ສະຖານທູດຫວຽດນາມປະຈຳ ເຢຍລະມັນ ຮຽກຮ້ອງໃຫ້ຊາວຫວຽດນາມຢູ່ເຢຍລະມັນ ໜູນຊ່ວຍອຸປະກອນ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນພາຍໃນປະເທດເພື່ອຜ່ານ​ຜ່າ ການລະບາດຂອງ ພະຍາດ ໂຄວິດ - 19

21:42 | 28/07/2021

ຍສໝ - ສະຖານທູດຫວຽດນາມປະຈຳ ເຢຍລະມັນ ຫາກໍ່ສົ່ງຈົດໝາຍ ເຖິງປະຊາຄົມຊາວຫວຽດນາມຢູ່ເຢຍລະມັນ, ຮຽກຮ້ອງໃຫ້ຮ່ວມແຮງຮ່ວມໃຈໜູນຊ່ວຍ ບ້ານເກີດເມືອງນອນຂອງຕົນໃນການຕໍ່ສູ້ຕ້ານພະຍາດ ໂຄວິດ - 19

ຫວຽດ​ນາມ ​ຮອງ​ຮັບ​ວັກ​ຊິນ Moderna ກັນ​ໂຄວິດ - 19 ຈາກ​ອາ​ເມ​ລິ​ກາ ກ່​ວາ 1,5 ລ້ານ​ໂດ​ສ ຫວຽດ​ນາມ ​ຮອງ​ຮັບ​ວັກ​ຊິນ Moderna ກັນ​ໂຄວິດ - 19 ຈາກ​ອາ​ເມ​ລິ​ກາ ກ່​ວາ 1,5 ລ້ານ​ໂດ​ສ
ໜູນ​ຊ່ວຍ​ຜູ້​ອອກ​ແຮງ​ງານ​ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ໂຄວິດ - 19 ໜູນ​ຊ່ວຍ​ຜູ້​ອອກ​ແຮງ​ງານ​ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ໂຄວິດ - 19
ພາບປະກອບ
ພາບປະກອບ

ເນື້ອໃນຈົດໝາຍມີບາງຕອນຂຽນວ່າ: "ປະຈຸບັນ, ສະພາບການລະບາດຢູ່ຫວຽດນາມ ມີຄວາມສັບສົນ, ຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນສຸງ, ສະຖານທູດພວມປະສານສົມທົບຢ່າງຮີບດ່ວນກັບບັນດາອົງການທີ່ກ່ຽວຂ້ອງເພື່ອໜູນຊ່ວຍອຸປະກອນທາງການແພດ ສົ່ງກັບເມືອປະເທດໃນຖ້ຽວບິນວັນທີ 5 ສິງຫາປີ 2021."

ບັນດາສະມາຄົມທີ່​ມີ​ຄວາມປາດຖະໜາຢາກສະໜັບສະໜູນດ້ວຍວັດຖຸເປັນຕົ້ນຄື: ເຄື່ອງຊ່ວຍຫາຍໃຈ, ເຄື່ອງຜະລິດອົກຊີເຈນ, ຜ້າອັດປາກ,... ກະລຸນາແຈ້ງ ແລະ ຕິດຕໍ່ ທ່ານນາງ ຫງວຽນໂຮ່ງຍຸງ ເລຂາທີສອງ, ຜູ້ປະຈຳການ ຄະນະວຽກງານຊຸມຊົນ, ສະຖານທູດຫວຽດນາມ ປະຈຳ ເຢຍລະມັນ ເພື່ອປະສານງານແກ້ໄຂຢ່າງທັນການ. ເບີໂທລະສັບຕິດຕໍ່: 01744607818.

ຕາມສະຖານທູດຫວຽດນາມປະຈຳ ເຢຍລະມັນ ແລ້ວ, ໄລ່ຮອດວັນທີ 23 ກໍລະກົດ ປີ 2021, ສະຖານທູດໄດ້ຮັບເງິນ ຈຳນວນ 37.260 ເອີໂຣ ຈາກຍາດຕິພີ່ນ້ອງ ແລະ ປະຊາຄົມ ເພື່ອສະໜັບສະໜູນ ກອງທຶນປ້ອງກັນ ແລະ ສະກັດກັ້ນ ໂຄວິດ - 19 ຂອງຫວຽດນາມ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.