ບຸນປີໃໝ່ລາວ ທີ່ອົບອຸ່ນຢູ່ບ້ານເກີດເມືອງນອນ ຫວຽດນາມ

09:46 | 17/04/2024

ຍສໝ - ໃນປີ 2024, ເປັນຄັ້ງທຳອິດ, ນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ບັນດາສະຖາບັນຂຶ້ນກັບສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຕ້ອນຮັບບຸນປີໃໝ່ລາວປະເພນີ ໂດຍເຕົ້າໂຮມຢູ່ສະຖາບັນສູນກາງ (ຢູ່ 135 ຖະໜົນ ຫງວຽນຟ່ອງສັກ, ເມືອງ ເກົ່າເຢີຍ, ນະຄອນ ຮ່າໂນ້ຍ). ບັນຍາກາດທີ່ໃກ້ຊິດສະໜິດສະໜົມ, ອົບອຸ່ນ ໄດ້ນຳເອົາຄວາມຮູ້ສຶກຄືກັບຢູ່ບ້ານມາໃຫ້ນັກສຶກສາຕ່າງປະເທດຢູ່ທີ່ນີ້.

ປະທານ​ແນວ​ໂຮມ​ປະ​ເທດ​ຊາດ ອວຍພອນພໍ່ແມ່ປະຊາຊົນ​ຊາວ​ຂະ​ແມ​ ເນື່ອງໃນ​ໂອກາດ​ບຸນເຕັດ Chol Chnam Thmay ປະທານ​ແນວ​ໂຮມ​ປະ​ເທດ​ຊາດ ອວຍພອນພໍ່ແມ່ປະຊາຊົນ​ຊາວ​ຂະ​ແມ​ ເນື່ອງໃນ​ໂອກາດ​ບຸນເຕັດ Chol Chnam Thmay
ກະຊວງສາທາລະນະສຸກ: ສ້າງເງື່ອນໄຂສະດວກ ໃຫ້ປະຊາຊົນເຂົ້າເມືອງຫວຽດນາມ ໃນໄລຍະບຸນປີໃຫມ່ (ບຸນເຕັດ) ກະຊວງສາທາລະນະສຸກ: ສ້າງເງື່ອນໄຂສະດວກ ໃຫ້ປະຊາຊົນເຂົ້າເມືອງຫວຽດນາມ ໃນໄລຍະບຸນປີໃຫມ່ (ບຸນເຕັດ)

ທີ່ງານສະຫຼອງບຸນປິໃໝ່ ມີການເຂົ້າຮ່ວມຂອງທ່ານ ນາງ ລັດຕະນາ ສີຫາລາດ, ຮອງເອກອັກຄະລັດຖະທູດ ລາວ ປະຈໍາ ຫວຽດນາມ; ທ່ານ ຮສ.ປອ ເຢື່ອງຈຸ່ງອີ໋ - ຮອງຜູ້ອຳນວຍການສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ພ້ອມກັບຜູ້ຕາງໜ້າ​ການ​ນຳ, ພະນັກງານ, ຄູອາຈານ, ນັກ​ສຶກສາ​ລາວ ທີ່​ພວມ​ຮ່ຳຮຽນ​ຢູ່ສະ​ຖາ​ບັນສູນກາງ ແລະ ບັນດາສະ​ຖາ​ບັນຂຶ້ນກັບຢູ່ເຂດ​ພາກ​ເໜືອ.

ໃນ​ພິທີ, ທ່ານ ຮສ.ປອ ເຢື່ອງຈຸ່ງອີ໋ ຕາງໜ້າ​ໃຫ້​ຄະນະ​ອຳນວຍ​ການ ພ້ອມພະນັກງານທັງໝົດຢູ່ສະຖາບັນ ​​ສົ່ງ​ຄຳ​ອວຍພອນ​ປີ​ໃໝ່ເຖິງພະນັກງານ, ລັດຖະກອນ​ຂອງ​ສະຖານທູດ​ ລາວ ​ແລະ ບັນດານັກ​ສຶກສາ​ລາວ​ທີ່​​​ຮຽນ​ຢູ່​ສະຖາບັນ.

