ນັກ​ສຶກ​ສາ ລາວ ແລະ ກຳ​ປຸ​ເຈຍ ຢູ່ ນະ​ຄອ​ນ​ໂຮ່​ຈີ​ມິນ ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂຄວິດ - 19

12:22 | 17/07/2021

ຍ​ສ​ໝ - ລາຍ​ການ ຮ້ານ​ສັບ​ພະ​ສິນ​ຄ້າ 0 ດົ່ງ ຈະ​ໜູນຊ່ວຍ​ນັກ​ສຶກ​ສາ 5.500 ຄົນ​ ​ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ເຊິ່ງພວມ​ອາ​ໄສ​ຢູ່ ຫໍ​ພັກ​ນັກ​ສຶກ​ສາ 37 ແຫ່ງ​ໃນ​ບໍ​ລິ​ເວນ​ນະ​ຄອນ​ໂຮ່​ຈີ​ມິນ. ໃນ​ນັ້ນ ມີນັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ ທີ່ບໍ່​ສາ​ມາດ​ກັບ​ເມື່ອ​ປະ​ເທດ​ ຍ້ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19.

ນັກ​ສຶກ​ສາ ລາວ ແລະ ກຳ​ປຸ​ເຈຍ ຢູ່ ນະ​ຄອ​ນ​ໂຮ່​ຈີ​ມິນ ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂຄວິດ - 19
ຮ້ານ​ສັບ​ພະ​ສິນ​ຄ້າ

ລາຍ​ການ​ໂດຍ​ຊາວ​ໜຸ່ມ​ນະ​ຄອນ - ສະ​ມາ​ຄົມ​ນັກ​ສຶກ​ສາ​ຫວຽດ​ນາມ ນະ​ຄອນ​ໂຮ່​ຈີ​ມິນ​ສົມ​ທົບ​ກັບ​ພະ​ແນກ​ອຸດ​ສາ​ຫະ​ກຳ​ການ​ຄ້າ, ບໍ​ລິ​ສັດ​ຫຸ້ນ​ສ່ວນ ເຄື່ອງປະດັບອັນຍະມະນີ ຝຸ​ຍວນ ແລະ ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ສິນ​ຄ້າ ຫວຽດ​ນາມ ຄຸນ​ນະ​ພາບ​ສູງ, ພ້ອມ​ກັບ​ການ​ຮ່ວມ​ເດີນ​ທາງ​ຂອງ ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ໜຸ່ມ ນະ​ຄອນ​ໂຮ່​ຈີ​ມິນ ແລະ ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ຍິງ ນະ​ຄອນ​ໂຮ່​ຈີ​ມິນ ​ຜັນ​ຂ​ະ​ຫຍາຍ​ໃນ​ລະ​ຫວ່າງວັນ​ທີ 13 – 17 ກໍ​ລະ​ກົດ.

ຮ້ານ​ສັບ​ພະ​ສິນ​ຄ້າ 0 ດົ່ງ ແມ່ນ​ການ​ເຄື່ອນ​ໄຫວ​ໃນ​ໂຄງ​ການ “ອ້ອມແຂນ​​ຫວຽດ​” ເພື່​ອ​ແນ​ໃສ່​ໜູນ​ຊ່ວຍ​ນັກ​ສຶກ​ສາ ທີ່​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນໂລກ​ລະ​ບາດ​ໂຄວິດ - 19 ຢູ່​ບັນ​ດາ​ຫໍ​ພັກ​ນັກ​ສຶກ​ສາ​ໃນ​ບໍ​ລິ​ເວນ​ນະ​ຄອນ ໂຮ່​ຈີ​ມິນ ດ້ວຍ​ຈິດ​ໃຈ “ບໍ​່ປະ​ໃຫ້​ຜູ້​ໃດ​ຖືກ​ປະ​ຢູ່​ທາງຫຼັງ”.

