USAID ໜູນຊ່ວຍ​ເງິນ​ເກືອບ 10 ລ້ານ USD ເພື່ອຊ່ວຍ ຫວຽດ​ນາມ ຮັບ​ມື​ກັບ​ໂລກ​ລະ​ບາດ ແລະ ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດໂຄວິດ - 19

11:26 | 22/07/2021

ອົງການນີ້ ໄດ້ໜູນຊ່ວຍເງິນຈຳນວນ 4,7 ລ້ານ USD ເພື່ອຊ່ວຍ ຫວຽດນາມກະກຽມລະບົບຫ້ອງວິໄຈເຊື້ອພະຍາດໂຄວິດ - 19, ໜູນຊ່ວຍບັນດານັກຊ່ຽວຊານ, ເຕັກນິກ ກຽມຄວາມພ້ອມ ແລະ ຮັບມື, ປ້ອງກັນ, ສະກັດກັ້ນການແຜ່ລະບາດຢູ່ບັນດາຮາກຖານສາທາລະນະສຸກ, ກວດພະຍາດຢູ່ບັນດາດ່ານຊາຍແດນ…

ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ເບີກ​ຈ່າຍ​ເງິນກວ່າ 113 ຕື້​ດົ່ງ ເພື່ອໜູນ​ຊ່ວຍ​ຊາວ​ຜູ້​ອອກ​ແຮງ​ງານທີ່​ຖືກ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ໂຄວິດ - 19 ຮອບ​ທີ 4 ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ເບີກ​ຈ່າຍ​ເງິນກວ່າ 113 ຕື້​ດົ່ງ ເພື່ອໜູນ​ຊ່ວຍ​ຊາວ​ຜູ້​ອອກ​ແຮງ​ງານທີ່​ຖືກ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ໂຄວິດ - 19 ຮອບ​ທີ 4
ສະ​ມາ​ຄົມ​ມິດ​ຕະ​ພາບ ກຳ​ປູ​ເຈຍ - ຫວຽດ​ນາມ ມອບ​ເງິນ​ເປັນ​ຈຳ​ນວນ 50.000 USD ຊ່ວຍ​ຫວຽດ​ນາມ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ສະ​ມາ​ຄົມ​ມິດ​ຕະ​ພາບ ກຳ​ປູ​ເຈຍ - ຫວຽດ​ນາມ ມອບ​ເງິນ​ເປັນ​ຈຳ​ນວນ 50.000 USD ຊ່ວຍ​ຫວຽດ​ນາມ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ພິທີມອບ - ຮັບເຄື່ອງຊ່ວຍຫາຍໃຈຂອງ USAID ທີ່ໜູນຊ່ວຍໃຫ້ແກ່ ຫວຽດນາມ (ພາບ: VOV)
ພິທີມອບ - ຮັບເຄື່ອງຊ່ວຍຫາຍໃຈຂອງ USAID ທີ່ໜູນຊ່ວຍໃຫ້ແກ່ ຫວຽດນາມ (ພາບ: VOV)

ອົງການພັດທະນາສາກົນ ອາເມລິກາ (USAID), ວັນທີ 21 ກໍລະກົດ ໃຫ້ຮູ້ວ່າ ອົງການນີ້ ໄດ້ໜູນຊ່ວຍເງິນຈຳນວນ 4,7 ລ້ານ USD ເພື່ອຊ່ວຍ ຫວຽດນາມກະກຽມລະບົບຫ້ອງວິໄຈເຊື້ອພະຍາດໂຄວິດ - 19, ໜູນຊ່ວຍບັນດານັກຊ່ຽວຊານ, ເຕັກນິກ ກຽມຄວາມພ້ອມ ແລະ ຮັບມື, ປ້ອງກັນ, ສະກັດກັ້ນການແຜ່ລະບາດຢູ່ບັນດາຮາກຖານສາທາລະນະສຸກ, ກວດພະຍາດຢູ່ບັນດາດ່ານຊາຍແດນ… ນອກຈາກນັ້ນ, ອົງການດັ່ງກ່າວ ຍັງສະໜອງ 5 ລ້ານ USD ເພື່ອໜູນຊ່ວຍການຫຼຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ - 19 ຕໍ່ພື້ນຖານເສດຖະກິດ ຫວຽດນາມ.

ໄລຍະຜ່ານມາ, ອາເມລິກາ ໄດ້ໜູນຊ່ວຍເງິນຈຳນວນກວ່າ 17 ລ້ານ USD ເພື່ອຊ່ວຍ ຫວຽດນາມ ຮັບມືກັບໂລກລະບາດ. ແລະກໍ່ຜ່ານອົງການ USAID, ອາເມລິກາ ໄດ້ໜູນຊ່ວຍເງິນ 2 ຕື້ USD ໃຫ້ແກ່ໂຄງການ COVAX ເພື່ອຊື້ ແລະ ແຈກຢາຍວັກຊິນ ກັນພະຍາດໂຄວິດ - 19 ໃຫ້ 92 ປະເທດ ທີ່ມີລາຍຮັບຕຳ ແລະ ປານກາງຕ່ຳ. ໃນນັ້ນ, ຫວຽດນາມ ໄດ້ຮັບວັກຊິນເກືອບ 2, 5 ລ້ານໂດສ.

vovworld.vn

ເຫດການ
302 Found

Found

The document has moved here.