ຂີດໝາຍ 44 ປີແຫ່ງວັນຫວຽດນາມ-ລາວ ເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື

13:06 | 20/07/2021

ໃນຕະຫຼອດ 44 ປີ ຜ່ານມາ, ນັບແຕ່ສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ ໄດ້ລົງນາມ, ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ ນັບມື້ນັບໄດ້ຮັບການພັດທະນາທັງລວງກວ້າງ ແລະລວງເລິກ.

ສານປະຊາຊົນສູງສຸດ ສາມາດປະຕິບັດການຕັດສິນຄະດີ ຕາມຂະບວນການຍຸຕິທຳ ໄດ້ 44.521 ເລື່ອງ ສານປະຊາຊົນສູງສຸດ ສາມາດປະຕິບັດການຕັດສິນຄະດີ ຕາມຂະບວນການຍຸຕິທຳ ໄດ້ 44.521 ເລື່ອງ
ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ: ສື່ມວນ​ຊົນ​ລາວ ຢັ້ງ​ຢືນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ສ້າງ​ຂີດໝາຍ ແຫ່ງ​ການ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ພັກ​ກອມ​ມູ​ນິດ​ ຫວຽດ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ: ສື່ມວນ​ຊົນ​ລາວ ຢັ້ງ​ຢືນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ສ້າງ​ຂີດໝາຍ ແຫ່ງ​ການ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ພັກ​ກອມ​ມູ​ນິດ​ ຫວຽດ
ວັນທີ 5 ກໍລະກົດ 2020, ທີ່ນະຄອນດັ່ງນ້ັງ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເຈລະຈາກັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.
ວັນທີ 5 ກໍລະກົດ 2020, ທີ່ນະຄອນດັ່ງນ້ັງ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເຈລະຈາກັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

ເມື່ອເຫັນຄວາມສຳຄັນຕ້ອງເພີ່ມທະວີການພົວພັນ ແລະການຮ່ວມມືໃນທຸກຂົງເຂດ, ວັນທີ 18 ກໍລະກົດ 1977 ທ່ານ ຟ້າມວັນດົ່ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ໄກສອນ ພົມວິຫານ ປະທານປະເທດລາວ ໄດ້ເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ, ລາວ-ຫວຽດນາມ. ນັບແຕ່ນັ້ນມາ, ການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດໄດ້ກ້າວເຂົ້າສູ່ໜ້າປະຫວັດສາດໃໝ່ໃນເງື່ອນໄຂໃໝ່.

ໃນຕະຫຼອດ 44 ປີຜ່ານມາ, ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ ນັບມື້ນັບໄດ້ຮັບການພັດທະນາທັງລວງກວ້າງ ແລະລວງເລິກ, ມີປະສິດທິຜົນ ແລະເໝາະສົມກັບສະພາບການຕົວຈິງໃນແຕ່ລະຂົງເຂດກໍ່ຄືແຕ່ລະດ້ານ ແລະແຕ່ລະໄລຍະ.

ພ້ອມກັນສາມັກຄີ, ຮ່ວມມືເປັນເວລາກວ່າ 4 ທົດສະວັດ

ກວ່າ 4 ທົດສະວັດຜ່ານມາ, ຫວຽດນາມ ແລະລາວ ໄດ້ຮ່ວມມືຢ່າງແໜ້ນແຟ້ນໃນບັນຫາຍຸດທະສາດທີ່ກ່ຽວຂ້ອງເຖິງດ້ານການເມືອງ ແລະການພັດທະນາປະເທດຂອງແຕ່ລະປະເທດ, ພ້ອມທັງຍົກສູງປະສິດທິຜົນການຮ່ວມມືຢູ່ທຸກຂັ້ນ, ທຸກຂະແໜງການ ແລະທຸກທ້ອງຖິ່ນຂອງສອງປະເທດ; ສືບຕໍ່ຮັກສາການຢ້ຽມຢາມລະຫວ່າງການນຳຂັ້ນສູງຂອງສອງພັກ, ສອງລັດພາຍໃຕ້ຫຼາຍຮູບການ, ພ້ອມກັນປຶກສາຫາລື ແລະແລກປ່ຽນທັດສະນະໃນແຕ່ລະບັນຫາ.

