ຮ່ວມ​ແຮງ​ຮ່ວ​ມ​ໃຈ​ເພື່ອ​ພາ​ລະ​ກິດ​ສັງ​ຄົມ​ນິ​ຍົມ

17:16 | 12/07/2021

ຍ​ສ​ໝ - ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 100 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດຈີນ (1 ກໍ​ລະ​ກົດ 1921 – 1 ກໍ​ລະ​ກົດ 2021), ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດຈີນປະ​ຈຳຫວຽດ​ນາມຮຸ່ງ​ບາມີ​ບົດ​ຂຽນ​ຕີ​ລາ​ຄາ​ກ່ຽວ​ກັບ​ບົດ​ບາດ​ນຳ​ພາ​ຂອງພັກ​ກອມ​ມູ​ນິດຈີນໃນ​ພາ​ລະ​ກິດ​ຕໍ່​ສູ້​ປົດ​ປ່ອຍ​ຊາດແລະສ້າງ​ສາ, ພັດ​ທະ​ນາ​ປະ​ເທດຈີນ, ກໍ່​ຄື​ການ​ພົວ​ພັນຫວຽດ​ນາມ -ຈີນ, ພວກ​ຂ້າ​ພະ​ເຈົ້າ​ຂໍ​ເປັນ​ກຽດ​ແນະ​ນຳ​ເນື້ອ​ໃນ​ຂອງ​ບົດ​ຂຽນ​ກັບບັນດາ​ຜູ້​ອ່ານ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ທາງ​ອອນ​ລາຍ ລະ​ຫວ່າງ ພັກ​ກອມ​ມູ​ນິດ ຈີນ ກັບ​ບັນ​ດາ​ພັກ​ການ​ເມືອງ​ໃນ​ທົ່ວ​ໂລກ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ທາງ​ອອນ​ລາຍ ລະ​ຫວ່າງ ພັກ​ກອມ​ມູ​ນິດ ຈີນ ກັບ​ບັນ​ດາ​ພັກ​ການ​ເມືອງ​ໃນ​ທົ່ວ​ໂລກ
ທີມບານເຕະຫວຽດນາມ ຢູ່ກຸ່ມດຽວກັນກັບທີມບານເຕະຍີ່ປຸ່ນ ແລະຈີນ ທີມບານເຕະຫວຽດນາມ ຢູ່ກຸ່ມດຽວກັນກັບທີມບານເຕະຍີ່ປຸ່ນ ແລະຈີນ
ຮ່ວມ​ແຮງ​ຮ່ວ​ມ​ໃຈ​ເພື່ອ​ພາ​ລະ​ກິດ​ສັງ​ຄົມ​ນິ​ຍົມ
ພິ​ທີ​ສະ​ເຫຼີມ​ສະຫຼອງ 100 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຈີນ (ພາບ: ຊີ​ນ​ຮ​ວາ)

ໃນ​ໄລ​ຍ​ະ​ເວ​ລາ 100 ປີ​ນັບ​ແຕ່​ເວ​ລາ​ສ້າງ​ຕັ້ງ​ມາ​ຮອດ​ປັດ​ຈຸ​ບັນ, ພັກ​ກອມ​ມູ​ນິດຈີນໄດ້​ນຳ​ພາ​ປະ​ຊາ​ຊົນ​ຈີນ​ເພີ່ມ​ກຳ​ລັງ​ແຮງ​ສູ້​ຊົນ, ຢຸດ​ຕິ​ປະ​ຫວັດ​ສາດ​ ສັງ​ຄົມ​ເຄິ່ງສັກ​ດີ​ນາຂອງ​ປະ​ເທດ​ຈີນເກົ່າ, ສ້າງ​ຕັ້ງ​ປະ​ເທດ​ສາ​ທາ​ລະ​ນະ​ລັດປະ​ຊາ​ຊົນຈີ​ນ, ສ້າງ​ເສັ້ນ​ທາງແລ​ະຊຸກ​ຍູ້​ສັງ​ຄົ​ມ​ນິ​ຍົມທີ່​ພົ້ນ​ເດັ່ນ​ຂອງ​ຈີ​ນກ້າວ​ເຂົ້າ​ສູ່​ຍຸກ​ສະ​ໄໝ​ໃໝ່, ຕ້ອນ​ຮັບ​ບາດ​ກ້າວກະໂດດຂັ້ນ​ອັນ​ຍິ່ງ​ໃຫຍ່​ຈາກພ້ອມກັນລຸກ​ຂຶ້ນ, ມີ​ຄວາມ​ຮັ່ງ​ມີ ໄປສູ່ຄວາມເຂັ້ມ​ແຂງ.