ບຸນປີໃໝ່ລາວ ທີ່ອົບອຸ່ນຢູ່ບ້ານເກີດເມືອງນອນ ຫວຽດນາມ

ບັນດາ​ຜູ້​ແທນ​ ໄດ້ຜູກແຂນ ເພື່ອຂໍຄວາມໂຊກດີໃນປີໃໝ່ (ພາບ: Minh Anh)

ບັນດາ​ຜູ້​ແທນ​ ໄດ້ພ້ອມກັນຫວນຄືນສາຍພົວພັນມິດຕະພາບທີ່ເປັນມູນ​ເຊື້ອອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລາວ - ຫວຽດນາມ ​ແລະ ພ້ອມກັນຂໍໃຫ້​ປະຊາຊົນ​ສອງ​ປະ​ເທດມີໂຊກລາບ ແລະ ມີແຕ່ສິ່ງດີໆໃນ​ປີ​ໃໝ່. ບັນດາ​ຜູ້​ແທນ​ ​ຍັງ​ໄດ້​ຊອກຮູ້ບັນດາຈຸດງາມຂອງວັນບຸນປີໃໝ່ ລາວ, ຄ້ອງພວງມະໄລດອກຈຳປາ (ດອກໄມ້ປະຈຳຊາດລາວ), ເຂົ້າຮ່ວມພິທີບາສີສູ່ຂວັນ, ມ່ວນຊື່ນກັບບັນດາທຳນອງເພງ, ຊິມອາຫານພື້ນເມືອງຂອງປະເທດ ລາວ, ພ້ອມກັນຟ້ອນລຳວົງ, ມອບຄວາມຮັກແພງທີ່ສະໜິດສະໜົມ​ໃຫ້​ກັນ​​ໂດຍ​ຜ່ານ​ບັນດາ​ເນື້ອເພງ ແລະ ການຮ້ອງເພງ​ກ່ຽວ​ກັບ​ມິດຕະພາບ​ ຫວຽດນາມ - ລາວ.

ທ່ານ ທອງ​ຄຸນ ບຸນ​ເລີດ, ນັກ​ສຶກສາ​ K30 ຂະແໜງ​ການ​ເມືອງວິທະຍາ ເລົ່າວ່າ “ນີ້​ແມ່ນ​ປີ​ທີ 2 ທີ່​ຂ້າພະ​ເຈົ້າ​ຕ້ອນຮັບບຸນໃໝ່ລາວ ຢູ່ ​ຫວຽດນາມ. ບຸນປີໃໝ່ລາວ ຢູ່ປະເທດເພື່ອນໄດ້ມີການ​ເຂົ້າ​ຮ່ວມ​ຢ່າງ​ຄຶກ​ຄື້ນ​ຂອງ​ຜູ້ຕາງໜ້າ​ສະຖານທູດ​ ລາວ​ ປະຈຳ​ ຫວຽດນາມ, ຂອງບັນດານັກ​ສຶກສາ​ລາວ ພ້ອມກັບບັນດາຄູ​ອາຈານ, ເພື່ອນ​ມິດ ​ຫວຽດນາມ. ໃນວັນງານບຸນ, ກໍມີບັນດາພິທີທີ່ທີ່ເປັນປະເພນີຂອງ ລາວ ຄືກັນກັບຢູ່ລາວ ເຊັ່ນ: ພິທີບາສີສູ່ຂວັນ, ຫົດນ້ຳ. ບັນຍາກາດທີ່ສະໜິດສະໜົມ, ອົບອຸ່ນ ພ້ອມກັບຄວາມຮັກແພງ, ຄວາມເອົາໃຈໃສ່ຂອງບັນດາຄູສອນ, ເພື່ອນມິດ ຫວຽດນາມ ໄດ້ຊ່ວຍໃຫ້ພວກຂ້າພະເຈົ້າບັນເທົາຄວາມຄິດຮອດບ້ານ, ພ້ອມກັນນັ້ນ ກໍ່ຮູ້ສຶກໄດ້ເຖິງຄວາມສາມັກຄີມິດຕະພາບລະຫວ່າງສອງປະເທດຫຼາຍກວ່າອີກ”.

