ວັກຊີນ Pfizer ຫລາຍກວ່າ 90.000 ໂດສ ມາຮອດຫວຽດນາມໃນວັນທີ 7 ກໍລະກົດ

17:47 | 07/07/2021

ຍສໝ - ວັນທີ 5 ກໍລະກົດ, ກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ: ວັກຊີນ Pfizer / BioNtech ຊຸດທຳອິດຫຼາຍກວ່າ 90.000 ໂດ​ສ ຈະສົ່ງມາຮອດສະໜາມບິນສາກົນ ໂນ້ຍບ່າຍ ໃນຕອນເຊົ້າວັນທີ 7 ກໍລະກົດນີ້.

ງານຕະຫຼາດນັດການທ່ອງທ່ຽວສາກົນຮ່າໂນ້ຍ ຈະຈັດຕັ້ງແຕ່ວັນທີ 29 ກໍລະກົດ ຮອດວັນທີ 1 ສິງຫາ ງານຕະຫຼາດນັດການທ່ອງທ່ຽວສາກົນຮ່າໂນ້ຍ ຈະຈັດຕັ້ງແຕ່ວັນທີ 29 ກໍລະກົດ ຮອດວັນທີ 1 ສິງຫາ
ກອງປະຊຸມສະໄໝສາມັນຄັ້ງປະຖົມມະເລິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ຄາດວ່າຈະໄລຂຶ້ນໃນວັນທີ 20 ກໍລະກົດ ກອງປະຊຸມສະໄໝສາມັນຄັ້ງປະຖົມມະເລິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ຄາດວ່າຈະໄລຂຶ້ນໃນວັນທີ 20 ກໍລະກົດ
ພາບປະກອບ
ພາບປະກອບ

ຄາດວ່າໃນໄຕມາດທີ 3 ຂອງປີນີ້ຈະມີວັກຊີນ Pfizer/BioNtech ປະມານ 3 ລ້ານ ໂດ​ສ ແລະ ໃນໄຕມາດທີ 4 ປະມານ 27-28 ລ້ານ ໂດ​ສ ຈະສົ່ງມາຮອດຫວຽດນາມ. ໃນເດືອນພຶດສະພາ, ກະຊວງສາທາລະນະສຸກ ໄດ້ເຈລະຈາ ແລະເຊັນສັນຍາກັບບໍລິສັດ Pfizer/ BioNtech ກ່ຽວກັບການຊື້ວັກຊີນ 31 ລ້ານໂດ​ສ. ໃນວັນທີ 12 ມິຖຸນາ, ກະຊວງສາທາລະນະສຸກ ໄດ້ອະນຸມັດວັກຊີນ Covid-19 Cominarty ຂອງ Pfizer/BioNtech ໃຫ້ຕາມຄວາມຕ້ອງການອັນຮີບດ່ວນໃນການປ້ອງກັນ Covid-19. ນີ້ແມ່ນແຫຼ່ງວັກຊີນ Covid-19 ທີສີ່ທີ່ໄດ້ຮັບການອະນຸມັດຈາກຫວຽດນາມຢ່າງຮີບດ່ວນ ຖັດຈາກ AstraZeneca (ອັງກິດ), Sputnik V (ຣັດເຊຍ) ແລະ Sinopharm (ຈີນ).

ຕາມກະຊວງສາທາລະນະສຸກແລ້ວ, ໃນເດືອນກໍລະກົດ ຈະມີວັກຊີນ Covid-19 ປະມານ 8 ລ້ານ ໂດ​ສ ສົ່ງມາຮອດຫວຽດນາມ. ວັກຊີນເຫລົ່ານີ້ແມ່ນໄດ້ສະໜອງໃຫ້ຕາມກົນໄກ Covax ແລະບັນດາສັນຍາທີ່ໄດ້ລົງນາມແລ້ວ. ມາຮອດປະຈຸບັນ, ວັກຊີນປະມານ 105 ລ້ານໂດ​ສ ຈາກແຫຼ່ງຕ່າງກັນໄດ້ສັນຍາວ່າຈະຈັດແບ່ງໃຫ້ຫວຽດນາມ.

ກະຊວງສາທາລະນະສຸກ ກຳລັງເຈລະຈາເພີ່ມອີກ 45 ລ້ານໂດ​ສ, ຄາດໝາຍ ສູ້ຊົນໃຫ້ໄດ້ 150 ລ້ານໂດ​ສ ໃນປີນີ້. ຄາດວ່າວັກຊີນຈະສົ່ງມາຮອດຫວຽດນາມ ໃນເດືອນກັນຍາ ແລະຕຸລານີ້. ຫວຽດນາມ ກໍານົດເປົ້າໝາຍ ໃນທ້າຍປີ 2021, ຕົ້ນປີ 2022, ປະມານ 70% ຂອງປະຊາກອນທັງໝົດຈະໄດ້ຮັບການສັກວັກຊີນ Covid-19.

ໄຊພອນ

ເຫດການ
302 Found

Found

The document has moved here.