ຊ່ວຍເປະຊາຊົນປະເທດເພື່ອນມິດລາວ ຍົກສູງຄຸນນະພາບການດຳລົງຊີວິດ ແລະປົກປັກຮັກສາຊາຍແດນ

16:01 | 14/04/2024

ຊ່ວຍເປະຊາຊົນປະເທດເພື່ອນມິດລາວ ຍົກສູງຄຸນນະພາບການດຳລົງຊີວິດ ແລະປົກປັກຮັກສາຊາຍແດນ

ດາໜັງ ​​ໄດ້​ຮັບ​ເງິນ​ກ່ວາ 2,7 ຕື້​ດົ່ງ ​ເພື່ອ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຂະໜາດກາງ ແລະ ນ້ອຍ ​ໂດຍ​ອົງການ Catalyste+ ອຸປະຖຳ ດາໜັງ ​​ໄດ້​ຮັບ​ເງິນ​ກ່ວາ 2,7 ຕື້​ດົ່ງ ​ເພື່ອ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຂະໜາດກາງ ແລະ ນ້ອຍ ​ໂດຍ​ອົງການ Catalyste+ ອຸປະຖຳ
ຫວຽດນາມ - ລາວ ສົມທົບກັນຢ່າງແໜ້ນແຟ້ນໃນການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ ຫວຽດນາມ - ລາວ ສົມທົບກັນຢ່າງແໜ້ນແຟ້ນໃນການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ

ໃນຊຸມປີຜ່ານມາ, ກອງບັນຊາການທະຫານຊາຍແດນແຂວງ ຮ່າຕິ້ງ ແລະບັນດາທ້ອງຖິ່ນຕິດກັບຊາຍແດນໄດ້ຊ່ວຍເຫຼືອ ແລະໜູນຊ່ວຍປະຊາຊົນ, ກໍາລັງເຈົ້າໜ້າທີ່ຂອງປະເທດເພື່ອນລາວ ເພື່ອຍົກສູງຄຸນນະພາບການດຳລົງຊີວິດ, ປົກປັກຮັກສາຊາຍແດນຢ່າງເປັນປະຈໍາ.

ປະຊາຊົນຢູ່ບ້ານ ນາແປ, ເມືອງຄຳເກີດ, ແຂວງບໍລິຄຳໄຊ (ລາວ) ພວມຮີບເຮັ່ງສ້າງເສັ້ນທາງເຂົ້າໄປໂຮງຮຽນປະຖົມ ແລະໂຮງຮຽນອະນຸບານ ຂອງບ້ານ. ເສັ້ນທາງນີ້ ຍາວ 250 ແມັດ, ກ່ອນໜ້ານີ້ແມ່ນດິນແດງ, ມີຂີ້ຝຸ່ນໃນຍາມແລ້ງ, ເປັນຂີ້ຕົມຍາມຝົນຕົກ ອັນໄດ້ສົ່ງຜົນກະທົບເຖິງການໄປມາຂອງເດັກນ້ອຍ ແລະຄູອາຈານ. ຕໍ່ສະພາບດັ່ງກ່າວ, ຮອດທ້າຍປີ 2023, ທະຫານຊາຍແດນຮ່າຕິ້ງ ແລະຄະນະກຳມະການປະຊາຊົນຕາແສງ ເຊີນກິມ 2 (ເມືອງ ເຮືອງເຊີນ) ໄດ້ໜູນຊ່ວຍ 100 ລ້ານດົ່ງ ເພື່ອກໍ່ສ້າງທາງເບຕົງ.

ຊ່ວຍເປະຊາຊົນປະເທດເພື່ອນມິດລາວ ຍົກສູງຄຸນນະພາບການດຳລົງຊີວິດ ແລະປົກປັກຮັກສາຊາຍແດນ

ຊາວບ້ານນາແປ ສ້າງທາງເບຕົງໄປສູ່ໂຮງຮຽນປະຖົມ ແລະໂຮງຮຽນອະນຸບານຂອງບ້ານ (ທະຫານ ຊາຍແດນຮ່າຕິ້ງ ແລະຕາແສງເຊີນກິມ 2 ຊ່ວຍເຫຼືອ 100 ລ້ານດົ່ງ). ພາບ: ຮ່າຕິງ

