ສຸມ​ໃສ່ວຽກງານ​ການສຶກສາ​​ລຸ້ນໜຸ່ມ ຫວຽດນາມ - ກູ​ບາ ກ່ຽວ​ກັບ​ຄວາມຮັບຮູ້ໃນການພັດທະນາ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ

10:48 | 08/05/2024

ຍສໝ - ເຊື່ອມຕໍ່ບັນດາມະຫາວິທະຍາໄລ; ​ໄດ້​ຈັດ​ຕັ້ງ​ຄະນະ​ຊາວ​ໜຸ່ມ ກູ​ບາ ​ໄປ​ຢ້ຽມຢາມ ຫວຽດນາມ ​ໃນ​ໄລຍະ​ພັກ​ແລ້ງ 1-2 ອາທິດ ຢູ່​ເຮືອນຂອງປະຊາຊົນ; ຈັດ​ຕັ້ງ​ບັນດາການ​ແຂ່ງ​ຂັນ​ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ສອງ​ປະ​ເທດ​ຂອງ​ຊາວ​ຫນຸ່ມ; ເຊີນເອກອັກຄະລັດຖະທູດ, ນັກປາຖະກະຖາພົບປະແລກປ່ຽນ, ໂອ້ລົມກັບຊາວໜຸ່ມ… ແມ່ນບັນດາການເຄື່ອນໄຫວ ເພື່ອເພີ່ມທະວີວຽກງານ​ການສຶກສາ​​ລຸ້ນໜຸ່ມຂອງ 2 ປະເທດ ເຊິ່ງຈະໄດ້ຜັນຂະຫຍາຍໃນປີ 2024 ຂອງສະມາຄົມມິດຕະພາບ ຫວຽດນາມ - ກູບາ.

ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ເຊື່ອມ​ຕໍ່​ການ​ຄ້າ​ລະຫວ່າງ​ ຫວຽດນາມ ​- ລາວ ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ເຊື່ອມ​ຕໍ່​ການ​ຄ້າ​ລະຫວ່າງ​ ຫວຽດນາມ ​- ລາວ
ວຽກງານແນວ​ໂຮມ ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ ກຳປູ​ເຈຍ - ລາວ - ຫວຽດນາມ ວຽກງານແນວ​ໂຮມ ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ ກຳປູ​ເຈຍ - ລາວ - ຫວຽດນາມ

ວັນທີ 7 ພຶດສະພາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ກູບາ (ສະມາຄົມ) ໄດ້ຈັດຕັ້ງກອງປະຊຸມ ເພື່ອຜັນຂະຫຍາຍການປະຕິບັດງານປີ 2024. ຢູ່ທີ່ນີ້, ສະມາຄົມ ໄດ້ເຫັນດີເປັນເອກະພາບກ່ຽວກັບທິດທາງການປະຕິບັດງານ ເພື່ອຈະສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວເພີ່ມທະວີຄວາມເຂົ້າໃຈ, ມິດຕະພາບລະຫວ່າງສອງປະເທດ; ​ເພີ່ມ​ທະວີງຽກງານຂໍ້​ມູນຕ່າງ​ປະ​ເທດ, ວຽກງານປະ​ສານ​ງານ​ເພື່ອ​ເຊື່ອມ​ຕໍ່​ກັບ​ຄູ່​ຮ່ວມ​ມືຂອງ​ສະ​ມາ​ຄົມ ...

ໃນນັ້ນ, ໜ້າທີ່ສະເພາະ ຈະສຸມໃສ່ເຂົ້າໃນການເຄື່ອນໄຫວສຶກສາ​​ລຸ້ນໜຸ່ມຂອງສອງປະເທດກ່ຽວກັບການພົວພັນທີ່ເປັນມູນເຊື້ອ, ປະຫວັດສາດອັນດີງາມທີ່ມີຢູ່ແລ້ວ ແລະ ຄວາມຮັບຮູ້ຂອງການພັດທະນາການພົວພັນ ຫວຽດນາມ - ກູບາ ຄື: ເຊື່ອມຕໍ່ບັນດາມະຫາວິທະຍາໄລ; ​ໄດ້​ຈັດ​ຕັ້ງ​ຄະນະ​ຊາວ​ໜຸ່ມ ກູ​ບາ ​ໄປ​ຢ້ຽມຢາມ ຫວຽດນາມ ​ໃນ​ໄລຍະ​ພັກແລ້ງ 1-2 ອາທິດ ຢູ່​ເຮືອນຂອງປະຊາຊົນ; ຈັດ​ຕັ້ງ​ບັນດາການ​ແຂ່ງ​ຂັນ​ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ສອງ​ປະ​ເທດ​ຂອງ​ຊາວ​ຫນຸ່ມ; ເຊີນເອກອັກຄະລັດຖະທູດ, ນັກປາຖະກະຖາພົບປະແລກປ່ຽນ, ໂອ້ລົມກັບຊາວໜຸ່ມ…