ພ້ອມກັນນັ້ນ, ສອງຝ່າຍກໍ່ພ້ອມກັນອອກແຮງຊຸກຍູ້, ສ້າງບາດກ້າວບຸກທະລຸໃນການຍົກສູງປະສິດທິຜົນຂອງການຮ່ວມມືເສດຖະກິດ, ບົນພື້ນຖານເສີມຂະຫຍາຍທ່າແຮງ ແລະຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດ; ຍູ້ແຮງການປະຕິບັດຕາມສັນຍາ, ຂໍ້ຕົກລົງວ່າດ້ວຍການຮ່ວມມືສະບັບຕ່າງໆລະຫວ່າງສອງລັດຖະບານ ແລະຫຼາຍແຜນການຮ່ວມມືລະຫວ່າງກະຊວງ, ຄະນະ, ຂະແໜງການ ແລະບັນດາທ້ອງຖິ່ນຂອງສອງປະເທດໃຫ້ມີປະສິດທິຜົນເພື່ອຊຸກຍູ້ການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ຮັບປະກັນຄວາມຄືບໜ້າ ແລະຄຸນນະພາບ ຂອງໂຄງການລົງທຶນ, ສຸມໃສ່ຜັນຂະຫຍາຍໂຄງການຈຸດສຸມ; ສ້າງນະໂຍບາຍບູລິມະສິດເພື່ອຊຸກຍູ້, ສົ່ງເສີມວິສາຫະກິດຂອງສອງປະເທດລົງທຶນເຂົ້າຂົງເຂດທີສອງຝ່າຍມີທ່າແຮງ ແລະມີຄວາມສາມາດບົ່ມຊ້ອນ. ມາຮອດປະຈຸບັນ, ຫວຽດນາມ ແມ່ນປະເທດທີ່ມີເງິນລົງທຶນໃຫຍ່ອັນດັບທີ 3 ໃນຈຳນວນບັນດາປະເທດລົງທຶນເຂົ້າລາວ ດ້ວຍໂຄງການກວ່າ 420 ໂຄງການທີ່ມີຍອດເງິນລົງທຶນກວ່າ 4,1 ຕື້ໂດລາສະຫະລັດ. ໃນນັ້ນ, ສອງໂຄງການພົ້ນເດັ່ນແມ່ນໂຄງການໄຟຟ້ານ້ຳຕົກເຊຂະໝານ 1 ແລະເຊຂະໝານຊານໄຊ.

ນອກຈາກນັ້ນ, ການພົວພັນຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບກໍ່ບັນລຸໄດ້ຫຼາຍຜົນງານຕັ້ງໜ້າ, ຊ່ວຍສອງປະເທດມີຄວາມໝັ້ນຄົງດ້ານການເມືອງ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ; ສອງຝ່າຍສືບຕໍ່ຜັນຂະຫຍາຍການປະຕິບັດຂໍ້ຕົກລົງທີ່ໄດ້ລົງນາມກ່ຽວກັບບັນຫາຊາຍແດນເພື່ອຕໍ່ສູ້, ສະກັດກັ້ນອາດຊະຍາກຳຢູ່ເຂດຊາຍແດນຢ່າງທັນການ. ກ່ຽວກັບການພົວພັນທາງການທູດໄດ້ສ້າງພື້ນຖານໃຫ້ແກ່ການພົວພັນຮ່ວມມືພິເສດ ແລະໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ຍົກສູງຖານະບົດບາດ, ທີ່ຕັ້ງຂອງກັນຢູ່ເວທີປາໄສສາກົນ ແລະພາກພື້ນ. ເລື່ອງການນຳຂັ້ນສູງສອງປະເທດດຳເນີນການຢ້ຽມຢາມກັນຢ່າງເປັນປະຈຳ, ເປັນການຢັ້ງຢືນຄວາມຕັດສິນໃຈສືບຕໍ່ເພີ່ມທະວີ, ຍົກສູງການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ກວ່າອີກໃນສະພາບການໃໝ່, ເໝາະສົມກັບສະພາບການຂອງແຕ່ລະປະເທດເວົ້າສະເພາະ ແລະສະພາບການພາກພື້ນ, ສາກົນເວົ້າລວມ.

ໃນການຢ້ຽມຢຽມຫວຽດນາມ ຫວ່າງມໍ່ໆມານີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ຢັ້ງຢືນວ່າ ການພົວພັນຮ່ວມມືຮອບດ້ານ, ຄວາມສາມັກຄີແບບພິເສດລາວ-ຫວຽດນາມ ແມ່ນຄວາມສະໜິດສະໜົມ, ໄວ້ເນື້ອເຊື່ອໃຈກັນ, ສ້າງກຳລັງແຮງໃນການຮ່ວມມື, ຊຸກຍູ້ການຟື້ນຟູ ແລະພັດທະນາເສດຖະກິດ-ສັງຄົມຂອງ 2 ປະເທດ. ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດລາວ-ຫວຽດນາມ ແມ່ນການພົວພັນທີ່ເປັນແບບຢ່າງໃນການພົວພັນສາກົນ, ແມ່ນກຳລັງໜູນ, ກົດເກນຄົງຕົວ ແລະແມ່ນປັດໄຈຕັດສິນໄຊຊະນະການປະຕິວັດຂອງແຕ່ລະປະເທດ.

