ນີເຊຣີ ກາຍເປັນປະເທດທໍາອິດທີ່ນຳໃຊ້ວັກຊີນອັກເສບເຫຍື່ອຫຸ້ມສະໝອງໃຫມ່

15:24 | 24/04/2024

ຍສໝ - ນີເຊຣີ ໄດ້ກາຍເປັນປະເທດທໍາອິດໃນໂລກທີ່ນຳໃຊ້ Men5CV, ວັກຊີນໃຫມ່ຊະນິດໜຶ່ງເພື່ອຕ້ານການອັກເສບເຫຍື່ອຫຸ້ມສະໝອງ.

ອົດສະຕຣາລີ ໜູນຊ່ວຍວັກຊີນ “5 ໃນ 1” ຈຳນວນ 490.600 ໂດສ ໃຫ້ຫວຽດນາມ ອົດສະຕຣາລີ ໜູນຊ່ວຍວັກຊີນ “5 ໃນ 1” ຈຳນວນ 490.600 ໂດສ ໃຫ້ຫວຽດນາມ
ວັກຊີນ 5 ໃນ 1 ກວ່າ 185,000 ຫຼອດ ທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການ UNICEF ໄດ້ມາຮອດຫວຽດນາມ ວັກຊີນ 5 ໃນ 1 ກວ່າ 185,000 ຫຼອດ ທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການ UNICEF ໄດ້ມາຮອດຫວຽດນາມ

ອົງການອານາໄມໂລກ (WHO) ໃຫ້ຮູ້ວ່າ ນີເຊຣີ ໄດ້ກາຍເປັນປະເທດທຳອິດໃນໂລກທີ່ນຳໃຊ້ Men5CV, ເຊິ່ງເປັນວັກຊີນ “ມີລັກສະນະການປະຕິວັດ” ໃໝ່ ຕ້ານພະຍາດອັກເສບເຫຍື່ອຫຸ້ມສະໝອງ.

ນີເຊຣີ ກາຍເປັນປະເທດທໍາອິດທີ່ນຳໃຊ້ວັກຊີນອັກເສບເຫຍື່ອຫຸ້ມສະໝອງໃຫມ່

ສັກຢາວັກຊີນອັກເສບເຫຍື່ອຫຸ້ມສະໝອງ ຊະນິດໃໝ່ໃຫ້ສຳລັບເດັກນ້ອຍຢູ່ ນີເຊຣີ

ທ່ານຜູ້ອໍານວຍການໃຫຍ່ Tedros Adhanom Ghebreyesus ເນັ້ນຫນັກວ່າ ວັກຊີນໃຫມ່ສາມາດເຮັດໃຫ້ປ່ຽນການຜັນແປຂອງພະຍາດອັນຕະລາຍທີ່ຖືວ່າເປັນສັດຕູສືບເສັ່ນ. ມັນສາມາດສະກັດກັ້ນການລະບາດໃໝ່ ແລະ ຊ່ວຍຊີວິດຫຼາຍຄົນໄດ້. ເລື່ອງ ນີເຊຣີ ນຳໃຊ້ວັກຊີນ Men5CV ຈະຊ່ວຍໃຫ້ປະຊາຊົນເຂົ້າໃກ້ກັບເປົ້າຫມາຍຂອງການລົບລ້າງພະຍາດອັກເສບເຫຍື່ອຫຸ້ມສະໝອງໃນປີ 2030.

ອີງຕາມການ WHO ແລ້ວ, ວັກຊີນ Men5CV ສະຫນອງຄວາມອາດສາມາດໃນການປ້ອງກັນທີ່ເຂັ້ມແຂງຕໍ່ກັບ 5 ສປະເພດຂອງເຊື້ອແບັກທີເຣັຍອັກເສບເຫຍື່ອຫຸ້ມສະໝອງເມນິງໂກຄອກ ຕົ້ນຕໍແມ່ນ A, C, W, Y ແລະ X ໃນການສັກຢາພຽງຄັ້ງດຽວ. Men5CV ມີຄວາມສາມາດປົກປ້ອງຫຼາຍກວ່າວັກຊີນໃນປະຈຸບັນທີ່ໃຊ້ຢູ່ໃນບັນດາປະເທດ ອາຟຣິກາ ສ່ວນໃຫຍ່, ເຊິ່ງມີປະສິດຕິຜົນຕໍ່ກັບປະເພດ A.

ໃນປີ 2023, ຈໍານວນຂອງກໍລະນີອັກເສບເຫຍື່ອຫຸ້ມສະໝອງທີ່ໄດ້ລາຍງານຢູ່ ອາຟຣິກາ ກໍໄດ້ເພີ່ມຂຶ້ນ 50%. ພະຍາດນີ້ ມີຄວາມສ່ຽງທີ່ຈະປະກົດມີຢູ່ທົ່ວໂລກ, ພິເສດແມ່ນຢູ່ໃກ້ເຂດ Sahara, ເຊິ່ງເອີ້ນວ່າ "ຂອບອ້ອມຮອບອັກເສບເຫຍື່ອຫຸ້ມສະໝອງ ອາຟຣິກາ".

ໂດຍແມ່ນໜຶ່ງໃນ 26 ປະເທດຢູ່ ອາຟຣິກາ ທີ່ມີອັດຕາການຕິດເຊື້ອພະຍາດອັກເສບເຫຍື່ອຫຸ້ມສະໝອງສູງ, ນີເຊຣີ ໄດ້ຮັບການອຸປະຖຳຈາກສະຫະພັນວັກຊີນ Gavi ສໍາລັບໂຄງການສັກຢາວັກຊີນ Men5CV ໂດຍດຳເນີນນັບແຕ່ວັນທີ 25 ຫາ 28 ເດືອນມີນາ ໃນທົ່ວປະເທດ. ໃນ​ເບື້ອງ​ຕົ້ນ​, ໂຄງການ​ໄດ້​ສັກໃຫ້ຫຼາຍ​ກວ່າ 1 ລ້ານ​ຄົນ​ ແຕ່​ອາ​ຍຸ 1 - 29 ປີ​. ລາຍການດັ່ງ​ກ່າວ​ ໄດ້​ດຳ​ເນີນ​ພາຍຫຼັງ​ການ​ລະ​ບາດ​ທີ່​​ເຮັດ​ໃຫ້ມີ 153 ຄົນ​ເສຍ​ຊີ​ວິດ​ ນັບແຕ່​ວັນ​ທີ 1 ຕຸລາ 2023 ຫາ​ວັນ​ທີ 11 ມີນາ 2024.

ທ່ານ​ນາງ Aurélia Nguyen - ຜູ້​ອຳ​ນວຍ​ການໂຄງການ Gavi - ໃຫ້ຮູ້ວ່າ ໂຄງການສັກ​ຢາວັກຊີນ Men5CV ຢູ່ ນີເຊຣີ ທີ່ໄດ້ເປັນຂີດໝາຍຈຸດ​ເລີ່ມ​ຕົ້ນ​ຂອງ Gavi. ດ້ວຍແຫຼ່ງໜຸນຊ່ວຍທີ່ຈຳເປັນຂອງຜູ້ອຸປະຖຳໃນໄລຍະ 5 ປີທີ່ຈະມາເຖິງ, Gavi ຈະສາມາດຜັນຂະຫຍາຍການສັກຢາ Men5CV ຢູ່ບັນດາປະເທດທີ່ມີຄວາມສ່ຽງສູງອື່ນໆຕື່ມອີກ.

ມິງດຶກ

ເຫດການ
302 Found

Found

The document has moved here.