ການ​ທູດ​ມະ​ຫາ​ຊົນ ຢູ່ ອາ​ຊີ 2021

10:06 | 30/07/2021

ກອງ​ປະ​ຊຸມສຳ​ມະ​ນາທາງ​ໄກ “ການ​ທູດ​ມະ​ຫາ​ຊົນ ຢູ່​ອາ​ຊີ 2021” ຈະ​ປຶກ​ສາ​ຫາ​ລື, ແລ​ກ​ປ່ຽນ​ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ນະ​ໂຍ​ບາຍ, ພຶດ​ຕິ​ກຳ​ຕົວ​ຈິງ, ວິ​ທີ​ການ​ຊຸກ​ຍູ້​ເພື່ອ​ຍົກ​ສູງ​ປະ​​ສິດ​ທິ​ຜົນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ, ປະ​ກອບ​ສ່ວນ​ສ້າງ​ໂລກ ແຫ່ງ​ສັນ​ຕິ​ພາບ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ພັດ​ທະ​ນາ.

ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV ເລືອກ​ຕັ້ງ​ທ່ານ ຟ້າມ​ມິງ​ຈິງ ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ອາ​ຍຸ​ການ 2021 – 2026 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV ເລືອກ​ຕັ້ງ​ທ່ານ ຟ້າມ​ມິງ​ຈິງ ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ອາ​ຍຸ​ການ 2021 – 2026
ຫວຽດ​ນາມ​ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ​ທະ​ເລ ແລະ ມະ​ຫາ​ສະ​ໝຸດ​ແບບ​ຍືນ​ຍົງ ຫວຽດ​ນາມ​ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ​ທະ​ເລ ແລະ ມະ​ຫາ​ສະ​ໝຸດ​ແບບ​ຍືນ​ຍົງ
ການ​ທູດ​ມະ​ຫາ​ຊົນ ຢູ່ ອາ​ຊີ 2021
ບັນ​ດາ​ນັກ​ປະ​ຖະ​ກະ​ຖາ ເຂົ້າ​ຮ່ວມກອງ​ປະ​ຊຸມ (ພາບ: thanhnien.vn)

ວັນ​ທີ 26 ກໍ​ລະ​ກົດ, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ປະ​ທານ ທັງ​ເປັນ​ເລ​ຂາ​ທິ​ການ​ ສະ​ມາ​ຄົມ​ມິ​ດ​ຕະ​ພາບ ຫວຽດ​ນາມ - ສິງ​ກະ​ໂປ ຫງວຽນດຶກ​ຮຸ່ງ ໄດ​້​ເປັນ​ຜູ້​ຕາງ​ໜ້າ​ສະ​ມາ​ຄົມ​ເຂົ້າ​ຮ່ວມ ກອງ​ປະ​ຊຸມສຳ​ມະ​ນາ​ທາງ​ໄກ “ການ​ທູດ​ມະ​ຫາ​ຊົນ ຢູ່ ອາ​ຊີ 2021”.

ກອງ​ປະ​ຊຸມສຳ​ມະ​ນາໄດ້​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 26 – 30 ກໍ​ລະ​ກົດ 2021 ເຊິ່ງ​ດຶງ​ດູດ​ໄດ້​ການ​ເຂົ້າ​ຮ່ວມ​ຂອງ 550 ຄົນ, ໃນ​ນັ້ນ​ມີ ນັກ​ປະ​ຖະ​ກະ​ຖາ 40 ຄົນ ເຊິ່ງແມ່ນ​ບັນ​ດາ​ນັກ​ການ​ທູດ, ນັກ​ຊ່ຽວ​ຊານ, ນັກ​ຄົ້ນ​ຄ້​ວາ ໃນ​ຂົງ​ເຂດ​ການ​ທູດ​ມະ​ຫາ​ຊົມ​ທັງ​ຢູ່​ພາຍ​ໃນ ແລະ ນອກ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ກອງ​ປະ​ຊຸມສຳ​ມະ​ນາ​ລວມ​ມີ 11 ວາ​ລະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ຫົວ​ຂໍ້​ຄື: ການ​ທູດ​ມະ​ຫາ​ຊົນໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19, ເຊື່ອມ​ຕໍ່​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ການ​ທູດ, ບັນ​ດາ​ວິ​ທີ​ການ​ສຳ​ຜັດ​ທີ່​ແຕກ​ຕ່າງ​ກັນ ໃນ​ການ​ວັດ​ແທກ ແລະ ຕີ​ລາ​ຄາ​ປະ​ສິດ​ທິ​ຜົນ​ຂອງ​ການ​ເຄື່ອນ​ໄຫວ​ການ​ທູດ​ມະ​ຫາ​ຊົນ, ການ​ທູດ ລະ​ຫວ່າງ ບັນ​ດາ​ນະ​ຄອນ, ມອບ​ສິດ​ໃຫ້​ແກ່ໄວ​ໜຸ່ມ ໃນ​ຖາ​ນະ​ເປັນ​ບັນ​ດາ​ນັກ​ການ​ທູດ ສ່ວນ​ບຸກ​ຄົນ, ບົດ​ບາດ​ຂອງ ອາ​ຊີ​ໃນ​ການ​ທູດ​ສາ​ທາ​ລະ​ນະ​ສຸກ ທົ່ວ​ໂລກ, ມູນ​ຄ່າ​ຍຸດ​ທະ​ສາດ​ຂອງ​ການ​ຮ່ວມ​ມື​ພັດ​ທະ​ນາ, ບັນ​ຫາ​ຂ່າວ​ປອມ ໃນ​ການ​ທູດ​ມະ​ຫາ​ຊົນ ແລະ ການ​ທູດດີ​ຈີ​ຕອນ.

ໃນ​ຂອບ​ເຂດກອງ​ປະ​ຊຸມສຳ​ມະ​ນາ, ພ້ອມ​ທັງ​ເພື່ອ​ແນ​ໃສ່​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ສ້າງ​ຕັ້ງ, ກອງ​ທຶນ​ສາ​ກົນ ສິງ​ກະ​ໂປ ໄດ້​ແນະ​ນຳ​ປ​ຶ້ມ​ຫົວ​ທຳ​ອິດ​ກ່ຽວ​ກັບ​ການ​ທູດ​ມະ​ຫາ​ຊົນ​ຢູ່ ອ​າ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ “Winning Hearts and Minds: Public Diplomacy in ASEAN”

ກອງ​ທຶນ​ສາ​ກົນ ສິງ​ກະ​ໂປ​ ກໍ່ໄດ້​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ແນະ​ນຳ​ກ່ຽວ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື, ອົງ​ການ​ຈັດ​ຕັ້ງ​ທີ່​ມີ​ຜົນ​ກະ​ທົບ​ຕໍ່​ການ​ທູດ​ປະ​ຊາ​ຊົນ ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ສະ​ມາ​ຄົມ​ມິ​ດ​​ຕະ​ພາບ ຫວຽດ​ນາມ - ສິງ​ກະ​ໂປ ກໍ່​ໄດ້ເຂົ້າ​ຮ່ວມ​ການ​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ດ້ວຍ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.