຢ່າງກະທັນຫັນ ຢູ່ເຂດຮ່ອມພູ ດ້ຽນບຽນ - ບ່ອນທີ່ດຳລົງຊີວິດຢ່າງສັນຕິສຸກຂອງປະຊາຊົນ ດ້ຽນບຽນ ທີ່ຫາກໍ່ໄດ້ໃຊ້ຊີວິດຢູ່ພຽງແຕ່ 11 ເດືອນເທົ່ານັ້ນ ນັບແຕ່ເມື່ອການສູ້ຮົບທິດຕາເວັນຕົກສ່ຽງເໜືອໄດ້ສິ້ນສຸດລົງດ້ວຍໄຊຊະນະອັນຈົບງາມ (ວັນທີ 10 ທັນວາ 1952). ສອງສາມອາທິດຫລັງຈາກຍຶດເອົາຮ່ອມພູເມື່ອງແທງໄດ້ຄືນ, ເພື່ອຕັດການເສີມກຳລັງ ແລະ ການສະໜັບສະໜູນຈາກເບື້ອງຫຼັງຢູ່ຖານທັບ, ການແຍກປະຊາຊົນອອກຈາກທະຫານ, ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ ໄດ້ເຕົ້າໂຮມປະຊາຊົນໃນເຂດດັ່ງກ່າວເຂົ້າເປັນຄ້າຍລວມສູນ 4 ບ່ອນ, ໃນນັ້ນມີຄ້າຍລວມສູນໜອງໃຫ່ຍ ຢູ່ພາຍໃຕ້ການຊີ້ນໍາຢ່າງເຂັ້ມງວດຂອງຄ້າຍທະຫານ.

ວັນ​ທີ 7 ພຶດສະພາ 1954, ບັ້ນ​ຮົບ​ດ້ຽນບຽນ​ຝູ​ຄັ້ງ​ປະ​ຫວັດ​ສາດ​ໄດ້ສິ້ນສຸດລົງດ້ວຍໄຊຊະນະອັນຈົບງາມ, ຖານທີ່ໝັ້ນຂອງສັດຕູທັງ​ໝົດ​ທີ່ ດ້ຽນບຽນ​ຝູ ໄດ້ຖືກທໍາລາຍໂດຍກອງທັບ​ທະ​ຫານ​ຂອງ​ ຫວຽດນາມ, ທຸງຊາດ “ສູ້ຮົບຢ່າງເດັດດ່ຽວ ເອົາຊະນະຢ່າງເດັດຂາດ” ກໍາລັງປິວສະບັດຢູ່ຫຼັງຄາຂຸມ ນາຍພົນ De Castries. ພາບ: ເອກະສານສຳນັກຂ່າວສານຫວຽດນາມ

ພຽງ​ແຕ່ 13 ມື້​ຕໍ່​ມາ, ຖານທີ່​ໝັ້ນ​ດ້ຽນບຽນ​ຝູ ​ກໍ່ລົ້ມສະຫຼາຍ.

70 ປີ​ຜ່ານ​ໄປ, ຍັງເຫຼືອພຽງ​ແຕ່​ເລື່ອງລາວ​ກ່ຽວກັບຄວາມໂຫດຮ້າຍສາມານ​ຂອງ​ຈັກ​ກະ​ພັດລ່າເມືອງຂຶ້ນ​ທີ່​ເຮັດໃຫ້ປະຊາຊົນໜອງໃຫ່ຍຍັງ​​ຄົງ​ສະພາບເດີມ, ສ່ວນ​ໝູ່​ບ້ານ, ຮູບຮ່າງໜ້າຕາ​ຂອງດິນແດນ​ປະ​ຫວັດ​ສາດ​ນັ້ນ​ໄດ້​ປ່ຽນ​ແປງ​ໄປ, ຊີ​ວິດການເປັນຢູ່​ຂອງ​ປະ​ຊາ​ຊົນຈະເລີນຮຸ່ງເຮືອງ ແລະ ມີຄວາມຜາສຸກ.

ອານຸສອນສະຖານການສັງຫານໝູ່ທີ່ນອງເລືອດ ຢູ່ໜອງໃຫ່ຍ ຍັງຕັ້ງຕະຫງ່ານຢູ່ຂ້າງທາງຫຼວງເລກທີ 279, ເສັ້ນທາງທະລຸ ອາຊີ ໄປຫາປະເທດລາວ. ຮູບປັ້ນຂອງແມ່ຍິງຊາວໄທ ອູ້ມລູກທີ່ເສຍຊີວິດຍ້ອນລະເບີດຂອງສັດຕູຂ້າຕາຍຢູ່ໃນມືຂອງນາງສະແດງໃຫ້ເຫັນເຖິງຄວາມເຈັບປວດທີ່ສຸດຂອງຜູ້ເປັນແມ່ທີ່ສູນເສຍລູກໄປ, ແຕ່ຍັງຄົງອົງອາດກ້າແກ່ນບໍ່ຍອມຈໍານົນ ແລະ ລຸກຂຶ້ນຕໍ່ສູ້.

ວັນທີ 25 ເມສາ 1954: ກອງກຳລັງທະຫານປະສົມ ຫວຽດນາມ - ລາວ ໄດ້ສະກັດກັ້ນ ແລະ ບຸກໂຈມຕີສັດຕູຕາມເສັ້ນທາງຖອນທະຫານ.

ທົ່ງ​ນາເມື່ອງແທງ. ພາບ: ຊວນຕື / ສຳນັກຂ່າວສານຫວຽດນາມ

ຢຸດຕິຄວາມເຈັບປວດໃນອະດີດ, ປະຊາຊົນບັນດາເຜົ່າຢູ່ເຂດໜອງໃຫ່ຍ ໄດ້ມີສາມັກຄີກັນອີກຄັ້ງໜຶ່ງ, ພ້ອມກັນພັດທະນາເສດຖະກິດ, ລົບລ້າງຄວາມທຸກຍາກ ບືນຕົວກ້າວຂຶ້ນສູ່ຄວາມຮັ່ງມີບົນຜືນແຜ່ນດິນສະໜາມຮົບໃນອະດີດ. ມາ​ຮອດ​ມື້​ນີ້, ຢູ່ເສັ້ນທາງຫຼວງທີ່ສໍາຄັນເລກທີ 279, ​ດ້ານ​ໜຶ່ງ​ເປັນ​ທົ່ງ​ນາເມື່ອງ​ແທງ ທີ່​ຂຽວ​ອຸ່ມ​ທຸ່ມ, ອີກ​ດ້ານ​ໜຶ່ງ​ເປັນ​ເຂດ​ຕົວ​ເມືອງ​ໃໝ່​ຂອງບອມ​ລາ (Bom La) ທີ່​ນັບ​ມື້​ນັບ​ຄຶກ​ຄື້ນ ແລະ ມີການພັດທະນາ.

ThongMy

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.