ວົງເງິນການຄ້າຫວຽດນາມ-ລາວ ສືບຕໍ່ເພີ່ມຂຶ້ນໃນ 6 ເດືອນ ຕົ້ນປີ 2021

09:57 | 29/07/2021

ຫ້ອງການການຄ້າຫວຽດນາມ ປະຈໍາ ລາວ ໃຫ້ຂ່າວວ່າ ໃນ 6 ເດືອນ ຕົ້ນປີ 2021, ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ-ລາວ ບັນລຸກວ່າ 671 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 36,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

ການທູດວັກຊິນ- ຈຸດພົ້ນເດັ່ນໃນຜົນງານການທູດ 6 ເດືອນຕົ້ນປີ 2021 ການທູດວັກຊິນ- ຈຸດພົ້ນເດັ່ນໃນຜົນງານການທູດ 6 ເດືອນຕົ້ນປີ 2021
ຝຸ​ກວັກ ທົດ​ລອງ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ນັບ​ແຕ່​ເດືອນ​ຕຸ​ລາ 2021 ຝຸ​ກວັກ ທົດ​ລອງ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ນັບ​ແຕ່​ເດືອນ​ຕຸ​ລາ 2021
ວົງເງິນການຄ້າຫວຽດນາມ-ລາວ ສືບຕໍ່ເພີ່ມຂຶ້ນໃນ 6 ເດືອນ ຕົ້ນປີ 2021
ເຄື່ອງຕໍ່າແຜ່ນຕັດຫຍິບແມ່ນໜຶ່ງໃນບັນດາປະເພດສິນຄ້າສົ່ງອອກຕົ້ນຕໍຂອງຫວຽດນາມ ໄປຍັງລາວ. ພາບ: vov.vn.

ໃນນັ້ນ, ການສົ່ງອອກບັນລຸກວ່າ 329 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 19,1%, ການນໍາເຂົ້າບັນລຸກວ່າ 341 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 58,9%. ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2019, ໄລຍະຍັງບໍ່ທັນເກີດພະຍາດໂຄວິດ-19, ວົງເງິນການຄ້າສອງສົ້ນເພີ່ມຂຶ້ນ 16,6%, ໃນນັ້ນການນໍາເຂົ້າເພີ່ມຂຶ້ນ 49,3%, ການສ່ົງອອກຫຼຸດລົງ 5%. ສະເພາະແຕ່ເດືອນ ມິຖຸນາ 2021, ວົງເງິນການຄ້າສອງສົ້ນຫວຽດນາມ-ລາວ ບັນລຸກວ່າ 100 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 22,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, (ເພີ່ມຂຶ້ນ 18,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ເວລາຍັງບໍ່ທັນເກີດພະຍາດ).

ສິນຄ້າສົ່ງອອກຕົ້ນຕໍຂອງຫວຽດນາມ ໄປຍັງລາວ, ລວມມີ: ເຄື່ອງຕໍ່າແຜ່ນຕັດຫຍິບ ບັນລຸກວ່າ 1 ລ້ານໂດລາສະຫະລັດ; ພາຫະນະຂົນສົ່ງ ແລະເຄື່ອງອາໄຫຼ່ບັນລຸເກືອບ 5 ລ້ານໂດລາສະຫະລັດ; ເຄື່ອງຈັກ, ວັດຖຸອຸປະກອນ ແລະເຄື່ອງອາໄຫຼ່ ບັນລຸເກືອບ 5 ລ້ານໂດລາສະຫະລັດ; ນ້ຳມັນເຊື້ອໄຟບັນລຸກວ່າ 1,5 ລ້ານໂດລາສະຫະລັດ... ສິນຄ້າປະເພດຕ່າງໆເຊິ່ງຫວຽດນາມ ນໍາເຂົ້າຕົ້ນຕໍຈາກລາວ ແມ່ນໄມ້ ແລະຜະລິດຕະພັນໄມ້ບັນລຸກວ່າ 7,3 ລ້ານໂດລາສະຫະລັດ; ແຮ່ທາດ ແລະບໍ່ແຮ່ບັນລຸເກືອບ 5,8 ລ້ານໂດລາສະຫະລັດ; ຢາງພາລາ ບັນລຸກວ່າ 12,3 ລ້ານໂດລາສະຫະລັດ...

ຄາດຄະເນວ່າໃນເດືອນ ກໍລະກົດ 2021, ວົງເງິນການຄ້າອາດຈະບໍ່ເພີ່ມຂຶ້ນໄດ້ຍ້ອນພະຍາດໂຄວິດ-19 ຢູ່ຫວຽດນາມ ກໍາລັງຜັນແປຢ່າງສັບສົນ.

la.qdnd.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.