100 ປີແຫ່ງ​ປະ​ຫວັດ​ສາດ​ຄວາມ​ອົງ​ອາດ​ກ້າ​ຫານທີ່​ມີການ​ຊຸກ​ຍູ້​ຫັນ​ຈີນ​ເດີນຕາມ​ລັດ​ທິ​ມາກ​ເລ​ນິນ​ຢ່າງ​ບໍ່​ຢຸດ​ຢັ້ງຂອງ​ພັກ​ກອມ​ມູ​ນິດຈີ​ນ, ເພື່ອ​ໃຫ້​ລັດ​ທິ​ສັງ​ຄົມນິຍົມ​ວິ​ທະ​ຍາ​ສາດ​ມີ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດຢັ້ງ. ພັກ​ກອມ​ມູ​ນິດຈີນຢຶດ​ໝັ້ນສົມ​ທົບທິດ​ສະ​ດີ​ລັດ​ທິ​ມາກກັບ​ຕົວ​ຈິງ​ລະ​ອຽດ​ຂອງ​ການ​ປະ​ຕິ​ວັດຈີນ, ສ້າງ​ແນວ​ຄິດເໝົາເຈີຕຸງ, ທິດ​ສະ​ດີ ​ເຕິ້ງ​ສຽວ​ຜິງ​, ແນວ​ຄິດສຳ​ຄັນ “3 ຕົວແທນ” ແລະທິດ​ສະ​ດີ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ. ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XVIII ມາ​ຮອດ​ປັດ​ຈຸ​ບັນ, ພັກ​ກອມ​ມູ​ນິດ​ຈີນດ້ວຍ​ແກ່ນ​ສານ​ແມ່ນ​ສະ​ຫາຍສີ​ຈິ້ນ​ຜິງໄດ້​ສ້າງ​​​ແນວ​ຄິດສີ​ຈິ້​ນ​ຜິງກ່ຽວ​ກັບ​ລັດ​ທິ​ສັງ​ຄົມ​ນິຍົມທີ່​ພົ້ນ​ເດັ່ນ​ຂອງຈີນໃນ​ຍຸກ​ສະ​ໄໝ​ໃໝ່, ບັນ​ລຸ​ໄດ້​ໝາກ​ຜົນ​ຂອງ​ທິດ​ສະ​ດີຫຼ້າ​ສຸດ​ກ່ຽວ​ກັບການ​ຫັນ​ເປັນ​ຈີ​ນແລະຍຸກ​ສະ​ໄໝ​ຫັ​ນ​ເປັນ​ລັ​ດ​ທິ​ມາກ.

