ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານພະລັງງານ ແລະ ຊັບພະຍາກອນແຮ່ທາດ.

09:47 | 17/04/2024

ຍສໝ - ວັນ​ທີ 7 ​ເມສາ​ນີ້, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ ລັດຖະມົນຕີ​ອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນ​ຮົ່ງ​ຢ່່ຽນ ​ໄດ້​ມີ​ການພົບປະເຈລະຈາ​ກັບ​ທ່ານ ລັດຖະມົນຕີ​ພະລັງງານ ​ແລະ ບໍ່​ແຮ່ ລາວ ​ໂພ​ໄຊ ​ໄຊ​ຍະ​ສອນ.

ຫວຽດນາມ - ລາວ ເພີ່ມທະວີການປົກປັກຮັກສາປ່າໄມ້ຢູ່ເຂດຊາຍແດນ ຫວຽດນາມ - ລາວ ເພີ່ມທະວີການປົກປັກຮັກສາປ່າໄມ້ຢູ່ເຂດຊາຍແດນ
ຫວຽດນາມ - ລາວ: ກໍ່ສ້າງອຸດົມການຮ່ວມກັນ: ການຮ່ວມມືດ້ານອຸດົມຄະຕິ ແລະ ທິດສະດີ ແລະ ກໍ່ສ້າງພັກແມ່ນຫຼັກໝັ້ນຂອງການພົວພັນທາງການເມືອງ ຫວຽດນາມ - ລາວ. ຫວຽດນາມ - ລາວ: ກໍ່ສ້າງອຸດົມການຮ່ວມກັນ: ການຮ່ວມມືດ້ານອຸດົມຄະຕິ ແລະ ທິດສະດີ ແລະ ກໍ່ສ້າງພັກແມ່ນຫຼັກໝັ້ນຂອງການພົວພັນທາງການເມືອງ ຫວຽດນາມ - ລາວ.

ກອງ​ປະຊຸມເຈລະຈາ​ ເພື່ອ​ແລກປ່ຽນ​ບັນດາມາດຕະການຊຸກຍູ້​ການ​ຮ່ວມ​ມື​ໃນຂົງເຂດ​ພະລັງງານ, ຊັບພະຍາກອນແຮ່ທາດລະຫວ່າງ ຫວຽດນາມ - ລາວ, ນອນໃນ​ຂອບ​ເຂດ​ການ​ປະຕິບັດງານຂອງຄະນະປະຕິບັດງານທ່ານລັດຖະມົນຕີ​ອຸດສາຫະກຳ ແລະ ການຄ້າ ໂດຍ​ທ່ານລັດຖະມົນຕີ ຫງວຽນຮົ່ງຢ່ຽນ ເປັນຫົວໜ້າຄະນະ ຢູ່ນະຄອນຫຼວງ ວຽງຈັນ ແຕ່​ວັນ​ທີ 6 – 8 ​ເມສາ 2024 .

ທີ່​ການ​ພົບ​ປະເຈລະຈາ, ໂດຍແຈ້ງໃຫ້ກັບທ່ານ ລັດຖະມົນຕີ​ພະລັງງານ ​ແລະ ບໍ່​ແຮ່ ລາວ ກ່ຽວ​ກັບ​ສະພາບ​ການ​ເຄື່ອນ​ໄຫວ​ຜະລິດ​ອຸດສາຫະກຳ, ການ​ຄ້າ, ການ​ລົງທຶນ​ຢູ່ ຫວຽດນາມ ໃນໄລຍະທີ່ມໍ່ໆມານີ້, ທ່ານ ລັດຖະມົນຕີ​ອຸດສາຫະກຳ ແລະ ການຄ້າ ຫງວຽນ​ຮົ່ງ​ຢ່່ຽນ ໃຫ້​ຮູ້​ວ່າ ປະຈຸ​ບັນ ຫວຽດນາມ ຕ້ອງການ​ໄຟຟ້າ ​ແລະ ພະລັງງານ​ຢ່າງ​ຮີບ​ດ່ວນ​ເພື່ອ​ຮັບ​ໃຊ້​ການ​ພັດທະນາການ​ຜະລິດ.

