ຫວຽດນາມ ສະໜັບສະໜູນ UNCTAD ເພື່ອຊ່ວຍບັນດາປະເທດພວມພັດທະນາ ຊຸກຍູ້ການຟື້ນຟູແບບຍືນຍົງ

11:55 | 13/07/2021

ຍສໝ - ກອງປະຊຸມສະຫະປະຊາຊາດ ກ່ຽວກັບການຄ້າ ແລະ ການພັດທະນາ (UNCTAD) ເຊິ່ງໄດ້ຈັດຂຶ້ນແຕ່ວັນທີ 21 ມິຖຸນາ ຫາວັນທີ 2 ກໍລະກົດ ໄດ້ຈັດກອງປະຊຸມຄັ້ງທີ 68 ຂອງຄະນະກຳມະການການຄ້າ ແລະ ການພັດທະນາ ໃນຮູບແບບໂດຍກົງ ແລະ ອອນລາຍ.

ສະໜັບສະໜູນ ແລະ ສ້າງເງື່ອນໄຂໃຫ້ແມ່ຍິງແຂວງກວາງນິງ ນັບພັນໆຄົນ ພົ້ນຈາກຄວາມທຸກຍາກ ສະໜັບສະໜູນ ແລະ ສ້າງເງື່ອນໄຂໃຫ້ແມ່ຍິງແຂວງກວາງນິງ ນັບພັນໆຄົນ ພົ້ນຈາກຄວາມທຸກຍາກ
ຫວຽດນາມ ສະໜັບສະໜູນ ແລະ ຕີລາຄາສູງຄວາມມານະພະຍາຍາມ ຂອງກຳລັງຊົ່ວຄາວສະຫະປະຊາຊາດຢູ່ເລບານອນ ຫວຽດນາມ ສະໜັບສະໜູນ ແລະ ຕີລາຄາສູງຄວາມມານະພະຍາຍາມ ຂອງກຳລັງຊົ່ວຄາວສະຫະປະຊາຊາດຢູ່ເລບານອນ

ກອງປະຊຸມຄັ້ງນີ້ ປະກອບມີການສຳມະນາຂັ້ນສູງສອງຄັ້ງ ກ່ຽວກັບຜົນກະທົບຂອງການລະບາດພະຍາດ COVID-19 ເຖິງການຄ້າ ແລະ ການພັດທະນາ ພ້ອມດ້ວຍບັນດາການບູລິມະສິດຂອງ LDC; ແລະ ບັນດາການສຳມະນາກ່ຽວກັບບັນດາກິດຈະກຳຂອງ UNCTAD, ວິວັດຄວາມຄືບໜ້າການເຈລະຈາດ້ານເອກະສານຂອງ UNCTAD-15 ແລະ ບົດບາດຂອງ UNCTAD ໃນໄລຍະໃໝ່.

ຫວຽດນາມ ສະໜັບສະໜູນ UNCTAD ເພື່ອຊ່ວຍບັນດາປະເທດພວມພັດທະນາ ຊຸກຍູ້ການຟື້ນຟູແບບຍືນຍົງ
ທ່ານນາງເອກອັກຄະລັດຖະທູດ ເລຖິຕວຽດມາຍ. (ພາບ: TTXVN)

ທີ່ການພົບປະ, ທ່ານນາງເອກອັກຄະລັດຖະທູດ ເລຖິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າຖາວອນ ຂອງຫວຽດນາມ ປະຈຳສະຫະປະຊາຊາດ, ອົງການການຄ້າໂລກ (WTO) ແລະ ບັນດາອົງການຈັດຕັ້ງສາກົນຢູ່ Geneva ໄດ້ເນັ້ນໜັກວ່າ ຫວຽດນາມຖືເປັນສຳຄັນ ແລະ ສະໜັບສະໜູນບົດບາດຂອງ UNCTAD ໃນການໜູນຊ່ວຍບັນດາປະເທດພວມພັດທະນາ, ໃນນັ້ນມີຫວຽດນາມ, ເພື່ອແນໃສ່ສົ່ງເສີມການຄ້າ ແລະ ການພັດທະນາແບບຍືນຍົງ, ໂດຍສະເພາະແມ່ນການຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ COVID-19 ແລະ ການສ້າງກຳລັງຄວາມສາມາດມຸ່ງໄປສູ່ການຟື້ນຟູສີຂຽວ ແລະ ຍືນຍົງ, ຮັບໃຊ້ຜົນປະໂຫຍດຂອງປະຊາຊົນ.

ທ່ານນາງເອກອັກຄະລັດຖະທູດ ເລຖິຕວຽດມາຍ ກໍ່ເນັ້ນໜັກວ່າ ຫວຽດນາມສະໜັບສະໜູນ ແລະ ເຂົ້າຮ່ວມໃນບັນດາຄວາມມານະພະຍາຍາມຂອງປະຊາຄົມສາກົນ ໃນການຮັບປະກັນການເຂົ້າເຖິງການສັກຢາວັກຊີນ ແລະ ບັນດາເຄື່ອງມືເພື່ອຮັບມືກັບພະຍາດ COVID-19 ຢ່າງສະເໝີພາບ, ເປີດກວ້າງການຜະລິດ ແລະ ແຈກຢາຍວັກຊີນຢ່າງເທົ່າທຽມກັນ; ຊຸກຍູ້ການສະໜັບສະໜູນທາງດ້ານການເງິນ, ການຮ່ວມມືສາກົນ ແລະ ການຊ່ວຍເຫຼືອດ້ານເຕັກນິກ ສຳລັບການຫັນປ່ຽນໄປສູ່ພື້ນຖານເສດຖະກິດດິຈິຕອນ ແລະ ການເຕີບໂຕສີຂຽວ, ການຖ່າຍທອດເຕັກໂນໂລຢີ ແລະ ເຄັດລັບໃຫ້ແກ່ບັນດາປະເທດ ພວມພັດທະນາ ແລະ ປະເທດດ້ອຍພັດທະນາ, ໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ຫຼຸດຜ່ອນຄວາມບໍ່ສະເໝີພາບພາຍໃນ ແລະ ລະຫວ່າງປະເທດເພື່ອປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຕາມໂຄງການດຳເນີນງານ 2030.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.