​100 ປີ​ທີ່​ຜ່ານ​ມາ​ຂອງ​ພັກ​ກອມ​ມູ​ນິດຈີນ​ ແມ່ນ​ເສັ້ນ​ທາງ​ປະ​ຫວັດ​ສາດ​ທີ່​ສະ​ຫງ່າ​ອົງ​ອາດ, ໝັ້ນ​ແກ່ນ​ ຊຶ່ງ​ບັນ​ລຸ​ໄດ້​ເປົ້າ​ໝາຍແລະຍາດ​ໄດ້​ຜົນ​ງານ​ອັນ​ຍິ່ງ​ໃຫຍ່​ໃນ​ພາ​ລ​ະ​ກິດ​ແຫ່ງການ​ຊອກ​ຫາ​ວິ​ທີ​​ສ້າງ​​ການ​ເຫັນ​ເປັນ​ທັນ​ສະ​ໄໝ​ຢູ່ປະ​ເທດ​ທີ່ຫຼ້າຫຼັງ​ກ່ຽວ​ກັບ​ກຳ​ລັງ​ຜະ​ລິດ​​ໃນ​ສັງ​ຄົມ. ພັກ​ກອມ​ມູ​ນິດຈີນສືບ​ຕໍ່​ຊອກ​ຫາ​ເສັ້​ນ​ທາງ​ຫັນລັດທິ​ສັງ​ຄົມ​ນິ​ຍົມເປັນ​ທັນ​ສະ​ໄໝທີ່​ເໝາະ​ສົມ​ກັບ​ສະ​ພາບ​ການ​ຂອງ​ຈີນ, ຍົກອອກ​ບັນ​ດາ​ເປົ້າ​ໝາຍ​ສູ້​ຊົນ “ສີ່ການ​ຫັນ​ເປັນ​ທັນ​ສະ​ໄໝ”, “ຂັ້ນ​ຕອ​ນ 3 ກ້າວ” ແລະ “ສອງ​ເທື່ອ 100 ປີ”, ກຳ​ນົດ​ໄດ້​ເປົ້າ​ໝາຍ​ວິ​ໄສ​ທັດ​ປະ​ຕິ​ບັດ​ການ​ຫັນ​ສັງ​ຄົມ​ນິ​ຍົມ​ເປັນ​ທັນ​ສະ​ໄໝຮອດ​ປີ 2035 ໂດຍ​ພື້ນ​ຖານ, ຮອດກາງ​ສະ​ຕິ​ວັດ​ນີ້ຈະປະຕິບັດສຳ​ເລັດ​ການ​ສ້າງ​ເປັນ​ປະ​ເທດ​ມະ​ຫາ​ອຳ​ນາດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ, ຮັ່ງ​ມີ, ເຂັ້​ມ​ແຂງ, ມີ​ປະ​ຊາ​ທິ​ປະ​ໄຕ, ສີ​ວິ​ໄລ, ກົມ​ກຽມແລະສວຍ​ງາມສົດ​ໃສ.

ພັກ​ກອມ​ມູ​ນິດຈີນໄດ້​ເຮັດ​ໃຫ້​ເສັ້ນ​ທາງ, ທິດ​ສະດີແລະລະ​ບົບ​ສັງ​ຄົມ​ນິ​ຍົມ​ທີ່​ພົ້ນ​ເດັ່ນ​ຂອງ​ຈີນ​ປະຕິບັດສຳ​ເລັດແລະ ອຸ​ດົມ​ສົມ​ບູນ​​ຢ່າງ​ບໍ່​ຢຸດ​ຢັ້ງ, ຍູ້​ແຮງ​ການ​ຫັນ​ລະ​ບົບ​ຄຸ້ມ​ຄອງແລະກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ບໍ​ລິ​ຫານ​ປະ​ເທ​ດ​ຊາດ​ຢ່າງ​ລຽນຕິດ. ຈີນ​ໄດ້ປະສົບຜົນສະເລັດໃນການເປີດກວ້າງເສັ້​ນ​ທາງ​ຫັນ​ເປັນ​ທັນ​ສະ​ໄໝ​ແບບ​ຈີນກັບການສົມ​ທົບລະຫວ່າງຄວາມ​ສີ​ວິ​ໄລ​ດ້ານວັດຖຸກັບ​ຄວາມສີ​ວິ​ໄລ​ດ້ານ​ຈິດ​ໃຈ​, ລະຫວ່າງຄົນກັບທຳມະຊາດ, ເດີນຕາມເສັ້ນທາງພັດທະນາສັນຕິພາບຢ່າງ​ກົມ​ກຽວ.