ທ່ານ ຕິດວຽງ ກຽງທະວີ, ນາຍບ້ານນາແປ ໃຫ້ຮູ້ວ່າ: “ບ້ານພວກຂ້າພະເຈົ້າ ມີ 270 ຄອບຄົວ, ມີພົນລະເມືອງປະມານ 1.400 ຄົນ, ໃນນັ້ນ 90% ມີເຊື້ອຊາດຫວຽດນາມ, ມີຕົ້ນກຳເນີດຈາກບ້ານລ່າງແຈ່ (ຕາແສງ ເຊີນກິມ 2). ໂດຍໄດ້ຮັບຄວາມເອົາໃຈໃສ່ ແລະໜູນຊ່ວຍຫຼາຍດ້ານຈາກບ້ານເກີດເມືອງນອນ, ພິເສດແມ່ນສ້າງເງື່ອນໄຂສະດວກ ເພື່ອກັບເມືອຢ້ຽມຢາມຍາດຕິພີ່ນ້ອງ ແລະຖອດຖອນບົດຮຽນໃນການທໍາມາຫາກິນ, ແນະນຳການຜະລິດທີ່ມີປະສິດທິຜົນ, ສະໜອງທຶນກໍ່ສ້າງເສັ້ນທາງ, ຊ່ວຍເຫຼືອສົ່ງເສີມສຸຂະພາບ...., ພໍ່ແມ່ປະຊາຊົນພວກຂ້າພະເຈົ້າໄດ້ມີຄວາມຮູ້ບຸນຄຸນ ແລະຈະຈົດຈໍາກົກເຄົ້າເຫງົ້າກໍຂອງຕົນຕະຫຼອດໄປ".

ກ່ອນໜ້ານີ້, ອ້າຍ ຫວື່ວາຊົ່ງ ຢູ່ບ້ານທົ່ງແປ (ເມືອງຄຳເກີດ) ແມ່ນຄອບຄົວທຸກຍາກທີ່ສຸດຢູ່ບ້ານ, ຂາດເຂີນຕະຫຼອດປີ ເພາະຄອບຄົວມີລູກຫຼາຍຄົນ ແລະບໍ່ຮູ້ວິທີລ້ຽງສັດ, ບໍ່ມີວຽກເຮັດງານທຳ, ທຸກສິ່ງທຸກຢ່າງອາໄສການເຮັດນາ 1 ລະດູ/ປີ. ພາຍຫຼັງທີ່ແພດທະຫານຊາຍແດນ ລະດົມກໍາລັງໃຈທໍາມາຫາກິນ ແລະໄດ້ມາຫວຽດນາມ ຮ່ຳຮຽນ, ຖອດຖອນບົດຮຽນປະສົບການຫຼາຍເທື່ອ, ອ້າຍໄດ້ຮູ້ຈັກວິທີຜະລິດ, ລ້ຽງສັດ. ປະຈຸບັນ, ຄອບຄົວຂອງລາວກໍ່ມີເຂົ້າສານ, ສາລີ ແລະຝູງງົວ 12 ໂຕ, ຊີວິດການເປັນຢູ່ນັບມື້ນັບດີຂຶ້ນ.

ຊ່ວຍເປະຊາຊົນປະເທດເພື່ອນມິດລາວ ຍົກສູງຄຸນນະພາບການດຳລົງຊີວິດ ແລະປົກປັກຮັກສາຊາຍແດນ

ຊາວບ້ານຕິດກັບຊາຍແດນປະເທດເພື່ອນລາວ ມາຮ່ຳຮຽນຖອດຖອນບົດຮຽນປະສົບການໃນການຜະລິດຢູ່ຕາແສງ ເຊີນກິມ 1. ພາບ: ຮ່າຕິງ

ອ້າຍ ຫວື່ວາຊົ່ງ ຮູ້ສຶກດີໃຈ ແລະແບ່ງປັນວ່າ: “ທະຫານຊາຍແດນ ແລະເພື່ອນມິດຫວຽດນາມ ໄດ້ແນະນຳໃຫ້ພວກຂ້າພະເຈົ້າ ປູກເຂົ້າ, ປູກສາລີ, ມັນຕົ້ນທີ່ໃຫ້ສະມັດຕະພາບສູງ, ເຮັດ 2 ລະດູ/ປີ. ນອກລະດູຫຼັກແລ້ວ, ພວກຂ້າພະເຈົ້າຍັງປູກພືດຜັກ ແລະພືດສຳຮອງ ແລະ ນຳໃຊ້ຜະລິດຕະພັນກະເສດສໍາຮອງ ແລະປູກຫຍ້າລ້ຽງສັດ. ຊີວິດການເປັນຢູ່ນັບມື້ນັບດີຂຶ້ນ, ສະນັ້ນ ພວກຂ້າພະເຈົ້າຮູ້ບຸນຄຸນບັນດາເພື່ອນມິດຫວຽດນາມ ຫຼາຍ. ພວກຂ້າພະເຈົ້າຍາມໃດກໍ່ມີສະຕິຄວາມຮັບຜິດຊອບ ເພື່ອພ້ອມກັນເພີ່ມພູນຄູນສ້າງຄວາມສາມັກຄີພິເສດ, ປົກປັກຮັກສາເສັ້ນຊາຍແດນຮ່ວມ”.