ຮູບ​ແບບ ຮ້ານ​ສັບ​ພະ​ສິນ​ຄ້າ 0 ດົ່ງ ມາ​ຮອດ​ປັດ​ຈຸ​ບັນ ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢູ່​ກ່​ວາ 10 ແຫ່ງ​ໃນ​ນະ​ຄອນ​ໂຮ່​ຈີ​ມິນ ແລະ ຈະ​ສືບ​ຕໍ່​ເປີດກວ້າງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ໂດຍ​ໄດ້​ຮູ້​ວ່າ ສະ​ມາ​ຄົມ​ນັກ​ສຶກ​ສາ ຫວຽດ​ນາມ ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ສົມ​ທົບ​ກັບ​ຄະ​ນະ​ຄຸ້ມ​ຄອງ ຫໍ​ພັກ, ຄະ​ນະ​ຊາວ​ໜຸ່ມ, ສະ​ມາ​ຄົມ​ນັກ​ສຶກ​ສາ ບັນ​ດາ​ໂຮງ​ຮຽນ ສຳຫຼວດ ແລະ ເກັບກຳສະ​ຖິ​ຕິ​ຈຳ​ນວນ​ນັກ​ສຶກ​ສາທີ່​ພວມ​ອາ​ໄສ​ຢູ່​ຫໍ​ພັກ. ຕາມ​ນັ້ນ​ແລ້ວ, ລາຍ​ການຍັງ​ໄດ້​ໜູນ​ຊ່ວຍ​ນັກ​ສຶກ​ສາທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາ​ກ່​ວາ 5.500 ຄົນ​ ເຊິ່ງພວມອາ​ໄສ​ຢູ່​ຫໍ​ພັກ​ນັກ​ສຶກ​ສາ 37 ແຫ່ງ​ໃນ​ບໍ​ລິ​ເວນ​ນະ​ຄອນ ໂຮ່​ຈີ​ມິນ. ໃນ​ນັ້ນ​ມີ​ນັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ​ທີ່​ບໍ່​ສາ​ມາດ​ກັບ​ຄືນ​ປະ​ເທດ ຍ້ອນ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19.

ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ການ​ຮັກ​ສາ​ໄລ​ຍະ​ຫ່າງ​ເມື່ອ​ໂລກ​ລະ​ບາດ​ໂຄວິດ - 19 ຍັງມີ​ການ​ຜັນ​ແປ​ຢາງ​ສັບ​ສົນ​ຢູ່​ນະ​ຄອ​ນ​ໂຮ່​ຈີ​ມິນ, ນັກ​ສຶກ​ສາ​ແຕ່​ລະ​ຄົນ​ ຈະ​ໄດ້​ຮັບ​ລະ​ຫັດ​ຊື້​ເຄື່ອງ​ທີ່​ມີ​ມູນ​ຄ່າ 300.000 ດົ່ງ ຜ່ານ​ຂໍ້​ຄວາມ SMS ເພື່ອ​ຊື້​ເຄື່ອງ​ອອນ​ລາຍ​ໃນ​ວັບ​ໄຊ https://sieuthimini0dong.com. ຫຼັງ​ຈາກ​ນັ້ນ​ລະ​ບົບ​​ຮັບ​ໃບ​ສັ່ງ​ຊື້​ຈະ​ສົ່ງ​ໄປ​ຍັ​ງ​ຜູ້​ອາ​ສາ​ສະ​ໝັກ ເພື່ອ​ຈັດສິນ​ຄ້າ, ຫຸ້ມ​ຫໍ່​ຢູ່​ຫໍ​ວັດ​ທະ​ນະ​ທຳ​ຊາວ​ໜຸ່ມ ແລ້ວບັນ​ດາ​ຜູ້​ອາ​ສາ​ສະ​ໝັກ​ຈ​ະ​ສົ່ງ​ເຄື່ອງ​ຂອງ​ໄປ​ຍັງ​ຫໍ​ພັກ ເພື່ອນຳໄປໃຫ້​ໃຫ້​ນັກ​ສຶກ​ສາ​ແຕ່​ລະ​ຄົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.