​100 ປີ​ຜ່າ​ນ​ມາຂອງ​ພັກ​ກອມ​ມູ​ນິດຈີນແມ່ນ​ເສັ້ນ​ທາງ​ປະ​ຫວັດ​ສາດ​ແຫ່ງ​ຄວາມ​ສະ​ຫງ່າ​ອົງ​ອາດ, ຢຶດໝັ້ນ​ກັບຄະ​ຕິ​ທຳ, ຖື​ປະ​ຊາ​ຊົນ​ເໜືອ​ກ່​ວາ​ສິ່ງ​ໃດ​ໝົດ, ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຊົນ, ນຳ​​ຜົນ​ປະ​ໂຫຍດມາ​ໃຫ້​ແກ່​ປະ​ຊາ​ຊົນ. ພັກ​ກອມ​ມູ​ນິດຈີນໄດ້​ປະ​ຕິ​ບັດ​ພື້ນ​ຖານ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ຢ່າງ​ກ້​ວາງ​ຂວາງ​ທີ່​ສຸດຢູ່​ປະ​ເທດທີ່​ມີ​ປະ​ຫວັດ​ສາດ​ສັງ​ຄົມ​ສັກ​ດີ​ນາ​ນັບ​ພັນ​ປີ, ​ການ​ດຳ​ລົງ​ຊີ​ວິດ​ປະ​ຊາ​ຊົນ​ມີ​ຄວາມ​ອີ່ມ​ໜຳ​ສຳ​ລານ, ສົມ​ບູນ​ພູນ​ສຸກ, ຈີນ​ກາຍ​ເປັນ​ປະ​ເທດ​ທີ່​ປະ​ຊາ​ຊົນ​ມີ​ລາຍ​ຮັບ​ປານກາງ​ ຫຼາຍ​ທີ່​ສຸດ​ໃນ​ໂລກ, ເຊິ່ງ​ແກ້​ໄຂ​ບັນ​ຫາຄວາມ​ທຸກ​ຍາກໄດ້​ຢ່າງ​ສິ້ນ​ເຊິງທີ່​ໄດ້​ຕິດ​ພັນ​ກັບ​ປະ​ເທດ​ຈີນ​ນັບ​ພັນ​ປີ.

ນັບ​ແຕ່​ເວ​ລາປະຕິຮູບ​ເປີດ​ປະ​ຕູ​ມາ​ຮອດ​ປັດ​ຈຸ​ບັນ, ຈຳ​ນວນ​ຜູ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຢູ່ຈີນກວມ​ເອົາກ່​ວາ 70% ຈຳ​ນວນ​ຜູ້ຫຼຸ​ດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ໃນ​ໂລກ​ໃນ​ໄລ​ຍະ​ດຽວ​ກັນ, ປະ​ຕິ​ບັດສຳເລັດ​ເປົ້າ​ໝາຍຫຼຸດ​ພົ້ນອອກຈາກ​ຄ​ວາມ​ທຸກ​ຍາກຂອງສ​ປ​ຊໄວກວ່າກຳນົດ 10 ປີ. ຕໍ່​ໜ້າ​ໂລກ​ລະ​ບາດ​ໂຄວິດ - 19, ພັກ​ກອມ​ມູ​ນິດຈີນຢຶດ​ໝັ​ນ​ກັບ​ເປົ້າ​ໝາຍ​ຖື​ປະ​ຊາ​ຊົ​ນ​ເໜືອ​ກ່​ວາ​ສິ່ງ​ໃດ​ໝົດ, ຍາດ​ໄດ້​ຜົນ​ງານ​ຍຸດ​ທະ​ສາດ​ສຳ​ຄັນ​ໃນ​ບັ້ນ​ຕໍ່​ສູ້​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19. ນີ້​ແມ່ນ​ສິ່ງ​ພິສູດ​ຢ່າງ​ມີ​ຊີ​ວິດ​ຊີ​ວາ​ກ່ຽວ​ກັບ​ທັດ​ນະ​ນະ​ກຳ​ອຳ​ນາດ​ເພື່ອ​ປະ​ຊາ​ຊົນຂອງ​ພັກ​ກອມ​ມູ​ນິດຈີນ, ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຊົນ​ຈີນຢ່າງສຸດຈິດສຸດໃຈ.

100 ປີ​ຜ່າ​ນ​ມາຂອງ​ພັກ​ກອມ​ມູ​ນິດຈີນແມ່ນ​ເສັ້​ນ​ທາງ​ປະ​ຫວັດ​ສາດ​ທີ່​ສະ​ຫງ່າ​ອົງ​ອາດພ້ອມ​ກັບ​ພັກ​ກອມ​ມູ​ນິດຫວຽດ​ນາມເພື່ອ​ຕ້ານ​ການ​ຮຸກ​ຮາມ​ຂອງ​ພວມ​ຈັດ​ກະ​ພັກ, ຫົວ​ເມືອງ​ຂຶ້ນ, ຕັ້ງ​ໜ້າ​ຊອກ​ຫາ​ເສັ້​ນ​ທາງ​ສ້າງ​​ສັງ​ຄົມ​ນິ​ຍົມ.

