​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການຄຸ້ມ​ຄອງ​ທ້ອງ​ຕະຫຼາດ​ລະຫວ່າງ​ ຫວຽດນາມ ​ແລະ ລາວ

09:28 | 12/04/2024

ຍສໝ - ​ໃນ​ຂອບ​ເຂດ​ການປະຕິບັດງານຢູ່​ນະຄອນຫຼວງ​ວຽງ​ຈັນ, ລາວ ນັບແຕ່​ວັນ​ທີ 6 – 8 ​ເມສາ 2024 ຂອງ​ຄະນະປະຕິບັດງານກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ, ວັນ​ທີ 8 ​ເມສາ 2024, ກົມໃຫຍ່ການຄຸ້ມ​ຄອງທ້ອງ​ຕະຫຼາດ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກັບກົມແຂ່ງຂັນທຸລະກິດ ແລະ ກວດກາການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ເພື່ອສົມທົບກັນໃນການປ້ອງກັນ, ຕ້ານການລະເມີດກົດໝາຍໃນທຸລະກິດ, ການຄ້າ; ​ປົກ​ປັກ​ຮັກສາ​ສິດ​ຜູ້​ບໍລິ​ໂພ​ກ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມືໃນຂົງເຂດການ​ຄຸ້ມ​ຄອງທ້ອງ​ຕະຫຼາດ​ລະຫວ່າງ​ສອງ​ປະ​ເທດ.

ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ໃນການໜູນຊ່ວຍດ້ານຍຸຕິທຳກ່ຽວກັບຄະດີແພ່ງລະຫວ່າງ​ ຫວຽດນາມ ​ແລະ ລາວ ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ໃນການໜູນຊ່ວຍດ້ານຍຸຕິທຳກ່ຽວກັບຄະດີແພ່ງລະຫວ່າງ​ ຫວຽດນາມ ​ແລະ ລາວ
ພີ່ມ​ທະວີ​ການ​ຮ່ວມ​ມື, ພົບພະແລກປ່ຽນ​ປະຊາຊົນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ ​ຫວຽດນາມ ກັບ​ແຂວງ ​ກວາງຊີ (ຈີນ) ພີ່ມ​ທະວີ​ການ​ຮ່ວມ​ມື, ພົບພະແລກປ່ຽນ​ປະຊາຊົນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ ​ຫວຽດນາມ ກັບ​ແຂວງ ​ກວາງຊີ (ຈີນ)

ນີ້​ແມ່ນ 1 ​ໃນ 3 ​ບົດ​ບັນທຶກ​​ທີ່​ໄດ້​ຮັບ​ການ​ລົງ​ນາມ​ຢ່າງ​ສຳ​ເລັດ​ຜົນ​ໃນ​ຂອບ​ເຂດ​ການປະຕິບັດງານຂອງ​ຄະນະ​ປະຕິບັດງານກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ ຫວຽດນາມ ປະຈຳ ນະຄອນຫຼວງ​ວຽງ​ຈັນ (ລາວ), ໂດຍທ່ານ​ລັດຖະມົນຕີ ຫງວຽນ​ຮົ່ງຢ່ຽນ ເປັນນຳ.

ພິທີ​ລົງ​ນາມ​ ທີ່ໄດ້​ຮັບການປະຕິບັດໂດຍມີການເປັນສັກຂີພະຍານຂອງທ່ານ​ລັດຖະມົນຕີກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ຫງວຽນ​ຮົ່ງ​ຢ່ຽນ, ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ການ​ຄ້າ ລາວ ມາ​ເລ​ທອງ ກົມ​ມະ​ສິດ ​ແລະ ຜູ້ຕາງໜ້າ​ການ​ນຳ​ບັນດາ​ຫົວໜ່ວຍຂຶ້ນກັບກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ 2 ປະ​ເທດ.

​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການຄຸ້ມ​ຄອງ​ທ້ອງ​ຕະຫຼາດ​ລະຫວ່າງ​ ຫວຽດນາມ ​ແລະ ລາວ

ທ່ານຫົວໜ້າກົມໃຫຍ່ ເຈີ່ນຫິວລິງ ແລະ ກົມແຂ່ງຂັນທຸລະກິດ ແລະ ກວດກາການຄ້າ ລາວ ຜັນຂະຫຍາຍລົງ​ນາມ​ໃນ​ຄຳ​ໝັ້ນ​ສັນຍາ ໂດຍມີການເປັນສັກຂີພະຍານຂອງລັດຖະມົນຕີ​ຂອງ​ສອງ​ກະຊວງ.

