ການສັກຢາປ້ອງກັນພະຍາດ COVID-19 ໃຫ້ພະນັກງານບັນດາອົງການຈັດຕັ້ງທີ່ບໍ່ຂຶ້້ນກັບລັດຖະບານຕ່າງປະເທດຫຼາຍກວ່າ 1.000 ຄົນ ຢູ່ ຫວຽດນາມ

12:27 | 14/07/2021

ຍສໝ - ໂດຍປະຕິບັດແຜນນະໂຍບາຍ ແລະ ຍຸດທະສາດສັກຢາວັກຊີນກັນພະຍາດ COVID-19 ຂອງຫວຽດນາມ, ໃນວັນທີ 13 ກໍລະກົດ, ທີ່ໂຮງໝໍປອດສູນກາງ (ຮ່າໂນ້ຍ), ສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ສົມທົບກັບກະຊວງສາທາລະນະສຸກ ຈັດຕັ້ງການສັກຢາວັກຊີນໃຫ້ພະນັກງານຂອງອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ຢູ່ຫວຽດນາມ ຫຼາຍກວ່າ 1.000 ຄົນ. ອີງຕາມຂໍ້ມູນຂອງ VUFO ແລ້ວ, ການສັກຢາປ້ອງກັນຄັ້ງນີ້ ມີຄົນຕ່າງປະເທດຫຼາຍກວ່າ 100 ຄົນ.

ກະຊວງປ້ອງກັນປະເທດລາວ ຊ່ວຍເຫຼືອເງິນຈຳນວນ 200.000 USD ໃຫ້​ແກ່ກອງງທຶນປ້ອງກັນ, ຕ້ານ​ໂລກລະບາດ​ໂຄວິດ - 19 ຂອງ ຫວຽດນາມ ກະຊວງປ້ອງກັນປະເທດລາວ ຊ່ວຍເຫຼືອເງິນຈຳນວນ 200.000 USD ໃຫ້​ແກ່ກອງງທຶນປ້ອງກັນ, ຕ້ານ​ໂລກລະບາດ​ໂຄວິດ - 19 ຂອງ ຫວຽດນາມ
ມີທຶນສຶກສາ 1.000 ທຶນ ໂດຍລັດຖະບານສະຫະພັນລັດເຊຍ ສະໜອງໃຫ້ເພື່ອບໍາລຸງສ້າງບັນດາຂະແໜງການຕາມຄວາມຕ້ອງການກໍ່ສ້າງຂອງຫວຽດນາມ ມີທຶນສຶກສາ 1.000 ທຶນ ໂດຍລັດຖະບານສະຫະພັນລັດເຊຍ ສະໜອງໃຫ້ເພື່ອບໍາລຸງສ້າງບັນດາຂະແໜງການຕາມຄວາມຕ້ອງການກໍ່ສ້າງຂອງຫວຽດນາມ

ຕາມຂໍ້ມູນຂອງ VUFO ແລ້ວ, ໃນການສັກຢາກັນພະຍາດຄັ້ງນີ້, ພະນັກງານຂອງອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ຢູ່ຫວຽດນາມ ໄດ້ແບ່ງອອກ ເປັນ 12 ຊຸດ, 6 ຊຸດໃນຕອນເຊົ້າ, 6 ຊຸດໃນຕອນບ່າຍ ແລະສັກຢາໃນເວລາທີ່ແຕກຕ່າງກັນ, ແຕ່ລະຊຸດ 30 ນາທີ ເພື່ອຮັກສາໄລຍະຫ່າງ, ປະຕິບັດຕາມຂໍ້ກຳນົດໃນການປ້ອງກັນພະຍາດຂອງກະຊວງສາທາລະນະສຸກຢ່າງເຂັ້ມງວດ.

ການສັກຢາປ້ອງກັນພະຍາດ COVID-19 ໃຫ້ພະນັກງານບັນດາອົງການຈັດຕັ້ງທີ່ບໍ່ຂຶ້້ນກັບລັດຖະບານຕ່າງປະເທດຫຼາຍກວ່າ 1.000 ຄົນ ຢູ່ ຫວຽດນາມ
ການສັກຢາປ້ອງກັນພະຍາດ COVID-19 ໃຫ້ພະນັກງານບັນດາອົງການຈັດຕັ້ງທີ່ບໍ່ຂຶ້້ນກັບລັດຖະບານຕ່າງປະເທດຫຼາຍກວ່າ 1.000 ຄົນຢູ່ຫວຽດນາມ.

ໃນຄັ້ັ້ງນີ້, ບັນດາພະນັກງານຂອງອົງການອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໄດ້ຮັບການສັກຢາວັກຊີນ AstraZeneca ທີ່ຜະລິດຢູ່ປະເທດຍີ່ປຸ່ນ. ກ່ອນທີ່ຈະສັກຢາ, ບັນດາພະນັກງານຕ້ອງໄດ້ແຈ້ງອາການສຸຂະພາບທາງການແພດ, ກວດພະຍາດ: ວັດແທກອຸນຫະພູມຮ່າງກາຍ, ວັດແທກຄວາມດັນ ແລະ ແຈ້ງພະຍາດປະຈຳຕົວ.

ເມື່ອຕອບສຳພາດກັບນັກຂ່າວຂອງວາລະສານ Times, ພະນັກງານຂອງອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໄດ້ຕີລາຄາສູງຕໍ່ວຽກງານປ້ອງກັນ ແລະ ຄວບຄຸມການລະບາດຂອງຫວຽດນາມ ແລະ ໂດຍສະເພາະ ແມ່ນການໜູນຊ່ວຍການສັກຢາປ້ອງກັນພະຍາດ COVID-19 ໂດຍໄວ.