ປີນີ້​ແມ່ນການ​ສະ​ເຫຼີມ​ສະຫຼອງ 110 ປີແຫ່ງວັນ​ປະ​ທານ​ໂຮ່​ຈີ​ມິນ​ອອກ​ຈາກ​ປະ​ເທດ​ໄປຊອກ​ຫາ​ເສັ້​ນ​ທາງ​ກູ້​ຊາດແລະ 80 ປີແຫ່ງວັນປະ​ທານໂຮ່​ຈີ​ມິນ​ກັບ​ຄືນ​ປະ​ເທດ​ນຳ​ພາ​ຂະ​ບວນ​ການ​ປະ​ຕິ​ວັດຫວຽດ​ນາ​ມ. ນັບ​ແຕ່ປີ 1922, ປະ​ທານ​ໂຮ່​ຈີ​ມິນ ​ໄດ້​ທຳ​ຄວາມ​ລຶ້ງ​ເຄີຍ​ກັບ​ສະ​ຫາຍ ​ໂຈ່​ວ​ເອິນ​ໄຫຼ​ ແລະບັນ​ດາ​ການ​ນຳ​ພັກ​ກອ​ມ​ມູ​ນິດ​ຈີນຢູ່ຝ​ລັ່ງ, ຫຼັງ​ຈາກ​ນັ້ນ​ແມ່ນ​ສ້າງ​ຕັ້ງ “ສະ​ມາ​ຄົມຫວຽດ​ນາມ​ຊາວ​ໜຸ່ມ​ປະ​ຕິ​ວັດ” ຢູ່ກວາງໂຈ,ຈີນ​, ກະ​ກຽມ​ໃຫ້​ແກ່​ການ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດຫວຽດ​ນາມຢູ່ຮົ່ງ​ກົງ, ຈີນ​ໃນ​ປີ 1930. ພາຍຫຼັງ​ສ້າງ​ຕັ້ງ​ປະ​ເທດຫວຽດ​ນາມປະ​ຊາ​ທິ​ປະ​ໄຕ​ສາ​ທາ​ລະ​ນະ​ລັດ​ຢ່າງ​ເປັນ​ທາງ​ການ, ຈີນແມ່ນ​ປະ​ເທດ​ທຳ​ອິດ​ທີ່ສ້າງ​ຕັ້ງ​ການ​ພົວ​ພັນ​ກັບຫວຽດ​ນາມ, ຈີນ​ໄດ້​ທຸ້ມ​ເທ, ສະ​ໜັບ​ສະ​ໜູນ, ອຸ​ປະ​ຖຳ​ໃຫ້​ແກ່ຫວຽດ​ນາມໃນ​ບັ້ນ​ຕໍ່​ສູ້​ຕ້ານ​ ພວ​ກ​ຫົວ​ເມືອງ​ຂຶ້ນ​ຝ​ລັ່ງແລະຈັກ​ກະ​ພັກອາ​ເມ​ລິ​ກາ.

ໃນ​ຊຸມ​ປີ​ທ້າຍ​ທົດ​ສະວັດ​ທີ 80 ແລະຕົ້ນ​ທົດ​ສະ​ວັດ​ທີ 90 ຂອງ​ສະ​ຕະ​ວັດ​ 20, ພັກ​ກອມ​ມູ​ນິດຈີນແລະພັກ​ກອມ​ມູ​ນິດ ຫວຽດ​ນາມໄດ້​ຄ່ອຍໆໄຈ້​ແຍກສາ​ເຫດ​ອັນ​ເລິກ​ເຊິ່ງ​ພາຍ​ໃນທີ່​ພາ​ໄປ​ເຖິງ​ການ​ລົ້ມ​ລະ​ລາຍ​ຢູ່ໂຊຫວຽດແລະບັນ​ດາ​ປະ​ເທດເອີ​ລົບ​ຕາ​ເວັນ​ອອກ, ຢຶດ​ໝັ້ນຕັ້ງ​ໜ້າ​ຊອກ​ຫາ​ເສັ້ນ​ທາງ​ພັດ​ທະ​ນາສັງ​ຄົມ​ນິ​ຍົມທີ່​ເໝາະ​ສົມ​ກັບ​ສະ​ພາບ​ການ​ຂອງ​ແຕ່​ລະ​ປະ​ເທດ, ຊຸກ​ຍູ້​ວິ​ວັດ​ການ​ປະ​ຕິ​ຮູບ​ເປີດ​ກ້​ວາງແລະພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ຂອງ​ສ​ອງ​ປະ​ເທດບັນ​ລຸ​ໄດ້​ບາດ​ກ້າວ​ບຸກ​ທະ​ລຸແລະພັດ​ທະ​ນາ​ຢ່າງ​ໃຫຍ່ຫຼວງ.

