ຍສໝ - ໃນຕອນເຊົ້າວັນທີ 26 ກໍລະກົດ, ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບແຂວງບັກຢາງ, ສະມາຄົມມິດຕະພາບຫວຽດນາມ - ຈີນ ແຂວງບັກຢາງ ໄດ້ໄປວາງພວງມາລາໄຫວ້ອາໄລ ບັນດານັກຮົບເສຍສະຫຼະຊີວິດ ຢູ່ສຸສານນັກຮົບເສຍສະຫຼະຊີວິດຈີນ ທີ່ຕາແສງດ່າວໝີ້, ເມືອງລ້າງຢາງ, ແຂວງບັກຢາງ ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/07/1947 - 27/07/2021).
ກອງປະຊຸມສຳມະນາທາງໄກ “ການທູດມະຫາຊົນ ຢູ່ອາຊີ 2021” ຈະປຶກສາຫາລື, ແລກປ່ຽນບັນດາບັນຫາກ່ຽວກັບນະໂຍບາຍ, ພຶດຕິກຳຕົວຈິງ, ວິທີການຊຸກຍູ້ເພື່ອຍົກສູງປະສິດທິຜົນບັນດາການເຄື່ອນໄຫວໃນຂົງເຂດ, ປະກອບສ່ວນສ້າງໂລກ ແຫ່ງສັນຕິພາບ, ເຊື່ອມໂຍງເຂົ້າກັບສາກົນ ແລະ ພັດທະນາ.
ເນື່ອງໃນໂອກາດການນຳຂັ້ນສູງພັກ, ລັດ, ສະພາແຫ່ງຊາດຫວຽດນາມ ໄດ້ຮັບການເລືອກຕັ້ງທີ່ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ການນຳບັນດາປະເທດ ລາວ, ຈີນ ໄດ້ສົ່ງສານມາອວຍພອນ.
ຕາມແຫຼ່ງຂ່າວຈາກກະຊວງການຕ່າງປະເທດ ຫວຽດນາມ ແລ້ວ, ວັນທີ 28 ກໍລະກົດ 2021, ລັດຖະບານ ອັງກິດ ໄດ້ປະກາດຈະຊ່ວຍເຫຼືອວັກຊິນກັນພະຍາດໂຄວິດ - 19 ຈຳນວນ 415.000 ໂດສ ໃຫ້ແກ່ ຫວຽດນາມ.
ຫ້ອງການການຄ້າຫວຽດນາມ ປະຈໍາ ລາວ ໃຫ້ຂ່າວວ່າ ໃນ 6 ເດືອນ ຕົ້ນປີ 2021, ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ-ລາວ ບັນລຸກວ່າ 671 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 36,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.
ຍສໝ - ທ່ານເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ ໄດ້ສະແດງຄວາມເຊື່ອໝັ້ນດ້ວຍຈິດໃຈຄື Moncada, ສອງປະເທດ ຫວຽດນາມ - ກູບາ ຈະເອົາຊະນະ ໂຄວິດ - 19, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ພ້ອມກັນສາມັກຄີ ແລະ ຍາດໄດ້ໄຊຊະນະ.
ຍສໝ - ທ່ານເລຂາທິການໃຫຍ່ Alberto Anaya Gutiérrez ໄດ້ສະແດງຄວາມເຊື່ອໝັ້ນວ່າ ບັນດາຜົນງານເຊິ່ງ ຫວຽດນາມ ບັນລຸ ໄດ້ຮັບປະກັນໄຊຊະນະໃໝ່ໃຫ້ແກ່ພາລະກິດແຫ່ງການກໍ່ສ້າງ ສັງຄົມນິຍົມ.