ກ່ຽວ​ກັບ​ບາງ​ບັນຫາ​ສະ​ເພາະ, ທ່ານ ລັດຖະມົນຕີ​ອຸດສາຫະກຳ ແລະ ການຄ້າ ​ເນັ້ນ​ໜັກ​ວ່າ ການຊຸກຍູ້ລະດັບຄວາມຄືບໜ້າໃນການປະກາດໃຊ້ກອບລາຄາ ຫວຽດນາມ ​ເພື່ອຮັບ​ຊື້​ໄຟຟ້າ​ຈາກ​ ລາວ ພາຍຫຼັງ​ປີ 2025 ​ແມ່ນ​ຈຳ​ເປັນ​ທີ່​ສຸດ. ຫວ່າງ​ມໍ່ໆ​ນີ້, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ຫວຽດນາມ ​ໄດ້ຕັ້ງໜ້າ​ຊີ້​ນຳກຸ່ມ​ບໍລິສັດ​ໄຟຟ້າ​ ຫວຽດນາມ (EVN) ຄົ້ນຄວ້າ, ສະ​ເໜີ​ສ້າງກອບລາຄາ​ຊື້​ໄຟຟ້າ​ຫຼັງ​ປີ 2025 ​ເພື່ອ​ລາຍ​ງານ​ຕໍ່​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ​ແລ້ວ​ລາຍ​ງານ​ຕໍ່​ລັດຖະບານ​ເພື່ອ​ອະນຸມັດ.

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານພະລັງງານ ແລະ ຊັບພະຍາກອນແຮ່ທາດ.

ລັດຖະມົນຕີ​ສອງ​ທ່ານ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ 2 ຝ່າຍ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ພະລັງງານ ​ແລະ ຂຸດ​ຄົ້ນຊັບພະຍາກອນແຮ່ທາດ. ທີ່ມາ: ກະຊວງອຸດສາຫະກຳ ແລະ ການຄ້າ.

“ປະຈຸ​ບັນ, EVN ກໍ່ໄດ້​ສຳ​ເລັດ​ການ​ຄົ້ນ​ຄ້ວາ, ສ້າງຮ່າງກອບລາຄາ ແລະ ພວມ​ຍື່ນສະເໜີ​ເພື່ອຂໍຄຳເຫັນຂອງສະພາ​ສະມາຊິກ EVN ຮັບຮອງເອົາກ່ອນ​ທີ່ຈະລາຍ​ງານ​ໃຫ້​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ. ພາຍຫຼັງ​ໄດ້​ຮັບ​ບົດ​ລາຍ​ງານ​ຢ່າງ​ເປັນ​ທາງ​ການ​ຂອງ EVN, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ ຈະປະເມີນຜົນ ແລະ ລາຍງານຕໍ່ນາຍົກລັດຖະມົນຕີ ເພື່ອອະນຸມັດ. ຄາດວ່າ ໃນໄຕມາດທີ 2 ປີນີ້, ກອບລາຄາຊື້ໄຟຟ້າຈາກລາວ ພາຍຫຼັງປີ 2025 ຈະໄດ້ປະກາດໃຊ້ຢ່າງເປັນທາງການ”, ທ່ານລັດຖະມົນຕີ ຫງວຽນຮົ່ງຢ່ຽນ ແຈ້ງໃຫ້ຊາບ.

ກ່ຽວ​ກັບການສະເໜີໃຫ້ ຫວຽດນາມ ​ໜູນ​ຊ່ວຍ​ດ້ານ​ວິຊາ​ສະ​ເພາະ, ແລກປ່ຽນ​ປະສົບ​ການ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ອົງການກຳກັບການ​ໄຟຟ້າ​ຂອງ ລາວ (​ຄ້າຍຄືກັນກັບ​ອົງການກຳກັບການ​ໄຟຟ້າ​ຂອງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າຫວຽດນາມ), ທ່ານ​ລັດຖະມົນຕີ ຫງວຽນຮົ່ງຢ່ຽນ ​ໄດ້​ຕີ​ລາຄາ​ສູງ ​ແລະ ມອບໃຫ້ກົມກຳກັບ​ໄຟຟ້າ ເປັນຫົວໜ່ວຍປະສານໂດຍກົງ, ສົມທົບກັບຝ່າຍ ລາວ, ແບ່ງປັນປະສົມການ, ໜຸນຊ່ວຍດ້ານວິຊາສະເພາະ, ຕ້ອນຮັບບັນດາຄະນະຮ່ຳຮຽນ, ແລກປ່ຽນປະສົບການຂອງຝ່າຍປະເທດເພື່ອນ.

