ການສັກຢາປ້ອງກັນພະຍາດ COVID-19 ໃຫ້ສຳລັບຄົນຈີນ ຢູ່ແຂວງຮ່າຕິ້ງ ແລະ ກວາງບິ່ງ

12:04 | 26/07/2021

ຍສໝ - ຫວ່າງແລ້ວນີ້, ແຂວງຮ່າຕິ້ງ ໄດ້ຜັນຂະຫຍາຍການສັກຢາວັກຊິນກັນພະຍາດ COVID-19 (Vero Cell), Inactivated ໂດຍການຊ່ວຍເຫຼືອຂອງຈີນ ສຳລັບຊາວຈີນທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ແຂວງຮ່າຕິ້ງ ແລະ ກວາງບິ່ງ.

ການສັກຢາປ້ອງກັນພະຍາດ COVID-19 ໃຫ້ພະນັກງານບັນດາອົງການຈັດຕັ້ງທີ່ບໍ່ຂຶ້້ນກັບລັດຖະບານຕ່າງປະເທດຫຼາຍກວ່າ 1.000 ຄົນ ຢູ່ ຫວຽດນາມ ການສັກຢາປ້ອງກັນພະຍາດ COVID-19 ໃຫ້ພະນັກງານບັນດາອົງການຈັດຕັ້ງທີ່ບໍ່ຂຶ້້ນກັບລັດຖະບານຕ່າງປະເທດຫຼາຍກວ່າ 1.000 ຄົນ ຢູ່ ຫວຽດນາມ
ກວາງບິ່ງ ເພີ່ມທະວີການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ເຂດຊາຍແດນຫວຽດນາມ-ລາວ ກວາງບິ່ງ ເພີ່ມທະວີການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ເຂດຊາຍແດນຫວຽດນາມ-ລາວ

ຕາມຂໍ້ມູນຂອງພະແນກສາທາລະນະສຸກ ແຂວງຮ່າຕິ້ງ ແລ້ວ, ແຂວງຮ່າຕິ້ງ ມີຈຳນວນ 351 ຄົນ ແລະ 19 ຄົນຢູ່ແຂວງກວາງບິ່ງ ໄດ້ຮັບການສັກຢາວັກຊີນ, ເຂັມທຳອິດໃນວັນທີ 21 ກໍລະກົດ ແລະ ເຂັມທີ 2 ໃນວັນທີ 18 ສິງຫາ. ລາຍຊື່ເປົ້າໝາຍ​ທີ່ໄດ້ຮັບການສັກຢາວັກຊີນ ແມ່ນສະໜອງໂດຍສະຖານທູດຈີນ. ສະຖານທີ່ສັກຢາແມ່ນຢູ່ໂຮງໝໍຫຼາຍ​ຂະ​ແໜງ ເທສະບານແຂວງກີແອັງ (ແຂວງຮ່າຕິ້ງ).

ການສັກຢາປ້ອງກັນພະຍາດ COVID-19 ໃຫ້ສຳລັບຄົນຈີນ ຢູ່ແຂວງຮ່າຕິ້ງ ແລະ ກວາງບິ່ງ
ການສັກຢາປ້ອງກັນພະຍາດ COVID-19 ໃຫ້ສຳລັບຄົນຈີນ ຢູ່ແຂວງຮ່າຕິ້ງ ແລະ ກວາງບິ່ງ. (ພາບ: baohatinh)

ເພື່ອຮັບປະກັນຄວາມປອດໄພໃນເວລາປະຕິບັດໜ້າທີ່, ພະແນກສາທາລະນະສຸກແຂວງຮ່າຕິ້ງ ໄດ້ມອບ ໝາຍໃຫ້ສູນຄວບຄຸມພະຍາດ ໃຫ້ຮັບ ແລະ ເກັບມ້ຽນວັກຊີນ, ເຂັມສັກຢາ ແລະ ກ່ອງປ້ອງກັນຄວາມປອດໄພຈາກສະຖາບັນອະນາໄມ​ພະ​ຍາດ​ຕິດ​ແປດສູນກາງ; ສະໜອງວັກຊີນ, ເຂັມສັກຢາ, ກ່ອງປ້ອງກັນຄວາມປອດໄພ ໃຫ້ໂຮງໝໍຫຼາຍ​ຈະ​ແໜງ ເທສະບານແຂວງກີແອັງ ໃນ 3 ວັນກ່ອນທີ່ຈະມີການສັກຢາ.

ໂຮງໝໍຫຼາຍ​ຂ​ະ​ແໜງ ເທສະບານແຂວງກີແອັງ ໄດ້ຈັດຫ້ອງ ແລະ ອຸປະກອນສຳລັບການສັກຢາກັນພະຍາດຕາມຂໍ​້​ກຳ​ນົດ. ຮັບປະກັນລະບົບ​ຄວາມ​ເຢັນ ເພື່ອຮັບ, ເກັບຮັກສາ ແລະ ນຳໃຊ້ວັກຊີນ, ເຄື່ອງມື, ​ອຸ​ປະ​ກອນສຳລັບການສັກຢາ (​ສຳ​ລີ, ​ເຫຼົ້າ 90 ໍ, ກະຕິກບັນ​ຈຸວັກຊີນ, ​ເຄື່ອງວັດແທກ​ອຸນ​ນະ​ພູມ,... ຈຳນວນຄົນທີ່ໄດ້ຮັບການສັກຢາ​ວັກ​ຊິນ ບໍ່ເກີນ 100 ຄົນ/ຕອນ/ ໂຕະສັກຢາ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.