ຊຸກ​ຍູ້​ການ​ຮັບ​ຮອງ​ເອົາ​ສັນ​ຍາ​ອາ​​ລັ​ກ​ຂາ​ການ​ລົງ​ທຶນ ຫວຽດ​ນ​າມ - EU ແລະ ໜູນ​ຊ່ວຍ​ແກ້​ໄຂ​ບັນ​ຫາ​ອາ​ຊີບຫາ​ປາ

16:31 | 10/07/2021

ຍ​ສໝ - ທ່ານ ດິງ​ຕວນ​ທັ້ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ໄດ້​ສະ​ເໜີ​ໃຫ້​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ ຝ​ລັ່ງ - ຫວຽດ​ນາມ ສືບ​ຕໍ່​ຊຸກ​ຍູ້​ລັດ​ຖະ​ສະ​ພາ​ບັນ​ດາ​ປະ​ເທດ ສະ​ມາ​ຊິກ EU ຮັບ​ຮອງ​ເອົາ​ສັນ​ຍາ​ອາ​ລັກ​ຂາ​ການ​ລົງ​ທຶນ ຫວຽດ​ນາມ - EU, ໜູນ​ຊ່ວຍ​ແກ້​ໄຂ​ບັນ​ຫາ​ອາ​ຊີບຫາ​ປາໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - EU ແລະ ບາງ​ບັນ​ຫາ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ລົງ​ນາມ​ຂໍ້​ຕົກ​ລົງ​ແມ່​ທີ່​ມີ 6 ເນື້ອ​ໃນ​ຮ່ວມ​ມື​ລະ​ຫວ່າງວິ​ສາ​ຫະ​ກິດ ລາວກາຍ (ຫວຽດ​ນາມ) ແລະ ຢຸ​ນ​ນານ (ຈີ​ນ) ລົງ​ນາມ​ຂໍ້​ຕົກ​ລົງ​ແມ່​ທີ່​ມີ 6 ເນື້ອ​ໃນ​ຮ່ວມ​ມື​ລະ​ຫວ່າງວິ​ສາ​ຫະ​ກິດ ລາວກາຍ (ຫວຽດ​ນາມ) ແລະ ຢຸ​ນ​ນານ (ຈີ​ນ)
ສະ​ຖານກົງ​ສູນ​ໃຫຍ່​ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ ມອບ​ເງິ​ນ​ໜູນ​ຊ່ວຍ 1000 USD ໃຫ້​ແກ່​​ຄອບ​ຄົວ​ເຊື້ອ​ຊາດ ຫວຽດ​ນາມ ສະ​ຖານກົງ​ສູນ​ໃຫຍ່​ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ ມອບ​ເງິ​ນ​ໜູນ​ຊ່ວຍ 1000 USD ໃຫ້​ແກ່​​ຄອບ​ຄົວ​ເຊື້ອ​ຊາດ ຫວຽດ​ນາມ
ຊຸກ​ຍູ້​ການ​ຮັບ​ຮອງ​ເອົາ​ສັນ​ຍາ​ອາ​​ລັ​ກ​ຂາ​ການ​ລົງ​ທຶນ ຫວຽດ​ນ​າມ - EU ແລະ ໜູນ​ຊ່ວຍ​ແກ້​ໄຂ​ບັນ​ຫາ​ອາ​ຊີບຫາ​ປາ
ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ດິງ​ຕວານ​ທັ້ງ​ມາ​ເຂົ້າ​ຢ້ຽມ​ຂ່ຳ​ນັບ ​ທ​່ານ​ນາງ Stephanie ໂດ ປະ​ທານ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາມິດ​ຕະ​ພາບ ຝ​ລັ່ງ - ຫວຽດ​ນາມ (ພາບ: TTXVN)

ກ່າວ​ຄຳ​ເຫັນ​ທີ່ການ​ມາ​ເຂົ້າ​ຢ້ຽມ​ຂ່ຳ​ນັບ ​ທ​່ານ​ນາງ Stephanie ໂດຍ ປະ​ທານ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາມິດ​ຕະ​ພາບ ຝ​ລັ່ງ - ຫວຽດ​ນາມ ຢູ່​ສະ​ພາ​ແຫ່ງ​ຊາດ ​ຝ​ລ​ັ່ງ ​ໃນ​ວັນ​ທີ 7 ກໍ​ລະ​ກົດ, ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ດິງ​ຕວານ​ທັ້ງ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ ຝ​ລັ່ງ - ຫວຽດ​ນາມ ປະ​ຈຳ ສະ​ພາ​ແຫ່ງ​ຊາດ​ຝ​ລັ່ງ​ ທີ່​ໄດ້​ຂົນ​ຂວາຍ​ລັດ​ຖະ​ສະ​ພາ ເອີ​ລົບ ​ຮັບ​ຮອງ​ເອົາ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - EU (EVFTA), ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ເພື່ອ​ວົງ​ການ​ນັກ​ການ​ເມືອງ ແລະ ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຝ​ລັ່ງ​ເຂົ້າ​ໃຈ​ຢ່າງ​ລະ​ອຽດ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ໃນ​ປັດ​ຈຸ​ບັນຂອງ ຫວຽດ​ນາມ.

ທ່ານ​ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ດິງ​ຕວານ​ທັ໊ງ ຫວັງ​ວ່າ ທ່ານ​ນາງ Stephanie ໂດ ແລະ ກຸ່​ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ ຝ​ລັ່ງ - ຫວຽດ​ນາມ ຈະ​ສືບ​ຕໍ່​ໜູນ​ຊ່ວຍ ແລະ ສະ​ໜັບ​ສະ​ໜູນ ຫວຽດ​ນາມ ຊຸກ​ຍູ້​ລັດ​ຖະ​ສະ​ພາ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ EU ຮັບ​ຮອງ​ເອົາ​ສັນ​ຍາ​ອາ​ລັກ​ຂາ​ການ​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ ແລະ EU (EVIPA), ໜູນ​ຊ່ວຍ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ອາ​ຊີ​ບຫາ​ປາ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - EU, ຮັບ​ມ​ື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ.

ທ່ານ​ນາງ Stephanie ໂດ ໃຫ້​ຮູ້​ວ່າ ທ່ານ​ຍາມ​ໃດ​ກໍ່​ຕິດ​ຕາມ​ສະ​ພາບ​ການ​ຢູ່ ຫວຽດ​ນາມ ແລະ ອັບ​ເດດ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ ສອງສະ​ພາ​ແຫ່ງ​ຊາດ, ບັນ​ດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ.

ທ່ານ​ນາງ Stephanie ໂດ ກໍ່​ໄດ້​ຢັ້ງ​ຢືນ​ວ່າ ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ ຝ​ລັ່ງ - ຫວຽດ​ນາມ ຢູ່​ສະ​ພາ​ສູງ ຝ​ລັ່ງ ຈະ​ສະ​ໜັບ​ສະ​ໜູນ ແລະ ໜູນ​ຊ່ວຍ​ຫວຽດ​ນາມ ໃນຫຼາຍ​ບັນ​ຫາ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.