​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ພຸດທະ​ສາສະໜາ​ລະຫວ່າງ ຫວຽດນາມ ​ແລະ ສີ​ລັງກາ

14:13 | 16/04/2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 15 ​ເມສາ​ນີ້, ຢູ່ວັດ ກວ໋ານສື ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ອົງການສະມາຄົມພຸດທະ​ສາສະໜາ ຫວຽດນາມ ​ແລະ ສະພາພະສົງສາມະເນນທົ່ວ​ປະ​ເທດເກາະ​ ​ສີ​ລັງກາ. ພິທີ​ລົງ​ນາມ​ດັ່ງກ່າວ​ ໂດຍມີການເປັນສັກຂີພະຍານຂອງທ່ານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສາທາລະນະ​ລັດ ​ສັງຄົມ​ນິຍົມ ​ປະຊາທິປະ​ໄຕ ສີ​ລັງກາ A.Saj U.Mendis.

​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການຄຸ້ມ​ຄອງ​ທ້ອງ​ຕະຫຼາດ​ລະຫວ່າງ​ ຫວຽດນາມ ​ແລະ ລາວ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການຄຸ້ມ​ຄອງ​ທ້ອງ​ຕະຫຼາດ​ລະຫວ່າງ​ ຫວຽດນາມ ​ແລະ ລາວ
ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ໃນການໜູນຊ່ວຍດ້ານຍຸຕິທຳກ່ຽວກັບຄະດີແພ່ງລະຫວ່າງ​ ຫວຽດນາມ ​ແລະ ລາວ ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ໃນການໜູນຊ່ວຍດ້ານຍຸຕິທຳກ່ຽວກັບຄະດີແພ່ງລະຫວ່າງ​ ຫວຽດນາມ ​ແລະ ລາວ

ກ່າວ​ຄຳປາໄສທີການ​ຕ້ອນຮັບ​ຄະນະ, ພະມະຫາອາຈານຜູ້ອາວຸໂສ ທິກແທງຫຍ້ຽວ , ກຳມະການຜູ້ປະຈຳສະພາພິສູດ, ຮອງ​ປະທານຜູ້ປະຈຳການສະພາຄຸ້ມຄອງບໍລິຫານ ​ໄດ້​ສົ່ງ​ຄຳ​ອວຍພອນ​ປີ​ໃໝ່​ໄປ​ຍັງ​​ພະສົງ ແລະ ບັນດາອົງການອຳນາດການປົກຄອງ, ປະຊາຊົນ ​ສີ​ລັງກາ.

​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ພຸດທະ​ສາສະໜາ​ລະຫວ່າງ ຫວຽດນາມ ​ແລະ ສີ​ລັງກາ

​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ອົງການສະມາຄົມພຸດທະ​ສາສະໜາ ຫວຽດນາມ ​ແລະ ສະພາພະສົງສາມະເນນທົ່ວ​ປະ​ເທດເກາະ​ ​ສີ​ລັງກາ.

​ໂດຍຫວນຄືນການຮ່ວມ​ມື​ທີ່ເປັນມູນເຊື້ອດ້ານ​ສາສະໜາ​ພຸດ​ຂອງ​ສອງ​ປະ​ເທດ, ທ່ານ ພະສັງຄະນາຍົກ ທິກດຶກທ້ຽນ, ຮອງ​ປະທານທັງເປັນເລຂາທິການ​ໃຫຍ່ສະພາຄຸ້ມຄອງບໍລິຫານ, ຫົວໜ້າ​ຄະນະ​ພຸດທະ​ສາສະໜາ​ສາກົນ ​ສູນ​ກາງ ຢືນຢັນ​ການ​ພົວພັນ​ທີ່ແໜ້ນແຟ້ນລະຫວ່າງ​ສອງ​ອົງການສະມາຄົມ, ບັນດາການ​ເຊື່ອມ​ໂຍງບົນພາຫະນະທາງ​ວັດທະນະທຳ ​ແລະ ການ​ສຶກສາ​ໃນ​ໄລຍະ​ຜ່ານ​ມາ ​ແລະ ໃຫ້ຮູ້ວ່າ ຂະ​ບວນການນັ້ນ ​ແມ່ນ​ແກ່ນສານ​ໃຫ້ແກ່ບັນດາຜົນສຳເລັດໃນການຮ່ວມມືໃນໄລຍະຕໍ່ມາ.

ທ່ານ ພະມະຫາອາຈານ Mugunghwa Anuruddha, ຜູ້ຕາງໜ້າ​ຄະນະ​ຜູ້​ແທນ​ພຸດທະສາສະໜາ ສີ​ລັງກາ ​ໄດ້​ສະ​ແດງ​ຄວາມ​ນັບຖືຢ່າງສູງ, ຮູ້ບຸນຄຸນການຮ່ວມມືຂອງ ຫວຽດນາມ ​ໃນ​ຫຼາຍ​ໄລຍະ. ພິ​ເສດ, ໃນ​ໄລ​ຍະ​ Covid – 19 ແລະ ວິກິດການເສດຖະກິດ, ພຸດ​ທະ​ສາ​ສະ​ໜາ​ ຫວຽດ​ນາມ ໄດ້​ຊ່ວຍ​ເຫຼືອ​ຊາວ​ ສີ​ລັງ​ກາ​ ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ ສີ​ລັງກາ ປະຈຳ ຫວຽດນາມ A.Saj U.Mendis ​ແລ້ວ, ພິທີ​ລົງ​ນາມ​ຄັ້ງ​ນີ້ ​ແມ່ນ​ຂີດ​ໝາຍ​ສຳຄັນ, ​ເປັນ​ໜ້າ​ຈົດ​ຈຳ​ໃນ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ສີ​ລັງກາ ເວົ້າລວມ ແລະ ພຸດທະ​ສາສະໜາ ​ເວົ້າ​ສະເພາະ.

ບົດ​ບັນທຶກ​ຊ່ວຍ​ຈຳ​ລວມມີ 2 ​ເນື້ອ​ໃນ​ຕົ້ນຕໍ​ຄື: ການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ພຸດທະ​ສາສະໜາ ​ແລະ ການວຽກງານການກຸສົນ ເພື່ອ​ຊ່ວຍ​ໃຫ້​ສາຍ​ພົວພັນ​ທາງ​ພຸດທະ​ສາສະໜາ​ລະຫວ່າງ ຫວຽດນາມ ​ແລະ ສີ​ລັງກາ​ ນັບ​ມື້​ນັບ​ແໜ້ນ​ແຟ້ນ ​ແລະ ຍົກຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

​ເນື່ອງ​ໃນ​ໂອກາດ​ນີ້, ສອງ​ຝ່າຍ ກໍ່​ໄດ້​ມອບຂອງຂັວນ​ທີ່​ລະນຶກ ​ແລະ ​ໄດ້​ສົ່ງ​ຄຳ​ເຊີນ​ໄປເຂົ້າຮ່ວມ​ງານ Vesak ຢູ່​ ສີ​ລັງກາ ​ແລະ ຫວຽດນາມ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.