ໃນຊຸມປີຜ່ານມາ, ຄຽງຄູ່ກັບບັນດາເມືອງຕິດກັບຊາຍແດນຄື ເຮືອງເຊີນ ແລະຫວູກວາງ, ເມືອງເຮືອງເຄ ໄດ້ມີຫຼາຍວຽກງານທີ່ມີຄວາມໝາຍເພື່ອຊ່ວຍເຫຼືອປະຊາຊົນລາວ ທີ່ດຳລົງຊີວິດລຽບຕາມຊາຍແດນຮ່ວມ, ຍາວ 51 ກິໂລແມັດຂອງເມືອງນາກາຍ, ແຂວງຄຳມ່ວນ (ລາວ). ປະຕິບັດແຜນນະໂຍບາຍຂອງແຂວງ, ນັບແຕ່ປີ 2013 ມາຮອດປະຈຸບັນ, ເມືອງພູດອຍແຫ່ງນີ້ໄດ້ແຮກສ່ຽວກັບເມືອງນາກາຍ ແລະຮັກສາການພົວພັນຮ່ວມມື, ການໄປມາ, ຮ່ຳຮຽນ, ແລກປ່ຽນບົດຮຽນປະສົບການ, ຊ່ວຍເຫຼືອເພື່ອນລາວໃນຫຼາຍຂົງເຂດຢ່າງເປັນປະຈໍາ.

ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກກໍ່ຕາມ, ແຕ່ນອກຈາກການຊ່ວຍເຫຼືອ ແລະໜູນຊ່ວຍເພື່ອນລາວ ປົກປັກຮັກສາເຂດຊາຍແດນຮ່ວມແລ້ວ, ເມືອງເຮືອງເຄ ຍັງເປັນເຈົ້າການຊ່ວຍເຫຼືອປະຊາຊົນພັດທະນາເສດຖະກິດ ຄື: ສ້າງເງື່ອນໄຂໃຫ້ບັນດາຄະນະຜູ້ແທນລາວ ມາຮໍ່າຮຽນຖອດຖອນບົດຮຽນປະສົບການໃນການປູກພືດ ແລະລ້ຽງສັດ, ສຳຫຼວດທີ່ຕັ້ງ ແລະປູກຕົ້ນໝາກກ້ຽງເຄໄມ 2 ເຮັກຕາ ຢູ່ລາວ, ວິທີການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ... ອີກດ້ວຍ. ພ້ອມກັນນັ້ນ, ກໍ່ໄດ້ໜູນຊ່ວຍເມືອງແຮກສ່ຽວນາກາຍ ພັດທະນາວັດທະນະທຳ - ສັງຄົມ, ພິເສດແມ່ນການຈັດຕັ້ງເຫດການໃຫຍ່, ວຽກງານການສຶກສາມູນເຊື້ອ, ຍົກສູງຄຸນນະພາບການສຶກສາ, ໜູນຊ່ວຍອຸປະກອນການແພດ ແລະ ປ້ອງກັນພະຍາດ...

ດ້ວຍຈິດໃຈ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ”, ທະຫານຊາຍແດນຮ່າຕິ້ງ ໄດ້ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບ, ຄວາມຮັກແພງຂອງຕົນ ເພື່ອຊ່ວຍບັນດາກຳລັງເຈົ້າໜ້າທີ່ ແລະປະຊາຊົນປະເທດເພື່ອນປະຕິບັດໜ້າທີ່ປົກປັກຮັກສາຊາຍແດນ, ດ່ານຊາຍແດນຮ່ວມ. ຜ່ານນັ້ນ, ກໍ່ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ, ສ້າງເສັ້ນຊາຍແດນຮ່ວມທີ່ມີສັນຕິພາບ, ມິດຕະພາບ ແລະການພັດທະນາ.

ທ່ານພັນໂທ ຟານແທງຮ້ຽວ, ຮອງຫົວໜ້າການເມືອງທະຫານຊາຍແດນ ຮ່າຕິ້ງ ໃຫ້ຮູ້ວ່າ: ແຕ່ປີ 2016 ມາຮອດປະຈຸບັນ, ບັນດາຄ້າຍຊາຍແດນເຂດປ່າໄມ້ ໄດ້ສົມທົບກັນເປັນປະຈໍາ, ສ້າງເງື່ອນໄຂ, ໜູນຊ່ວຍເພື່ອນປະຕິບັດການລາດຕະເວນສອງຝ່າຍ 20 ຄັ້ງ; ມ້າງທຳລາຍໃນຄະດີຢາເສບຕິດ 20 ຄະດີ, ... ນອກຈາກນັ້ນ, ກອງບັນຊາການທະຫານຊາຍແດນແຂວງ ຮ່າຕິ້ງ ຍັງເປີດຊຸດຝຶກອົບຮົມ, ກໍ່ສ້າງວິຊາຊີບການປ້ອງກັນຊາຍແດນ, ປ້ອງກັນດ່ານຊາຍແດນໃຫ້ເພື່ອນລາວ; ແຕ່ລະປີ ໄດ້ກວດ, ປິ່ນປົວ, ສົ່ງເສີມສຸຂະພາບໃຫ້ປະຊາຊົນ 1.260 ກວ່າເທື່ອຄົນ ແລະໄດ້ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນປະມານ 650 ເທື່ອຄົນ ດ້ວຍມູນຄ່າ 33 ລ້ານດົ່ງ...

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.