ບຸນເຕັດພື້ນເມືອງບຸນປີໃໝ່ ​ແລະ Chol Chnam Thmay ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ຫຼາຍ​ແຂວງ, ນະຄອນ​​ຢູ່ ​ຫວຽດນາມ

07:43 | 12/04/2024

ຍສໝ - ເດືອນເມສາ, ເນື່ອງໃນໂອກາດບຸນເຕັດພື້ນເມືອງ (ລາວ) ແລະ Chol Chnam Thmay (ກຳປູເຈຍ), ມີຫຼາຍຫຼາຍການພົບປະແລກປ່ຽນ, ພົບປະກັບນັກສຶກສາ ລາວ ແລະ ກຳປູເຈຍ ໄດເດຳເນີນຢູ່ບັນດາແຂວງ ໄທງວຽນ, ດົ່ງນາຍ, ແທງຮວ໋າ. ການ​ເຄື່ອນ​ໄຫວປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ, ການຕິດພັນ, ຄວາມ​ສາມັກຄີ ແລະ ມິດຕະພາບ​ລະຫວ່າງ 3 ປະ​ເທດ​ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ.

​ເຊື່ອມ​ຕໍ່​ຊາວ​ຕ່າງປະ​ເທດ​ທີ່​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ດົ່ງ​ນາຍ ​ເຊື່ອມ​ຕໍ່​ຊາວ​ຕ່າງປະ​ເທດ​ທີ່​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ດົ່ງ​ນາຍ
ຫວຽດນາມ​ ໄດ້​ຮັບ​ການ​ເລືອກ​ເປັນ 'ຖານທັບແນວໜ້າ' ​ໃຫ້​ບັນດາ​ບໍລິສັດ​ເຄິ່ງຊັກນຳໄຟຟ້າໃນ​ທົ່ວ​ໂລກ. ຫວຽດນາມ​ ໄດ້​ຮັບ​ການ​ເລືອກ​ເປັນ 'ຖານທັບແນວໜ້າ' ​ໃຫ້​ບັນດາ​ບໍລິສັດ​ເຄິ່ງຊັກນຳໄຟຟ້າໃນ​ທົ່ວ​ໂລກ.

ວັນທີ 10 ເມສາ, ຢູ່ ໄທງວຽນ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທງວຽນ ໄດ້ຈັດຕັ້ງລາຍການຕ້ອນຮັບບຸນເຕັດບຸນປີໃໝ່ 2567 (ຕາມພຸດທະສັກກະຫຼາດ) ໃຫ້ແກ່ນັກສຶກສາລາວໃນບໍລິເວນແຂວງ.

ກ່າວ​ຄຳປາໄສ​ທີ່​ລາຍການ, ທ່ານນາງ​ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຫວຽດນາມ ຄໍາເພົາ ເອີນທະວັນ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ຂອງ​ແຂວງ ​ໄທ​ງວຽນ ​ໃຫ້​ບັນດາ​ນັກ​ສຶກສາ ລາວ ໃນຊຸ່ມປີທີ່ມໍໆມານີ້.

ທ່ານ ຫງວຽນ​ແທ່ງ​ບິ່ງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ໄທງວຽນ ຢືນຢັນ​ວ່າ ການ​ນຳ​ແຂວງ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ໃນ​ຂົງ​ເຂດ​ຮ່ວມ​ມື​ບຳລຸງ​ສ້າງ​ສຶກສາໃຫ້ແກ່ນັກສຶກສາ ລາວ, ພິ​ເສດ​ແມ່ນ​ບັນດາ​ແຂວງ, ນະຄອນ​ທີ່​ມີ​ການ​ຮ່ວມ​ມືແຮກສ່ຽວ. ທີລາຍການ, ທ່ານ ບິ່ງ ຫວັງວ່າ ສະຖານທູດ ລາວ ປະຈໍາ ຫວຽດນາມ ຈະສືບຕໍ່ເອົາໃຈໃສ່, ເປັນຂົວຕໍ່ໜຸ່ມຊ່ວຍແຂວງ ໄທງວຽນ ເພີ່ມທະວີການຮ່ວມມື ແລະ ພັດທະນາກັບບັນດາທ້ອງຖິ່ນຂອງ ລາວ.

ບຸນເຕັດພື້ນເມືອງບຸນປີໃໝ່ ​ແລະ Chol Chnam Thmay ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ຫຼາຍ​ແຂວງ, ນະຄອນ​​ຢູ່ ​ຫວຽດນາມ

ນັກ​ສຶກ​ສາ ​ລາວ ​ຢູ່​ແຂວງ ​ໄທ​ງວຽນ ​ສະ​ແດງ​ສິ​ລະ​ປະ​ທີ່ລາຍການ (ພາບ: ມະຫາວິທະຍາໄລເຕັກ​ໂນ​ໂລ​ຢີຂໍ້ມູນ ແລະ ສື່ສານ - ມະຫາວິທະຍາໄລ ໄທງວຽນ)

​ເນື່ອງ​ໃນ​ໂອກາດ​ນີ້, ​ແຂວງ ​ໄທ​ງວຽນ ​ໄດ້​ມອບ​ຂອງຂວັນ​ໃຫ້ໝູ່ຄະນະ 10 ​ໂຮງຮຽນໃນບໍລິເວນ​ແຂວງ ​ເພື່ອ​ລະດົມ, ຊຸກຍູ້​ຈິດ​ໃຈ​ ເພື່ອບັນດາ​ນັກ​ສຶກສາຕ່າງປະເທດຕ້ອນຮັບບຸນເຕັດຢ່າງມວນຊື່ນ.

