ງານບຸນພົບປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ເຊື່ອມ​ຕໍ່​ຊາວ​ໜຸ່ມ ​ຫວຽດ​ນາມ - ໄທ

10:43 | 15/04/2024

ຍສໝ - ວັນ​ທີ 14 ເມສາ, ທີ່ສະຖາບັນຊາວໜຸ່ມເຍົາວະຊົນ ​ຫວຽດນາມ ໄດ້​ດຳ​ເນີນ​ລາຍການ “​ພົບປະແລກປ່ຽນ​ສີສັນວັດທະນະທໍາ ຫວຽດນາມ - ​ໄທ” ປີ 2024. ​ງານບຸນກໍມຸງໄປເຖິງການເຊີດຊູບັນດາຈຸດງາມ​ດ້ານ​ວັດທະນະທຳ ​ແລະ ຕິດພັນມິດຕະພາບລະຫວ່າງ​ສອງ​ປະ​ເທດ.

​ເຊື່ອມ​ຕໍ່​ຊາວ​ຕ່າງປະ​ເທດ​ທີ່​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ດົ່ງ​ນາຍ ​ເຊື່ອມ​ຕໍ່​ຊາວ​ຕ່າງປະ​ເທດ​ທີ່​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ດົ່ງ​ນາຍ
ແມ່ວວາກ: ລົບລ້າງຄວາມຫິ​ວ - ຫຼຸດຜ່ອນ​ຄວາມ​ທຸກ​ຍາກ, ອະນຸລັກຮັກ​ສາ​ວັດ​ທະ​ນະ​ທໍາ​ພື້ນ​ເມືອງ ​ໂດຍ​ຜ່ານ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຊຸມ​ຊົນ ແມ່ວວາກ: ລົບລ້າງຄວາມຫິ​ວ - ຫຼຸດຜ່ອນ​ຄວາມ​ທຸກ​ຍາກ, ອະນຸລັກຮັກ​ສາ​ວັດ​ທະ​ນະ​ທໍາ​ພື້ນ​ເມືອງ ​ໂດຍ​ຜ່ານ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຊຸມ​ຊົນ

​ລາຍການ​ໄດ້​ຮັບ​ການ​ຕອບ​ສະໜອງ​ຢ່າງ​ຫຼວງ​ຫຼາຍ​ຈາກ​ບັນດາ​ນັກ​ສຶກສາ​ຢູ່​ສະ​ຖາ​ບັນ​ຊາວໜຸ່ມເຍົາວະຊົນ ຫວຽດນາມ ພ້ອມ​ກັບ​ນັກ​ສຶກສາ ​ໄທ 30 ຄົນ ທີ່​ພວມ​ຮ່ຳຮຽນ​ຢູ່ ຫວຽດນາມ.

ງານບຸນພົບປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ເຊື່ອມ​ຕໍ່​ຊາວ​ໜຸ່ມ ​ຫວຽດ​ນາມ - ໄທ

ຄູ​ອາ​ຈານ ແລະ ນັກ​ສຶກ​ສາ​ຂອງ​ສອງ​ປະ​ເທດ​ໄດ້​ຖ່າຍ​ຮູບ​ທີ່​ລະ​ນຶກ​ຢູ່ໃນງານ​. (ພາບ: ງານ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ - ໄທ)

ງານບຸນ​ຄັ້ງ​ນີ້​ ໄດ້​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການພົບປະ​ແລກປ່ຽນ, ລົງຕົວຈິງໃຫ້ແກ່ຊາວ​ໜຸ່ມ​ ຫວຽດນາມ ​ແລະ ​ໄທ, ​ໂດຍຜ່ານນັ້ນ ກໍ​ຮັດ​ແໜ້ນ​ຄວາມ​ສາມັກຄີ ​ແລະ ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ

ກ່າວ​ຄຳປາໄສ​ທີ່​ພິທີ​ເປີດ​ລາຍການ, ນັກ​ສຶກສາ ຫວູຮົ່ງກວນ - ຫົວໜ້າ​ຄະນະ​ຈັດ​ຕັ້ງ ​ໃຫ້​ຮູ້​ວ່າ “ນີ້​ແມ່ນ​ລາຍການ​ພິ​ເສດ​ ເພື່ອເຊີດຊູ ແລະ ຮັກສາ​ເອກະລັກ​ວັດທະນະທຳ​ຂອງ​ ຫວຽດນາມ, ສຶກສາ​ມູນ​ເຊື້ອ​ຮັກ​ຊາດ, ລະດົມໃຫ້ບັນດາຊົນເຜົ່າ ຫວຽດນາມ - ​ໄທ ​ໄດ້​ຊອກຮູ້ ແລະ ເຊື່ອມຕົວ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການຮຽນ ແລະ ການດຳລົງຊີວິດ”.

ບັນດາ​ການ​ເຄື່ອນ​ໄຫວ​ທີ່ດຳເນີນ​ໃນ​ຂອບ​ເຂດ​ຂອງເຫດການລວມມີ: ການ​ພົບປະແລກປ່ຽນ​ວັດທະນະທຳສິລະ​ປະ, ການ​ສະ​ແດງ​ຊຸດ​ເສື້ອຜ້າອາພອນພື້ນເມືອງ ແລະ ລົງຕົວຈິງໃນການເຮັດ ແລະ ຊິມເຍື່ອງ​ອາຫານ, ວັດທະນະທຳ​ທີ່ມີເປັນເອກະລັກສະເພາະ​ຂອງ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ. ນອກຈາກນັ້ນ, ລາຍການຍັງໄດ້ມີການການແບ່ງປັນຈາກບັນດາຄູອາຈານໃນວຽກງານຊາວໜຸ່ມເຍົາວະຊົນ ແລະ ຄູອາຈານຈາກປະເທດໄທ.

ງານດັ່ງກ່າວ ມຸ່ງໄປເຖິງວັນສະ​ເຫຼີ​ມສະຫຼອງ​ວັນ​ວັດທະນະທຳ​ບັນດາ​ເຜົ່າ ຫວຽດນາມ (19 ເມສາ) ​ແລະ ສະ​ເຫຼີ​ມສະຫຼອງ 48 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ​ໄທ (1976 – 2024).

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.