Pfizer ຈະສະໜອງຢາວັກຊິນປ້ອງກັນພະຍາດ COVID-19 ຈຳນວນ 20 ລ້ານໂດສ ໃຫ້ເດັກນ້ອຍຫວຽດນາມ

14:12 | 18/07/2021

ຍສໝ - Pfizer ໃຫ້ຄຳໝັ້ນສັນຍາວ່າ ຈະຮັບປະກັນການສະໜອງວັກຊີນນີ້ ຈຳນວນ 20 ລ້ານໂດສ ໃນໄຕມາດທີ 4 ຂອງປີ 2021 ເພື່ອໃຫ້ຫວຽດນາມ ສາມາດຜັນຂະຫຍາຍການສັກຢາກັນພະຍາດໄດ້ຢ່າງທັນການ.

ປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ ສະໜັບສະໜູນເງິນກວ່າ 1 ຕື້ດົ່ງໃຫ້ກອງທຶນວັກຊິນປ້ອງກັນ, ຕ້ານໂຄວິດ-19 ປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ ສະໜັບສະໜູນເງິນກວ່າ 1 ຕື້ດົ່ງໃຫ້ກອງທຶນວັກຊິນປ້ອງກັນ, ຕ້ານໂຄວິດ-19
ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າຂົນຂວາຍລັດຖະບານບັນດາປະເທດ ແລະ ບັນດາບໍລິສັດຜະລິດ ຂາຍວັກຊິນໃຫ້ແກ່ຫວຽດນາມ ແລະ ຍູ້ໄວການສົ່ງວັກຊິນໃຫ້ແກ່ຫວຽດນາມ ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າຂົນຂວາຍລັດຖະບານບັນດາປະເທດ ແລະ ບັນດາບໍລິສັດຜະລິດ ຂາຍວັກຊິນໃຫ້ແກ່ຫວຽດນາມ ແລະ ຍູ້ໄວການສົ່ງວັກຊິນໃຫ້ແກ່ຫວຽດນາມ

ໃນຕອນເຊົ້າວັນທີ 14 ກໍລະກົດ, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທງລອງ ໄດ້ມີການພົບປະທາງຫ່າງໄກ ກັບທ່ານ John Paul Pullicino - ຜູ້ອຳນວຍການໃຫຍ່ບໍລິສັດ Pfizer ຫວຽດນາມ ຈຳກັດ; ສະເໜີໃຫ້ Pfizer ຈັດເພີ່ມຢາວັກຊິນປ້ອງກັນພະຍາດ COVID-19 ຈຳນວນ 20 ລ້ານໂດສ ໃຫ້ຫວຽດນາມ ເພື່ອສັກວັກຊີນໃຫ້ເດັກອາຍຸແຕ່ 12-18 ປີ.

ຕາມນັ້ນແລ້ວ, Pfizer ກໍ່ໃຫ້ຄຳໝັ້ນສັນຍາຮັບປະກັນການສະໜອງວັກຊີນນີ້ 20 ລ້ານໂດສ ໃນໄຕມາດທີ 4 ປີ 2021 ເພື່ອໃຫ້ຫວຽດນາມປະຕິບັດການສັກຢາປ້ອງກັນພະຍາດໄດ້ຢ່າງທັນການ.

Pfizer ຈະສະໜອງຢາວັກຊິນປ້ອງກັນພະຍາດ COVID-19 ຈຳນວນ 20 ລ້ານໂດສ ໃຫ້ເດັກນ້ອຍຫວຽດນາມ
Pfizer ຈະສະໜອງຢາວັກຊິນປ້ອງກັນພະຍາດ COVID-19 ຈຳນວນ 20 ລ້ານໂດສ ໃຫ້ເດັກນ້ອຍຫວຽດນາມ. (ພາບ: NLD)

ບໍລິສັດ Pfizer ຈະສະໜອງຢາວັກຊິນ COVID-19 ປະມານ 1 ລ້ານໂດສ ໃຫ້ແກ່ປະເທດຫວຽດນາມ ໃນເດືອນກໍລະກົດ ແລະ 3,4 ລ້ານໂດສ ໃນເດືອນສິງຫາ ແລະ ກັນຍາ 2021. ຢາວັກຊີນທີ່ຍັງເຫຼືອ 27 ລ້ານໂດສ ທີ່ຍັງເຫຼືອຈະສະໜອງໃຫ້ໃນໄຕມາດທີ 4.

ສະນັ້ນ, ພ້ອມກັບວັກຊິນ 20 ລ້ານໂດສສຳລັບເດັກນ້ອຍ, ລວມຍອດໃນໄຕມາດທີ 4 ຂອງປີ 2021, Pfizer ຈະສະໜອງຢາວັກຊີນປ້ອງກັນພະຍາດ COVID-19 ຈຳນວນປະມານ 47 ລ້ານໂດສ ໃຫ້ແກ່ຫວຽດນາມ.

ດ້ວຍປະລິມານການສະໜອງວັກຊີນ COVID-19 ເປັນຈຳນວນຫຼວງຫຼາຍ ໃນໄຕມາດທີ 4, ກະຊວງສາທາລະນະສຸກ ໄດ້ສະເໜີ Pfizer ຈະສະໜອງຢາວັກຊີນທັງໝົດ 31 ລ້ານໂດສ ໃນສັນຍາທີ່ລົງນາມ ໃນໄຕມາດທີ 3 ປີ 2021 ໂດຍໄວ ເພື່ອຕອບສະໜອງຄວາມຕ້ອງການໃນປະຈຸບັນ, ພ້ອມກັນນັ້ນ ກໍຫຼຸດຜ່ອນວຽກງານສັກຢາກັນພະຍາດ COVID -19 ໃນໄຕມາດທີ 4 ຂອງປີ 2021.

ກໍ່ທີ່ກອງປະຊຸມ, ສອງຝ່າຍໄດ້ປຶກສາຫາລື ກ່ຽວກັບແຜນການສະໜອງວັກຊີນປ້ອງກັນພະຍາດ COVID-19 ຂອງ Pfizer ໃນປີ 2022 ແລະ ບັນຫາຖ່າຍທອດເຕັກໂນໂລຢີການຜະລິດວັກຊີນ ໃຫ້ແກ່ຫວຽດນາມ ຫລື ຕັ້ງໂຮງງານຜະລິດວັກຊີນ COVID-19 ຢູ່ຫວຽດນາມ.

ບໍລິສັດ Pfizer ຈະສືບຕໍ່ປຶກສາຫາລື ກ່ຽວກັບຄຳສະເໜີຂອງກະຊວງສາທາລະນະສຸກ ໃນການຖ່າຍທອດເຕັກໂນໂລຢີ ເພື່ອຜະລິດວັກຊີນ COVID-19 ຫຼື ຕັ້ງໂຮງງານຜະລິດຢູ່ຫວຽດນາມ ແລະ ຈະຕອບກັບຂໍ້ມູນດັ່ງກ່າວໄວທີ່ສຸດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.