ຍສໝ - ສະຖານທູດຫວຽດນາມປະຈຳ ເຢຍລະມັນ ຫາກໍ່ສົ່ງຈົດໝາຍ ເຖິງປະຊາຄົມຊາວຫວຽດນາມຢູ່ເຢຍລະມັນ, ຮຽກຮ້ອງໃຫ້ຮ່ວມແຮງຮ່ວມໃຈໜູນຊ່ວຍ ບ້ານເກີດເມືອງນອນຂອງຕົນໃນການຕໍ່ສູ້ຕ້ານພະຍາດ ໂຄວິດ - 19
ກະຊວງຕຳຫຼວດຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນ, ສົມທົບກັບສະຖານທູດອາເມລິກາ ປະຈຳຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຮັບໃຊ້ຜົນປະໂຫຍດລວມຂອງ 2 ປະເທດ, ປະກອບສ່ວນແກ້ໄຂ, ຈຳກັດບັນດາຄວາມແຕກໂຕນໃນການພົວພັນ 2 ຝ່າຍ.
ຍສໝ - ຕອນເຊົ້າວັນທີ 22 ກໍລະກົດ ຢູ່ດ່ານຊາຍແດນສາກົນທາງບົກ ລາວກາຍ ຫວຽດນາມ - ຮ່າເຄົາ (ຈີນ), ຄະນະຜູ້ແທນທະຫານປ້ອງກັນຊາຍແດນແຂວງ ລາວກາຍ ຫວຽດນາມ ໄດ້ມີການໂອ້ລົມເຈລະຈາວີຊາການ ກັບຄະນະຜູ້ແທນໜ່ວຍຄຸ້ມຄອງຊາຍແດນຮົ່ງຮ່າ ສັງກັດປ້ອມກວດກາຊາຍແດນເຂົ້າອອກ ຢຸນນານ (ຈີນ).
ຍສໝ - ຫວ່າງແລ້ວນີ້, ແຂວງຮ່າຕິ້ງ ໄດ້ຜັນຂະຫຍາຍການສັກຢາວັກຊິນກັນພະຍາດ COVID-19 (Vero Cell), Inactivated ໂດຍການຊ່ວຍເຫຼືອຂອງຈີນ ສຳລັບຊາວຈີນທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ແຂວງຮ່າຕິ້ງ ແລະ ກວາງບິ່ງ.
ດ້ວຍບົດຮຽນຫຼາຍຢ່າງຂອງຕົນ, ທ່ານ ເວືອງດິ່ງເຫ້ວ ຈະສືບຕໍ່ຊີ້ນຳສະພາແຫ່ງຊາດປະເທດແຫ່ງສສ.ຫວຽດນາມ ຊຸດທີ XV ປະຕິບັດບົດບາດ, ສິດອຳນາດ ແລະ ໜ້າທີ່ຂອງອົງການນິຕິບັນຍັດຂອງຫວຽດນາມ ຢ່າງມີໄຊ.
ຍສໝ - ຕອນເຊົ້າວັນທີ 20 ກໍລະກົດ, ຢູ່ບໍລິສັດຂຶ້ນກັບເຂດອຸດສາຫະກຳ VSIP, ສູນສາທາລະນະສຸກຮຶງງວຽນຈັດຕັ້ງການສັກວັກຊິນກັນໂຄວິດ - 19 ເຂັມທີ 1 ໃຫ້ແກ່ຊາວຈີນ.
ວັນທີ 22 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Ben Wallace ລັດຖະມົນຕີກະຊວງປ້ອງກັນປະເທດ ລາຊະອານາຈັກອັງກິດ ແລະອຽກລັງເຫນືອ ພວມຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ.
ອົງການນີ້ ໄດ້ໜູນຊ່ວຍເງິນຈຳນວນ 4,7 ລ້ານ USD ເພື່ອຊ່ວຍ ຫວຽດນາມກະກຽມລະບົບຫ້ອງວິໄຈເຊື້ອພະຍາດໂຄວິດ - 19, ໜູນຊ່ວຍບັນດານັກຊ່ຽວຊານ, ເຕັກນິກ ກຽມຄວາມພ້ອມ ແລະ ຮັບມື, ປ້ອງກັນ, ສະກັດກັ້ນການແຜ່ລະບາດຢູ່ບັນດາຮາກຖານສາທາລະນະສຸກ, ກວດພະຍາດຢູ່ບັນດາດ່ານຊາຍແດນ…
ວັນທີ 17 ກໍລະກົດ, ທ່ານນາຍົກລັດຖະມົນຕີລາຊະອານາຈັກກຳປູເຈຍ Samdech Techo Hun Sen ແລະ ສະພາກາແດງ ກຳປູເຈຍ, ສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ ໄດ້ແຈ້ງການມອບອຸປະກອນການແພດ ແລະ ເງິນສົດໃຫ້ລັດຖະບານ ແລະ ປະຊາຊົນ ຫວຽດນາມ ເພື່ອແນໃສ່ໜູນຊ່ວຍບັນດາການເຄື່ອນໄຫວປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ໃນຕະຫຼອດ 44 ປີ ຜ່ານມາ, ນັບແຕ່ສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ ໄດ້ລົງນາມ, ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ ນັບມື້ນັບໄດ້ຮັບການພັດທະນາທັງລວງກວ້າງ ແລະລວງເລິກ.
