ການນຳບັນດາປະເທດ ລາວ, ຈີນ ໄດ້ສົ່ງສານມາອວຍພອນ ການນຳຂັ້ນສູງຫວຽດນາມ

22:02 | 29/07/2021

ເນື່ອງໃນໂອກາດການນຳຂັ້ນສູງພັກ, ລັດ, ສະພາແຫ່ງຊາດຫວຽດນາມ ໄດ້ຮັບການເລືອກຕັ້ງທີ່ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ການນຳບັນດາປະເທດ ລາວ, ຈີນ ໄດ້ສົ່ງສານມາອວຍພອນ.

ແມ່ຍິງໃນຍຸກຫັນເປັນດີຈິຕອນ - ເບິ່ງຈາກຕົວຈິງຂອງປະເທດຫວຽດນາມ ແລະ ສ.ເກົາຫຼີ ແມ່ຍິງໃນຍຸກຫັນເປັນດີຈິຕອນ - ເບິ່ງຈາກຕົວຈິງຂອງປະເທດຫວຽດນາມ ແລະ ສ.ເກົາຫຼີ
ຫວຽດນາມ ຕັ້ງເປົ້າໝາຍເພື່ອຫຼຸດຜ່ອນໃຫ້ໄດ້ 20% ອັດຕາການເສຍຊີວິດຂອງເດັກນ້ອຍທີ່ຈົມນໍ້າ ໃນປີ 2030 ຫວຽດນາມ ຕັ້ງເປົ້າໝາຍເພື່ອຫຼຸດຜ່ອນໃຫ້ໄດ້ 20% ອັດຕາການເສຍຊີວິດຂອງເດັກນ້ອຍທີ່ຈົມນໍ້າ ໃນປີ 2030
ການນຳບັນດາປະເທດ ລາວ, ຈີນ ໄດ້ສົ່ງສານມາອວຍພອນ ການນຳຂັ້ນສູງຫວຽດນາມ

ທ່ານປະທານປະເທດ ຫງວຽນຊວັນຟຸກ - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ.(ພາບ:dangcongsan.vn)

ວັນທີ 26 ກໍລະກົດ, ໃນສານອວຍພອນທ່ານ ຫງວຽນຊວັນຟຸກ ເຊິ່ງສະພາແຫ່ງຊາດຫວຽດນາມ ຊຸດທີ XV ເລືອກຕັ້ງດຳລົງຕຳແໜ່ງປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຢືນຢັນຄວາມປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໃນໄລຍະຈະມາເຖິງ ເພື່ອແນໃສ່ປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ...

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ສົ່ງສານມາອວຍພອນທ່ານ ຟ້າມມິນຈິງ ເຊິ່ງສະພາແຫ່ງຊາດຫວຽດນາມ ຊຸດທີ XV ເລືອກຕັ້ງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ຫວຽດນາມ.

ວັນທີ 26 ກໍລະກົດ, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ໄດ້ສົ່ງສານອວຍພອນເຖິງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ. ທ່ານປະທານປະເທດ ສີຈີ້ນຜິງ ຢືນຢັນຖືເປັນສຳຄັນການພັດທະນາການພົວພັນລະຫວ່າງ ຈີນ - ຫວຽດນາມ, ພ້ອມແລ້ວທີ່ຈະພ້ອມກັບຫວຽດນາມ ເພີ່ມທະວີການກຳນົດທິດຍຸດທະສາດສຳລັບການພົວພັນຂອງ 2 ພັກ, 2 ປະເທດ.

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີຈີນ ຫຼີເຄີຊຽງ ກໍ່ໄດ້ສົ່ງໂທລະເລກອວຍພອນທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ; ທ່ານຮອງປະທານປະເທດ ວາງຈິຊານ ໄດ້ສົ່ງໂທລະເລກມາອວຍພອນເຖິງທ່ານນາງຮອງປະທານປະເທດຫວຽດນາມ ຫວໍທິແອັງຊວັນ ເຊັ່ນດຽວກັນ.

ທ່ານຫງວຽນຊວັນຟຸກ ເກີດວັນທີ 20 ກໍລະກົດ ປີ 1954 ຢູ່ແຂວງ ກວ໋າງນາມ ຂອງ ຫວຽດນາມ. ທ່ານແມ່ນກຳມະການຄະນະບໍລິຫານງານສູນກາງພັກ ຊຸດທີ X, XI, XII, XIII; ກຳມະການກົມການເມືອງ ຊຸດທີ XI, XII, XIII; ສະມາຊິກສະພາແຫ່ງຊາດຊຸດທີ XI, XIII, XIV, XV ແລະ ເຄີຍດຳລົງມາຫຼາຍຕ່ຳແໜ່ງສຳຄັນ.

ທ່ານຟ້າມມິງຈິງ ເກີດປີ 1958 ຢູ່ ແຂວງ ແທັງຮວ່າ. ທ່ານແມ່ນກຳມະການກົມການເມືອງສູນກາງພັກ ຊຸດທີ XII, XIII; ເລຂາສູນກາງພັກ ຊຸດທີ XII, ກຳມະການສູນກາງພັກ ຊຸດທີ XI, XII, XIII; ສະມາຊິກສະພາແຫ່ງຊາດຊຸດທີ XIV, XV. ໃນກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກ, ທ່ານສືບຕໍ່ໄດ້ຮັບການເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກຊຸດໃໝ່ ແລະ ໄດ້ຮັບການເລືອກຕັ້ງເຂົ້າກົມການເມືອງ ອາຍຸການ 2021 – 2026.

ຄຳຮຸ່ງ

302 Found

Found

The document has moved here.