ເມື່ອ​ກ້າວ​ເຂົ້າ​ສູ່​ຍຸກ​ສະ​ໄໝ​ໃໝ່, ພາຍ​ໃຕ້​ກາ​ນ​ຄຳ​ນວນ​ຍຸດ​ທະ​ສາດແລະການນ​ຳ​ພາ​​ດ້ວຍ​ຕົວຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ສີ​ຈິ້ນ​ຜິ​ງແລະທ່ານເລ​ຂາ​ທິ​ການ​ໃຫຍ່ຫງວຽນ​ຝຸ​ຈ້ອງເອງ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດຍາມ​ໃດ​ກໍ່​ຮັກ​ສາ​ໄດ້​ທິດ​ທາງ​​ທີ່ຖືກ​ຕ້ອງ, ສອງ​ຝ່າຍ​ມີ​ການ​ພົວ​ພັນ​ແລ​ກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ການ​ຢ່າງ​ເລິກ​ເຊິ່ງ​ໃນ​ການ​ກໍ່​ສ້າງ​ພັກແລະບໍ​ລິ​ຫານ​ປະ​ເທດ​ຊາດ, ສ້າງ​ກຳ​ລັງ​ໜູນ​ສຳ​ຄັນ​ເພື່ອ​ພັດ​ທະ​ນາ​ພາ​ລ​ະ​ກິດ​ສັງ​ຄົມ​ນິ​ຍົມ​ຂອງ​ແຕ່​ລ​ະ​ປະ​ເທດ. ສອງ​ຝ່າຍ​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ, ຊ່ວຍ​ເຫຼືອ​ກັນ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ແລະພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມໂດຍ​ຍາດ​ໄດ້​ບັນ​ດາ​ຜົນ​ງານ​ຍຸດ​ທະ​ສາດ​ສຳ​ຄັນ, ສະ​ແດງ​ໃຫ້​ເຫັນ​ທ່າ​ໄດ້​ປຽບ​ທີ່​ພົ້ນ​ເດັ່ນ​ຂອງ​ລະ​ບອບ​ສັງ​ຄົມ​ນິ​ຍົມ.

ປັດ​ຈຸ​ບັ​ນ, ຈີນແລະຫວຽດ​ນາມໄດ້​ເປີດ​ວິ​ວັດ​ການ​ສ້າງ​ລັດ​ທິ​ສັງ​ຄົມນິ​ຍົມ, ໃນ​ສະ​ພາບ​ການ​ທີ່​ມີ​ການ​​ປ່​ຽນ​ແປງ​ມາ​ເປັນ​ເວ​ລາ 100 ປີແລ​ະໂລກ​ລະ​ບາດ​ໂຄວິດ - 19, ສອງ​ພັກ​ຕ້ອງ​ຮັບ​ຮູ້​​ພູມ​ປັນ​ຍາແລະກຳ​ລັງ​ແຮງ​ຈາກ​ປະ​ຫວັດ​ສາດ​ແຫ່ງ​ການ​ພົວ​ພັນ​ມິດ​ຕະ​ພາບເກືອບ 100 ປີໃຫ້ຫຼາຍກວ່າ​ອີກ, ຮ່ວມ​ແຮງ​ຮ່ວມ​ໃຈ​ຊຸກ​ຍູ້​ພາ​ລະ​ກິດ​ສັງ​ຄົມ​ນິ​ຍົມລັດ​​ຫວ່າງ​ສອງ​ປະ​ເທດຈີນແລະຫວຽດ​ນາມ​ໃຫ້ມີ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ໝັ້ນ​ຄົງ. ສອງ​ຝ່າຍ​ຄວນ​ເດັດ​​ດ່ຽ​ວ​ນຳ​ພາ​ຍຸດ​ທະ​ສາດ​ຂອງ​ການ​ນຳ​ຂັ້ນ​ສູງ​ສຸ​ດ​​ສອງ​ພັກ, ກຳ​ນົດ​ທິດ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຈີນ - ຫວຽດ​ນາມຢ່າງ​ຖືກ​ທິດ, ຮ່ວມ​ແຮງ​ຮ່ວມ​ໃຈ​ປົກ​ປ້ອ​ງ​ຄວາມ​ໝັ້ນ​ຄົງ​ທາງ​ການ​ເມືອງແລະຄວາມ​ໝັ້ນ​ຄົງ​ລະ​ບອບ​ຂອງ​ສອງ​ປະ​ເທດ.

