WHO ຮັບຮູ້ຄວາມມານະພະຍາຍາມຂອງຫວຽດນາມໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດ COVID-19

10:02 | 15/07/2021

ຍສໝ - ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ຫວຽດນາມ, ທ່ານ ດຣ Kidong Park ຕີລາຄາສູງຕໍ່ບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດ Covid-19 ທີ່ຫວຽດນາມຜັນຂະຫຍາຍ.

ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19 ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19
ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19 ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19
WHO ຮັບຮູ້ຄວາມມານະພະຍາຍາມຂອງຫວຽດນາມໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດ COVID-19
WHO ຮັບຮູ້ຄວາມມານະພະຍາຍາມຂອງຫວຽດນາມໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດ COVID-19. ພາບ: VPG

ໃນການຕອບສຳພາດຕໍ່ສື່ມວນຊົນຫວຽດນາມ, ທ່ານ ດຣ Kidong Park ໃຫ້ຮູ້ວ່າ WHO ຮັບຮູ້ ຫວຽດນາມ ໄດ້ ແລະ ພວມຮັບມືກັບກຸ່ມກໍລະນີຕິດເຊື້ອພະຍາດດ້ວຍບັນດາການກະທຳຢ່າງຂ້ຽວຂາດ. WHO ເຊື່ອວ່າຫວຽດນາມ ຈະສາມາດສະກັດກັ້ນການລະບາດຄັ້ງນີ້ໄດ້ໂດຍຜ່ານວິທີການເຂົ້າເຖິງທົ່ວສັງຄົມ ເຊິ່ງ ຄະນະຊີ້ນຳລະດັບຊາດ ສຳລັບການປ້ອງກັນ ແລະ ສະກັດກັ້ນໂລກລະບາດ COVID-19 ໄດ້ກຳນົດທິດຕັ້ງແຕ່ເລີ່ມເກີດມີການແຜ່ລະບາດ .

WHO ໄດ້, ພວມ ແລະ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບກະຊວງສາທາລະນະສຸກຫວຽດນາມ ເພື່ອສະໜອງພະຍານຫຼັກຖານທາງວິທະຍາສາດທີ່ອັບເດດໃໝ່, ເພື່ອແນໃສ່ໜູນຊ່ວຍລັດຖະບານຫວຽດນາມ ໃນວິວັດການຍົກອອກຂໍ້ກຳນົດໃນການຮັບມືກັບໂລກລະບາດ.

ໄຊພອນ

ເຫດການ
302 Found

Found

The document has moved here.