ຫວຽດນາມ ປາຖະໜາໃຫ້ ລາວ ຫຼຸດລາຄາຂາຍຖ່ານຫີນ

ຕໍ່ກັບຂໍ້​ສະ​ເໜີ​ຂອງ​ຫວຽດນາມ ​ໃນການ​ຊຸກຍູ້ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ຂົນ​ສົ່ງ​ສິນຄ້າ​ຈາກ ລາວ ​ໄປ​ຍັງ​ບັນດາ​ດ່ານ​ຊາຍ​ແດນ/ທ່າກຳປັ່ນ ກວາງ​ຈີ້ ​ແລະ ​ເຫ້ວ, ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ແລະ ​ການ​ຄ້າ ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ຂົນ​ສົ່ງ​ສິນຄ້າ​ຈາກ ລາວ ມາ ຫວຽດນາມ. ພິເສດ ແມ່ນ​ຜ່ານ​ບັນດາ​ດ່ານ​ຊາຍ​ແດນ​ໄປ​ຍັງ​ທ່າ​ກຳ​ປັ່ນ​ຢູ່​ ຫວຽດນາມ.

ຢູ່ແຂວງ ກວາງຈີ້, ມີດ່ານຊາຍແດນສາກົນ ລາໄລ, ເປັນດ່ານຊາຍແດນທີ່ສຳຄັນໃນການຂົນສົ່ງສິນຄ້າ, ພິເສດແມ່ນຖ່ານຫີນ, ຮັບໃຊ້ໂດຍກົງໃຫ້ແກ່ການຊື້-ຂາຍຖ່ານຫີນລະຫວ່າງ ລາວ-ຫວຽດນາມ. ຖ່ານ​ຫີນ​ຈາກ​ ລາວ ມາ ຫວຽດ​ນາມ​ ຜ່ານ​ດ່ານ​ຊາຍ​ແດນ​ລາ​ໄລ ຈະ​ສົ່ງໄປ​ຍັງ​ທ່າ​ກຳ​ປັ່ນ ເຈີ່ນໄມ, ທ້ວນອ່ານ ຂອງ ເທືອທຽນເຫ້ວ ຫຼື ທ່າ​ກຳ​ປັ່ນ ເກື໋ອຫວຽດ.

“ການ​ຊື້-ຂາຍຖ່ານ​ຫີນ​ແມ່ນ​ບັນຫາທີ່ໄດ້ຮັບຄວາມສົນໃຈຫຼາຍຂອງ​ລັດຖະບານ​ສອງ​ປະ​ເທດ ​ແລະ ສອງ​ກະຊວງ. ການ​ຊື້​ຖ່ານ​ຫີນ​ຂອງ​ຫວຽດນາມ ນອກຈາກ​ຜົນ​ປະ​ໂຫຍ​ດທີ່​ນຳ​ມາ​ໃຫ້ ລາວ ​ແລ້ວ ກໍ່ຍັງ​ຈະ​ປະກອບສ່ວນ​ຮັບປະກັນ​ການ​ສະໜອງ​ໄຟຟ້າ​ພາຍ​ໃນ​ປະເທດຂອງ ຫວຽດນາມ. ສະ​ນັ້ນ, ການ​ອຳນວຍ​ຄວາມ​ສະດວກ​ໃຫ້ການ​ຂົນ​ສົ່ງ​ສິນຄ້າ, ຂົນ​ສົ່ງຖ່ານ​ຫີນ​ຈາກ ​ລາວ ຜ່ານ​ບັນດາດ່ານ​ຊາຍ​ແດນມາ ຫວຽດນາມ ​ແລະ ທ່າ​ກຳ​ປັ່ນ ກໍ່​ແມ່ນ​ເປົ້າ​ໝາຍ​ຂອງ​ຝ່າຍ​ ຫວຽດນາມ”, ທ່ານ​ລັດຖະມົນຕີ ຫງວຽນ​ຮົ່ງ​ຢ່ຽນ ​ເນັ້ນ​ໜັກ.

