ຈັດ​ຕັ້ງ​ບຸນເຕັດບຸນປີໃໝ່ໃຫ້​ແກ່​ນັກ​ສຶກ​ສາ ​ລາວ ​ຢູ່ ​ໄທຫງວຽນ

08:38 | 11/04/2024

ຍສໝ - ວັນ​ທີ 10 ເມສາ, ຢູ່​ມະຫາວິທະຍາ​ໄລເຕັກ​ໂນ​ໂລ​ຢີຂໍ້​ມູນຂ່າວສານ ​ແລະ ການສື່ສານ (ມະຫາວິທະຍາ​ໄລ​ໄທ​ງວຽນ), ສະມາຄົມ​ມິດຕະພາບ​ ຫວຽດນາມ - ລາວ ​ແຂວງ ​ໄທ​ງວຽນ ​ໄດ້​ຈັດ​ຕັ້ງ​ງານ​ບຸນປີໃໝ່ໃຫ້ແກ່ນັກສຶກສາ ລາວ ​ທີ່​ພວມ​ຮ່ຳຮຽນ, ຄົ້ນ​ຄ້ວາ​ຢູ່​ບໍລິເວນ.

ກວາງ​ຈີ້​ ຈັດ​ຕັ້ງ​ລາຍການປະສານສຽງດົນຕີສາ​ກົນ ເພື່ອເຊີດຊູຄຸນຄ່າ​ສັນ​ຕິ​ພາບ​ໂລກ ກວາງ​ຈີ້​ ຈັດ​ຕັ້ງ​ລາຍການປະສານສຽງດົນຕີສາ​ກົນ ເພື່ອເຊີດຊູຄຸນຄ່າ​ສັນ​ຕິ​ພາບ​ໂລກ
ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທຫງວຽນ: 15 ປີແຫ່ງວັນສ້າງຂົວມິດຕະພາບ ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທຫງວຽນ: 15 ປີແຫ່ງວັນສ້າງຂົວມິດຕະພາບ

ເຂົ້າຮ່ວມງານມີທ່ານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ນາງ ຄໍາເພົາ ເອີນທະວັນ ພ້ອມກັບຜູ້ຕາງໜ້າການນໍາແຂວງ ແລະ ບັນດາພະແນກ, ຄະນະ, ຂະແໜງການຂອງ ໄທງວຽນ.

ທີ່​ລາຍການ, ທ່ານ​ນາງ ຄໍາເພົາ ເອີນທະວັນ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ເອົາ​ໃຈ​ໃສ່, ການສ້າງເງື່ອນໄຂຂອງ​ແຂວງ ​ໄທງວຽນ ສຳລັບບັນດານັກ​ສຶກສາ ລາວ. ທ່ານ​ເອກ​ອັກຄະ​ລັດຖະທູດ​ ຢືນຢັນ​ວ່າ ສອງ​ປະ​ເທດ ລາວ-ຫວຽດນາມ ມີ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ, ຄວາມຕິດພັນທີ່ສັດຊື່; ພ້ອມ​ກັນ​ນັ້ນ, ທ່ານ​ຍັງ​ໃຫ້ຮູ້​ຕື່ມ​ອີກວ່າ ປີ 2024 ​ແມ່ນ​ປີ​ທີ່​ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ສຳລັບ ລາວ; ປີ​ທີ່​ລາວ​ດຳ​ລົງຕຳແໜ່ງເປັນປະ​ທານໜູນວຽນ ອາ​ຊຽນ. ນີ້​ກໍ່​ແມ່ນ​ປີ​ທີ່​ ລາວ ກໍ່​ໄດ້​ເລືອກ​ເອົາ​ເປັນ​ປີ​ທ່ອງ​ທ່ຽວ ດ້ວຍ​ຫົວ​ຂໍ້ “​ທ່ອງທ່ຽວລາວ ປອດໄພ ຊື່ນໃຈໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ” ດ້ວຍ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງທີ່​ຖືກ​ຈັດຕັ້ງ​ຕາມ​ຮີດຄອງ​ປະ​ເພນີ​ຂອງ​ຊາວ​ ລາວ, ດຶງດູດນັກທ່ອງທ່ຽວພາຍໃນ ແລະ ສາກົນ.