ຕາມ​ເນື້ອ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ທີ່​ໄດ້​ລົງ​ນາມ​ລະຫວ່າງ​ກົມ​ໃຫຍ່​ການ​ຄຸ້ມ​ຄອງ​ທ້ອງ​ຕະຫຼາດ​ຫວຽດນາມ ​ແລະ ກົມ​ແຂ່ງຂັນທຸລະກິດ ແລະ ກວດກາການຄ້າ ລາວ​ ແລ້ວ, 2 ຝ່າຍ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ 4 ​ເນື້ອ​ໃນ​ຕົ້ນ​ຕໍ, ລວມມີ: ​ແລກປ່ຽນ​ຂໍ້​ມູນ​​ກ່ຽວ​ກັບ​ນະ​ໂຍບາຍ, ກົດໝາຍທີ່ກ່ຽວຂ້ອງກັບການຈັດຕັ້ງ, ການເຄື່ອນໄຫວຂອງແຕ່ລະຝ່າຍ; ໜຸ່ມຊ່ວຍ​ການ​ຝຶກ​ອົບຮົມ, ບຳລຸງ​ວິຊາສະເພາະກ່ຽວກັບການ​ຄຸ້ມ​ຄອງທ້ອງ​ຕະຫຼາດ​ໃຫ້​ແກ່​ພະນັກງານ​ລັດຖະກອນ​ຂອງ​ແຕ່ລະ​ຝ່າຍ; ແບ່ງປັນຂໍ້ມູນ, ປະສົບການໃນການປ້ອງກັນ, ຕ້ານ, ແກ້ໄຂບໍລິຫານສຳລັບບັນດາກະທຳລະເມີດກົດໝາຍໃນທຸລະກິດ, ການຄ້າ ແລະ ການປົກປ້ອງສິດຜູ້ບໍລິໂພກ; ສົມທົບກັນເພື່ອສະກັດກັ້ນ, ຕໍ່ສູ້ເພື່ອຕ້ານການຄ້າເຖື່ອນ, ລັກໂລບການຄ້າ, ຂົນສົ່ງສິນຄ້າຢ່າງຜິດກົດໝາຍຂ້າມຊາຍແດນລະຫວ່າງສອງປະເທດ.

ປະຈຳ​ປີ ຫຼື ​ແຕ່ລະ​ໄລຍະ, ບັນດາ​ຝ່າຍ​ຈະ​ປຶກສາ​ຫາລື ​ແລະ ຕັດສິນ​ໃຈ​ກ່ຽວ​ກັບ​ບັນດາ​ຮູບ​ການ​ຮ່ວມ​ມື​ສະ​ເພາະກ່ຽວກັບບັນດາຂັ້ນ​ຕອນ, ລະບຽບ​ກົດໝາຍທີ່ພວມນຳໃຊ້ຂອງ​ແຕ່ລະ​ປະ​ເທດ ​ແລະ ບຸລິມະສິດ​ຍຸດ​ທະ​ສາດ​ຂອງ​ບັນດາ​ຝ່າຍ, ພິ​ເສດ​ແມ່ນ​ສອງ​ຝ່າຍ​ຈະ​ສຸມ​ໃສ່​ແລກປ່ຽນ, ແບ່ງປັນ​ຂໍ້​ມູນ, ປະສົບ​ການ ​ແລະ ບັນດາ​ບັນຫາທີ່ໄດ້ຮັບຄວາມສົນໃຈສອງຝ່າຍໃນຂົງເຂດການຄຸ້ມຄອງທ້ອງຕະຫຼາດ.

ກົມໃຫຍ່ການ​ຄຸ້ມ​ຄອງທ້ອງ​ຕະຫຼາດ​ ຫວຽດນາມ ໜຸ່ມຊ່ວຍກົມແຂ່ງຂັນທຸລະກິດ ແລະ ກວດກາການຄ້າ, ແລະ​ບັນດາໜ່ວຍງານ​ທີ່​ກ່ຽວຂ້ອງ​ຂຶ້ນກັບກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ລາວ ໃນການກໍ່ສ້າງ​ກົນ​ໄກ​ນະ​ໂຍບາຍ​ສຸມໃສ່, ເຫັນດີເປັນເອກະພາບໃນການ​ເຄື່ອນ​ໄຫວ​​ປົກ​ປັກ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍດ້ານການຄຸ້ນຄອງລັດ ແລະ ການປ້ອງ​ກັນ, ຕ້ານການລະເມີດກົດໝາຍໃນທຸລະກິດ, ການຄ້າ; ປົກປ້ອງສິດທິຂອງຜູ້ບໍລິໂພກ.