ກ່ຽວ​ກັບ​ບັນຫາ​ການ​ຊື້-ຂາຍຖ່ານ​ຫີນ​, ທ່ານ​ລັດຖະມົນຕີ ຫງວຽນ​ຮົ່ງ​ຢ່ຽນ ໃຫ້​ຮູ້​ວ່າຫວຽດນາມ ​ໄດ້​ຮັບ​ຄວາມ​ຕ້ອງການ​ນຳ​ເຂົ້າ​ຖ່ານ​ຫີນ​ຫຼາຍ​ຢ່າງ, ພິ​ເສດ​ແມ່ນ​ບັນດາກຸ່ມບໍລິສັດ​ໃຫຍ່. ນອກຈາກ​ນັ້ນ, ການຊຸກຍູ້​ການ​ສົ່ງ​ອອກ​ຖ່ານ​ຫີນ​ກໍ່​ແມ່ນ​ຄວາມ​ປາຖະໜາ​ຂອງ​ ລາວ.

​ໃນ​ໄລຍະ 2025 – 2030, ຫວຽດນາມ ມີ​ຄວາມ​ຕ້ອງການ​ນຳ​ເຂົ້າ​ຖ່ານ​ຫີນ​ຢ່າງ​ໃຫຍ່​ຫຼວງ (ປະມານ 60 – 100 ລ້ານ​ໂຕນ/ປີ). ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ດັ່ງກ່າວ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ເຊື່ອມ​ຕໍ່​ຂໍ້​ມູນ​ລະຫວ່າງ​ບັນດາ​ກຸ່ມບໍລິສັດ ​ແລະ ວິ​ສາ​ຫະກິດ 2 ປະ​ເທດ ຫວຽດນາມ - ລາວ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຊື້-ຂາຍຖ່ານ​ຫີນ.

ແຕ່ເຖິງຢ່າງໃດກໍ່ຕາມ, ຕາມ​ທ່ານ​ລັດຖະມົນຕີ ຫງວຽນ​ຮົ່ງຢ່ຽນ ແລ້ວ, ຄວາມ​ຫຍຸ້ງຍາກໃນການຄ້າຖ່ານ​ຫີນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ປະຈຸ​ບັນ ​ແມ່ນ​ບັນຫາລາຄາ​ຖ່ານ​ຫີນ​ຂອງ​ ລາວ​ ຍັງ​ສູງ, ສະ​ນັ້ນ, ຕ້ອງ​ຊອກ​ຫາ​ວິທີ​ແກ້​ໄຂ​ ເພື່ອຫຼຸດລາຄາ​ຂາຍ​ຖ່ານ​ຫີນ​ຈາກ​ ລາວ ມາ ຫວຽດນາມ, ລາຄາຖ່ານຫີນຂອງລາວ ຢ່າງໜ້ອຍຕ້ອງເທົ່າກັບລາຄາໂລກ ຈື່ງຈະສາມາດແກ່ງແຍ້ງໄດ້.

​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ນຳ​ເຂົ້າ​ຖ່ານ​ຫີນ​ຈາກ​ ລາວ​ ມາ ຫວຽດນາມ, ​ທ່ານ​ລັດຖະມົນຕີ ຫງວຽນ​ຮົ່ງຢ່ຽນ ໄດ້​ສະ​ເໜີ​ໃຫ້ບັນດາເຈົ້າ​ຂອງ​ບໍ່ຖ່ານ​ຫີນ ລາວ ​ສ້າງໂຄງ​ປະກອບຂະ​ບວນການ​ຜະລິດຄືນໃໝ່​ໃຫ້​ກະທັດຮັດ, ມີ​ປະສິດທິ​ຜົນ, ລົງທຶນ​ລະບົບ​ຂົນ​ສົ່ງ​ຖ່ານ​ຫີນຜ່ານຊາຍ​ແດນ ​ເພື່ອ​ຫຼຸດລາຄາຕົ້ນທຶນການ​ຂຸດ​ຄົ້ນ, ຜະລິດ, ຂົນ​ສົ່ງຖ່ານ​ຫີນ; ສະເໜີໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ຂອງ ລາວ ພິຈາລະນາລາຍງານຕໍ່ລັດຖະບານ ລາວ ເພື່ອຍົກເລີກພາສີສົ່ງອອກຖ່ານຫີນ (10%).