“ໄປຮຽນຢູ່ໄກບ້ານ, ບໍ່ສາມາດຕ້ອນຮັບບຸນປີໃໝ່ລາວ ກັບຄອບຄົວ, ຍາດຕິພີ່ນ້ອງ ແຕ່ນັກສຶກສາລາວ ຍັງຮູ້ສຶກອົບອຸ່ນ, ມີຄວາມສຸກຄືຢູ່ບ້ານ ເພາະເຂົາເຈົ້າໄດ້ຮັບຄວາມຮັກແພງ, ຄວາມເອົາໃຈໃສ່, ຊ່ວຍເຫຼືອຈາກຄູອາຈານ ຫມູ່ເພື່ອນຢູ່ໃນສະຖາບັນ. ຫວຽດນາມ ກໍ່ໄດ້ກາຍເປັນບ້ານເກີດເມືອງນອນແຫ່ງທີ 2 ຂອງບັນດານັກສຶກສາລາວ ເຮົາ". ທ່ານ ນາງ ທອງມີ ສີຫາວົງ, ຜູ້ຕາງໜ້າຄະນະນັກສຶກສາລາວ ທີ່ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ກ່າວ.

ໂດຍແລກປ່ຽນກັບນັກ​ຂ່າວ​ຂອງ​ວາ​ລະ​ສານຍຸກສະໄໝ, ທ່ານ ຮສ.ປອ ເຢື່ອງຈຸ່ງອີ໋ - ຮອງຜູ້ອຳນວຍການສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ໃຫ້ຮູ້ວ່າ ປະຈຸ​ບັນ ມີ​ນັກ​ສຶກສາ​ລາວ ປະມານ 200 ກວ່າ​ຄົນທີ່​ພວມ​ຮ່ຳຮຽນ​ຢູ່​ລະບົບ​ສະຖາບັນ, ໃນນັ້ນ ສະຖາບັນສູນກາງມີນັກ​ສຶກສາລາວ 116 ຄົນ. ແຕ່ລະປີ, ຢູ່ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ສູນກາງ ແລະ ບັນດາສະຖາບັນທີ່ຂຶ້ນກັບ ໄດ້ສົມທົບກັບຄະນະນັກສຶກສາລາວ ຈັດພິທີຕ້ອນຮັບປີໃໝ່ລາວ ໃຫ້ແກ່ນັກສຶກສາລາວ. ປີນີ້, ບຸນປີໃໝ່ລາວ ກໍ່ໄດ້ຮັບການຈັດຂື້ນດ້ວຍຂອບຂະໜາດໃຫຍ່ກ່ວາອີກ. ແທນ​ທີ່ຈະຈັດຢູ່ແຕ່ຮາກຖານຕ່າງຫາກ, ສະຖາບັນໄດ້ເຊີນນັກສຶກສາລາວທຸກຄົນທີ່ຮຽນຢູ່ສະຖາບັນສູນກາງ, ສະຖາບັນການເມືອງເຂດ I, ສະຖາບັນໂຄສະນາ ແລະ ຂ່າວສານ ເຂົ້າຮ່ວມງານສະຫຼອງບຸນປີໃໝ່ຢູ່ສະຖາບັນສູນກາງ. ພິທີ​ດັ່ງກ່າວ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ພະນັກງານ, ຄູອາຈານຢູ່ສະຖາບັນ ​ໄດ້​ມີ​ການພະປະແລກປ່ຽນກັບ​ບັນດາ​ນັກ​ສຶກສາລາວ, ພ້ອມຮັບຊົມບັນດາຈຸດຄວາມງາມທີ່ຍອດຍິ່ງ, ​ຈຸດ​ທີ່ເປັນເອກະລັກພິເສດໃນວັດທະນະທຳ​ຮີດຄອງ​ປະ​ເພນີ​ຂອງ​ປະ​ເທດ, ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ປະ​ເທດ​ຊາດ, ປະຊາຊົນ ​ລາວ​ ຫລາຍ​ຂຶ້ນ.