2 ຝ່າຍ​ຈະ​ສົມທົບ​ກັນ​ຢ່າງ​ເປັນ​ປະຈຳ ​ແລະ ໜູນວຽນ​ເພື່ອ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ບຳລຸງ​ສ້າງ, ບຳລຸງຄວາມຮູ້, ເຝິກອົບຮົມ ເພື່ອ​ຍົກ​ສູງ​ກຳລັງ​ຄວາມ​ສາມາດກ່ຽວກັບວິຊາສະເພາະປົກ​ປັກ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍດ້ານການຄຸ້ນຄອງລັດແລະ ການປ້ອງ​ກັນ, ຕ້ານການລະເມີດກົດໝາຍໃນທຸລະກິດ, ການຄ້າ; ປົກປ້ອງສິດທິຂອງຜູ້ບໍລິໂພກ, ໃຫ້ແກ່ພະນັກງານ-ລັດຖະກອນຂອງທຸກຝ່າຍ.

ສອງ​ຝ່າຍ ​ໄດ້​ປະຕິບັດການ​ແລກປ່ຽນຂໍ້ມູນເອກະສານກົດໝາຍ​ອື່ນໆ​ຕາມ​ກຳນົດກົດໝາຍ​ຂອງ​ແຕ່ລະ​ຝ່າຍ.

ການ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຄຸ້ມ​ຄອງທ້ອງ​ຕະຫຼາດ​ ເວົ້າສະເພາະ ​ແລະ ບັນດາຂົງ​ເຂດ​ອື່ນໆຂຶ້ນກັບກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຂອງ​ສອງ​ປະ​ເທດ ​ເວົ້າ​ລວມ ຈະ​ເປັນ​ຈຸດ​ພົ້ນ​ເດັ່ນ​ທີ່​ສຳຄັນ ເພື່ອປະກອບສ່ວນ​ເປີດ​ກວ້າງ​ພື້ນທີ່​ການ​ຮ່ວມ​ມື, ສ້າງ​ບຸກທະລຸໃນ​ການ​ພົວພັນ​ດ້ານ​ການ​ຄ້າ, ພິເສດ​ແມ່ນ​ໃນ​ເວລາ​ທີ່​ປະຊາຊົນ​ ລາວ​ ກະກຽມ​ຕ້ອນຮັບບຸນເຕັດພື້ນເມືອງ​ຊາດ (14 ​ເມສາ).

ກ່ອນໜ້ານັ້ນ, ນັບແຕ່ວັນທີ 7 – 10 ທັນວາ 2023, ຜັນຂະຫຍາຍລາຍການການຮ່ວມມືລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ລາວ, ທີ່ໄດ້ຮັບການຕົກລົງຂອງທ່ານລັດຖະມົນຕີ ນາງ ຫງວຽນຮົ່ງຢ່ຽນ, ຄະນະປະຕິບັດງານຂອງກົມໃຫຍ່ການຄຸ້ມ​ຄອງທ້ອງ​ຕະຫຼາດ​ ໂດຍທ່ານຫົວໜ້າກົມໃຫຍ່ ເຈີ່ນຫິວລິງ ເປັນຫົວໜ້າ ທີ່ກໍ່ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມກ່ຽວກັບການແລກປ່ຽນ​ປະສົບ​ການ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄຸ້ມ​ຄອງທ້ອງ​ຕະຫຼາດ​ລະຫວ່າງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ກັບ ກະຊວງອຸດສາຫະກຳ ແລະ ການຄ້າຂອງ ລາວ.