ຈັດ​ຕັ້ງ​ບຸນເຕັດບຸນປີໃໝ່ໃຫ້​ແກ່​ນັກ​ສຶກ​ສາ ​ລາວ ​ຢູ່ ​ໄທຫງວຽນ

ບັນດາ​ຜູ້​ແທນ ​ໄດ້​ປະຕິບັດພິທີຕາມຮີດຄອງ​ປະ​ເພນີບຸນປີໃໝ່​ລາວ. ພາບ: ທູຮັ່ງ/TTXVN

ທ່ານ​ຮອງ​ປະທານ​ແຂວງ ​ໄທງວຽນ ຫງວຽນ​ແທ່ງ​ບິ່ງ ຢືນຢັນ​ວ່າ ແຂວງ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່, ຖືເປັນສຳຄັນຂົງ​ເຂດ​ການ​ຮ່ວມ​ມື​ດ້ານການບຳລຸງ​ສ້າງ​ການ​ສຶກສາ​ໃຫ້​ນັກ​ສຶກສາ ລາວ ​ໃນ​ບໍລິເວນ; ພິ​ເສດ​ແມ່ນ​ສຳລັບບັນດານັກ​ສຶກ​ສາ​ ລາວ ຂອງບັນດາແຂວງ, ນະ​ຄອນ​ທີ່​ມີ​ການ​ຮ່ວມ​ມື, ແຮກສ່ຽວກັບ​ແຂວງ ໄທງວຽນ. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ແຂວງ​ ກໍໄດ້ບຳລຸງສ້າງນັກ​ສຶກສາ ​ລາວ​ ຫຼາຍ​ລຸ້ນຄົນ. ນັກສຶກສາຕ່າງປະເທດທີ່ຮຽນຈົບແລ້ວກັບຄືນບ້ານເກີດເມືອງນອນ ກໍ່ໄດ້ເສີມຂະຫຍາຍຄວາມຮູ້, ຄຸນນະທາດທາງດ້ານການເມືອງ ແລະ ທັກສະທີ່ໄດ້ຝຶກຝົນ, ສະສົມ, ປະກອບສ່ວນທີ່ສຳຄັນເຂົ້າໃນພາລະກິດແຫ່ງການສ້າງສາ, ພັດທະນາປະເທດຊາດ. ຜ່ານ​ນັ້ນ, ກໍ່ປະກອບສ່ວນພູນ​ຄູນ​ສ້າງ​ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ຄວາມ​ສັດ​ຊື່​ບໍລິສຸດ​ຂອງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ.

ບົນ​ພື້ນຖານສາຍພົວພັນ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ, ​ໄທງວຽນ​ ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບກັບ​ແຂວງ​ຫຼວງ​ພະ​ບາງ (ລາວ) ນັບ​ແຕ່​ປີ 2010; ພ້ອມ​ກັນ​ນັ້ນ, ກໍ່ຮັກສາ​ການ​ຮ່ວມ​ມື​ກັບ​ບັນດາ​ແຂວງ​ຄື: ແຂວງຫົວພັນ, ແຂວງ​ຊຽງຂວາງ, ຜົ້ງສາລີ ພ້ອມກັບບາງ​ທ້ອງ​ຖິ່ນອື່ນໆ​ຂອງ ​ລາວ ​ເພື່ອ​ຮ່ວມ​ມືບຳລຸງສ້າງບັນດານັກສຶກສາຕ່າງປະເທດຢູ່​ບັນດາ​ມະຫາວິທະຍາ​ໄລ, ມະຫາວິທະຍາ​ໄລໃນບໍລິເວນແຂວງ. ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ແຂວງ ​ໄທ​ງວຽນ ຍາມ​ໃດ​ກໍ່​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ຕໍ່​ມິດຕະພາບ, ການ​ທູດ​ປະຊາຊົນ​ໃນ​ບັນດາ​ຂົງ​ເຂດ​ການ​ເມືອງ, ວັດທະນະທຳ, ການ​ສຶກສາ ​ແລະ ບຳລຸງ​ສ້າງ.

ທີ່ລາຍການ, ການ​ເຄື່ອນ​ໄຫວ​ຫຼາຍຢ່າງ​ທີ່​ມີ​ຄວາມ​ໝາຍ​ໃນ​ໂອກາດບຸນປີ​ໃໝ່​ລາວ ​ໄດ້​ຈັດ​ຕັ້ງ​ເຊັ່ນ:ຂໍໂຊກຂໍລາບ, ຜູກແຂນ, ຫົດນ້ຳ... ສ້າງ​ບັນຍາກາດທີ່ມ່ວນຊື່ນ, ຕື່ນເຕັ້ນ​ໃຫ້​ບັນດາ​ນັກ​ສຶກສາຕ່າງປະເທດ. ຜ່ານນັ້ນ, ກໍ່ລະດົມ, ສົ່ງເສີມໃຫ້ນັກສຶກສາ ຍາມໃດກໍຮີດຮອດເຖິງຮີດຄອງປະເພນີຂອງຊາດ ແລະ ຮູ້ສຶກເຖິງບັນຍາກາດບຸນປີໃໝ່ທີ່ອົບອຸ່ນ, ເຕົ້າໂຮມ, ປິຕິຊົມຊື່ນຕ້ອນຮັບປີໃໝ່ຄືຢູ່ບ້ານເກີດເມືອງນອນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່ແທດ​ຈິງ ​ເພື່ອ​ເພີ່ມທະວີ ​ແລະ ຢັ້ງຢືນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ, ປະກອບສ່ວນ​ຮັດ​ແໜ້ນ​ຄວາມ​ສາມັກຄີ​, ຕິດພັນສະໜິດແໜ້ນລະຫວ່າງ​ປະຊາຊົນ​ ຫວຽດນາມ - ລາວ.

ປະຈຸ​ບັນ, ​ໄທງວຽນ​ ມີ​ນັກ​ສຶກສາ​ ລາວ ​ປະມານ 1.200 ຄົນພວມ​ຮ່ຳຮຽນ​ຢູ່ 10 ​ໂຮງຮຽນ​ໃນ 4 ລະບົບ​ບຳລຸງສ້າງຄື: ມັດທະຍົມສົມບູນ, ວິທະຍາໄລ, ມະຫາວິທະຍາ​ໄລ ແລະ ຫຼັງມະຫາ. ບຸນປີໃໝ່ ໄດ້ຈັດຕັ້ງເພື່ອປະກອບສ່ວນເພີ່ມທະວີຄວາມຮັກແພງຕິດພັນລະຫວ່າງບັນດານັກສຶກສາຕ່າງປະເທດກັບພະນັກງານ, ປະຊາຊົນໃນແຂວງ; ພ້ອມ​ກັນ​ນັ້ນ, ກໍ່ຊຸກຍູ້​ວຽກງານສຶກສາ​ດ້ານ​ການ​ເມືອງແນວຄິດ, ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ແກ່​ນັກ​ສຶກສາ ລາວ ກ່ຽວ​ກັບ​ສາຍ​ພົວພັນ, ​ມິດຕະພາບຄວາມ​ສາມັກຄີ ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ, ປະຊາຊົນ​ສອງ​ຊາດ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.