“ພາສີ​ນີ້​ແມ່ນ​ໄດ້ປະກາດໃຊ້​ເພື່ອ​ສ້າງ​ລາຍ​ຮັບ​ໃຫ້​ລັດຖະບານ, ​ແຕ່​ໃນ​ຕົວ​ຈິງ​ຈະ​ເພີ່ມ​ລາຄາ​ຂາຍ​ຖ່ານ​ຫີນ​ຂອງ​ລາວ, ​ເຮັດ​ໃຫ້​ຖ່ານ​ຫີນ​ບໍ່ໄດ້ຂາຍ ​ແລະ ຈາກ​ນັ້ນ, ລັດຖະບານ ​ແລະ ບັນດາ​ວິ​ສາ​ຫະກິດ​ທັງ​ສອງ​ຈະ​ປະສົບ​ກັບ​ຄວາມ​ເສຍ​ຫາຍ", ທ່ານ​ລັດຖະມົນຕີ ຫງວຽນ​ຮົ່ງ​ຢ່ຽນ ກ່າວ​.

ຢູ່ພາຍໃນປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ກໍ່ໄດ້ຊີ້ນຳບັນດາຫົວໜ່ວຍຈັດຕັ້ງປະຕິບັດບັນດາໜ້າທີ່, ວິທີແກ້ໄຂສະເພາະ, ລວມມີ ການສົ່ງເສີມບັນດາວິສາຫະກິດໃຫ້ບຸລິມະສິດລົງນາມໃນສັນຍາຊື້–ຂາຍຖ່ານຫີນຈາກລາວ ເພື່ອຮັບໃຊ້ການຜະລິດໄຟຟ້າພາຍໃນປະເທດ.

​ໂດຍ​ໄດ້​ຮັບ​ຟັງ​ການແລກປ່ຽນ​ຈາກຝ່າຍຄະນະປະຕິບັດງານ ຫວຽດນາມ, ທ່ານ​ລັດຖະມົນຕີ​ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ລາວ ​ໂພ​ໄຊ ​ໄຊ​ຍະ​ສອນ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ​ແລະ ​ເຫັນ​ດີເປັນເອກະພາບກັບບັນດາແຜນງານ, ວິທີ​ແກ້​ໄຂ​ໂດຍ​ທ່ານ​ລັດຖະມົນຕີ ຫງວຽນ​ຮົ່ງຢ່ຽນ ຍົກ​ອອກ. ພ້ອມ​ກັນ​ນັ້ນ, ກໍ່ຢືນຢັນ​ວ່າ ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ລາວ ພ້ອມ​ແລ້ວ​ທີ່​ຈະ​ສົມທົບ​ກັບ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ຜັນ​ຂະຫຍາຍ, ສ້າງ​ສາບັນດາແຜນງານ ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ພະລັງງານ​ລະຫວ່າງ ຫວຽດນາມ - ລາວ.

ພ້ອມ​ກັນ​ນັ້ນ, ກໍ່ຈະມອບໃຫ້ບັນດາ​ຫົວໜ່ວຍທີ່ມີໜ້າທີ່​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນກັບ​ບັນດາ ກົມສະເພາະຂະແໜງງານຂອງ​ຝ່າຍ ​ຫວຽດນາມ ​ເພື່ອ​ສົມທົບ​ກັນ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ບັນດາ​ໂຄງການທີ່ຍັງຄົງຄ້າງ ກໍຄືການຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ການຊື້-ຂາຍ​ໄຟຟ້າ, ການຄຸ້ມຄອງບໍ່​ແຮ່ ແລະ ການຂຸດຄົ້ນຊັບພະຍາກອນແຮ່ທາດຫຼາຍກວ່າອີກ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫງວຽນ​ຮົ່ງ​ຢ່ຽນ ​ແລະ ທ່ານ ລັດຖະມົນຕີ​ພະລັງງານ ​ແລະ ບໍ່​ແຮ່ ລາວ ​ໂພ​ໄຊ ​ໄຊ​ຍະ​ສອນ ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ 2 ຝ່າຍ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ພະລັງງານ ​ແລະ ຂຸດ​ຄົ້ນຊັບພະຍາກອນແຮ່ທາດ. ນີ້​ສືບ​ຕໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ເຫດການທີ່​ສຳຄັນ, ເປັນບາດກ້າວ​ໃໝ່​ໃນ​ການ​ພົວພັນ​ຮ່ວມ​ມື​ດ້ານ​ພະລັງງານ​ລະຫວ່າງ ຫວຽດນາມ - ລາວ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.