​ໃນ​ລາຍການ​ເຮັດ​ວຽກ, ຄະນະປະຕິບັດງານຂອງກົມ​ໃຫຍ່​ຄຸ້ມ​ຄອງ​ທ້ອງຕະຫຼາດ ​ໄດ້ໄປຢ້ຽມຂ່ຳນັບ​ທ່ານ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ລາວ ມາ​ເລ​ທອງ ກົມ​ມະ​ສິດ. ທີ່​ການຢ້ຽມຂ່ຳນັບ, ທ່ານ ລັດຖະມົນຕີ​ກະຊວງ​ ມາ​ເລ​ທອງ ກົມ​ມະ​ສິດ ​ແລະ ທ່ານຫົວໜ້າກົມໃຫຍ່ ເຈີ່ນຫິວລິງ ໄດ້​ພ້ອມ​ປຶກສາ​ຫາລືສຳມະນາກ່ຽວ​ກັບ​​ເນື້ອ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄຸ້ມ​ຄອງ​ທ້ອງຕະຫຼາດ, ​ຂຶ້ນກັບຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ແຕ່ລະ​ຝ່າຍ​ໃນການປະຕິບັດງານປົກ​ປັກ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ດ້ານ​ການ​ຄຸ້ມ​ຄອງ​ລັດ, ການປ້ອງ​ກັນ, ຕ້ານ, ແກ້ໄຂການບໍລິຫານກ່ຽວກັບກະທຳລະເມີດກົດໝາຍໃນທຸລະ​ກິດ, ການ​ຄ້າ ​ແລະ ປົກປ້ອງສິດທິຂອງຜູ້ບໍລິໂພກ.

ກໍ​ໃນ​ຂອບ​ເຂດ​ການ​ປະຕິບັດງານ, ຄະນະ​​ກົມໃຫຍ່ຄຸ້ມ​ຄອງ​ທ້ອງຕະຫຼາດ ​ໄດ້​ມີ​ລາຍການເຮັດວຽກໂດຍກົງກັບ 9 ຫົວໜ່ວຍຂຶ້ນກັບກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ລາວ ​ແລະ ​ເຊື່ອມ​ຕໍ່​ທາງ​ອອນ​ລາຍ​ກັບ 17 ພະແນກອຸດສາຫະກຳ ​ແລະ ການ​ຄ້າ ລາວ ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ຕ້ານ​ຄ້າເຖື່ອນສິນຄ້າ, ລັກໂລບການ​ຄ້າ​ສິນຄ້າປອມຜ່ານ​ດ່ານ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ, ພ້ອມ​ກັນ​ນັ້ນ, ສອງ​ຝ່າຍ​ຍັງ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກນະ​ໂຍບາຍປັບໄໝສຳລັບບັນດາກະທຳ​ລະ​ເມີດ​ຢູ່​ທ້ອງຕະຫຼາດ.

ໂດຍພິເສດ, ໃນ​ຂອບ​ເຂດລາຍການເຮດວຽກ, ຄະນະປະຕິບັດງານຂອງກົມ​ໃຫຍ່​ຄຸ້ມ​ຄອງ​ທ້ອງຕະຫຼາດ ໄດ້​ມີ​ກອງ​ປະຊຸມເຮັດວຽກ​​ໂດຍ​ກົງ​ກັບກົມແຂ່ງຂັນທຸລະກິດ ແລະ ກວດກາການຄ້າ ​ລາວ ​ເພື່ອ​ແລກປ່ຽນ, ແບ່ງປັນ​ປະສົບ​ການ​ໃນ​ຂົງ​ເຂດ​ຄຸ້ມ​ຄອງ​ທ້ອງຕະຫຼາດ. ຢູ່​ທີ່​ນີ້, ການ​ນຳ​ຂອງ​ສອງ​ຫົວ​ໜ່ວຍ ກໍໄດ້​ເເບ່ງປັນບັນດາປະສົບ​ການກ່ຽວກັບການເຄື່ອນໄຫວຕ້ານ​ການຄ້າເຖື່ອນລັກໂລບການ​ຄ້າ ​ແລະ ສິນຄ້າ​ປອມ​ຢູ່​ເຂດ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ; ບົດ​ຮຽນ​ກ່ຽວ​ກັບວິຊາສະເພາະການ​ຄຸ້ມ​ຄອງ​ທ້ອງຕະ​ຫຼາດ​ ຫວຽດ​ນາມ ໃນ​ການ​ເກັບກຳສືບສວນ, ກວດກາຢັ້ງຢືນຂໍ້​ມູນ​, ຕິດຕາມ, ກໍ່ສ້າງ​ພື້ນ​ຖານ​ສະ​ໜອງ​ຂໍ້​ມູນ​; ວິທີການຈໍາແນກລະຫວ່າງສິນຄ້າປອມ ແລະ ສິນຄ້າທີ່ແທ້ຈິງ ແລະ ວິທີແກ້ໄຂ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.