ສຸມ​ໃສ່ວຽກງານ​ການສຶກສາ​​ລຸ້ນໜຸ່ມ ຫວຽດນາມ - ກູ​ບາ ກ່ຽວ​ກັບ​ຄວາມຮັບຮູ້ໃນການພັດທະນາ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ

ກອງ​ປະຊຸມ​ຜັນ​ຂະຫຍາຍວຽກງານ​ປີ 2024 ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ກູ​ບາ. (ພາບ: Dinh Hoa)

ນອກຈາກນັ້ນ, ສະມາຄົມຈະສືບຕໍ່ແລກປ່ຽນ, ສົມທົບກັບສະຖານທູດ ກູບາ ປະຈຳ ຫວຽດນາມ ແລະ ສະຖາບັນ ກູບາ ມິດຕະພາບກັບບັນດາຊົນເຜົ່າ ກູບາ (ICAP) ກ່ຽວກັບບັນດາການເຄື່ອນໄຫວທີ່ຈະມາເຖິງເຊິ່ງຈະໄດ້ສົມທົບກັນເພື່ອຜັນຂະຫຍາຍຄື: ຈັດຕັ້ງການສຳມະນາສາກົນ “ການທູດປະຊາຊົນປະກອບສ່ວນເປີດກວ້າງການຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ ແລະ ກູບາ ໃນສະພາບການປະດິດສ້າງ ແລະ ອັບເດດພື້ນຖານເສດຖະກິດ” ປີ 2024 ຢູ່ນະຄອນ ດານັງ; ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສະເຫຼີມສະຫຼອງ​ບັນດາ​ເຫດການ​ປະຫວັດສາດ​ຂອງ​ສອງ​ປະ​ເທດ​ຄື: 63 ປີ​ແຫ່ງ​ວັນ​ໄຊຊະນະ Hiron (19 ​ເມສາ), 171 ປີ​ແຫ່ງ​ວັນຄ້າຍວັນ​ເກີດ, 129 ປີ​ແຫ່ງ​ວັນ​ເສຍ​ຊີວິດ​ຂອງ​ທ່ານ José Marti, 134 ປີ​ແຫ່ງ​ວັນຄ້າຍວັນ​ເກີດ​ປະທານ ​ໂຮ່ຈິ​ມິນ (19 ພຶດສະພາ), 71 ປີ​ແຫ່ງ​ການ​ບຸກ​ໂຈມ​ຕີ​ຢູ່ຄ້າຍທະຫານ Moncada...

ກ່າວ​ຄຳປາໄສ​ທີ່​ກອງ​ປະຊຸມ, ທ່ານ ຫງວຽນວຽດຖາວ, ຮອງ​ປະທານ​ສະມາຄົມ​ ໃຫ້ຮູ້ວ່າ ເພື່ອ​ປະຕິບັດ​ບັນດາ​ໜ້າ​ທີ່ທີ່ໄດ້ວາງອອກ, ສະມາຄົມ​ຕ້ອງ​ສຸມ​ໃສ່​ກວດກາ, ເປີດກ້ວາງ​ລະບົບ​ຄູ່​ຮ່ວມ​ມື​ຢູ່ ກູ​ບາ; ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ກັບ​ສະຖານທູດ, ICAP ​ແລະ ບັນດາ​ກະຊວງ, ຂະແໜງການ, ອົງການ​ທີ່​ກ່ຽວຂ້ອງ. ພ້ອມ​ກັນ​ນັ້ນ, ກໍ່ປັບປຸງຖັນແຖວຄະນະ​ບໍລິຫານ​ງານ​ຂອງ​ສະມາຄົມ, ​ຮັບ​ສະ​ມາ​ຊິກ​ເພີ່ມ​ເຕີມ, ຈາກ​ນັ້ນ​ ​ກໍຍົກ​ສູງຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ.

ທ່ານ ຫງວຽນ​ວຽດ​ຖາວ ​ສະ​ເໜີ​ວ່າ ໃນ​ໄລຍະ​ຈະ​ມາ​ເຖິງ, ຄະນະ​ບໍລິຫານ​ງານ​ຂອງ​ສະມາຄົມ ກໍຄືບັນດາ​ສະມາຊິກ​ຈະ​ສືບ​ຕໍ່​ເຂົ້າຮ່ວມການປະກອບສ່ວນ​ຢ່າງ​ຕັ້ງໜ້າ, ນຳບັນດາການ​ເຄື່ອນ​ໄຫວ​ແລກປ່ຽນ​ປະຊາຊົນ ຫວຽດນາມ - ກູ​ບາ ມາເຖິງແຕ່ລະຮາກຖານ, ປະຊາ​ຊົນ.