ສອງ​ຝ່າ​ຍ​ຄ​ວນ​ບ​ຳ​ລຸ​ງ​​ສ້າງ​ໃຫ້​​ຜູ້​ສືບ​ທອດ​ພາ​ລະ​ກິດ​ແຫ່ງ​​ມິດ​ຕະ​ພາບລະ​ຫວ່າງຈີນ - ຫວຽດ​ນາມ, ພັດ​ທະ​ນາ​ການ​ພົ​ວ​ພັນສອງ​ປະ​ເທດຫຼາຍ​ກ່​ວາ​ອີກ. ສອງ​ຝ່າຍ​ຄວນ​ສຸມ​ໃສ່​ເຂົ້າ​ການ​ພັດ​ທະ​ນາ​ຂອງ​ສອງ​ປະ​ເທດກໍ່​ຄື​ສັນ​ຕິ​ພາ​ບແລະສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ, ຄວບ​ຄຸມ​ຄວາມບໍ່​ລົງ​ລອຍ​ກັນ​ຢ່າງ​ເປັ​ນ​ປົກ​ກະ​ຕິ, ຮັບ​ປະ​ກັນ​ການ​ພົວ​ພັນ​ຈີນ- ຫວຽດ​ນາມພັດ​ທະ​ນາ​ຢ່າງ​ມີ​ສະ​ຖ​ຽນ​ລະ​ພາບ, ປອດ​ໄພແລະໝັ້ນ​ຄົງ. ສອງ​ຝ່າຍ​ຄວນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປົກ​ປ້ອງ​ລັດ​ທິຫຼາຍ​ຝ່າຍ, ປົກ​ປ້ອງ​ຄວາມ​ສະ​ເໝີ​ພາບ​ອັນ​ຊອບ​ທຳ​ສາ​ກົນ, ຢຶດ​ໝັ້ນ​ກັບ​ການ​ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ສາ​ກົນ​ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ.

ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ, ພວມ​ເຮົາ​ຕ້ອງ​ເຊື່ອ​ໝັ້ນ​ວ່າພາຍ​ໃຕ້​ການ​ນຳ​ພາ​ອັນ​ໝັ້ນ​ແກ່ນ​ຂອງ​ພັກ​ກອມ​ມູ​ນິດຈີນແລະພັກ​ກອມ​ມູ​ນິດຫວຽດ​ນາມ, ພາ​ລະ​ກິດ​ການ​ສ້າງ​ຕັ້ງ​ລັດ​ທິ​ສັງ​ຄົມຂອງ​ສອງ​ປະ​ເທດ​ແນ່ນອນ​ວ່າ​ຈະ​ມີ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງດ້ວຍ​ບັນ​ດາ​ຜົນ​ງານ​ອັນ​ສະ​ຫງ່າ​ອົງ​ອາດ​ກ່​ວາ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລ​ະ​ກິດ​ທີ່​ກ້າວ​ໜ້າ​ຂອງມວນ​ມະ​ນຸດ, ເພື່ອ​ໃຫ້ສັງ​ຄົມ​ນິ​ຍົມ​ວິ​ທະ​ຍາ​ສາດ​ພົ້​ນ​ເດັ່ນ​ຂຶ້ນ​ໃນ​ໂລກ​ໃນ​ສະ​ຕະ​ວັດ​ທີ 21.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.