ການພົວພັນຫວຽດນາມ-ລາວ ຍືນຍົງຄົງຕົວຕະຫຼອດໄປ

ຫວຽດນາມ ແລະລາວ ແມ່ນສອງປະເທດທີ່ມີມູນເຊື້ອສາມັກຄີມາແຕ່ເຫິງນານ, ເຄີຍຢູ່ໃຕ້ແອກປົກຄອງຂອງສັດຕູໂຕດຽວກັນ, ແຕ່ສອງປະເທດໄດ້ຄຽງບ່າຄຽງໄຫຼ່, ພິລະອາດຫານຕ້ານພວກສັດຕູຈົນຍາດໄດ້ໄຊຊະນະ. ທ່ານພົນໂທ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ໃຫ້ຮູ້ວ່າ ການພົວພັນແບບພິເສດລະຫວ່າງລາວ ແລະຫວຽດນາມ ແມ່ນການພົວພັນທີ່ດີງາມ, ນັບມື້ນັບພັດທະນາ ແລະນຳເອົາຜົນປະໂຫຍດແທດຈິງມາໃຫ້ປະຊາຊົນສອງປະເທດ, ກາຍເປັນແບບຢ່າງທີ່ຫາຍາກໃນການພົວພັນລະຫວ່າງບັນດາປະເທດໃນໂລກ.

ທ່ານພົນໂທ ວິໄລ ຫຼ້າຄຳຟອງ ເນັ້ນໜັກວ່າ ສາຍເລືອດສີແດງຂອງສອງປະເທດລາວ-ຫວຽດນາມ ໄດ້ໄຫຼປົນກັນໃນການຕໍ່ສູ້ຢ່າງດຸເດືອດເພື່ອຍາດເອົາຊະນະສັດຕູ. ເພາະສະນັ້ນ, ຄວາມສາມັກຄີນີ້ໄດ້ກາຍເປັນນ້ຳໃຈສາມັກຄີທີ່ຫາຍາກໃນໂລກ ແລະມີພຽງແຕ່ສອງປະເທດນີ້ເທົ່ານັ້ນຈຶ່ງມີນ້ຳໃຈສາມັກຄີຄືແນວນັ້ນ”.

ສາມາດເວົ້າໄດ້ວ່າ 44 ປີຜ່ານມາ, ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ, ໂດຍປະທານໂຮຈີມິນ ຜູ້ທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກໄດ້ສ້າງພື້ນຖານ, ການນຳຂອງສອງພັກ, ສອງລັດ ແລະປະຊາຊົນຮຸ່ນຕ່າງໆຂອງສອງປະເທດໄດ້ຮັກສາ, ເພີ່ມພູນຄູນສ້າງ ແລະພັດທະນານັບມື້ນັບເປີດກວ້າງ, ເຂົ້າສູ່ລວງເລິກ ແລະມີປະສິດທິຜົນໃນທຸກຂົງເຂດ, ບົນຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ຮ່ວມມືຢ່າງສະເໝີພາບ ແລະນັບມື້ນັບນຳເອົາຜົນປະໂຫຍດລວມມາໃຫ້ສອງຝ່າຍ.

ເຖິງຢ່າງໃດກໍ່ຕາມ, ໃນເງື່ອນໄຂຄືປະຈຸບັນ ກໍ່ຄືສະພາບການໃນໂລກ ແລະພາກພື້ນພວມມີການຜັນແປສັບສົນຍ້ອນຫຼາຍສາຍເຫດ, ໂດຍສະເພາະແມ່ນພະຍາດໂຄວິດ-19 ພວມຄຸກຄາມ. ເພື່ອເພີ່ມທະວີການພົວພັນຮ່ວມມືຮອບດ້ານຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ຂຶ້ນສູ່ລະດັບສູງໃໝ່, ສອງຝ່າຍຕ້ອງສືບຕໍ່ມີກົນໄກ, ນະໂຍບາຍ ແລະຈັດຕັ້ງການຊີ້ນຳປະຕິບັດຂ້ໍຕົກລົງ ແລະເປົ້າໝາຍຍຸດທະສາດທີ່ໄດ້ວາງອອກດ້ວຍວິໄສທັດທີ່ກວ້າງໄກ, ຮອບດ້ານ ແລະຍາວນານກວ່າໃຫ້ມີປະສິດທິຜົນ.

ເຖິງວ່າຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງຄືປະຈຸບັນກໍ່ຕາມ, ແຕ່ດ້ວຍຄວາມມານະພະຍາຍາມຕັດສິນໃຈສູງ, ສະເໝີຕົ້ນສະເໝີປາຍຂອງການນຳສອງປະເທດ, ການພົວພັນມິດຕະພາບທີ່ດີງາມລະຫວ່າງຫວຽດນາມ-ລາວ ຈະສືບຕໍ່ພັດທະນາຢ່າງບໍ່ຢຸດຢັ້ງ ແລະຍືນຍົງຄົງຕົວຕະຫຼອດໄປ.

la.qdnd.vn

ເຫດການ
302 Found

Found

The document has moved here.