ຕາມທ່ານ ຮສ.ປອ ເຢື່ອງຈຸ່ງອີ໋ - ຮອງຜູ້ອຳນວຍການສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ກ່າວ: ​ນັກ​ສຶກສາ, ສຳມະນາກອນລາວ ຍາມໃດກໍ​ປະຕິບັດ​ລະບຽບຂອງສະຖາບັນຢ່າງເຂັ້ມງວດ, ດຸ​ໝັ່ນ, ພາກພຽນ​ໃນ​ການ​ຮ່ຳຮຽນ, ຄົ້ນຄວ້າ.

ສະຖາບັນ ໄດ້ ແລະ ພວມຜັນຂະຫຍາຍຫຼາຍໝວດມາດຕະການ​ແກ້​ໄຂຢ່າງຄົບຊຸດ ເພື່ອຊຸກຍູ້, ເພີ່ມທະວີຍົກສູງຄຸນ​ນະ​ພາບ​ຂອງ​ການ​ບຳລຸງສ້າງພະ​ນັກ​ງານ​ສໍາ​ລັບ​ນັກ​ສຶກ​ສາ​ລາວ​. ໃນນັ້ນ ມີການສຸມ​ໃສ່​ການປ່ຽນແປງໃໝ່​ບັນດາ​ເນື້ອ​ໃນ​ຫຼັກສູດການບຳລຸງສ້າງ, ຮັບປະກັນ​ທັງມີລັກສະນະ​ລະບົບ​ພື້ນຖານ ​ແລະ ທັນ​ສະ​ໄໝ, ຕິດແທດ​ລັກສະນະຕົວຈິງ, ພິ​ເສດ​ແມ່ນ​ສະພາບຕົວຈິງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ກັບເພື່ອນລາວ. ເອົາ​ໃຈ​ໃສ່​ປັບປຸງ​ວິ​ທີ​ການ​ສອນ​ຕາມ​ທິດ​​ທີ່ແທດຈິງ, ມີ​ປະສິດທິ​ຜົນ, ​ເໝາະ​ສົມ​ກັບ​ແຕ່ລະເປົ້າໝາຍບຳລຸງສ້າງ, ເສີມຂະຫຍາຍກຳລັງຄວາມ​ສາມາດ​ໃນຄວາມຄິດສ້າງຂອງຜູ້ຮຽນຢ່າງສູງສຸດ; ຝຶກທັກສະເປັນຜູ້ນຳ, ຄຸ້ມຄອງ ແລະ ແກ້ໄຂບັນດາສະພາວະການທີ່ເກີດຂຶ້ນໃນຕົວຈິງ. ພ້ອມ​ກັນ​ນັ້ນ, ກໍ່ຍົກ​ສູງ​ຄຸນ​ນະພາ​ບຂອງ​ຄູ​ອາຈານ ​ແລະ ພະນັກງານ​ທີ່​ເຮັດ​ວຽກ​ງານ​ຄຸ້ມ​ຄອງ​ການບຳລຸງສ້າງ; ຍູ້​ແຮງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ໃນ​ການ​ບຳລຸງສ້າງ; ຍົກລະດັບພື້ນຖານໂຄງລ່າງ, ພື້ນຖານວັດຖຸ ເພື່ອນຳໃຊ້ໃນການຄົ້ນຄວ້າສຶກສາໃຫ້ແກ່ເພື່ອນລາວ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.