ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ເຊື່ອມ​ຕໍ່​ການ​ຄ້າ​ລະຫວ່າງ​ ຫວຽດນາມ ​- ລາວ

07:30 | 18/04/2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 17 ເມສາ, ທີ​່ສູນວັດ​ທະ​ນະ​ທຳ​ ຫວຽດ​ນາມ ຢູ່ນະ​ຄອນ​ຫຼວງ​ວຽງ​ຈັນ ໄດ້ດຳເນີນວັນບຸນວັດ​ທະ​ນະ​ທຳ​-ເຊື່ອມ​ຕໍ່​ການ​ຄ້າ ໂດຍສະ​ມາ​ຄົມ​ຕິດຕໍ່ພົວພັນກັບຄົນ​ ຫວຽດ​ນາມ ທີ່ອາໄສ​ຢູ່​ຕ່າງ​ປະ​ເທດ ສົມທົບ​ກັບ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ ຫວຽດ​ນາມ ຢູ່​ນະ​ຄອນຫຼວງວຽງ​ຈັນ ແລະ ສູນວັດທະນະທຳ ຫວຽດນາມ ປະຈຳ ລາວ ຈັດຕັ້ງ.

​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການຄຸ້ມ​ຄອງ​ທ້ອງ​ຕະຫຼາດ​ລະຫວ່າງ​ ຫວຽດນາມ ​ແລະ ລາວ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການຄຸ້ມ​ຄອງ​ທ້ອງ​ຕະຫຼາດ​ລະຫວ່າງ​ ຫວຽດນາມ ​ແລະ ລາວ
ວຽກງານແນວ​ໂຮມ ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ ກຳປູ​ເຈຍ - ລາວ - ຫວຽດນາມ ວຽກງານແນວ​ໂຮມ ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ ກຳປູ​ເຈຍ - ລາວ - ຫວຽດນາມ

ໂດຍເຂົ້າ​ຮ່ວມເຫດການ ມີຜູ້ຕາງໜ້າ​ສະຖານທູດ ຫວຽດນາມ ປະຈຳ ລາວ; ຜູ້ຕາງໜ້າສະມາຄົມຊາວ ຫວຽດນາມ ຢູ່ນະຄອນຫລວງວຽງຈັນ; ຜູ້ຕາງໜ້າສະມາຄົມວິສາຫະກິດ ຫວຽດນາມ ແລະ ລາວ ພ້ອມກັບປະຊາຄົມຊາວ ຫວຽດນາມ ແລະ ລາວ ປະຈໍານະຄອນຫຼວງວຽງຈັນ ເປັນຈຳນວນຫຼວງຫຼາຍ.

ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ເຊື່ອມ​ຕໍ່​ການ​ຄ້າ​ລະຫວ່າງ​ ຫວຽດນາມ ​- ລາວ

ໜຶ່ງໃນບັນດາການສະແດງທີ່ເຫດການ. ພາບ: ໂດ້ບ໋າແທງ/ນັກຂ່າວ TTXVN ປະຈຳລາວ

ຕາມ​ຄະນະ​ຈັດ​ຕັ້ງ​ແລ້ວ, ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອເຜີຍແຜ່ ແລະ ໂຄສະນາບັນດາ​ຮູບພາບ, ວັດທະນະທຳທີ່ພົ້ນເດັ່ນຂອງ ຫວຽດນາມ ຕໍ່ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ເປັນຈຳໜ່ວຍຫຼວງຫຼາຍ ກໍຄືຊາວ ​ລາວ ​ທີ່​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນຫຼວງ​ວຽງ​ຈັນ.

ລາຍການ​ບໍ່​ພຽງ​ແຕ່​ປະກອບສ່ວນ​ເພີ່ມ​ທະວີຄວາມສະໜິດຕິດພັນ ແລະ ເຮັດໃຫ້ສາຍ​ພົວພັນ​ມິດຕະພາບອັນຍິ່ງໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ເລິກເຊິ່ງ​ກ່ວາອີກເທົ່ານັ້ນ ຫາກຍັງສ້າງ​ກາລະ​ໂອກາດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດໄດ້ພົບປະ, ​ແລກປ່ຽນ ​ແລະ ​ແບ່ງປັນ​ປະສົບ​ການ, ການ​ຮ່ວມ​ມືກໍຄືພັດທະນາທ້ອງ​ຕະຫຼາດຕາມຈິດ​ໃຈ “ດີ​ຕໍ່​ປະ​ເທດ, ດີ​ຕໍ່​ຄອບຄົວ” ​ແລະ ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ.

ໃນຂອບເຂດສູນວັດ​ທະ​ນະ​ທຳ ​ຫວຽດ​ນາມ, ບັນ​ດາ​ຜູ້​ແທນ ​ໄດ້ມ່ວນຊື່ນກັບບັນດາການ​ການ​ສະ​ແດງ​ສີລະປະ ​ວັດ​ທະ​ນະ​ທຳທີ່​ເປັນ​ເອ​ກະ​ລັກ​ສະ​ເພາະຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ ຫວຽດ​ນາມ ແລະ ລາວ ເຊັ່ນ ການ​ສະ​ແດງ​ພິນສາຍດຽວ, ການ​ສະ​ແດງຟ້ອນຊົນ​ເຜົ່າ... ແລະ ພ້ອມກັນໄປຢ້ຽມຢາມບັນດາຮ້ານ​ວາງສະ​ແດງ​ຜະລິດຕະພັນ, ສິນຄ້າ​ຂອງ​ສອງ​ປະ​ເທດ​ຄື​ ຮູບ​ແຕ້ມ​ພື້ນ​ເມືອງ ຫາງໂຈ໋ງ, ​ພື້ນທີິ່ແນະນຳບັນດາສີສັນຂອງຊຸດເສືອຜ້າອາພອນຂອງບັນດາຊົນເຜົ່າ ຫວຽດນາມ, ​ພື້ນທີິ່ແນະນຳການ​ຮຽນ​ພາສາ​ ຫວຽດນາມ ​ອອນ​ລາຍ, ຮ້ານ​ເຟີ​ນີ​ເຈີ​ໄມ້, ຫັດຖະກຳ​ສິລະປະ... ​ແລະ ເຂດອາຫານດ້ວຍບັນດາອາຫານພື້ນເມືອງທີ່ຫຼາກຫຼາຍ. ພິ​ເສດ​ທີ່ສຸດແມ່ນເຂດຮ້ານການແຕ້ມຕົວໜັງສືຫວຽດເດີມ, ຢູ່ທີ່ນີ້ ອາຈານໄດ້ຂຽນຕົວໜັງສືຫວຽດເດີມມອບໃຫ້ກັບບັນດານັກຮຽນກໍຄື​ບັນ​ດາ​ຜູ້​ແທນ​ທີ່​ມາ​ຢ້ຽມ​ຢາມເຂດຮ້ານ ຕາມຄວາມຕ້ອງການດ້ວຍບັນດາເນື້ອໃນ​ເຊັ່ນ: ຄວາມ​ສຳ​ເລັດ​ໃນ​ຊີ​ວິດ ຫຼື ​ຮຽນ​ເກັ່ງ, ​ສອບ​ເສັງໃຫ້ໄດ້ຄະແນນດີ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.