ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລັດເຊຍ ຢ່າງມີປະສິດທິຜົນ

16:37 | 10/07/2021

ຍສໝ - ຫວຽດນາມ ແລະ ລັດເຊຍ ຈະຍູ້ແຮງການຮ່ວມມືຢ່າງມີປະສິດທິຜົນຜ່ານມາດຕະການຕ່າງໆ ເຊັ່ນ: ການແລກປ່ຽນຄະນະຜູ້ແທນ, ການຖ່າຍທອດເຕັກໂນໂລຢີ ແລະ ການຜະລິດວັກຊີນ, ການພັດທະນາໂຄງການເສດຖະກິດທີ່ສຳຄັນ, ໂດຍສະເພາະແມ່ນສຸມໃສ່ຂະແໜງການນ້ຳມັນອາຍແກັສ ແລະ ພະລັງງານ.

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ ຢ່າງມີປະສິດທິຜົນ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ ຢ່າງມີປະສິດທິຜົນ
ຫວຽດນາມ - ລັດເຊຍ ເພີ່ມທະວີ ແລະ ເປີດກວ້າງການຮ່ວມມືໃນຂົງເຂດປ້ອງກັນຄວາມໝັ້ນຄົງ ຫວຽດນາມ - ລັດເຊຍ ເພີ່ມທະວີ ແລະ ເປີດກວ້າງການຮ່ວມມືໃນຂົງເຂດປ້ອງກັນຄວາມໝັ້ນຄົງ

ນັ້ນແມ່ນບັນດາເນື້ອໃນສຳຄັນ ທີ່ໄດ້ຮັບການເປັນ​ເອ​ກະ​ພາບ ລະຫວ່າງ ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ປະຈຳ ສະຫະພັນລັດເຊຍ ດັ້ງມີງ​ຄອຍ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Igor Morgulov.

ໃນຕົ້ນອາທິດນີ້, ທ່ານເອກອັກຄະລັດຖະທູດ ດັ້ງມີງຄອຍ ໄດ້ຍື່ນ​ສຳ​ເນົາສານຕາຕັ້ງຂອງ ທ່ານປະທານປະເທດ ຫງວຽນຊວນຟຸກ ຕໍ່ທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Igor Morgulov. ສອງຝ່າຍໄດ້ມີການແລກປ່ຽນຢ່າງເປີດອົກ​ເປີດ​ໃຈ ແລະ ແທດຈິງກ່ຽວກັບສະພາບການພົວພັນລະຫວ່າງ ຫວຽດນາມ - ລັດເຊຍ ແລະ ທົບທວນຄືນແຜນການຮ່ວມມືສອງຝ່າຍ.

ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລັດເຊຍ ຢ່າງມີປະສິດທິຜົນ
ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລັດເຊຍ ຢ່າງມີປະສິດທິຜົນ. (ພາບ: vietnamplus)

ສອງຝ່າຍໄດ້ຢືນຢັນວ່າ ຫວຽດນາມ ແລະ ລັດເຊຍ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ໃຫ້ບຸລິມະສິດໃນນະໂຍບາຍການພົວ​ພັນຕ່າງປະເທດ; ເຫັນດີຮ່ວມກັນຍູ້ແຮງການຮ່ວມມືຢ່າງມີປະສິດທິຜົນຜ່ານມາດຕະການຕ່າງໆ ເຊັ່ນ: ການແລກປ່ຽນຄະນະຜູ້ແທນ, ການຖ່າຍທອດເຕັກໂນໂລຢີ ແລະ ການຜະລິດວັກຊີນ, ການພັດທະນາບັນດາໂຄງການເສດຖະກິດທີ່ສຳຄັນ, ໂດຍສະເພາະ ແມ່ນສຸມໃສ່ຂະແໜງການນ້ຳມັນອາຍແກັສ ແລະ ພະລັງງານ, ກະສິກຳ, ການຂົນສົ່ງ, ວິທະຍາສາດ ແລະ ເຕັກໂນໂລຢີ, ໜູນຊ່ວຍປະຊາຄົມຊາວຫວຽດນາມ ຢູ່ລັດເຊຍ ແລະ ປະສານການເຄື່ອນໄຫວໃນເວທີສາກົນ.

ທ່ານເອກອັກຄະລັດຖະທູດ ດັ້ງມີງ​ຄອຍ ​ສະ​ເໜີໃຫ້ກະຊວງການຕ່າງປະເທດລັດເຊຍ, ກອງທຶນລົງທຶນໂດຍກົງລັດເຊຍ ແລະ ບັນດາກະຊວງ, ອົງການທີ່ກ່ຽວຂ້ອງ ເພື່ອໜູນຊ່ວຍການຖ່າຍທອດເຕັກໂນໂລຢີ ແລະ ການຜະລິດວັກຊີນຢູ່ຫວຽດນາມ, ສະໜອງວັກຊີນໃຫ້ແກ່ຫວຽດນາມ ໃນເດືອນກໍລະກົດ ຫລື ເດືອນສິງຫາປີ 2021.

ທ່ານເອກອັກຄະລັດຖະທູດ ດັ້ງມີງຄອຍ ໄດ້ສະແດງຄວາມຂອບໃຈຕໍ່ຝ່າຍລັດເຊຍ ທີ່ໄດ້ມອບຢາວັກຊີນຈຳນວນ 1000 ​ໂດ​ສ ໃຫ້ແກ່ຫວຽດນາມ ໃນການຢ້ຽມຢາມຫວຽດນາມ ໃນເດືອນມີນາ ປີ 2021 ຂ​ອງທ່ານເລຂາສະ​ພາຄວາມໝັ້ນຄົງສະຫະພັນລັດເຊຍ Nikolai Patrushev.

ທ່ານຮອງລັດຖະມົນຕີ Morgulov ໄດ້ສະແດງຄວາມປິຕິຊົມຊື່ນ ເມື່ອຢາວັກຊີນລັດເຊຍ ໄດ້ຮັບຄວາມສົນໃຈ ແລະ ຕີລາຄາສູງຈາກຫວຽດນາມ, ຢັ້ງຢືນ​ຈະຊຸກຍູ້ການມອບວັກຊີນໃຫ້ແກ່ຫວຽດນາມໂດຍໄວ.

ທ່ານຮອງລັດຖະມົນຕີ Morgulov ໄດ້ຕີລາຄາວ່າ ປະຊາຄົມຊາວຫວຽດນາມ ຢູ່ລັດເຊຍ ມີຄວາມສາມັກຄີ, ດຸໝັ່ນ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງລັດເຊຍ, ແລະ ຢືນຢັນວ່າ ຈະສືບຕໍ່ເອົາໃຈໃສ່ ແລະ ປະສານສົມທົບກັບສະຖານທູດ ເພື່ອແກ້ໄຂບາງບັນຫາດ້ານກົດໝາຍທີ່ຍັງຄົງ​ຄ​້າງ, ສ້າງເງື່ອນໄຂສະດວກກວ່າໃຫ້ແກ່ພົນລະເມືອງຫວຽດນາມ ​ທີ່ດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ສະຫະພັນລັດເຊຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.