ໃນໄລຍະຈະມາເຖິງນີ້, VUFO ໄດ້ວາງຄາດໝາຍສັກຢາປ້ອງກັນ COVID-19 ໃຫ້ແກ່ພະນັກງານຂອງບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ຢູ່ 56 ແຂວງ, ນະຄອນອື່ນໆຂອງຫວຽດນາມ.

ການສັກຢາປ້ອງກັນພະຍາດ COVID-19 ໃຫ້ພະນັກງານບັນດາອົງການຈັດຕັ້ງທີ່ບໍ່ຂຶ້້ນກັບລັດຖະບານຕ່າງປະເທດຫຼາຍກວ່າ 1.000 ຄົນ ຢູ່ ຫວຽດນາມ
ທ່ານ Michael Brosowski, ຜູ້ອຳນວຍການຮ່ວມຝ່າຍບໍລິຫານ, ຜູ້ກໍ່ຕັ້ງອົງການເດັກນ້ອຍ Blue Dragon (Blue Dragon Children’s Foundation), ເຊິ່ງແມ່ນອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ທີ່ປະຕິບັດງານຢູ່ຫວຽດນາມ ໃຫ້ຮູ້ວ່າ ໃນຄັ້ງນີ້ມີພະນັກງານຫຼາຍກ່ວາ 70 ຄົນ, ໃນນີ້ມີພະນັກງານເປັນຄົນຕ່າງປະເທດ 3 ຄົນຂອງອົງການນີ້ ກໍ່ໄດ້ເຂົ້າຮ່ວມການສັກຢາກັນພະຍາດ COVID-19. ຕາມທ່ານ Michael ແລ້ວ, ຕ້ອງການຕິດຕາມອາການພຽງແຕ່ 30 ນາທີເທົ່ານັ້ນ, ພະນັກງານກໍ່ສາມາດກັບໄປເຮັດວຽກໄດ້ຕາມປົກກະຕິ.
ການສັກຢາປ້ອງກັນພະຍາດ COVID-19 ໃຫ້ພະນັກງານບັນດາອົງການຈັດຕັ້ງທີ່ບໍ່ຂຶ້້ນກັບລັດຖະບານຕ່າງປະເທດຫຼາຍກວ່າ 1.000 ຄົນ ຢູ່ ຫວຽດນາມ
“ຂ້າພະເຈົ້າມີຄວາມປະທັບໃຈຫລາຍ ກັບນະໂຍບາຍຂອງລັດຖະບານຫວຽດນາມ ກ່ຽວກັບວຽກງານນີ້. VUFO ໄດ້ເຮັດທຸກສິ່ງທຸກຢ່າງ, ນັບແຕ່ການເຊີນພະນັກງານລົງທະບຽນ, ຈັດຕັ້ງໂຮງໝໍ, ປະສານວຽກງານ” - ທ່ານ Michael Brosowski ກ່າວ.
ການສັກຢາປ້ອງກັນພະຍາດ COVID-19 ໃຫ້ພະນັກງານບັນດາອົງການຈັດຕັ້ງທີ່ບໍ່ຂຶ້້ນກັບລັດຖະບານຕ່າງປະເທດຫຼາຍກວ່າ 1.000 ຄົນ ຢູ່ ຫວຽດນາມ
ນາງ Lia jacqueline Burns, ຫົວໜ້າຫ້ອງການໂຄງການ, ອົງການ Childfund ຫວຽດນາມ ໃຫ້ຮູ້ວ່າ “ວຽກງານການຈັດຕັ້ງສັກຢາວັກຊີນໃນຄັ້ງນີ້ແມ່ນດີຫຼາຍ, ວ່ອງໄວ ແລະ ມີຄວາມເປັນມືອາຊີບ. ຂ້ອຍມາຮອດຕອນ 9 ໂມງເຊົ້າ ແລະ ບໍ່ຕ້ອງລໍຖ້າ."
ການສັກຢາປ້ອງກັນພະຍາດ COVID-19 ໃຫ້ພະນັກງານບັນດາອົງການຈັດຕັ້ງທີ່ບໍ່ຂຶ້້ນກັບລັດຖະບານຕ່າງປະເທດຫຼາຍກວ່າ 1.000 ຄົນ ຢູ່ ຫວຽດນາມ
ທ່ານ Rory Harrington - ຫົວໜ້າຜູ້ຕາງໜ້າອົງການ DKT International ປະຈຳຫວຽດນາມ

ທ່ານ Rory Harrington - ຫົວໜ້າຜູ້ຕາງໜ້າອົງການ DKT International ປະຈຳຫວຽດນາມໄດ້ແບ່ງປັນວ່າ: “ຂ້າພະເຈົ້າມີຄວາມປະທັບໃຈຕໍ່ການປະສານງານ ແລະ ການຈັດການສັກຢາກັນພະຍາດໂດຍ VUFO ແລະ ໂຮງໝໍປອດສູນກາງ. ໃນເບື້ອງຕົ້ນເມື່ອໄດ້ຍິນຂ່າວວ່າ ການສັກຢາວັກຊີນໄດ້ຈັດຕັ້ງຢູ່ໂຮງໝໍ ຂ້ອຍກໍ່ຮູ້ສຶກຄິດຢ້ານ, ແຕ່ເມື່ອມາທີ່ນີ້, ຂ້າພະເຈົ້າຮູ້ສຶກປອດໄພຫຼາຍກວ່າ. ຂ້າພະເຈົ້າອາໄສຢູ່ທີ່ນີ້ເປັນເວລາ 2 ປີແລ້ວ ແລະ ເຫັນວ່າ ຫວຽດນາມແມ່ນປະເທດທີ່ມີຄວາມອຸ່ນໃຈ ແລະ ປອດໄພດີ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.