ຕາມ​ບົດ​ລາຍ​ງານ ​ແລະ ບັນດາຄຳປາໄສ​ທີ່​ກອງ​ປະຊຸມ: ​ໃນ​ປີ 2023, ​ໃນ​ສະພາບ​ການ​ຂອງ​ໂລກ ​ແລະ ພາກ​ພື້ນ​ສືບ​ຕໍ່​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ, ຄາດເດົາ​ໄດ້ຍາກ, ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ລະຫວ່າງ ຫວຽດນາມ ​ແລະ ກູ​ບາ ຍັງ​ຈະ​ດຳ​ເນີນ​ໄປ​ຢ່າງ​​ຟົດຟື້ນ​ໂດຍ​ມີ​ການ​ຢ້ຽມຢາມ​ຂັ້ນ​ສູງ​ຫຼາຍ​ຄັ້ງຂອງການ​ນຳ​ຂອງ​ພັກ, ລັດ, ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ; 2 ຝ່າຍ​ ກໍໄດ້ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ, ຊຸກຍູ້​ການ​ເຄື່ອນ​ໄຫວ​ແລກປ່ຽນ​ປະຊາຊົນ; ທີ່​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ແລະ ຢູ່​ບັນດາ​ອົງການ​ສາກົນ, ພິ​ເສດ​ແມ່ນ​ຢູ່​ສະຫະ​ປະຊາ​ຊາດ, ຫວຽດນາມ ​ແລະ ກູ​ບາ ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ.

​ໃນ​ສະພາບ​ການ​ນັ້ນ, ສະມາຄົມ​ມິດຕະພາບ​ຫວຽດນາມ - ກູ​ບາ ​ໄດ້ຜັນຂະຫຍາຍຫຼາຍ​ການເຄື່ອນໄຫວຢ່າງ​ຟົດຟື້ນ. ໂດດເດັ່ນແມ່ນ ສະມາຄົມ​ໄດ້​ສົມທົບ​ກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ເພື່ອ​ຈັດ​ຕັ້ງ​ຄະນະ​ຜູ້​ແທນ​ການທູດປະຊາຊົນ​ເຂົ້າ​ຮ່ວມການໄປຕິດຕາມຄະ​ນະ​ຜູ້​ແທນ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ ໃນການໄປ​ຢ້ຽມ​ຢາມ ກູ​ບາ, ອາກຊັງຕິນ ແລະ ອູຣູກວາຍ ໃນ​ເດືອນເມສາ 2023. ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຜູ້​ແທນ ໄດ້​ຈັດ​ຕັ້ງ​ 7 ການ​ເຄື່ອນ​ໄຫວ​ການ​ທູດ​ປະຊາຊົນ​ຢູ່ 3 ປະ​ເທດ; ປະສານ​ສົມທົບ​ກັບ​ບັນດາ​ອົງການ​ສະມາຊິກ​ເພື່ອ​ລະດົມ​ແຫຼ່ງກຳລັງ​ມອບໃຫ້​ບັນດາ​ຄູ່​ຮ່ວມ​ມື ​ກູ​ບາ: ເຄື່ອງ​ແປ​ພາສາ 2 ​ເຄື່ອງ, ຄອມ​ພິວ​ເຕີ 12 ​ເຄື່ອງ, ​ໂທລະສັບ​ມື​ຖື 6 ​ເຄື່ອງ ​ແລະ ​ເຄື່ອງ​ໃຊ້​ທີ່ຈຳ​ເປັນ​ຈຳນວນ​ໜຶ່ງ​ທີ່ ​ກູ​ບາ​ ຕ້ອງການ.

ບັນດາ​ອົງການ​ສະມາຊິກ​ຂອງ​ສະມາຄົມ​ກໍ່​ມີ​ການ​ເຄື່ອນ​ໄຫວ​ຢ່າງ​​ຟົດຟື້ນ. ສະ​ໂມ​ສອນອະດີດ​ນັກສຶກສາ ຫວຽດ​ນາມ ປະ​ຈຳ ກູ​ບາ ຍາມ​ໃດ​ກໍ​ພ້ອມ​ກັບ​ສະ​ມາ​ຄົມ​ໃນ​ທຸກ​ການ​ເຄື່ອນ​ໄຫວ​ເພື່ອ​ຕິດພັນຄວາມ​ສາ​ມັກ​ຄີມິດ​ຕະ​ພາບ​ຂອງ 2 ປະ​ເທດ. ບັນດາການ​ເຄື່ອນ​ໄຫວສະເຫຼີມສະຫຼອງວັນພັກທີ່ສໍາຄັນ; ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ໄດ້​ມີ​ການ​ເຂົ້າ​ຮ່ວມ​​ຂອງ​ບັນດາ​ສະມາຊິກເປັນຈຳນວນຫຼວງຫຼາຍ ແລະ ມີ​ຄວາມ​ກະຕືລືລົ້ນ.

ມິງດຶກ

ເຫດການ
302 Found

Found

The document has moved here.