ຍສໝ - Pfizer ໃຫ້ຄຳໝັ້ນສັນຍາວ່າ ຈະຮັບປະກັນການສະໜອງວັກຊີນນີ້ ຈຳນວນ 20 ລ້ານໂດສ ໃນໄຕມາດທີ 4 ຂອງປີ 2021 ເພື່ອໃຫ້ຫວຽດນາມ ສາມາດຜັນຂະຫຍາຍການສັກຢາກັນພະຍາດໄດ້ຢ່າງທັນການ.
ຍສໝ - ລາຍການ ຮ້ານສັບພະສິນຄ້າ 0 ດົ່ງ ຈະໜູນຊ່ວຍນັກສຶກສາ 5.500 ຄົນ ທີ່ປະສົບກັບຄວາມຫຍຸ້ງຍາກ ເຊິ່ງພວມອາໄສຢູ່ ຫໍພັກນັກສຶກສາ 37 ແຫ່ງໃນບໍລິເວນນະຄອນໂຮ່ຈີມິນ. ໃນນັ້ນ ມີນັກສຶກສາ ລາວ ແລະ ກຳປູເຈຍ ທີ່ບໍ່ສາມາດກັບເມື່ອປະເທດ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19.
ຍສໝ - ຜູ້ວ່າການ St. Petersburg Beglov ໃຫ້ຮູ້ວ່າ ອຳນາດການປົກຄອງນະຄອນ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ ແລະ ມີຄວາມຫວັງຢາກສືບຕໍ່ຍູ້ແຮງການຮ່ວມມືກັບ ຫວຽດນາມ
ຍສໝ - ນັ້ນແມ່ນເປົ້າໝາຍ ແລະ ຄວາມໝາຍສຳຄັນຂອງການລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືປະຊາຊົນ ລະຫວ່າງ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ອຸເບກິດສະຖານ ແລະ ຄະນະກຳມາການພົວພັນລະຫວ່າງບັນດາປະຊາຊາດ ແລະ ການຮ່ວມມືມິດຕະພາບກັບຕ່າງປະເທດ ຂອງອູເບກິດສະຖານ, ສະມາຄົມມິດຕະພາບອູເບກິດສະຖານ - ຫວຽດນາມ…
ຍສໝ - ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ຫວຽດນາມ, ທ່ານ ດຣ Kidong Park ຕີລາຄາສູງຕໍ່ບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດ Covid-19 ທີ່ຫວຽດນາມຜັນຂະຫຍາຍ.
ຍສໝ - ໂດຍປະຕິບັດແຜນນະໂຍບາຍ ແລະ ຍຸດທະສາດສັກຢາວັກຊີນກັນພະຍາດ COVID-19 ຂອງຫວຽດນາມ, ໃນວັນທີ 13 ກໍລະກົດ, ທີ່ໂຮງໝໍປອດສູນກາງ (ຮ່າໂນ້ຍ), ສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ສົມທົບກັບກະຊວງສາທາລະນະສຸກ ຈັດຕັ້ງການສັກຢາວັກຊີນໃຫ້ພະນັກງານຂອງອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ຢູ່ຫວຽດນາມ ຫຼາຍກວ່າ 1.000 ຄົນ. ອີງຕາມຂໍ້ມູນຂອງ VUFO ແລ້ວ, ການສັກຢາປ້ອງກັນຄັ້ງນີ້ ມີຄົນຕ່າງປະເທດຫຼາຍກວ່າ 100 ຄົນ.