ກໍໃນວັນທີ 10 ເມສາ, ຢູ່ສວນສາທາລະນະ ບຽນຮຸ່ງ (ນະຄອນ ບຽນຮວ່າ), ສະມາຄົມນັກສຶກສາ ຫວຽດນາມ ແຂວງ ດົ່ງນາຍ ໄດ້ສົມທົບກັບພະແນກການຕ່າງປະເທດ ແລະ ຄະນະກຳມະການປະຊາຊົນນະຄອນ ບຽນຮວ່າ ຈັດຕັ້ງການພົບປະ ເພື່ອຕ້ອນຮັບບຸນເຕັດບຸນປີໃໝ່ (ລາວ) ແລະ Chol Chnam Thmay (ກໍາປູເຈຍ) ແລະ ງານບຸນວັດທະນະທໍາ ຫວຽດນາມ - ລາວ - ກຳປູເຈຍ ໃນປີ 2024.

ກອງປະຊຸມທີ່ມີການເຂົ້າຮ່ວມຂອງທ່ານອຳໄພ ສຸວັນນະແສງ, ຮອງກົງສຸນໃຫຍ່ ສປປ ລາວ ປະຈໍາ ນະຄອນ ໂຮ່ຈີມິນ; ທ່ານ ແກ້ວ​ບຸນ​ລິດ, ກົງ​ສຸນ ກຳ​ປູ​ເຈຍ ປະ​ຈຳ​ນະ​ຄອນ ​ໂຮ່​ຈິ​ມິນ ແລະ ນັກ​ສຶກ​ສາ​ ລາວ, ກຳ​ປູ​ເຈຍ 80 ກວ່າ​ຄົນ​ພວມ​ຮ່ຳ​ຮຽນ​ຢູ່​ແຂວງ ດົ່ງ​ນາຍ.

ທີກອງ​ປະຊຸມພົບປະ, ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຄື: ພິທີ​ຕີຜູກແຂນ; ມອບຂອງຂວັນໃຫ້ນັກສຶກສາ ລາວ - ກຳປູເຈຍ; ຈັດ​ຕັ້ງ​ຮ້ານ​ອາ​ຫານ​ພື້ນ​ເມືອງ​ຂອງ 3 ປະ​ເທດ​ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ; ເກມພື້ນເມືອງ; ສະໜາມດົນຕີ; ງານບຸນຫົດນ້ຳ...

​ການ​ເຄື່ອນ​ໄຫວ ​ໄດ້ໜຸ່ມຊ່ວຍໃຫ້​ບັນດານັກສຶກສາ​ມີ​ໂອກາດ​ພົບປະ​ແລກປ່ຽນ, ຮ່ຳຮຽນ ​ແລະ ຕິດພັນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ 3 ປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈຍ ​ເວົ້າ​ລວມ, ລະຫວ່າງ​ແຂວງ ດົ່ງ​ນາຍ ກັບ​ບັນດາ​ທ້ອງ​ຖິ່ນ​ລາວ - ກຳປູ​ເຈຍ ​ເວົ້າ​ສະ​ເພາະ.

ກ່ອນໜ້ານັ້ນ, ວັນທີ 9 ເມສາ ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ແທງຮວ໋າ ກໍ່ໄດ້ຈັດຕັ້ງການການໂອ້ລົມເຈລະຈາພົບປະແລກປ່ຽນກັບບັນດານັກສຶກສາ ລາວ ຢູ່ ແທງຮວ໋າ ເນື່ອງໃນໂອກາດບຸນເຕັດພື້ນເມືອງບຸນປີໃໝ່ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ທີ່​ການການໂອ້ລົມເຈລະຈາພົບປະ, ບັນດາ​ຜູ້​ແທນ​ແຂວງ ແທງ​ຮວ໋າ ໄດ້​ມອບ​ຂອງຂວັນ​ໃຫ້​ນັກ​ສຶກສາ​ຕ່າງປະເທດ 50 ຄົນ, ​ເພື່ອ​ຊ່ວຍ​ໃຫ້ນັກ​ສຶກສາ​​ມີ​ຄວາມ​ມານະ​ພະຍາຍາມ​ກວ່າ​ອີກ​ໃນ​ການ​ດຳລົງ​ຊີວິດ ​ແລະ ຮ່ຳຮຽນ​ຢູ່ ​ແທງ​ຮວ໋າ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.