ຍສໝ - ກອງປະຊຸມສະຫະປະຊາຊາດ ກ່ຽວກັບການຄ້າ ແລະ ການພັດທະນາ (UNCTAD) ເຊິ່ງໄດ້ຈັດຂຶ້ນແຕ່ວັນທີ 21 ມິຖຸນາ ຫາວັນທີ 2 ກໍລະກົດ ໄດ້ຈັດກອງປະຊຸມຄັ້ງທີ 68 ຂອງຄະນະກຳມະການການຄ້າ ແລະ ການພັດທະນາ ໃນຮູບແບບໂດຍກົງ ແລະ ອອນລາຍ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດຈີນ (1 ກໍລະກົດ 1921 – 1 ກໍລະກົດ 2021), ທ່ານເອກອັກຄະລັດຖະທູດຈີນປະຈຳຫວຽດນາມຮຸ່ງບາມີບົດຂຽນຕີລາຄາກ່ຽວກັບບົດບາດນຳພາຂອງພັກກອມມູນິດຈີນໃນພາລະກິດຕໍ່ສູ້ປົດປ່ອຍຊາດແລະສ້າງສາ, ພັດທະນາປະເທດຈີນ, ກໍ່ຄືການພົວພັນຫວຽດນາມ -ຈີນ, ພວກຂ້າພະເຈົ້າຂໍເປັນກຽດແນະນຳເນື້ອໃນຂອງບົດຂຽນກັບບັນດາຜູ້ອ່ານ.
ຍສໝ - ຫວຽດນາມ ແລະ ລັດເຊຍ ຈະຍູ້ແຮງການຮ່ວມມືຢ່າງມີປະສິດທິຜົນຜ່ານມາດຕະການຕ່າງໆ ເຊັ່ນ: ການແລກປ່ຽນຄະນະຜູ້ແທນ, ການຖ່າຍທອດເຕັກໂນໂລຢີ ແລະ ການຜະລິດວັກຊີນ, ການພັດທະນາໂຄງການເສດຖະກິດທີ່ສຳຄັນ, ໂດຍສະເພາະແມ່ນສຸມໃສ່ຂະແໜງການນ້ຳມັນອາຍແກັສ ແລະ ພະລັງງານ.
ຍສໝ - ທ່ານ ດິງຕວນທັ້ງ ເອກອັກຄະລັດຖະທູດ ຫວຽດນາມ ໄດ້ສະເໜີໃຫ້ກຸ່ມສະມາຊິກລັດຖະສະພາ ຝລັ່ງ - ຫວຽດນາມ ສືບຕໍ່ຊຸກຍູ້ລັດຖະສະພາບັນດາປະເທດ ສະມາຊິກ EU ຮັບຮອງເອົາສັນຍາອາລັກຂາການລົງທຶນ ຫວຽດນາມ - EU, ໜູນຊ່ວຍແກ້ໄຂບັນຫາອາຊີບຫາປາໃນການພົວພັນລະຫວ່າງ ຫວຽດນາມ - EU ແລະ ບາງບັນຫາກ່ຽວກັບການພັດທະນາແບບຍືນຍົງ.
ປັດຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 15 ຂອງ ອີຢູ ແລະ ແມ່ນຄູ່ຮ່ວມມືໃຫຍ່ທີ່ສຸດຂອງ ອີຢູ ໃນກຸ່ມ ອາຊຽນ.
ຍສໝ - ວັນທີ 5 ກໍລະກົດ, ກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ: ວັກຊີນ Pfizer / BioNtech ຊຸດທຳອິດຫຼາຍກວ່າ 90.000 ໂດສ ຈະສົ່ງມາຮອດສະໜາມບິນສາກົນ ໂນ້ຍບ່າຍ ໃນຕອນເຊົ້າວັນທີ 7 ກໍລະກົດນີ້.
ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ຖືວ່າ, ບັນດາພັກການເມືອງ ຄວນຍົກສູງບັນດາຄຸນຄ່າລວມຂອງມວນມະນຸດແມ່ນ ສັນຕິພາບ, ການພັດທະນາ, ຄວາມຍຸຕິທຳ